ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ອະນຸມັດ ໃຫ້ອັງກິດ ຖອນອອກຈາກ ສະຫະພາບຢູໂຣບ


ນາຍົກລັດຖະມົນຕິອັງກິດ ທ່ານນາງ Theresa May.
ນາຍົກລັດຖະມົນຕິອັງກິດ ທ່ານນາງ Theresa May.

ນາຍົກລັດຖະມົນ​ຕີ​ອັງກິດ ທ່ານ​ນາງ Theresa May ມີ​ກຳນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສຕໍ່
ສະພາ​ໃນ​ວັນ​ອັງຄານ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກບັນດາ​ສະມາຊິກ​ສະພາ​ ໄດ້ອະນຸມັດ​ໃຫ້​ທ່ານ
​ນາງ ​ເລີ້ມການ​ຖອນ​ຕົວ​ຂອງອັງກິດ​ອອກ​ຈາກສະຫະ​ພາບ​ຢູ​ໂຣບ.

ທ່ານ​ນາງ May ຍັງ​ລໍຖ້າ​ບາດກ້າ​ວສຸດ​ທ້າຍ ນັ້ນກໍ​ຄື​ການ​ເຫັນ​ພ້ອມ​ຂອງ​ພະ​ລາ​ຊີ​ນີ
Elizabeth ​ແຕ່​ວ່່າ​ການ​ເຫັນ​ພ້ອມ​ດັ່ງກ່າວອາດ​ຈະ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ອັງຄານ
​ມື້​ນີ້. ຫລັງຈາກ​ນັ້ນທ່ານ​ນາງກໍຈະ​ມີສິດ​ແຈ້ງໃຫ້ສະພາບ​ຢູ​ໂຣບຊາບ​ຢ່າງ​ເປັນ​ທາງ​
ການ ທີ່​ທ່ານ​ນາງຈະ​ນຳ​ໃຊ້​ມາດຕາ 50 ຂອງສົນທິສັນຍາກຸ່ມ​ດັ່ງກ່າວ ທີ່​ຄຸ້ມ​ຄອງ​ໃຫ້
ປະ​ເທດສະມາຊິກ​ສາມາດ​ຖອນ​ໂຕ​ໄດ້ນັ້ນ.

​ໂຄສົກ​ຂອງທ່ານ​ນາງ May ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ນາງ​ບໍ່​ມີ​ທ່າ​ທາງ​ວ່າຈະ​ທຳ
ການ​ເຄື່ອນ​ໄຫວ​ຈົນເທື່ອຈົນກວ່າ​ທ້າຍເດືອນ​ນີ້. ຂັ້ນຕອນ​ໃນ​ການ​ຖອນ​ຕົວ​ຄາດ​ວ່າຈະ
​ໃຊ້​ເວລາ​ປະມານ​ສອງ​ປີ ​ໃນ​ຂະນະ​ທີ່​ເຈົ້າໜ້າ​ທີ່​ອັງກິດ ​ແລະສະຫະ
ພາບຢູ​ໂຣບ ​ເຈລະຈາກັນ​ ໂດຍ​ສະ​ເພາະ​ກ່ຽວ​ກັບ​ວ່າຈະຖອນ​ຕົວ​ອອກຈາກ​ການເປັນ
​ພາຄີ​ໃນລັດຖະບານ​ແລະ​ຄູ່​ຮ່ວມງານ​ທາງ​ດ້ານ​ເສດຖະກິ​ດ​ແບບ​ໃດ​ທີ່​ມາ​ກັບເປັນສະ
ມາຊິກ​ຂອງ​ສະຫະພາບຢູ​ໂຣບນັ້ນ.

ທ່ານ​ນາງ Annmarie Elijah ຜູ້ອຳ​ການ​ຮ່ວມ​ສູນ​ກາງການ​ສຶກສາ​ຢູ​ໂຣບຂອງ​ມະຫາ
ວິທະຍາ​ໄລແຫ່ງ​ຊາດ​ອອສ​ເຕຣ​ເລຍກ່າວ​ວ່າ ທັງ​ສອງ​ຝ່າຍມີ​ຫລາຍໆບັນ ຫາ​ທີ່​ຈະ​ຕ້ອງ​
ໄດ້​ແກ້​ໄຂ ຊຶ່ງບັດ​ນີ້ຂັ້ນຕອນກຳ​ລັງເລີ້ມຂຶ້ນຈາກ​ໃນ​ທາງ​ຫລັກການ​ໄປ​ສູ່​ພາກ​ປະຕິບັດ
ຮວມທັງ​ອັນ​ວ່າ ​ແມ່ນ​ຫຍັງ​ຈະເກີດ​ຂຶ້ນ​ສຳລັບ​ພວກ​ຄົນສັນ ຊາດສະຫະພາບ​ຢູ​ໂຣບທີ່​ອາ
​ໄສ​ຢູ່​ໃນ​ປະ​ເທດອັງກິດ.

ທ່ານ​ນາງ Elijah ກ່າວ​ຕໍ່​ວີ​ໂອ​ເອວ່າ “ປະທານສະພາບໍລິຫານ​ຂອງ​ສະຫະພາບຢູ​ໂຣບ
ທ່ານ Donald Tusk ​ໄດ້​ສະ​ແດງ​ໃຫ້​ເຫັນ​ແລ້ວວ່າ ຢູ​ໂຣບຈະ​ຕອບ​ໂຕ້​ຢ່າງ​ໄວເວລາ​ໃດ
​ທີ່​ລັດຖະບານ​ອັງກິດໃຊ້​ມາດຕາ 50 ຢ່າງ​ເປັນ​ທາງ​ການ. ​ແລະ​ຄົນ​ສ່ວນ​ໃຫຍ່​ຄິດ​ວ່າຂັ້ນ
ຕອນ​ຈາກ​ນີ້​ໄປຈະ​ພົວພັນ​ຢ່າງ​ເປັນ​ທາງ​ການ​ກັບ​ສະພາ​ ບໍລິຫານ​ສະຫະພາບຢູ​ໂຣບ
ອີກ​ຄັ້ງ​ນຶ່ງ ​ເພື່ອ​ວ່າ​ຈະ​ດຳ​ນົດກ່ຽວ​ກັບ​ການ​ເຈລະຈາ​ທີ່​ຈະ​ຕ້ອງ​ປະຕິບັດ ແລະ​ອື່ນໆອີກ.”

ການ​ຖອນ​ຕົວ​ໄດ້​ເລີ້ມ​ຂຶ້ນ ໃນ​ເດືອນມິຖຸນາ ປີ 2016 ​ດ້ວຍ​ການ​ລົງ​ປະຊາ​ມະຕິ​ອັນ​ທີ່ຜູ້
​ມີສິດ​ປ່ອສບັດ​ຊາວ​ອັງກິດ ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງຫ​ວຸດ​ຫວິດ​ເລືອກ​ເອົາ​ການ​ອອກ​ຈາກ
ສະຫະພາບຢູ​ໂຣບ. ການ​ລົງ​ຄະ​ແນນ​ສຽງ​ປາກົດ​ວ່າ​ເກີດ​ມາ​ຈາກ​ການຕໍ່​ຕ້ານ​ແນວ​ຄິດ​ຕໍ່
ຕ້ານ​ລັດຖະບານ ​ແລະ​ຄວາມ​ຮູ້ສຶກຕໍ່ຕ້ານ​ໂຄງ​ສ້າງ​ການ​ປົກຄອງ​ຂອງ​ສະຫະພາບຢູ
​ໂຣບ​ ທີ່​ໄດ້​ຄວບ​ຄຸມ​ຫລາຍ​ເກີນ​ໄປ​ຈາກຊາວ​ອັງກິດ​ທຳ​ມະ​ດາ​ສາມັນ.

ການ​ລົງປະຊາ​ມະຕິ​ຍັງໄດ້​ພາ​ໃຫ້​ມີ​ການ​ລາ​ອອກ​ຂອງ​ອະດີດ​ນາຍົກລັດຖະມົນຕີ ອັງກິດ
ທ່ານ David Cameron ຜູ້ທີ່ລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງໃນ​ການ ​ເລືອກ​ຕັ້ງຄືນ
​ໃໝ່ນັ້ນ​ ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະຮັກສາ​ຄະ​ແນນ​ສຽງ​ເອົາ​ໄວ້.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG