ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ໄດ້ປະກາດ ການເສຍຊີວິດ ຍ້ອນໂອໄມຄຣອນສາຍພັນໃໝ່ ຂອງໄວຣັສໂຄໂຣນາ ຄົນທຳອິດຂອງປະເທດ


ພວກຜູ້ຄົນລຽນແຖວຢູ່ດ້ານນອກ ສູນກາງສັກຢາວັກຊີນກັນໂຄວິດ-19 ຢູ່ທີ່ ໂຮງໝໍຂອງ St. Thomas ໃນນະຄອນຫຼວງລອນດອນ, ວັນທີ13 ທັນວາ 2021.
ພວກຜູ້ຄົນລຽນແຖວຢູ່ດ້ານນອກ ສູນກາງສັກຢາວັກຊີນກັນໂຄວິດ-19 ຢູ່ທີ່ ໂຮງໝໍຂອງ St. Thomas ໃນນະຄອນຫຼວງລອນດອນ, ວັນທີ13 ທັນວາ 2021.

ອັງກິດໄດ້ບັນທຶກການເສຍຊີວິດຍ້ອນໂອໄມຄຣອນສາຍພັນໃໝ່ຂອງໄວຣັສໂຄໂຣນາ ຜູ້ທຳອິດຂອງປະເທດ.

ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ໄດ້ປະກາດການເສຍຊີວິດດັ່ງກ່າວ ໃນວັນຈັນວານນີ້ ນຶ່ງວັນຫຼັງຈາກທີ່ທ່ານໄດ້ເຕືອນ ໃນລະຫວ່າງການກ່າວຄຳປາໄສທີ່ຖ່າຍທອດຜ່ານທາງໂທລະພາບທົ່ວປະເທດ ວ່າ ອັງກິດກຳລັງປະເຊີນກັບ “ຄື້ນຂະໜາດໃຫຍ່” ຂອງການລະບາດຮອບໃໝ່ຈາກໂອໄມຄຣອນ.

ທ່ານຈອນສັນ ໄດ້ປະກາດວ່າ ລັດຖະບານຂອງທ່ານ ໄດ້ເລີ້ມປຸກລະດົມໃຫ້ໝົດທຸກຄົນໃນປະເທດໄປສັກຢາວັກຊີນເຂັມທີສາມກັນໂຄວິດ-19 ພາຍໃນມື້ກ່ອນວັນປີໃໝ່ ໂດຍເລື່ອນວັນເສັ້ນຕາຍທີ່ໄດ້ປະກາດໄປກ່ອນໜ້ານີ້ ຂຶ້ນເຕັມນຶ່ງເດືອນ. ນາຍົກລັດຖະມົນຕີ ໄດ້ກ່າວວ່າ ທີມງານຂອງທະ ຫານຫຼາຍກວ່າ 40 ທີມ ຈະຖືກສົ່ງໄປປະຈຳການ ຢູ່ທົ່ວປະເທດເພື່ອຈັດຕັ້ງສູນກາງສັກຢາວັກຊີນຂຶ້ນຫຼາຍແຫ່ງ ແລະໄດ້ສັ່ງການໃຫ້ພວກແພດໝໍຂັ້ນຕົ້ນ ທີ່ຮູ້ຈັກກັນໃນອັງກິດ ຄື ພວກແພດປະຕິ ບັດງານທົ່ວໄປ ຫຼື GPs ເພື່ອໃຫ້ໂຈະການນັດໝາຍທັງຫຼາຍ ສຳລັບການກວດດ້ານການແພດໄວ້ເສຍກ່ອນ ເພື່ອຊ່ອຍບັນລຸເປົ້າໝາຍຂອງການສັກຢາວັກຊີນໃຫ້ແກ່ປະຊາຊົນ ໃຫ້ໄດ້ 1 ລ້ານຄົນຕໍ່ວັນ.

ລັດຖະບານ ໄດ້ຍົກລະດັບການເຕື່ອນໃຫ້ລະມັດລະວັງພະຍາດໂຄວິດ-19 ໃນວັນອາທິດຜ່ານມານີ້ ກ່ອນໜ້າການກ່າວຄຳປາໄສຂອງທ່ານຈອນສັນ ຈາກລະດັບ 3 ໃຫ້ເປັນລະດັບ 4 ອັນເປັນລະດັບສູງສຸດອັນດັບສອງ ຊຶ່ງເປັນການເຕືອນວ່າ ໂອໄມຄຣອນ ກຳລັງແຜ່ລະບາດໄວຂຶ້ນກວ່າ ສາຍພັນໃໝ່ແດລຕາ ທີ່ອາດຈະໜ່ວຍງານສາທາລະນະສຸກແຫ່ງຊາດ ຖ້ວມລົ້ນຂີດຄວາມສາມາດດ້ວຍກໍລະນີຕິດເຊື້ອໃໝ່ທັງຫຼາຍ. ການສຶກສາຄົ້ນຄວ້າເມື່ອບໍ່ດົນມານີ້ ໄດ້ຊີ້ໃຫ້ເຫັນວ່າ ເຂັມໂດສທີສາມ ແມ່ນມີປະສິດທີພາບໃນການປ້ອງກັນການຕິດແປດຈາກໂມໄມຄຣອນ ໄດ້ດີຫຼາຍກວ່າການສັກສອງເຂັມຕາມມາດຕະຖານນັ້ນ.

ການປຸກລະດົມເລັ່ງລັດສັກຢາວັກຊີນຂອງນາຍົກລັດຖະມົນຕີ ຈອນສັນ ມີຂຶ້ນໃນຂະນະທີ່ທ່ານກຳລັງປະເຊີນກັບການຖືກຕໍ່ຕ້ານຈາກບັນດາສະມາຊິກຂອງພາກອານຸລັກນິຍົມ ກ່ຽວກັບຂໍ້ຈຳກັດໃໝ່ຕ່າງໆຂອງລັດຖະບານທ່ານນັ້ນ ລວມມີຂໍ້ບັງຄັບໃຫ້ໃສ່ໜ້າກາກ ແລະຕ້ອງໃຫ້ຜູ້ຄົນສະແດງຫລັກຖານຢັ້ງຢືນວ່າ ພວກເຂົາໄດ້ສັກຢາວັກຊີນແລ້ວ ກ່ອນທີ່ພວກເຂົາຈະສາມາດເຂົ້າໄປໃນງານໃຫຍ່ຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG