ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ມີວິທີ ລາຍງານ ການສໍ້ລາດບັງຫຼວງ ທີ່ງ່າຍຂຶ້ນ (ວີດີໂອ)


Bribespot: Fighting Corruption in Thailand One Click at a Time
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ

App ຫຼື ໂປຣແກຣມ ທີ່ຕິດຕັ້ງ ຫຼືໂຫຼດໃສ່ໃນມືຖືສະຫຼາດ ທີ່ສາມາດ ລາຍງານຈຸດ ຫຼືບ່ອນທີ່ມີການສໍ້ລາດບັງຫຼວງໃນໄທ ໄດ້ງ່າຍຂຶ້ນ

ການລາຍງານ ເລຶ່ອງການສໍ້ລາດບັງຫຼວງ ທີ່ຢ່າງໜ້ອຍແບບບໍ່ ເປັນທາງການໃນໄທໃນຂະນະນີ້ກໍາລັງກາຍເປັນວີທີທີ່ງ່າຍຂຶ້ນ
ດ້ວຍການ ໃຊ້ໂປຣແກຣມນຶ່ງຕິດຕັ້ງໃສ່ໃນໂທລະສັບມືຖືທີ່ສະ
ຫຼາດຫຼື smartphone ລະດັບສາກົນ ທີ່ເປັນພາສາໄທ. Steve
Herman ຜູ້ສື່ຂ່າວວີໂອເອ ມີ ລາຍລະອຽດຂອງເລຶ່ອງນີ້ຈາກ
ບາງກອກ ຊຶ່ງທອງປານ ຈະນໍາມາສະເໜີ ທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ດັ່ງທີ່ກໍາລັງເປັນຢູ່ໃນຫຼາຍໆປະເທດພວມພັດທະນານັ້ນ ການ
ຮັບ ຫຼື ການໃຫ້ສິນບົນ ແມ່ນມີຢູ່ທົ່ວທຸກຫົນແຫ່ງ ຢູ່ທຸກລະດັບ
ໜ່ວຍງານ ໃນປະເທດໄທ. ຜົນການສໍາຫຼວດ ຄວາມໂປ່ງໃສ
ລະດັບນານາຊາດ ພົບວ່າ ນຶ່ງໃນສີ່ຄົນໃດໃນໄທ ຍອມຮັບວ່າພວກຕົນ ໄດ້ໃຫ້ສິນບົນ ຢ່າງໜ້ອຍ ນຶ່ງເທື່ອຕໍ່ປີ.

ແຕ່ຄະນະກໍາມະການປາບປາມການສໍ້ລາດບັງຫຼວງພາກສ່ວນສາທາລະນະ ຂອງລັດ ຖະບານ ຫຼື PACC ເວົ້າວ່າຕົນໄດ້ຮັບຄໍາຮ້ອງທຸກຈາກປະມານ 4,000 ຄົນໃນ​ແຕ່​]ລະ ປີ ໂດຍຜ່ານໂທລະສັບສາຍ​ດ່ວນ ຈາກເວັບໄຊ້ແລະຢູ່ສູນຮັບແຈ້ງການຂອງຕົນ ທີ່ມີ ຄົນເຂົ້າມາລາຍງານໂດຍກົງນັ້ນ.

ບັດນີ້ ພວກປະຊາຊົນໃນໄທ ມີຊ່ອງ​ທາງ​ທີ່ສະດວກຫຼາຍຂຶ້ນ ເພື່ອລາຍງານກ່ຽວ​ກັບ ການສໍ້ລາດບັງຫຼວງ ແບບທີ່ບໍ່ເປັນທາງການ.

ໂປຣແກຣມ Bribespot ​ລຸ້ນທ້ອງຖິ່ນ ເປັນໂປຣແກຣມຊີ້ຈຸດບ່ອນໃດທີ່ມີການຮັບສິນ ບົນ ຊຶ່ງສ້າງໂດຍຊາວລີທົວເນຍຄົນນຶ່ງ ທີ່ອາໄສຢູ່ໃນປະເທດເຢຍຣະມັນ ສໍາລັບພວກ ທີ່ມີມືຖື smart phone ຫຼືມີເຄຶ່ອງຄອມພິວເຕີ ເພື່ອຈະຊີ້ຫຼືບອກຈຸດວ່າມີການຮັບຫຼືໃຫ້ ສິນ ບົນຢູ່ໃສ ແກ່ໃຜແລະເປັນເງິນ ຈໍານວນເທົ່າໃດ. ຫຼັງຈາກນັ້ນ ລາຍງານເຫຼົ່ານັ້ນ ກໍ ຈະຖືກພິມ ແລະບອກຈຸດແຜນທີ່ສໍ້ລາດບັງຫຼວງ ລົງໜ້າເວັບໄຊ້.

ທ່ານ ປຣະຢົງ ປຣີຢາຊິດ ຮອງເລຂາທິການໃຫຍ່ຂອງ ຄະນະກໍາມະການປາບປາມ ການ ສໍ້ລາດບັງຫຼວງພາກສ່ວນສາທາລະນະ ຫຼື PACC ເຫັນສິ່ງປະດິດດັ່ງ​ກ່າວນີ້ເປັນ ຕົວຊີ້ຈຸດທາງອິນເທີເນັດ ຫຼື blogspot ທີ່ຈະເປັນ ເຄຶ່ອງມືຊ່ວຍປາບປາມການສໍ້ລາດ ບັງຫຼວງໄດ້ເປັນຢ່າງດີ.

ທ່ານປຣະຢົງ ເວົ້າວ່າ: “ນັບວ່າມັນເປັນການຊົມໃຊ້ເທັກໂນໂລຈີທີ່ດີໆ ເພື່ອຊ່ວຍ ແກ້ໄຂບັນຫາການສໍ້ລາດບັງຫຼວງ. ແຕ່ຂ້າພະເຈົ້າກໍເປັນຫ່ວງກ່ຽວກັບວ່າທາງ ຫ້ອງການຂອງພວກເຮົາຈະຮັບຈໍານວນຄົນລາຍງານ ຫຼື ຮ້ອງທຸກເຂົ້າມາ ຢ່າງ ຖ້ວມລົ້ນທີ່ເທັກ​ໂນ​ໂລ​ຈີ​ດັ່ງ​ກ່າວ​ອ້າງວ່າສາມາດເຮັດໄດ້ ແຕ່ແນວໃດກໍ​ຕາມ ວິ ທີການນີ້ຖືວ່າເປັນປະໂຫຍດຫຼາຍທີ່ສຸດສໍາລັບໜ້າທີ່ຂອງພວກເຮົາ ແລະ ນາ ຍົກລັດຖະມົນຕີກໍຮັບຮອງໂຄງການນີ້ແລ້ວ.”

ບັນດາເຈົ້າໜ້າທີ່ໃນຄະນະກໍາມະການດັ່ງກ່າວ ເວົ້າວ່າ ພວກເຂົາເຈົ້າຕັ້ງ ໃຈທີ່ຈະກະ ຈາຍຂໍ້ມູນນີ້ ແກ່ເກົ້າຫ້ອງການປະຈໍາເຂດຂອງເຂົາເຈົ້າໃຫ້ທົ່ວເຖິງ ແລະໃຫ້ສາທາລະ ນະຊົນຮູ້ກ່ຽວກັບວິທີການໃໝ່ນີ້ ໃນການແຈ້ງລາຍລະອຽດຂອງການສໍ້ລາດບັງຫຼວງ ນັ້ນ.

ຍິງຄົນນຶ່ງປະຈໍາຫ້ອງການ ເວົ້າວາ: “ຂ້ອຍຕ້ອງຍອມຈ່າຍເງິນໃຫ້ຕໍາຫຼວດ ຄົນນຶ່ງ ເພາະຕໍາຫຼວດຜູ້ນັ້ນ ເວົ້າວ່າ ປ້າຍທະບຽນລົດຂ້ອຍເບິ່ງມົວບໍ່ງາມ ອ່ານຕົວ ເລກທະບຽນກໍບໍ່ແຈ້ງດີ. ສະນັ້ນຂ້ອຍຈຶ່ງຄິດວ່າ ໂປ​ຣ​ແກ​ຣມນີ້ອາດ ໃຫ້ຜົນປະ ໂຫຍດຫຼາຍ ຍ້ອນວ່າພວກເຮົາສາມາດບໍ່ຂໍອອກຊື່ສຽງລຽງນາມແລະພວກເຮົາ ກໍບໍ່ຮູ້ວ່າ ຈະລາຍງານເຫດການສໍ້ລາດບັງຫຼວງແບບນີ້ໃຫ້ຜູ້ໃດຊາບ.”

ຍິງຄົນນຶ່ງເວົ້າວ່າ: “ຂ້ອຍໄດ້ຍິນກ່ຽວກັບໂປຣແກຣມນີ້ແລ້ວ ຂ້ອຍຄິດວ່າ ມັນຈະ ເປັນປະໂຫຍດຫຼາຍ.”

ພະນັກງານຂາຍເຄື່ອງຄົນນຶ່ງເວົ້າວ່າ: “ຕາ​ໜ່າງສັງຄົມຕ່າງໆ ສາມາດຈະໃຫ້ປະ ໂຫຍດໄດ້ຫຼາຍຕໍ່ບັນຫານີ້. ແຕ່ໂປຣແກຣມທີ່ວ່ານີ້ ຕ້ອງໃຫ້ມີໜ້າທີ່ ປະຕິບັດ ການເພີ່ມອີກ ເພື່ອຈະສາມາດສະໜອງຫຼັກຖານ ໄດ້ຢ່າງພຽງພໍ ເຊັ່ນການບັນ ທຶກສຽງ ຫຼືຖ່າຍຮູບວິດີໂອໄດ້ ເປັນຕົ້ນ.”

ແຕ່ບາງຄົນ ໂຮມທັງໜັງສືພິມທ້ອງຖິ່ນສະບັບນຶ່ງ ຍັງບໍ່ແນ່ໃຈກ່ຽວກັບ ປະສິດທິພາບໃນ ຄວາມສາມາດບົ່ມຊ້ອນຂອງໂປຣແກຣມຊີ້ຈຸດນີ້ ໂດຍ ກ່າວວ່າ ໃນຂະນະການຮັບຫຼືໃຫ້ ສິນບົນເປັນເລຶ່ອງທີ່ກ່າວຂານກັນຢ່າງ ແຜ່ຫຼາຍໃນໄທກໍຕາມ ແຕ່ໂດຍທົ່ວໄປແລ້ວ ມັນ ກໍເປັນເລຶ່ອງທີ່ຍອມຮັບ ໂດຍມະຫາຊົນຢູ່. ຄືການຈ່າຍເງິນຫຼືການໃຫ້ສິນບົນແບບນັ້ນ ຈະເຮັດໃຫ້ຄ່າປັບໄໝລົດຕໍ່າລົງຈາກເຈົ້າໜ້າທີ່ຕໍາຫຼວດ ແລະກໍໄດ້ຮັບການບໍລິການທີ່ ວ່ອງໄວກວ່າ ຢູ່ໃນຫ້ອງການຕ່າງໆຂອງລັດຖະບານນັ້ນ.
XS
SM
MD
LG