ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສົບຂອງຊາວຫວຽດນາມ 39 ຄົນ ທີ່​ເສຍ​ຊີ​ວິດ ໃນອັງກິດ ຖືກສົ່ງໃຫ້ ຄອບຄົວເຂົາ​ເຈົ້າ ໝົດແລ້ວ


ພະ​ນັກ​ງານ​ສະ​ໜາມ​ບິນ ໂນຍ​ບາຍ ຂອງ​ນະ​ຄອນ​ຫລວງ ຮາ​ໂນ່ຍ ໄດ້​ເອົາໂລງ​ສົບ​ຂອງ 16 ຄົນ ໃນ​ຈຳ​ນວນ 39 ຄົນ ​ທີ່ເສຍຊີວິດຢູ່ ອັງ​ກິດ​ ແລະ​​ຖືກ​ສົ່ງ​ກັບ​ບ້ານ ຂື້ນ​ໃສ່​ລົດໂຮງ​ໝໍ ໄປໃນ​ວັນ​ທີ 27 ພະ​ຈິກ, 2019.
ພະ​ນັກ​ງານ​ສະ​ໜາມ​ບິນ ໂນຍ​ບາຍ ຂອງ​ນະ​ຄອນ​ຫລວງ ຮາ​ໂນ່ຍ ໄດ້​ເອົາໂລງ​ສົບ​ຂອງ 16 ຄົນ ໃນ​ຈຳ​ນວນ 39 ຄົນ ​ທີ່ເສຍຊີວິດຢູ່ ອັງ​ກິດ​ ແລະ​​ຖືກ​ສົ່ງ​ກັບ​ບ້ານ ຂື້ນ​ໃສ່​ລົດໂຮງ​ໝໍ ໄປໃນ​ວັນ​ທີ 27 ພະ​ຈິກ, 2019.

ສົບງວດ​ສຸດ​ທ້າຍຂອງຊາວຫວຽດນາມຈໍານວນ 39 ຄົນ ທີ່​ຖືກ​ພົບ​ເຫັນໃນເດືອນ ແລ້ວນີ້ ຢູ່​ທາງ​ຫລັງ​ຂອງລົດບັນທຸກແຊ່​ແຂງ ໃນອັງກິດ ໄດ້ຖືກນໍາສົ່ງກັບຄືນໄປ ມອບໃຫ້ຄອບຄົວ ຂອງເຂົາເຈົ້າແລ້ວ.

ໂລງ​ສົບຂອງ 16 ຄົນ​ທຳ​ອິດ ແລະ ອູບໃສ່​ກະ​ດູກ 7 ອັນໄດ້​ໄປຮອດສະ​ໜາມ​ບິນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ​ ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້ນີ້.

ລົດ​ຂົນ​ສົ່ງ​ຄົນ​ເຈັບ​ໄດ້​ນຳ​ເອົາ​ສົບ​ເຫລົ່າ​ນັ້ນ ໄປ​ຫາ​ບ້ານ​ເກີດຂອງຜູ້​ໄດ້​ຮັບ​ເຄາະ​ຮ້າຍ ຢູ່​ໃນ​ແຂວງ​ພາກ​ເໜືອ ແລະ​ພາກ​ກາງ​ຂອງ​ຫວຽດ​ນາມ.

ນັກ​ຊ່ຽວ​ຊານ​ກ່ຽວ​ກັບຊາວ​ຫວຽດ​ນາມ​ໃນ​ຕ່າງ​ປະ​ເທດທ່ານ​ນຶ່ງ ຢູ່​ໃນ​ລອນດອນ​ເວົ້າ​ວ່າ ພວກ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ຫລາຍ​ຄົນ​ ພາ​ກັນ​ສ່ຽງ​ໄພ​ຢ່າງ​ໃຫຍ່​ຫລວງ ເພາະ​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ເມື່ອ​ເຂົາ​ເຈົ້າ​ໄດ້​ໄປ​ເຖິງອັງ​ກິດ​ແລ້ວ ເຂົາ​ເຈົ້າ​ກໍ​ຈະ ​ມີ​ວຽກ​ເຮັດ​ຢູ່​ໃນ​ອຸດ​ສາ​ຫະ​ກຳ​ປູກ​ກັນ​ຊາ​ທີ່ຜິດ​ກົດ​ໝາຍ ຫາ​ເງິນ​ໄດ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ໄລ​ຍະ​ສັ້ນໆ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ໃຊ້​ໜີ້ຄືນ​ແກ່​ພວກ​ລັກ​ລອບ​ເອົາ​ເຂົາ​ເຈົ້າ​ເຂົ້າ​ໄປ​ນັ້ນໄດ້ ແລະ​ສົ່ງ​ເງິນ​ກັບໃຫ້​ຄອບ​ຄົວ​ຢູ່​ທາງ​ບ້ານໄດ້.

ພ້ອ​ມໆ​ກັບການ​ເຮັດ​ວຽກ​ຢູ່ໃນອຸດ​ສາ​ຫະ​ກຳ​ປູກ​ກັນ​ຊາ​ທີ່ຜິດ​ກົດ​ໝາຍ ຊາວ​ຫວຽດ​ນາມ​ຫລາຍ​ຄົນກໍ​ເຮັດ​ວຽກ​ຢູ່​ໃນ​ຮ້ານ​ເສີມ​ສວຍ ແລະ​ທາເລັບ ທີ່​ກຳ​ລັງ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ຕາມ​ຖະ​ໜົນ​ຕ່າງໆໃນ​ອັງ​ກິດໃນ​ຊຸມ​ປີມໍ່ໆ​ມານີ້. ສ່ວນ​ຄົນ​ອື່ນໆກໍ​ເຮັດ​ວຽກ ຢູ່​ໃນ​ຮ້ານ​ຄ້າ​ ທີ່​ເປັນ​ຮ້ານອາ​ຫານ ຫລື​ເປັນ​ຄົນ​ອະ​ນາ​ໄມ, ໃນ​ຂະ​ນະທີ່ຄົນ​ອື່ນໆ ນັ້ນ​ກໍ​ຖືກ​ດຶງ​ດູດ​ໃຫ້​ເປັນ​ໂພ​ນີ.

ພໍ່​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຄົນ​ນຶ່ງ ເວົ້າ​ວ່າ ລູກ​ຊາຍ​ຂອງ​ລາວ ໄດ້​ໜີ​ຈາກ​ບ້ານ​ໄປ​ຍັງ​ອັງ​ກິດ "ດ້ວຍ​ຄວາມ​ຫວັງ​ວ່າ ​ຈະ​ມີ​ຊີ​ວິດ​ທີ່​ດີ​ຂຶນກວ່າ​ເກົ່າ."

ມີຄົນທີ່ເປັນຜູ້ຕ້ອງສົງໄສຫລາຍຄົນທີ່ຖືກຈັບກຸມໃນອັງກິດ ແລະໃນຫວຽດນາມ ໃນ​ການ​ເຊື່ອມ​ໂຍງ​ກັບ​ກໍ​ລະ​ນີນີ້.

ສົບ​ຂອງ 16 ຄົນ​ອື່ນ ໄດ້​ຖືກ​ສົ່ງ​ກັບ​ຫວຽດ​ນາມ​ໃນ​ວັນ​ພຸດ​ຜ່ານ​ມາ ແລະ​ໄດ້​ທຳ​ການ​ສົ່ງ​ສະ​ການ​ໃນ​ວັ​ນ​ພະ​ຫັດແລ້ວນີ້7.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

The last batch of remains of the 39 Vietnamese whose bodies were discovered last month in the back of a refrigerated truck in England have been returned to their families.

The 16 coffins and seven urns arrived at the Hanoi airport Saturday morning.

Ambulances took the remains to the victims' hometowns in northern and central Vietnamese provinces.

One expert on the Vietnamese diaspora in Britain says many migrants are willing to take huge risks because they believe when they get to Britain, they will find work in the illegal cannabis industry, earning large amounts of money in a short period of time, enabling them to pay their debts to their smugglers and to sent remittances to their families.

As well as the illegal cannabis industry, many Vietnamese work in nail and beauty salons, which have boomed on British high streets in recent years. Others work in the restaurant trade or as cleaners, while some are drawn into prostitution.

The father of one of the victims said his son had left home for Britain in "hopes for a better life."

Several suspects have been arrested in Britain and Vietnam in connection with the case.

The 16 other bodies were returned to Vietnam Wednesday, with funerals held Thursday.

XS
SM
MD
LG