ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເວລາຍັງເຫລືອໜ້ອຍທີ່ສຸດສໍາລັບ ເບຣັກຊິດ ຂະນະທີ່ EU ແລະ ອັງກິດ ບໍ່ເຫັນດີນໍາກັນ ຫລາຍຢ່າງ ໃນການເຮັດຂໍ້ຕົກລົງທາງການຄ້າ


ຫົວໜ້າເຈລະຈາຂອງ EU ກ່ຽວກັບ Brexit, ທ່ານ Michel Barnier ລົມກັບຜູ້ຕາງໜ້າຂອງຝຣັ່ງ, ທ່ານ Philippe Leglise-Costa, ປະຈໍາອີຢູ ຢູ່ໃນກອງປະຊຸມລະຫວ່າງເອກອັກຄະລັດຖະທູດຂອງບັນດາປະເທດອີຢູ ໃນນະຄອນຫລວງ Brussels ຂອງແບລຈ້ຽມ, ວັນທີ 7 ທັນວາ, 2020.
ຫົວໜ້າເຈລະຈາຂອງ EU ກ່ຽວກັບ Brexit, ທ່ານ Michel Barnier ລົມກັບຜູ້ຕາງໜ້າຂອງຝຣັ່ງ, ທ່ານ Philippe Leglise-Costa, ປະຈໍາອີຢູ ຢູ່ໃນກອງປະຊຸມລະຫວ່າງເອກອັກຄະລັດຖະທູດຂອງບັນດາປະເທດອີຢູ ໃນນະຄອນຫລວງ Brussels ຂອງແບລຈ້ຽມ, ວັນທີ 7 ທັນວາ, 2020.

ເບຣັກສ໌ຊິດ (Brexit) ໄດ້ຢູ່ໃນສະພາບຄ້າງຄາແບບເຄິ່ງຕໍ່ເຄິງໃນວັນຈັນມື້ນີ້ ຂະນະທີ່ອັງກິດແລະສະຫະພາບຢູໂຣບ ໄດ້ທຳຄວາມພະຍາຍາມບັ້ນສຸດທ້າຍເພື່ອເຮັດໃຫ້ຄວາມຄິດເຫັນທີ່ແຕກຕ່າງກັນຫລາຍທີ່ສຸດນັ້ນມາເຂົ້າກັນໄດ້ ເພື່ອຈະເຊັນຂໍ້ຕົກລົງການຄ້າທີ່ຈະເຮັດໃຫ້ຫລີກລ້ຽງການອອກຈາກສະຫະພາບ ຢູໂຣບ ໄປແບບບໍ່ເປັນລະບຽບພາຍໃນພຽງ 24 ວັນຂ້າງໜ້ານີ້.

ໃນຂະນະທີ່ຄວາມຢ້ານກົວວ່າເພີ່ມຂຶ້ນກ່ຽວກັບຄວາມສັບສົນຂອງ Brexit ທີ່ບໍ່ມີຂໍ້ຕົກລົງການຄ້າໃນວັນທີ 31 ທັນວາ ໃນຕອນທີ່ອັງກິດອອກຈາກວົງໂຄຈອນຂອງສະຫະພາບຢູໂຣບໄປນັ້ນ, ການເຈລະຈາຈະກັບມາ ເປີດຂຶ້ນອີກຢູ່ນະຄອນບຣັສເຊິລສ໌ (Brussels) ກ່ອນທີ່ນາຍົກລັດຖະມົນຕີ ໂບຣິສ ຈອນສັນ (Boris Johnson) ແລະປະທານຄະນະກຳມະການຢູ່ໂຣບ, ທ່ານ ເອີຊູລາ ວອນ ເດິ ເລເຢນ (Ursula von der Leyen) ທົບທວນສະຖານະການຄືນໃນຕອນແລງນີ້.

ນາຍົກລັດຖະມົນຕີໄອຮ໌ແລນ, ທ່ານ ໄມໂຄ ມາຕິນ (Micheal Martin) ກ່າວໃນວັນອາທິດວານນີ້ວ່າ ໂອກາດທີ່ຈະມີຂໍ້ຕົກລົງກັນໄດ້ແມ່ນພຽງແຕ່ 50 - 50 ໃນຂະນະທີ່ທະນາຄານການລົງທືນ JPMorgan ກ່າວວ່າ ໂອກາດໃນການອອກຈາກອີຢູ ໄປໂດຍທີ່ບໍ່ມີຂໍ້ຕົກລົງທາງການຄ້າຂາຍໄດ້ເພີ່ມຂຶ້ນ ຈາກ 20 ເປີເຊັນ ໄປເຖິງ 1/3.

ທ່ານເຊບັສຕຽນ ຟິສເຊີ (Sebastian Fischer), ໂຄສົກສໍາລັບສະພາບຢູໂຣບ ຫລື ອີຢູ (EU) ຂອງເຢຍລະມັນ, ຊຶ່ງເປັນປະເທດ ທີ່ເປັນປະທານອີຢູ ໃນປັດຈຸບັນກ່າວວ່າ: ມັນ “ເປັນຊົ່ວໂມງແຫ່ງການຕັດສິນໃຈສຳລັບອະນາຄົດຂອງການພົວພັນລະຫວ່າງ EU ກັບ ອັງກິດ.”

ການບໍ່ສມາດຮັບປະກັນໄດ້ວ່າຈະມີຂໍ້ຕົກລົງກັນນັ້ນ ຈະເຮັດໃຫ້ຊາຍແດນມີຄວາມສັບສົມ, ເຮັດໃຫ້ຕະຫຼາດການເງິນແຕກຕື່ນ ແລະລົບກວນລະບົບຕ່ອງໂສ້ກສະໜອງສິນຄ້າ ແລະບໍລິການທີ່ລະອຽດອ່ອນທີ່ແຜ່ລາມໄປທົ່ວຢູໂຣບແລະນອກເໜືອຈາກນັ້ນໄປອີກ ໃນຂະນະໂລກທີ່ພະຍາຍາມຮັບມືກັບຄ່າໃຊ້ຈ່າຍທາງດ້ານເສດຖະກິດທີ່ໃຫຍ່ຫລວງຍ້ອນການລະບາດຂອງພະຍາດ COVID-19 ຢູ່ນີ້.

ເປັນເວລາຫລາຍອາທິດມາແລ້ວທີ່ທັງສອງຝ່າຍໄດ້ເຈລະຈາກັນຢູ່ - ແຕ່ຍັງບໍ່ທັນໄດ້ຮັບຜົນຫຍັງເລີຍກ່ຽວກັບສິດທິໃນການຫາປາໃນເຂດນ່ານນໍ້າຂອງອັງກິດ, ການຮັບປະກັນການແຂ່ງຂັນທີ່ຍຸຕິທຳ ສຳລັບບໍລິສັດຕ່າງໆ ແລະວິທີການເພື່ອແກ້ໄຂຂໍ້ຂັດແຍ່ງໃນອະນາຄົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG