ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2022 ເປັນປີທີ່ມີເສລີພາບໃນການສື່ຂ່າວ ຕໍ່າເປັນປະຫວັດການ


YE Press Freedom 2022 USAGM
please wait

No media source currently available

0:00 0:02:46 0:00

ການ​ຫຼຸດ​ຜ່ອນ​ມາດ​ຕະ​ການ​ຫ້າມ​ທີ່​ຖືກ​ກຳ​ນົດ​ຂຶ້ນ​ໃນ​ໄບ​ຍະ​ທີ່​ມີ​ການ​ລະ​ບາດຂອງ ໂຄວິດ-19 ໝາຍ​ຄວາມ​ວ່າ​ມີ​ນັກ​ຂ່າວ​ຈຳ​ນວນຫຼາຍກວ່າ​ເກົ່າ​ອອກ​ໄປ​ເຮັດ​ໜ້າ​ທີ່​ໃນ​ປີ 2022. ​ສິ່ງນັ້ນ ບວກ​ກັບ​ຄວາມ​ຂັດ​ແຍ້ງ​ຮ້າຍ​ແຮງ​ທີ່​ຂະ​ຫຍາຍ​ອອກ​ຢ່າງ ກວ້າງ​ຂວາງ ໄດ້​ເຮັດ​ໃຫ້​ການ​ສັງ​ຫານ ແລະ ຈັບ​ນັກ​ຂ່າວ​ເຂົ້າ​ຄຸກ​ເພີ່ມສູງ​ຂຶ້ນ. ນັກ​ຂ່າວ​ວີ​ໂອ​ເອ ລໍ​ແຣ​ລ ໂບ​ແມນ ມີ​ລາຍ​ງານ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຄວາມ​ຮຸນ​ແຮງ​ໃນ​ປະ​ເທດເມັກ​ຊິ​ໂກ, ສົງ​ຄາມ​ໃນຢູ​ເຄ​ຣນ, ກົດ​ໝາຍ​ທີ່​ກົດ​ຂີ່ ແລະ ການ​ປາບ​ປາມ​ຕໍ່​ສື່ມວນ​ຊົນ…ເຮັດ​ໃຫ້ ປີ 2022 ​ເປັນ​ປີ​ທີ່ຫຍຸ້ງ​ຍາກ​ລຳ​ບາກ.

ໂດຍມີ​ນັກ​ຂ່າວ​ຖືກ​ຈັບ​ເຂົ້າ​ຄຸກ​ຢູ່ໃນອີ​ຣ່ານ ສຳ​ລັບ​ການໄປ​ເອົາ​ຂ່າວ​ການ​ປະ​ທ້ວງ ຫຼື ຖືກ​ຂ້າ​ຕາຍ​ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ຫຼື ​ເວັ​ສ​ແບັ້ງ ໃນ​ຂະ​ນະ​ທີ່​ກຳ​ລັງ​ລາຍ​ງານ​ການ​ປະ​ທະ​ກັນ, ການ​ຈັບ​ກຸມ ແລະ ຄວາມ​ຮຸນ​ແຮງ​ເຖິງ​ແກ່​ຊີ​ວິດ ​ແມ່ນ​ສູງ​ຢູ່​ຕະຫຼອດ​ການ.

ກຸ່ມສິ້ງ​ຊອມ​ສື່ມວນ​ຊົນ​ເວົ້າວ່າ ເສ​ລີ​ພາບ​ໃນ​ການ​ລາຍ​ງານ​ຂ່າວ​ໃນ​ປີ 2022 ແມ່ນ​ໄດ້ຫຼຸດ​ລົງ.

ທ່ານ ເຄຼ​ຕັນ ໄວ​ເມີ, ຈາກ​ອົງ​ການ​ນັກ​ຂ່າວ​ທີ່ບໍ່​ມີ​ພົມ​ແດນ ໄດ້​ກ່າວ​ວ່າ “ບໍ່​ເປັນ​ຈັ່ງ​ໂຊກ, ພວກ​ເຮົາ​ໄດ້​ເຫັນ​ການ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນຈຳ​ນວນ​ນັກ​ຂ່າວ​ທີ່​ຖືກ​ກັກ​ຂັງ ແລະ ຖືກ​ຈັບ​ເປັນ​ໂຕ​ປະ​ກັນ ແລະ ຖືກ​ຂ້າ​ຕາຍ​ໃນ​ທົ່ວ​ໂລກ.”

ອົງ​ການ​ນັກ​ຂ່າວບໍ່​ມີ​ພົມ​ແດນ​ໄດ້​ລາຍ​ງານ​ວ່າ ມີນັກ​ຂ່າວ 533 ຄົນ​ໄດ້​ຖືກ​ກັກ​ຂັງ​ໃນ​ປີນີ້ ແລະ 57 ຄົ​ນ​ຖືກ​ຂ້າ​ຕາຍ. ຈີນ, ມຽນ​ມາ ແລະ ອີ​ຣ່ານ ແມ່ນປະ​ເທດ​ທີ່ຈັບ​ນັກ​ຂ່າວໄປ​ຂັງ​ຄຸກ​ຫລາຍ​ທີ່​ສຸດ, ໃນ​ຂະ​ນະ​ດຽວ​ກັນ ເມັກ​ຊິ​ໂກ, ຢູ​ເຄ​ຣນ ແລະເກາະ ເຮ​ຕີ ແມ່ນປ​ະ​ເທດ​ທີ່​ອັນ​ຕາຍ​ຮ້າຍ​ແຮງ​ເປັນ​ພິ​ເສດ​ທີ່​ຈະທຳ​ການ​ລາຍ​ງານ​ຂ່າວ​ໃນ​ປີ 2022.

ສົງ​ຄາມ​ຂອງຣັດ​ເຊຍ ໃນ​ຢູ​ເຄ​ຣນ ໄດ້​ປະ​ຮອຍແຜ​ຂະ​ໜາດ​ໃຫຍ່​ໄວ້, ໂດຍມົ​ສ​ກູ ໄດ້​ໃຊ້​ກົດ​ໝາຍ​ການ​ກົດ​ຂີ່​ທີ່​ແນ​ເປົ້າ​ໃສ່​ປາບ​ປາມ​ການ​ລາຍ​ງານ​ຂ່າວ, ແລະ ສື່ມວນ​ຊົນ​ທີ່​ສຳ​ຄັນຫຼາຍ​ແຫ່ງ ​ແມ່ນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ປິດ.

ໃນຢູ​ເຄ​ຣນນັ້ນ, ນັກ​ຂ່າວ​ເຮັດ​ວ​ຽກ​ເພື່ອ​ເຮັດ​ໃຫ້​ພະ​ນັກ​ງານມີ​ຄວາມ​ປອດ​ໄພ ແລະ ຜູ້​ຟັງ​ໄດ້ຮັບ​ຊາບ​ຂ່າວ.

ທ່ານ​ນາງ ໂອ​ລ​ກາ ຣູ​ເດັນ​ໂກ, ຫົວ​ໜ້າ​ບັນນາ​ທິ​ການ​ຂອງ​ອົງ​ການ​ຂ່າວອິ​ດ​ສະຫຼະ ກີ​ຢິບ ໄດ້​ກ່າວ​ວ່າ “ມັນ​ບໍ່​ເຄີຍເປັນ​ເລື້ອງ​ງ່າຍເລີຍ​ທີ່​ຈະໄປ​ເອົາ​ຂ່າວ​ໃນ​ສົງ​ຄາມ​ໃດໆ, ແຕ່​ໂດຍ​ສະ​ເພາະໃນ​ເວ​ລາ​ທີ່​ສົງ​ຄາມເກີດ​ຢູ່​ໃນ​ປະ​ເທດ​ຂອງ​ເຈົ້າ​ເອງ, ແລະ ເຈົ້າ​ບໍ່​ແມ່ນ​ພຽງແຕ່​ນັກ​ຂ່າວ​ຜູ້​ທີ່​ເດີນ​ທາງໄປ​ຮອດ​ຈຸດ​ເກີດ​ເຫດ ແລ້ວ​ກໍກັບ​ບ້ານໄປ​ຫາ​ບ່ອນປອດ​ໄພ. ແຕ່​ມັນ​ບໍ່​ມີ​ຄວາມ​ປອດ​ໄພ​ສຳ​ລັບ​ເຈົ້າ. ມັນ​ບໍ່​ມີ​ຄວາມ​ປອດ​ໄພ​ສຳ​ລັບ​ຄອບ​ຄົວ​ຂອງ​ເຈົ້າ.”

ແຕ່​ເຂດ​ສົງ​ຄາມບໍ່​ແມ່ນ​ບ່ອນ​ດຽວເທົ່າ​ນັ້ນ​ທີ່​ອັນ​ຕະ​ລາຍ​ສຳ​ລັບ​ສື່ມວນ​ຊົນ. ໃນ​ປະ​ເທດເມັກ​ຊິ​ໂກ, ຄວາມ​ຮຸນ​ແຮງ ແລະ ການ​ສັງ​ຫານ​ທີ່​ແນ​ເປົ້າ​ໃສ່​ນັກ​ຂ່າວ​ໄດ້​ພາ​ໄປ​ສູ່ປີ​ທີ່​ຮ້າຍ​ແຮງທີ່​ສຸດຂອງ​ປະ​ເທດ. ກຸ່ມ​ສິ້ງ​ຊອມ​ສິດ​ຂອງ​ນັກ​ຂ່າວ​ຢູ່​ທີ່​ນັ້ນ​ເວົ້າ​ວ່າ​ ຜົນ​ສະ​ທ້ອນ​ແມ່ນກວ້າງ​ຂວາງ.

ທ່ານ​ນາງ ປາວ​ລາ ຊາວ​ຊີ​ໂດ, ຈາກ​ກຸ່ມ​ສິດ​ທິມ​ະ​ນຸດ ມາດ​ຕາ​ທີ 19 ກ່າວ​ວ່າ “ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ຫ່ວງ​ທີ່​ສຸດ​ແມ່ນ​ຄວາມ​ຮຸນ​ແຮງ​ເຖິງ​ແກ່​ຊີ​ວິດ. ເພາະ​ວ່າ​ເວ​ລາ​ທີ່​ນັກ​ຂ່າວ​ຄົນ​ນຶ່ງ​ຖືກ​ຂ້າ​ຕາຍ, ສິ່ງ​ທີ່​ຮູ້​ຈັກດັ່ງ​ກັບ​ການ​ຄາດ​ຕະ​ກຳ​ສອງ​ຄັ້ງ​ເກີດ​ຂຶ້ນ: ຄື​ການ​ຄາດ​ຕະ​ກຳ​ຄົນ ແລະ ການ​ປົກ​ປິດ​ຂ່າວ ແລະ ການ​ສືບ​ສວນ​ສອບ​ສວນ ​ທີ່ບໍ່​ໄດ້​ຖືກລາຍງ​ານໃຫ້​ຮູ້. ມັນ​ແຮງຫຼາຍ, ມັນ​ເປັນ​ຄວາມ​ຢ້ານ​ກົວ ແລະ ການກວດ​ສອບ​ທີ່ບໍ່​ສາ​ມາດ​ເຫັນ​ລ່ວງ​ໜ້າໄດ້.”

ຈີນ ຍັງ​ສືບ​ຕໍ່​ເປັນ​ຜູ້​ນຳ​ໜ້າ​ໃນ​ການສິ້ງ​ຊອມກວດ​ກາ​ສື່ມວນ​ຊົນ, ແລະ ອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ​ແມ່ນ​ຮູ້​ສຶກ​ໄດ້​ໃນ​ເກາະ​ຮົງ​ກົງ. ບັນ​ດາ​ນັກ​ວິ​ເຄາະ​ເຊື່ອ​ວ່າ​ການ​ດຳ​ເນີນ​ຄະ​ດີ​ທີ່​ມີ​ປະ​ຊາ​ຊົນ​ຕິດ​ຕາມ​ຢ່າງຫຼວງຫຼາຍ​ຂອງ​ຜູ້​ກໍ່​ຕ້ອງ​ໜັງ​ສື​ພິມ Apple Daily ທ່ານ ຈິມ​ມີ ລາຍ ແມ່ນ​ໄດ້​ຖືກ​ໃຊ້​ເພື່ອ​ສົ່ງ​ຂໍ້​ຄວາມໃຫ້​ຮູ້​ກ່ຽວ​ກັບ​ບັນ​ຫານີ້.

ທ່ານ ຄີດ ຣິ​ດ​ຈ໌​ເບີກ, ຈາກ​ສະ​ໂມ​ສອນນັກ​ຂ່າວ​ຕ່າງ​ປະ​ເທດ​ຂອງ​ຮົງ​ກົງ ກ່າວ​ວ່າ “ແລະ ສະ​ນັ້ນ, ໂດຍ​ທີ່​ຄະ​ດີ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ພວກນີ້, ມັນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຮູ້​ວ່າ ຖ້າ​ສິ່ງນີ້​ສາ​ມາດ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ມີ​ຄວາມ​ສຳ​ຄັນ ແລະ ຮັ່ງ​ມີ​ຄື​ທ່ານ ຈິມ​ມີ​ ລາຍແລ້ວ ມັນ​ກໍ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ກັບ​ທຸກ​ຄົນ.”

ຢູ່​ບ່ອນ​ອື່ນ, ລັດ​ຖະ​ບານ​ທີ່​ກົດ​ຂີ່​ ເຊັ່ນ​ການ​ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັ້ນ​ການ​ເຂົ້າ​ຫາຂ່າວ​ທີ່​ໜ້າ​ເຊື່ອ​ຖື​ຂອງອັ​ຟ​ກາ​ນິ​ສ​ຖານ ນັ້ນ. ກຸ່ມ​ຕາ​ລີ​ບານ​ໄດ້​ຫ້າມ​ການ​ກະ​ຈາຍ​ສຽງ​ຂອງວິ​ທະ​ຍຸວີ​ໂອ​ເອ, ແຕ່​ບັນ​ດາ​ນັກ​ຂ່າວ​ເວົ້າ​ວ່າ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ເຮັດ​ແນວນັ້ນ.

ທ່ານ​ນາງ ຊາຍ​ສ​ຕາ ລາ​ດັດ ລາ​ມີ, ນັກ​ຂ່າວ​ວີ​ໂອ​ເອ​ພະ​ນັກ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ “ເຂົາ​ເຈົ້າ​ເຊື່ອ​ພວກ​ເຮົາ ແລະ ເຂົາ​ເຈົ້າ​ຢາກ​ໄດ້​ຍິນ​ຈາກພວກເຮົາ. ແລະ​ບໍ່​ວ່າ​ຈະ​ມີຫຍັງ​ເກີດ​ຂຶ້ນ​ກໍ່​ຕາມ, ເຂົາ​ເຈົ້າ​ຈະ​ຊອກ​ຫາ​ເຮົາ.”

Violence in Mexico, war in Ukraine, repressive laws and crackdowns directed at the media … 2022 has been a tough year.

With journalists jailed in Iran for covering protests

or killed in the West Bank covering clashes, arrests and deadly violence are at an all-time high.

Media watchdogs say press freedom in 2022 has declined.

“Unfortunately, we observed the sharpest increase in journalists who are being detained and held hostage and being killed around the world.”

Reporters Without Borders reports that 533 journalists were detained this year and 57 killed. China, Myanmar and Iran are the top jailers of journalists ... while Mexico, Ukraine and Haiti were particularly deadly countries to cover in 2022.

Russia’s war in Ukraine left a huge mark, with Moscow imposing repressive laws aimed at stifling reporting, and iconic news outlets were forced to close.

In Ukraine, journalists work to keep staff safe and audiences informed.

“It's never easy to cover any war, but especially so when it's a war that is in your country, and you're not just a journalist who arrives on the scene and then goes home to safety. But there is no safety for you. There is no safety for your family.”

But war zones aren’t the only danger for media. In Mexico, violence and the targeted killings of journalists led to the country's most deadly year. Media watchdogs there say the repercussions are wide.

“What worries us most is lethal violence. Because when a journalist is killed, something known as a double murder happens: the murder of the person and the silencing of the stories and investigations that are not going to be told. It has a very strong, cascading effect of fear and censorship.”

China continues to be a leading censor of media, and its influence is felt in Hong Kong. Analysts believe the high-profile trial of Apple Daily founder Jimmy Lai is being used to send a message.

“And so, with these national security cases, it puts everybody on notice that if this could happen to somebody as prominent and as wealthy as Jimmy Lai, it can happen to anybody.”

Elsewhere, repressive governments such as Afghanistan's seek to block access to credible news. The Taliban has banned VOA radio broadcasts, but journalists say they'll keep at it.

“They trust us and they want to hear us. And no matter what, they will find us.”

XS
SM
MD
LG