ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນາ​ຍົກ​ຄົນ​ໃໝ່​ຂອງ​ອັງ​ກິດ: ​ທີ່​ມັກ​ໃນ​ນະ​ໂຍ​ບາຍ​​ຕ່າງ​ປະ​ເທດ ​ແບບ​ໃຊ້​ທະ​ຫານ ພວມປະ​ເຊີນ​​ກັບ​ການ​ທ້າ​ທາຍ ຢູ່​ພາຍ​ໃນ​ປະ​ເທດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ອັງ​ກິດ ທ່ານ​ນາງ​ລິ​ສ ທ​ຣັ​ສ ກ່າວ​ຄຳ​ປາ​ໄສ ຢູ່ນອກ​ບ້ານ​ພັກ​ຖະ​ໜົນ​ດາວ​ນຶ່ງ ໃນ​ຂະ​ນະ​ທີ່​ສາ​ມີ​​ທ່ານ​ນາງ ທ່ານ​ Hugh O'Leary ຢືນ​ຟັງ ທີ່​ນະ​ຄອນ​ຫຼວງ​ລອນດອນ ເມື່ອ​ວັນ​ທີ 6 ກັນ​ຍາ 2022.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ອັງ​ກິດ ທ່ານ​ນາງ​ລິ​ສ ທ​ຣັ​ສ ກ່າວ​ຄຳ​ປາ​ໄສ ຢູ່ນອກ​ບ້ານ​ພັກ​ຖະ​ໜົນ​ດາວ​ນຶ່ງ ໃນ​ຂະ​ນະ​ທີ່​ສາ​ມີ​​ທ່ານ​ນາງ ທ່ານ​ Hugh O'Leary ຢືນ​ຟັງ ທີ່​ນະ​ຄອນ​ຫຼວງ​ລອນດອນ ເມື່ອ​ວັນ​ທີ 6 ກັນ​ຍາ 2022.

ທ່ານ​ນາງ​ລິ​ສ ທ​ຣັ​ສ ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ອັງ​ຄານ​ວານ​ນີ້ ແທນ​ທ່ານ​ບໍ​ຣິ​ສ ຈອນ​ສັນ ທີ່​ລາ​ອອກ​ໃນ​ເດືອນ​ກໍ​ລະ​ກົດ.

ໃນ​ການ​ເຂົ້າ​ເຝົ້າພະ​ຣາ​ຊີ​ນີ​ເອລີ​ຊາ​ແບັດ​ເປັນ​ການ​ສ່ວນ​ຕົວທີ່​ປາ​ສາດ​ແບ​ລ​ມໍ​ຣາ​ລ (Balmoral) ຢູ່​ສະ​ກັອດ​ແລນ ໃນ​ວັນ​ອັງ​ຄານ​ວານນີ້ ທ່ານ​ນາງ​ທັ​ສ​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ປະ​ກອບ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່. ການ​ເຂົ້າ​ເຝົ້າ ຊຶ່ງ​ເປັນ​ພິ​ທີ​ການ ທີ່​ຈະ​ໃຫ້​ມີ​ຂຶ້ນ​ຢູ່​ສະ​ກັອດ​ແລນ ຍ້ອນພະ​ຣາ​ຊີ​ນີ​ ມີ​ພະ​ຊົນ​ມາ​ຍຸ 96 ​ພັນ​ສາ ບໍ່​ສາ​ມາດ​ທີ່​ຈະ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ລອນດອນ​ໄດ້ ເນື່ອງ​ຈາກ​ບັນ​ຫາ​ທາງ​ດ້ານ​ສຸ​ຂະ​ພາບ.

ທ່ານ​ນາງ​ທ​ຣັ​ສ ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທີ 15 ທີ່​ຊົງ​ແຕ່ງ​ຕັ້ງ​ໂດ​ຍ​ພະ​ຣາ​ຊີ​ນີ​ເອ​ລີ​ຊາ​ແບັດແລະ​ເປັນ​ຜູ້​ນຳ​ພັກ​ແນວ​ທາງ​ເດີມ​ຄົນ​ທີ 4 ໃນ​ໄລ​ຍະ 7 ປີ ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ມີ​ພະ​ຊົນ​ມາ​ຍຸ​ທີ່​ຍືນ​ຍາວ​ຂອງ​ພະ​ຣາ​ຊີ​ນີ​ແລະ​ຄວາມ​ວຸ້ນ​ວາຍ​ທາງ​ດ້ານ​ການ​ເມືອງ​ຂອງ​ອັງ​ກິດ. ການ​ເຂົ້າ​ເຝົ້າ ​ຂອງ​ທ່ານ​ນາງ​ ທ​ຣັ​ສ ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທ່ານ​ຈອນ​ສັນ ເດີນ​ທາງ​ໄປ​ສະ​ກັອດ​ແລນ ເພື່ອ​ເຂົ້າ​ເຝົ້າ​ພະ​ຣາ​ຊີ​ນີ​ເຊັ່ນ​ດຽວ​ກັນ.

ໃນ​ເວ​ລາ​ຕໍ່​ມາ ທ່ານ​ນາງ​ທ​ຣັ​ສ​ໄດ້​ບິນ​ກັບ​ຄືນ​ໄປ​ລອນດອນ. ໃນ​ຕອນ​ແລງ ທ່ານ​ນາງ​ໄດ້​ປະ​ກາດ ​ກ່ຽວ​ກັບ​ບູ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ ໃນ​ຄຳ​ປາ​ໄສທາງ​ໂທ​ລະ​ພາບ ຢູ່ນອກ​ບ້ານ​ພັກໝາຍ​ເລກ 10 ຖະ​ໜົນ​ດາວ​ນິ່ງ ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ​ນາງ​ທ​ຣັ​ສ ​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ພາຍ​ໃຕ້​ທ່ານ​ຈອນ​ສັນ. ມີ​ການ​ເບິ່ງ​ກັນວ່າ ທ່ານ​ນາງ​ມັກ​ການ​ນຳ​ໃຊ້​ທະ​ຫານ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເອົາ​ນະ​ໂຍ​ບາຍ​ທີ່​ເຂັ້ມ​ແຂງ​ຕໍ່​ປະ​ເທດ​ຕ່າງໆ​ເຊັ່ນ​ຣັດ​ເຊຍ ແລະ​ຈີນ.

“ພວກ​ເຮົາ​ໃນ​ເວ​ລານີ້​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ກະ​ແສ​ລົມ​ຕ້ານ​ຢ່າງ​ຮ້າຍ​ແຮງ​ຢູ່​ໃນ​ທົ່ວ​ໂລກ ທີ່​ມີ​ສາ​ເຫດ​ມາ​ຈາກ​ສົງ​ຄາມອັນ​ໜ້າ​ຢ້ານ​ກົວ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ​ແລະ​ຜົນ​ທີ່​ຕິດ​ຕາມ​ມາ​ຂອງ​ໂຄວິດ … ຄວາມ​ເປັນ​ເອກ​ກະ​ພາບ​ກັບ​ພັນ​ທະ​ມິດ ພວກ​ເຮົາ​ຈະ​ລຸກ​ຂຶ້ນ​ເພື່ອ​ອິດ​ສະ​ຫຼະ​ພາບ​ແລະ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ທົ່ວ​ໂລກ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ທ​ຣັ​ສ. ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ນາງ​ທ​ຣັ​ສ​ກໍ​ຍັງ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທ້າ​ທາຍ​ຢູ່​ພາຍ​ໃນ​ປະ​ເທດ.

ທ່ານ​ນາງ​ທ​ຣັ​ສ​ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ເພີ້ມ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ 3 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ຮວມ​ພາຍ​ໃນ​ຫຼື​ຈີ​ດີ​ພີ ຊຶ່ງ​ກຸ່ມ​ພວກ​ນັກ​ວິ​ເຄາະ​ທີ່​ສະ​ຖາ​ບັນ RUSI ກະ​ປະ​ມານ​ວ່າ ຈະ​ຕົກ​ເປັນ​ເງິນ​ເພີ້ມ​ຕື່ມ 180 ຕື້​ໂດ​ລາ. ໃນ​ຂະ​ນະ​ດຽວ​ກັນ ທ່າ​ນ​ນາງ​ກໍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະສືບ​ຕ​ຍໍ່​ການ​ໃຫ້​ຄວ​າມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານແລະ​ມະ​ນຸດ​ສະ​ທຳ​ແກ່​ຢູ​ເຄ​ຣນ. ມາ​ຮອດ​ປັດ​ຈຸ​ບັນ ອັງ​ກິດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໄປ​ແລ້ວ 3.8 ຕື້​ໂດ​ລາ.

ໃນ​ຖາ​ນະ​ທີ່​ເປັນ​ລັດ​ຖະ​ມົນ​ຕີ ທ່ານ​ນາງ​ທ​ຣັ​ສ​ແມ່ນ​ຜູ້​ເອົາ​ທ່າ​ທີ​ຢ່າງ​ແຂ​ງ​ຂັນ​ຕໍ່​ຈີນ. ທ່ານ​ນາງ​ໄດ້​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ໃນ​ການ​ຕັດ​ສິນ​ໃຈ​ຫ້າມ​ບໍ່​ໃຫ້​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ ຫົວ​ເຫວີຍ ຂອງ​ຈີນ ມີ​ສ່ວນ​ພົວ​ພັນ​ໃນ​ລະ​ບົບ 5 ຈີ ​ຂອງ​ອັງ​ກິດຍ້ອນ​ເປັນ​ຫ່ວງ​ໃນ​ເລື້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ນຳ​ທ່ານ​ນາງ​ທ​ຣັ​ສ ຜ່ານ​ທາງ​ທວີດ​ເຕີ້​ໃນ​ວັນ​ອັງ​ຄານ​ວານນີ້ ຊຶ່ງ​ທ່ານ​ໄບ​ເດັນ​ຂຽນ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ໄດ້​ມີ​ຄວາມ​ສຳ​ພັນ​ພິ​ເສດ​ແບບ​ເລິກ​ເຊິ່ງ ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ ແລະ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​ທ້າ​ທາຍ​ຕ່າງໆ​ຂອງ​ໂລກ ຮວມ​ທັງ​ການ​ສືບ​ຕໍ່​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ຕໍ່​ສູ້​ປ້ອງ​ກັນ​ໂຕ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG