ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເບ​ຣັກ​ສ໌​ຊິດ: ການ​ປະ​ຕິ​ບັດ​ງານ ໄດ້​ສຳ​ເລັດ​ລົງ​ແລ້ວບໍ່ ຫລື ​​ເປັນ​ພຽງ​ການ​ເລີ້ມ​ຕົ້ນ ເທົ່າ​ນັ້ນ?


ທ. ​ບໍ​ຣິ​ສ ຈອນ​ສັນ, ນາ​ຍົກ​​ ແລະ​ຫົວ​ໜ້າພັກ​ອະນຸ​ລັກ​ນິ​ຍົມຂອງ ອັງ​ກິດ ຖ່າຍ​ຮູບ​ສະ​ແດງ​ໃຫ້​ເຫັນ​ວ່າ ເພິ່ນ​ຈັບ​ຄ້ອນ​ຕີ ​ເພື່ອ​ຈະ​ຕອກ​ປ້າຍ "Get Brexit Done" ຢູ່​ໜ້າບ້ານ​ຂອງ​ຜູ້​ສ​ະໜັບ​ສະໜຸນ​ທ່ານ​ຄົນ​ນຶ່ງ ​ໃນ​ເມືອງ Benfleet ຂອງ​ອັງ​ກິດ, ວັນ​ທີ 11 ທັນ​ວາ 2019
ທ. ​ບໍ​ຣິ​ສ ຈອນ​ສັນ, ນາ​ຍົກ​​ ແລະ​ຫົວ​ໜ້າພັກ​ອະນຸ​ລັກ​ນິ​ຍົມຂອງ ອັງ​ກິດ ຖ່າຍ​ຮູບ​ສະ​ແດງ​ໃຫ້​ເຫັນ​ວ່າ ເພິ່ນ​ຈັບ​ຄ້ອນ​ຕີ ​ເພື່ອ​ຈະ​ຕອກ​ປ້າຍ "Get Brexit Done" ຢູ່​ໜ້າບ້ານ​ຂອງ​ຜູ້​ສ​ະໜັບ​ສະໜຸນ​ທ່ານ​ຄົນ​ນຶ່ງ ​ໃນ​ເມືອງ Benfleet ຂອງ​ອັງ​ກິດ, ວັນ​ທີ 11 ທັນ​ວາ 2019

ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ທີ່​ກ້ອງ​ກັງ​ວານ​ເມື່ອມໍ່ໆ​ມານີ້ ຂອງນາ​ຍົກ​ລັດ​ຖະມົ​ນ​ຕີ​ອັງ​ກິດ, ທ່ານ​ບໍ​ຣິ​ສ ຈອນ​ສັນ ທີ່ເປັນໄຊ​ຊະ​ນະອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພັກ​ອະນຸ​ລັກ​ນິ​ຍົມ ນັບ​ຕັ້ງ​ແຕ່ມີຜົນ​ສຳ​ເລັດທີ່​ໂດ່ງ​ດັງ​ໃນ​ປີ 1987 ​ຂອງທ່ານ​ນາງ ມາ​ກາ​ເ​ຣັດ ທັ​ສ​ຈ​ເຊີ (Margaret Thatcher), ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ທ່ານ ເປັນ​ຕົ້ນ​ມານັ້ນ ໄດ້​ເຮັດ​ໃຫ້​ມີ​ຄວາມ​ແນ່ນອນ​ວ່າ ອັງ​ກິດ​ຈະ​ອອກ​ຈາກສະ​ຫະ​ພາບ​ຢູ​ໂຣບ ຫລື ອີ​ຢູ ໃນ​ທ້າຍ​ເດືອນ​ມັງ​ກອນ​ຈະ​ມາ​ເຖິງນີ້ ເພື່ອ​ເຮັດ​ໃຫ້​ໄດ້​ຕາມ​ຄຳ​ໝັ້ນ​ສັນ​ຍາ ​ທີ່​ໄດ້​ໃຫ້​ໄວ້​ໃນການ​ໂຄ​ສະ​ນາ​ຫາສຽງ​ເພື່ອ​ໃຫ້ຖືກ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຄືນ​ອີກຕໍ່​ໄປ ທີ່ຈະ "ຖອນອັງ​ກິດອອກ​ຈາກ​ອີ​ຢູໃຫ້​ແລ້ວ" ຫລື “get Brexit done” ນັ້ນ​.

ແມ່​ນ​ແຕ່ ພວກທີ່​ຢາກ​ໃຫ້​ຢູ່​ຕໍ່​ໄປ ຫລື Remainers ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນຫວັງ​ວ່າ ຈະ​ໄດ້​ຈັດ​ໃຫ້​ມີ​ການ​ລົງ​ປະ​ຊາ​ມະ​ຕິ​ຄັ້ງ​ທີ​ສອງ​ ກ່ຽວ​ກັບ​ເບ​ຣັກ​ສ໌ຊິດ (Brexit) ເພື່ອ​ຕ່າວ​ປີ້ນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ປະ​ຊາ​ຊົນ​ໃນ​ປີ 2016 ຊຶ່ງ​ໃນ​ນັ້ນ​ມີ​ສຽງ​ສ່ວນ​ຫລາຍ​ລື່ນກັນ​ໜ້ອຍ​ດຽວ ​ໃນ​ການ​ລົງ​ຄະ​ແນນ​ສຽງເຫັນ​ດີໃຫ້ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບຢູ​ໂຣບນັ້ນ ກໍ​ຍັງ​ຍອມ​ຮັບ​ວ່າ ຄວາມ​ຫວັງ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ກາຍ​ເປັນ​ຈິງ​ໄດ້. ໂດຍ​ທີ່​ໄດ້​ຮັບ​ສຽງ​ສ່ວນ​ຫລາຍ 80 ສຽງຢູ່​ໃນ​ສະ​ພາ​ຕ່ຳ, ນິ​ຕິ​ກຳ​ໃນ​ການ​ຖອນ​ຕົວອອກ​ຈາກ​ອີ​ຢູ​ຂອງ​ທ່ານ​ຈອນ​ສັນ (Johnson) ທີ່​ຖືກ​ນຳ​ສະ ເໜີ​ໃນ​ວັນ​ພະ​ຫັດ​ວານນີ້ຢູ່​ໃນ​ສະ​ພາ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຢ່າງ​ງ່າຍ​ດາຍ​ເລີຍ.

​ສະ​ນັ້ນ ປີ​ໜ້ານີ້ ຈະ​ເປັນ​ປີ ​ທີ່​ປາດ​ສະ​ຈາກເບ​ຣັກ​ສ໌​ຊິດ (Brexit) ຫລືບໍ່? ​ເລື້ອງ​ລາວ​ຂອງການຖອນ​ອອກ​ຈາກ​ຢູ​ໂຣບໄປ ​ຂອງ​ອັງ​ກິດທີ່ແກ່​ຍາວມາ​ໄດ້ 3 ປີ ເຄິ່ງແລ້ວນັ້ນ ​ໃນ​ທີ່​ສຸດ​ກໍໄດ້​ສຳ​ເລັດລົງ​ບໍ່ ພາ​ຍ​ຫລັງ​ທີ່​ປະ​ເທດ​ດັ່ງ​ກ່າວໄດ້​ລົງ​ຄະ​ແນນ​ສຽງທີ່ຈະ​ອອກ​ແລ້ວ? ໃຫ້​ຄິດ​ຄືນ​ອີກ, ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນັກ​ວິ​ເຄາະ​ເຫດ​ການ​ທ່ານ​ນຶ່ງ. ອັງ​ກິດ ແລະ​ຢູ​ໂຣບອີກບໍ່​ດົນເທົ່າ​ໃດ ​ກໍ​ຈະ​ໄດ້​ເຂົ້າ​ສູ່ໄລ​ຍະ​ທີ​ສອງຂອງ​ການ​ເຈ​ລະ​ຈາ ແລະ​ອາດ​ຈະ​ເປັນ​ໄລ​ຍະ​ທີ່ມີ​ຄວາມຫຍຸ້ງ​ຍາກກວ່າ ກ່ຽວກັບ​ສາຍ​ພົວ​ພັນ​ທາງ​ການ​ເມືອງ ແລະ​ການ​ຄ້າ​ຂອງ​ພວກ​ເຂົາ​ເຈົ້າໃນອະ​ນາ​ຄົດ ແລະ​ພາ​ລະກິດ​ທ້າ​ທາຍ​ແມ່ນ​ສູ​ງສຳ​ລັບທັງ​ສອງ​ຝ່າຍ.

​ໃນການ​ກ່າວ​ຫລັງ​ຈາກ​ໄດ້​ຮັບ​ໄຊ​ຊະ​ນະ ທີ່​ຍິ່ງ​ໃຫຍ່​ຂອງ​ທ່ານໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ໃນ​ວັນ​ທີ 12 ທັນ​ວາ ຜ່ານ​ມານັ້ນ ທ່ານ​ຈອນ​ສັນເວົ້າ​ວ່າ ຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ເຊັ່ນ​ນັ້ນ​ຂອງ​ອັງ​ກິດ​ຢູ່​ໃນ​ຮອບ 4 ປີ​ ຜ່ານ​ມາ ໄດ້​ເນັ້ນ​ໃຫ້​ເຫັນ ການ​ຕັດ​ສິນ​ໃຈ​ຢ່າງ "ແນ້ວແນ່" ຂອງ​ປະ​ຊາ​ຊົນ​ອັງ​ກິດ​ ໃນ​ການ​ອອກ​ຈາກອີ​ຢູ (EU) ແລະ​ເຮັດ​ໃຫ້ "ການ​ນາບ​ຂູ່ທີ່ບໍ່​ດີ​ຍິ່ງ" ຂອງການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ ເບ​ຣັກ​ສ໌​ຊິດ (Brexit) ຄັ້ງ​ທີ​ສອງ ຊຶ່ງ​ເປັນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ປະ​ຊາ​ຊົນ​ຄືນ​ອີກ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ທັງ​ພັກ​ແຮງ​ງານ ຫລື Labour ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ​ສຳ​ຄັນ​ຂອງ​ອັງ​ກິດ ແລະພວກ​ສັງ​ກັດ​ພັກ​ເສ​ລີປະ​ຊາ​ທິ​ປັດ ຫລື Liberal Democrats ທີ່​ນິ​ຍົມ​ສາຍ​ກາງ.

​ແຕ່​ວ່າ ລັດ​ຖະ​ບານ​ຂອງ​ທ່ານຈອນ​ສັນ ຈະ​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ​ກັບບ​ຣັ​ສ​ເຊິ​ລສ໌ ໃນ​ທ້າຍ​ປີ 2020 ນີ້​ ຊຶ່ງ​ເປັນ​ເສັ້ນ​ຕາຍລະ​ບຸຢູ່​ໃນ​ຂໍ້​ຕົກ​ລົງ​ໃນ​ການ​ຖອນ​ຕົວ ທີ່​ກຳ​ນົດ​ໂດຍ​ລອນດອນ ແລະ ບ​ຣັ​ສ​ເຊິ​ລສ໌ ໃນ​ເດືອນ​ພະ​ຈິກ​ຜ່ານ​ມານັ້ນ ໄດ້​ຫລືບໍ່ນັ້ນ ເປັນ​ອີກ​ເລື້ອງ​ນຶ່ງ.

ອັງ​ກິດ​ຈະ​ຢູ່​ໃນ​ຂັ້ນ​ຕອນ​ການຂ້າມ​ຜ່ານ​ໄປ​ໃນເລື້ອງ​ເຂົ້າ​ຫາຕະ​ຫລາດ​ຮ່ວມ​ອັນ​ດຽວ​ຂອງອີ​ຢູ (EU) ແລະ​ລະ​ບົບພາ​ສີ​ຮ່ວມ​ກັນ ແລະ​ປະ​ເທດນີ້ ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ ພ້ອມ​ທັງ​ມາດ​ຕະ​ຖານ​ໃນ​ດ້ານ​ສິນ​ຄ້າ​ຂອງ​ອີ​ຢູອີກ​ຕໍ່​ໄປ​ຈົນ​ກວ່າວ່າ ​ຈະຮອດມື້​ໃນ​ກຳ​ນົດ​ເສັ້ນ​ຕາຍນັ້ນ.

ໄລ​ຍະ​ຂ້າມ​ຜ່ານ​ຫລັງ​ເບ​ຣັກ​ສ໌​ຊິດ (Brexit) ອາດ​ຈະ​ຖືກ​ຍືດເວ​ລາ​ອອກ​ໄປ​ໂດຍ​ການ​ມີ​ຂໍ້​ຕົກ​ລົງ​ຮ່ວມ​ກັນ ​ລະ​ຫວ່າງລອນດອນກັບບ​ຣັ​ສ​ເຊິ​ລສ໌ ທີ່​ອະ​ນຸ​ຍາດໃຫ້​ໄດ້ບໍ່​ກາຍ​ສອງ​ປີ ແຕ່​ວ່າ ທ່ານຈອນ​ສັນໄດ້​ຢືນ​ການ​ວ່າ ​ທ່ານ​ຈະ​ບໍ່​ຫາ​ທາງ​ຍືດ​ເວ​ລານັ້ນ​ອອກ​ໄປອີກ. ແລະ​ເພື່ອ​ເຮັດ​ໃຫ້​ເປັນ​ການ​ຊື່ນ​ຊອບ​ຕໍ່​ພວກ​ສະ​ມາ​ຊິກ​ພັກ​ອະ​ນຸ​ລັກ​ນິ​ຍົມ ທີ່​ຕໍ່​ຕ້ານ​ອີ​ຢູ ​ຫົວ​ຮຸນ​ແຮງຢູ່​ໃນ​ສະ​ພານັ້ນ ທ່ານ​ໄດ້​ຮັດ​ຕົວ​ເອງ​ຢູ່​ໃນ​ກອບ ໂດຍ​ການ​ເພີ້ມ​ຂໍ້​ກຳ​ນົດ​ໃໝ່​ອີກ​ ຢູ່​ໃນ​ນິ​ຕິ​ກຳ​ຂອງ Brexit ທີ່​ບໍ່ໄດ້ມີ​ຢູ່​ໃນກົດ​ໝາຍນັ້ນ ​ໃນເລື້ອງ​ຍືດ​ເວ​ລາ​ຂອງໄລ​ຍະ​ຂ້າມ​ຜ່ານ​ໃດໆ​ ອອກ​ໄປ​ອີກ.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG