ອັງກິດ ແລະ ການາດາ ໄດ້ຈັດຕັ້ງກອງທຶນນຶ່ງຂຶ້ນ ໃນວັນພຸດວານນີ້ ເພື່ອຝຶກອົບຮົມ
ແລະ ສະໜອງການສະໜັບສະໜຸນດ້ານກົດໝາຍ ໃຫ້ແກ່ບັນດານັກຂ່າວ ຢູ່ໃນຂົງ
ເຂດບາງສ່ວນຂອງໂລກ ທີ່ເປັນຈຸດຮ້ອນແຮງ.
ສອງປະເທດດັ່ງກ່າວ ຫວັງວ່າ ປະເທດອື່ນໆ ຈະຄົງປະກອບສ່ວນເຂົ້າໃນກອງທຶນ
ປ້ອງກັນສື່ມວນຊົນຂອງໂລກ ຫຼື Global Media Defense Fund ຊຶ່ງ ຈະບໍລິຫານ
ງານໂດຍອົງການ UNESCO.
ອັງກິດ ບໍລິຈາກເງິນປະມານ 3 ລ້ານ 8 ແສນໂດລາ ແລະ ການາດາປະກອບສ່ວນນຳ
ປະມານ 765,000 ໂດລາ.
ອັງກິດຍັງໄດ້ປະກາດວ່າ ຕົນໄດ້ລິເລີ້ມ ໂຄງການອີກອັນນຶ່ງຕ່າງຫາກ ທີ່ມີມູນ ຄ່າ 18
ລ້ານ 8 ແສນໂດລາ ເພື່ອຕໍ່ສູ້ກັບສິ່ງທີ່ຫຼາຍໆຄົນເຫັນວ່າ ເປັນວິກິດການທີ່ເພີ້ມຄວາມ
ຮ້າຍແຮງຂຶ້ນນັບມື້ ຕໍ່ສື່ມວນຊົນອິດສະຫລະໃນທົ່ວໂລກ.
ກອງທຶນໃໝ່ດັ່ງກ່າວ ໄດ້ຖືກປະກາດ ໃນການກ່າວຄຳປາໄສ ໂດຍລັດຖະມົນຕີ ວ່າ
ການຕ່າງປະເທດຂອງອັງກິດ ທ່ານເຈີເຣີມີ ຮັ້ນຕ໌ ຢູ່ທີ່ ກອງປະຊຸມເພື່ອເສລີພາບ
ຂອງສື່ມວນຊົນໃນໂລກ ຫຼື Global Conference for Media Freedom ໃນ
ນະຄອນຫຼວງລອນດອນ. ກອງປະຊຸມນີ້ ຍັງມີຕໍ່ມາເຖິງວັນພະຫັດ ມື້ນີ້ ຊຶ່ງອັງກິດ
ແລະການາດາ ເປັນເຈົ້າພາບຮ່ວມກັນຈັດງານນີ້.
ໃນຄຳປາໄສຂອງທ່ານທ່ານຮັ້ນຕ໌ ໄດ້ເລົ່າເຖິງເລື້ອງຂອງນັກຂ່າວແຟຣນຊິສໂກ
ໂຣແມໂຣ ດີອັສ ຜູ້ທີ່ໄດ້ຖືກຂ້າຕາຍໃນເດືອນພຶດສະພາ ຢູ່ໃນພາກໃຕ້ຂອງເມັກ ຊິໂກ
ເພື່ອສະແດງໃຫ້ເຫັນເຖິງໄພອັນຕະລາຍທີ່ພວກນັກຂ່າວກຳລັງປະເຊີນໜ້າ ໃນແຕ່
ລະປີ. ເມື່ອປີກາຍນີ້ ທ່ານຮັ້ນຕ໌ ໄດ້ກ່າວວ່າ ນັກຂ່າວເກືອບ 100 ຄົນ ໄດ້ຖືກສັງຫານ
ສອງເທົ່າ ຫຼາຍກວ່າຈຳນວນຂອງການເສຍຊີວິດປະຈຳປີ ເມື່ອ 10 ປີທີ່ຜ່ານມານີ້.
ທ່ານນາງ ອາແມລ ຄລຸນນີ ທະນາຍຄວາມ ແລະເປັນນັກເຄື່ອນໄຫວ ຜູ້ທີ່ໄດ້ຕໍ່ສູ້ຄະດີ
ໃຫ້ແກ່ນັກຂ່າວຣອຍເຕີສອງຄົນທີ່ໄດ້ຖືກປ່ອຍໂຕຈາກຄຸກໃນມຽນມາເມື່ອ ບໍ່ດົນມານີ້
ໄດ້ໃຫ້ຂໍ້ສັງເກດຕໍ່ອົງການ Freedom House ທີ່ມີຫ້ອງການຕັ້ງຢູ່ ໃນນະຄອນຫຼວງ
ວໍຊິງຕັນ ຊຶ່ງໄດ້ໄດ້ພິມເຜີຍແຜ່ ບົດລາຍງານປະຈຳປີ ກ່ຽວກັບ ເສລີພາບດ້ານຂ່າວ
ສານໃນໂລກ ທີ່ລະບຸວ່າດັດຊະນີດ້ານເສລີພາບຂ່າວສານໃນທົ່ວໂລກ ມີການທົດຖອຍ
ເປັນປີທີ 13 ປີ ລຽນຕິດ.
ທ່ານນາງກ່າວວ່າ “ການທົດຖອຍລົງນີ້ ໃນເສລີພາບຂອງສື່ມວນຊົນ ບໍ່ພຽງແຕ່ ໝາຍ
ຄວາມວ່າ ພວກນັກຂ່າວ ມີສິດໜ້ອຍລົງກວ່າເກົ່າ. ມັນໝາຍຄວາມວ່າ ພວກເຮົາໝົດ
ທຸກຄົນ ກໍມີໜ້ອຍລົງດ້ວຍ.”