ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອັງກິດ ເປັນປະເທດທຳອິດ ທີ່ຈະໃຊ້ ຢາວັກຊີນປ້ອງກັນ COVID ຂອງບໍລິສັດ ຟາຍເຊີຣ ແລະ ໄບໂອເອັນເທັກ


ພາບນີ້ຖ່າຍເມື່ອວັນທີ 23 ພະຈິກ 2020 ທີ່ສະແດງໃຫ້ເຫັນພາບຂອງແກ້ວຢາວັກຊີນ ທີ່ອ່ານວ່າ "Vaccine Covid-19" ແລະເຂັມສັກຢາຢູ່ຄຽງຂ້າງ ເຄື່ອງໝາຍຂອງ Pfizer ແລະ Biontech - ອັງກິດໃນວັນທີ 2 ທັນວາ 2020 ໄດ້ກາຍເປັນປະເທດທຳອິດ ຮັບຮອງຢາວັກຊີນ.
ພາບນີ້ຖ່າຍເມື່ອວັນທີ 23 ພະຈິກ 2020 ທີ່ສະແດງໃຫ້ເຫັນພາບຂອງແກ້ວຢາວັກຊີນ ທີ່ອ່ານວ່າ "Vaccine Covid-19" ແລະເຂັມສັກຢາຢູ່ຄຽງຂ້າງ ເຄື່ອງໝາຍຂອງ Pfizer ແລະ Biontech - ອັງກິດໃນວັນທີ 2 ທັນວາ 2020 ໄດ້ກາຍເປັນປະເທດທຳອິດ ຮັບຮອງຢາວັກຊີນ.

ອັງກິດ ຈະເປັນປະເທດທຳອິດ ທີ່ຈະນຳເອົາຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຂອງບໍລິສັດຟາຍເຊີຣ ແລະ ໄບໂອເອັນເທັກ ອອກມາໃຊ້ ຊຶ່ງເປັນປະເທດຕາເວັນຕົກຜູ້ທຳອິດທີ່ຈະເຮັດເຊັ່ນນັ້ນ ອີງຕາມການປະກາດຂອງລັດຖະບານໃນວັນອາທິດວານນີ້.

ຢາວັກຊີນຊຸດທຳອິດຈະຖືກແຈກຢາຍໃຫ້ແກ່ພວກພະນັກງານແພດເບິ່ງແຍງຄົົນປ່ວຍ ແລະພວກພົນລະເມືອງຊາວອັງກິດທີ່ມີອາຍຸເກີນກວ່າ 80 ປີ ໂດຍຈະເລີ້ມຕົ້ນໃນວັນອັງຄານມື້ອື່ນນີ້ ອີງຕາມອົງການສາທາລະນະສຸກແຫ່ງຊາດຂອງອັງກິດ ທີ່ໄດ້ກ່າວໄປ.

ວັກຊີນປະມານ 800,000 ຊຸດຫຼືໂດສ ແມ່ນຄາດໝາຍວ່າ ຈະຖືກນຳໄປສັກ ໃນລະຫວ່າງອາທິດທຳອິດ. ບໍລິສັດຟາຍເຊີຣແລະໄບໂອເອັນເທັກ ອາດໄດ້ຮັບການຮັບຮອງໂດຍ ສະຫະລັດ ພາຍໃນທ້າຍເດືອນນີ້.

ຈີນ ຍັງພວມເລັ່ງນຳສະເໜີໂຄງການລິເລີ້ມຢາວັກຊີນປ້ອງກັນໄວຣັສໂຄໂຣນາຂະໜາດໃຫຍ່ຂອງຕົນນຳດ້ວຍ.

ອົງການເອພີ ລາຍງານວ່າ ບັນດາລັດຖະບານລະດັບແຂວງທົ່ວປະເທດ ກຳລັງສັ່ງການໃຫ້ທຳການທົດລອງຢາວັກຊີນປ້ອງກັນໄວຣັສໂຄໂຣນາທີ່ຜະລິດຢູ່ພາຍໃນປະເທດ ເຖິງແມ່ນວ່າ ບັນດາເຈົ້າໜ້າທີ່ສາທາລະນະສຸກ ຍັງບໍ່ທັນກ່າວວ່າ ຢາວັກຊີນດັ່ງກ່າວມີຜົນດີຊ່ຳໃດ ຫຼືວ່າ ພວກຢາວັກຊີນຈະໄປເຖິງປະຊາຊົນ 1 ພັນ 4 ຮ້ອຍລ້ານຄົນຂອງປະເທດແນວໃດ.

ອົງການກ່າວເອພີ ກ່າວວ່າ ພວກພະນັກງານສາທາລະນະສຸກທີ່ເບິ່ງແຍງຄົນປ່ວຍຫຼາຍກວ່າ 1 ລ້ານຄົນຂອງຈີນ ໄດ້ຮັບຢາວັກຊີນຂັ້ນທົດລອງໄປກ່ອນແລ້ວ ພາຍໃຕ້ການອະນຸຍາດໃຫ້ໃຊ້ແບບສຸກເສີນ ແຕ່ບໍ່ໄດ້ບົ່ງບອກກ່ຽວກັບຜົນຂ້າງຄຽງທີ່ອາດເກີດຂຶ້ນແຕ່ຢ່າງໃດເລີຍ.

ຣັດເຊຍ ໄດ້ເລີ້ມຕົ້ນໂຄງການລິເລີ້ມຢາວັກຊີນປ້ອງກັນໄວຣັສໂຄໂຣນາຂອງຕົນໃນວັນເສົາຜ່ານມານີ້ ເພື່ອຄວບຄຸມການແຜ່ລະບາດຢູ່ທີ່ນັ້ນ.

ພວກຄົນທີ່ມີຄວາມສ່ຽງຫຼາຍທີ່ສຸດ ຈະໄດ້ຮັບຢາວັກຊີນຊຸດທຳອິດ ທີ່ມີຊື່ວ່າ Sputnik V ລວມທັງພວກພະນັກງານການແພດ ແລະນາຍຄູທັງຫຼາຍ. ຢາວັກຊີນດັ່ງກ່າວ ໄດ້ຖືກຮັບຮອງໃນເດືອນສິງຫາ ເຖິງແມ່ນວ່າ ຈະມີການວິພາກວິຈານຈາກບັນດານັກຊ່ຽວຊານຂອງປະເທດຕາເວັນຕົກ ກ່ຽວກັບຂໍ້ມູນການເສຍຊີວິດໃນຂັ້ນທົດລອງຢາວັກຊີນໃນຄລີນິກຂອງປະເທດກໍຕາມ.

ໃນວັນສຸກຜ່ານມາ ປະເທດ ບາຫ໌ເຣນ ໄດ້ກາຍເປັນປະເທດທີສອງທີ່ໄດ້ຮັບຮອງການນຳໃຊ້ແບບສຸກເສີນ ຢາວັກຊີນປ້ອງກັນໄວຣັສໂຄໂຣນາຂອງບໍລິສັດຟາຍເຊີຣແລະໄບໂອເອັນເທັກ ນຳຫຼັງ ອັງກິດ.

ຄວາມທ້າທາຍໃນການແຈກຢາຍຢາວັກຊີນນັ້ນກໍແມ່ນວ່າ ຈະຮັກສາພວກມັນໄວ້ໃຫ້ເຢັນໄດ້ພຽງພໍບໍ່. ມັນຕ້ອງໄດ້ຖືກບັນຈຸໄວ້ໃນອຸນຫະພູມປະມານລົບ 70 ອົງກາສແຊລສິດ. ອຸນຫະພູມຢູ່ໃນບາຫ໌ເຣນຍາມລະດູຮ້ອນ ຕາມປົກກະຕິຈະສູງເຖິງ 40 ອົງສາແຊລສິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG