ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດເລີ້ມຕົ້ນສັກຢາປ້ອງກັນພະຍາດ ໂຄວິດ-19 ຢ່າງເປັນທາງການແລ້ວ


ນາຍົກ Boris Johnson ຂອງອັງກິດ ໄປຢ້ຽມຢາມໂຮງໝໍ Guy ໃນມື້ທໍາອິດທີ່ມີການຄວບຄຸມການສັກຢາປ້ອງກັນໄວຣັສໂຄໂຣນາ ໃນນະຄອນລອນດອນ, ວັນທີ 8 ທັນວາ, 2020
ນາຍົກ Boris Johnson ຂອງອັງກິດ ໄປຢ້ຽມຢາມໂຮງໝໍ Guy ໃນມື້ທໍາອິດທີ່ມີການຄວບຄຸມການສັກຢາປ້ອງກັນໄວຣັສໂຄໂຣນາ ໃນນະຄອນລອນດອນ, ວັນທີ 8 ທັນວາ, 2020

ອັງກິດກຳລັງກຽມການປຸກລະດົມໃຫ້ຄົນສັກຢາປ້ອງກັນພະຍາດ COVID-19 ຢູ່.

ພະນັກງານທີ່ໃຫ້ບໍລິການດ້ານການແພດແຫ່ງຊາດຂອງປະເທດ, ຜູ້ທີ່ອາໄສຢູ່ໃນເຮືອນພັກຄົນຊະລາ ແລະຜູ້ດູແລສຸຂະພາບຂອງພວກເຂົາເຈົ້າ ໃນວັນອັງຄານມື້ນີ້ຈະເລີ່ມໄດ້ຮັບຢາວັກຊີນງວດທຳອິດ ໃນຈໍານວນສອງງວດ ທີ່ຮ່ວມກັນພັດທະນາຂຶ້ນມາໂດຍບໍລິສັດການຢາໄຟເຊີ (Pfizer) ຂອງສະຫະລັດ ແລະບໍລິສັດໄບໂອເອັນເທັກ (BioNTech) ຂອງເຢຍຣະມັນ.

ໂຄງການລິເລີ່ມດັ່ງກ່າວຈະເລີ້ມຕົ້ນຂຶ້ນໃນເວລາເກືອບໄດ້ 1 ອາທິດຫຼັງຈາກອົງການຄຸ້ມຄອງທາງການແພດຂອງລັດຖະບານໄດ້ໃຫ້ການອະນຸມັດແບບສຸກເສີນສຳລັບຢາວັກຊີນດັ່ງກ່າວ, ຊຶ່ງເຮັດໃຫ້ອັງກິດກາຍເປັນປະເທດຕາເວັນຕົກ ທຳອິດທີ່ກຽມພ້ອມທີ່ຈະເລີ່ມຕົ້ນສັກຢາກັນພະຍາດຢ່າງກວ້າງຂວາງ. ການອະນຸມັດດັ່ງກ່າວ ໄດ້ມີຂຶ້ນຫລາຍອາທິດຫລັງຈາກບໍລິສັດ Pfizer ໄດ້ປະກາດວ່າຢາວັກຊີນດັ່ງກ່າວໄດ້ສະແດງໃຫ້ເຫັນວ່າມີປະສິດທິຜົນສູງຫລາຍກວ່າ 90 ເປີເຊັນ ຫຼັງຈາກການທົດລອງທາງດ້ານຄລີນິກຄັ້ງສຸດທ້າຍ.

ອັງກິດໄດ້ຮັບຢາວັກຊີນຈາກບໍລິສັດ Pfizer /BioNTech 800,000 ກ່ອງ ໃນວັນອາທິດຜ່ານມາ, ເຊິ່ງເປັນຄັ້ງທຳອິດໃນຈຳນວນທັງໝົດ 40 ລ້ານກ່ອງ ທີ່ໄດ້ຊື້ຈາກ Pfizer. ອັງກິດມີປະຊາກອນທັງໝົດຫຼາຍກ່ວາ 66 ລ້ານຄົນ. ການສົ່ງຢາວັກຊີນດັ່ງກ່າວແມ່ນມີຄວາມສັບສົນຍ້ອນວ່າມັນຕ້ອງໄດ້ເກັບຮັກສາໄວ້ຢູ່ໃນຕູ້ເຢັນທີ່ເຢັນໃນອຸນຫະພູມຕໍ່າກວ່າ 70 ອົງສາແຊລຊຽສ.

ການາດາປະກາດໃນວັນຈັນວານນີ້ວ່າ ຕົນຈະໄດ້ຮັບຢາວັກຊີນອັນດຽວກັນໃນ ຈໍານວນທຳອິດໃນທ້າຍເດືອນທັນວານີ້.

ນາຍົກລັດຖະມົນຕີການາດາ, ທ່ານຈັສຕິນ ທຣູໂດ (Justin Trudeau) ກ່າວໃນວັນຈັນວານນີ້ວ່າ ຢາວັກຊີນຫລາຍເຖິງ 249,000 ກ່ອງຈະໄປຮອດປະເທດນັ້ນໃນເດືອນນີ້ ແລະ ອີກ 3 ລ້ານກ່ອງ ແມ່ນຈະຖືກສົ່ງໃຫ້ໃນຕົ້ນປີໜ້າ. ປະເທດການາດາມີປະຊາກອນຫຼາຍກວ່າ 37 ລ້ານຄົນ.

ໃນຄວາມຄືບໜ້າອີກຕ່າງຫາກນັ້ນ, ສະຖາບັນຊີຣໍາ (Serum) ຂອງອິນເດຍໄດ້ຂໍອະນຸຍາດນຳໃຊ້ຢາວັກຊີນກັນພະຍາດ COVID-19 ແບບສຸກເສີນພາຍໃຕ້ການພັດທະນາຂອງບໍລິສັດຜະລິດຢາຍັກໃຫຍ່ AstraZeneca ຂອງອັງກິດຮ່ວມມືກັບມະຫາວິທະຍາໄລ Oxford. ສະຖາບັນ Serum, ຜູ້ຜະລິດຢາວັກຊີນລາຍໃຫຍ່ທີ່ສຸດຂອງໂລກ, ກຳລັງເພິ່ງພາອາໄສຢາວັກຊີນຂອງບໍລິສັດ AstraZeneca / Oxford ເພາະວ່າມັນສາມາດເກັບຮັກສາໄວ້ໃນລະດັບ 2 ຫາ 8 ອົງສາແຊລຊຽສ ໄດ້, ເຊິ່ງກົງກັນຂ້າມກັບຄວາມຕ້ອງການຄວາມເຢັນທີ່ສຸດຂອງຢາວັກຊີນຂອງ Pfizer / BioNTech.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG