ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດ ໄດ້ອະນຸມັດ ໃຫ້ການຮັບຮອງແບບສຸກເສີນ ຢາວັກຊີນກັນ COVID-19 ຜະລິດໂດຍ Pfizer ແລະ BioNTech


ພວກເຂັມສັກຢາແມ່ນເຫັນໄດ້ຢູ່ຕໍ່ໜ້າ ປ້າຍເຄື່ອງໝາຍ ຂອງບໍລິສັດໄບໂອເອັນເທັກ (Biontech) ແລະ ຟາຍເຊີຣ (Pfizer) ຢູ່ໃນພາບຖ່າຍໃນວັນທີ 10 ພະຈິກ 2020.
ພວກເຂັມສັກຢາແມ່ນເຫັນໄດ້ຢູ່ຕໍ່ໜ້າ ປ້າຍເຄື່ອງໝາຍ ຂອງບໍລິສັດໄບໂອເອັນເທັກ (Biontech) ແລະ ຟາຍເຊີຣ (Pfizer) ຢູ່ໃນພາບຖ່າຍໃນວັນທີ 10 ພະຈິກ 2020.

ອັງກິດ ໄດ້ໃຫ້ການຮັບຮອງແບບສຸກເສີນ ຢາວັກຊີນປ້ອງກັນໂຄວິດ-19 ໃໝ່ ທີ່ໄດ້ພັດທະນາຂຶ້ນມາໂດຍ ບໍລິສັດເພສັດສະກຳຍັກໃຫຍ່ ຟາຍເຊີຣ (Pfizer) ທີ່ມີຫ້ອງການຢູ່ໃນສະຫະລັດ ໂດຍໄດ້ກາຍມາເປັນປະເທດຕາເວັນຕົກທຳອິດຂອງໂລກ ທີ່ພ້ອມຈະເລີ້ມການສັກຢາໃຫ້ແກ່ພົນລະເມືອງຢ່າງຫຼວງຫຼາຍ ເພື່ອກັນພະຍາດທີ່ໄດ້ເຮັດໃຫ້ປະຊາຊົນເກືອບ 64 ລ້ານຄົນ ໃນທົ່ວໂລກ ລົ້ມປ່ວຍ ຮວມທັງຜູ້ທີ່ໄດ້ເສຍຊີວິດແລ້ວ ຫຼາຍກວ່າ 1 ລ້ານ 4 ແສນຄົນ.

ອົງການຄຸ້ມຄອງວາງກົດລະບຽບຜະລິດຕະພັນຢາແລະດ້ານສາທາລະນະສຸກຂອງລັດຖະບານ ໄດ້ອະນຸມັດການຮັບຮອງໃນວັນພຸດວານນີ້ ສຳລັບຢາວັກຊີນ ຊຶ່ງບໍລິສັດ ຟາຍເຊີຣ ໄດ້ພັດທະນາຂຶ້ນມາ ພ້ອມກັບບໍລິສັດ ໄບໂອເອັນເທັກ (BioNTech) ຂອງເຢຍຣະມັນ. ການສັກຢາວັກຊີນອັນທຳອິດນີ້ ຈະເລີ້ມຕົ້ນໃນອາທິດໜ້າໂດຍພວກພະນັກງານອົງການສາທາລະນະສຸກແຫ່ງຊາດຂອງອັງກິດ ພວກຜູ້ອາໄສແລະພວກພະນັກງານ ຢູ່ທີ່ບ້ານຄົນຊະລາ ຄາດວ່າ ຈະໄດ້ຮັບບູລິມະສິດກ່ອນໝູ່.

ການຮັບຮອງດັ່ງກ່າວ ມີມາບໍ່ເທົ່າໃດອາທິດ ຫຼັງຈາກທີ່ບໍລິສັດຟາຍເຊີຣ ໄດ້ປະ ກາດວ່າ ຢາວັກຊີນ ໄດ້ສະແດງໃຫ້ເຫັນວ່າ ມີປະສິດທິພາບເກີນກວ່າ 90 ເປີ ເຊັນ ພາຍຫຼັງການທົດລອງຂັ້ນສຸດທ້າຍ ຢ່າງກວ້າງຂວາງໃນຄລີນິກ. ອັງກິດ ໄດ້ສັ່ງຢາວັກຊີນຫລ່ວງໜ້າກ່ອນແລ້ວ 40 ລ້ານຊຸດຫຼືໂດສ ຂອງບໍລິສັດ ຟາຍເຊີຣ-ໄບໂອເອັນເທັກ.

“ການອະນຸມັດນໍາໃຊ້ແບບສຸກເສີນຂອງມື້ນີ້ຢູ່ໃນອັງກິດ ເປັນຂີດໝາຍປະຫວັດ ສາດໃນການຕໍ່ສູ້ຕ້ານພະຍາດໂຄວິດ-19” ນັ້ນແມ່ນຄຳເວົ້າ ຂອງປະທານແລະຫົວໜ້າບໍລິຫານຂອງບໍລິສັດຟາຍເຊີຣ ທ່ານອາລເບີດ ບາວລາ (Albert Bourla) ທີ່ໄດ້ກ່າວໄປ.

ທ່ານບາວລາ ໄດ້ກ່າວໄປອີກວ່າ “ໃນຂະນະທີ່ພວກເຮົາຄາດການວ່າ ຈະມີການອະນຸມັດແລະຮັບຮອງຕື່ມອີກ ພວກເຮົາແມ່ນເພັ່ງເລັງໃສ່ເລື້ອງ ການເດີນໜ້າດ້ວຍລະດັບຄວາມຮີບດ່ວນແບບດຽວກັນຕໍ່ຄວາມປອດໄພໃນດ້ານການຕອບສະໜອງຢາວັກຊີນຄຸນນະພາບສູງ ໄປໃຫ້ທົ່ວໂລກ. ໂດຍມີປະຊາຊົນຫຼາຍພັນຄົນຈະຕິດເຊື້ອໄວຣັສໃນແຕ່ລະວັນສຳຄັນຫຼາຍ ໃນການເລັ່ງໂດຍລວມເພື່ອຍຸຕິໂຣກ ລະບາດທີ່ຮ້າຍກາດອັນນີ້.”

ສະຫະພາບຢູໂຣບ ກຳລັງພິຈາລະນາເບິ່ງວ່າ ຈະອະນຸມັດການຮັບຮອງແບບສຸກເສີນ ຕໍ່ຢາວັກຊີນຂອງບໍລິສັດຟາຍເຊີຣ-ໄບໂອເອັນເທັກ ພ້ອມກັນກັບ ຢາວັກຊີນອີກຊະນິດນຶ່ງ ທີ່ໄດ້ພັດທະນາຂຶ້ນໂດຍບໍລິສັດໂມເດີຣນາ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ຊຶ່ງໄດ້ພິສູດແລ້ວວ່າ ມີປະສິດທິພາບເຖິງ 94 ເປີເຊັນ ໃນຂັ້ນສຸດທ້າຍຂອງການທົດລອງໃນໂຮງໝໍ. ບັນດາເຈົ້າໜ້າທີ່ສະພາບຢູໂຣບ ແມ່ນຄາດວ່າ ຈະຕັດສິນໃຈຮັບເອົາຢ່າງໜ້ອຍ ນຶ່ງໃນຢາວັກຊີນດັ່ງກ່າວພາຍໃນທ້າຍເດືອນທັນວານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG