ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ບຣາຊີລ ທ່ານນາງ Dilma Rousseff ຈະຖືກຟ້ອງ ເພື່ອ​ປົດຈາກ​ຕຳ​ແໜ່​ງ


ພວກປະທ້ວງພາກັນຖືປ້າຍເປັນພາສາປອກຕຸຍການ ທີ່ອ່ານວ່າ "ລັດຖະປະຫານ" ລະຫວ່າງການປະທ້ວງ.
ພວກປະທ້ວງພາກັນຖືປ້າຍເປັນພາສາປອກຕຸຍການ ທີ່ອ່ານວ່າ "ລັດຖະປະຫານ" ລະຫວ່າງການປະທ້ວງ.

ປະທານາທິບໍດີ​ບຣາຊີ​ລ ທ່ານ​ນາງ Dilma Rousseff ອາດ​ຈະ​ຖືກ​ຟ້ອງເພື່ອປົດ​ທ່ານ​ ນາງ​ອອກ​ຈາກ​ຕຳ​ແໜ່​ງ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຂ້າງ​ໜ້າ ​ໃນ​ຂະນະ​ທີ່​ສະພາ​ສູງ​ຂອງ​ ປະ​ເທດ ​ເລີ້ມ​ອະພິປາຍ​ກັນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ວ່າ ຈະດຳ​ເນີນ​ຄະດີທ່ານ​ນາງຫລື​ບໍ່.

ການ​ລົງ​ຄະ​ແນ​ນສຽງ​ເພື່ອ​ປົດທ່ານ​ນາງ Rousseff ​ແລ​ະ​ເລີ້ມ​ການຟ້ອງ​ຮ້ອງດຳ​ເນີນ​ຄະ ດີຄາດ​ວ່າ ຈະ​ມີ​ຂຶ້ນໃນ​ຕອນ​ແລງ​ວັນ​ພຸດມື້ນີ້ ​ຫລື​ວ່າ​ໃນຕອນ​ເຊົ້າ​ວັນ​ພະຫັດ​ມື້​ອຶ່ນ.

ການ​ຢັ່ງຫາງ​ສຽງ​ຂອງໜັງສື​ພິມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະມາຊິກ​ສະພາ​ສູງ 50 ທ່ານ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງໃຫ້ດຳ​ເນີນ​ຄະດີທ່ານ​ນາງ ຊຶ່ງຫຼາຍ​ກວ່າ​ຄະ​ແນນສຽງ​ສ່ວນ​ ຫລາຍ​ທີ່ຕ້ອງການນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຍັງ​ບໍ່ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ​ວ່າ ​ບັນດາ​ສະມາ ຊິກ​ສະພາ​ສູງ​ເຫລົ່າ​ນີ້ຈະ​ພາກັນ​ລົງ​ຄະ​ແນນ​ສຽງ​ເພື່ອລົງ​ໂທດ​ທ່ານ​ນາງຫລື​ບໍ່.

ທ່ານ​ນາງ Rousseff ​ໄດ້​ຖືກ​ກ່າວ​ຫາວ່າ ສວຍ​ໃຊ້​ກອງ​ທຶນ​ເພື່ອ​ປິດ​ບັງ​ສະພາບການທາງ​ ດ້ານ​ເງິນ​ຂອງ​ປະ​ເທດ ລ​ະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ເພື່ອເຂົ້າ​ຮັບ​ຕຳ​ແໜ່​ງ ຕື່ມ​ອີກຂອງ​ທ່ານ​ນາງ​ ໃນ​ປີ 2014. ທ່າ​ນນາງ​ກ່າວ​ວ່າ ພວກ​ຝ່າ​ຍ​ຄ້ານ​ຂອງ​ທ່ານ​ ຮວມ​ທັງ​ ຮອງ​ປະທານາທິບໍດີ Michel Temer ຜູ້​ທີ່ຢູ່​ພາຍ​ໃຕ້​ການ​ສືບສວນ​ໃນ​ການ​ສໍ້​ລາດ​ບັງ​ ຫຼວງນັ້ນ ກໍ​ພະຍາຍາມ​ເຮັດ​ລັດຖະປະຫານ.

ປະທານີທິບໍດີ ບຣາຊີລ ທ່ານນາງ Dilma Rousseff
ປະທານີທິບໍດີ ບຣາຊີລ ທ່ານນາງ Dilma Rousseff

ການຟ້ອງ​ຮ້ອງ​ດຳ​ເນີນ​ຄະດີທ່ານ​ນາງ Rousseff ​ໄດ້ເປັນທີ່​ສັບສົນ​ໃນ​ວັນ​ຈັນ​ຜ່ານ​ມາ ປະທານ​ຊົ່ວຄາວ​ຂອງສະພາ​ຕໍ່າ ກ່າວ​ວ່າ​ ການ​ລົງ​ຄະ​ແນນ​ສຽງ ໃນ​ເດືອນ​ແລ້ວເພື່ອ​ສົ່ງ ​ເລື້ອງດັ່ງກ່າວ ​ໄປ​ຫາ​ສະພາ​ສູງ​ນັ້ນ​ບໍ່​ເປັນ​ທີ່​ສົມບູນ. ທ່ານ​ກ່າວ​ວ່າ ທ່ານ​ນາງ Rousseff ບໍ່​ເຄີ​ຍ​ໄດ້​ຮັບ​ໂອກາດ​ໃນ​ການ​ປ້ອງ​ກັນ​ໂຕ​ ຈຶ່ງ​ເຮັດ​ໃຫ້ການ​ລົງ​ຄະ​ແນນ​ສຽງຟ້ອງ​ຮ້ອງບໍ່​ ຖືກຕ້ອງ​ຕາມ​ກົດໝາຍ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຕໍ່ມາ​ທ່ານ​ໄດ້​ປ່ຽນ​ຄຳ​ເວົ້າ​ຂອງ​ທ່ານ​ ​ແລະ​ຜູ້ນຳ ຂອງ​ສະພາ​ສູງ​ທ່ານ Renan Calheiros ກ່າວ​ວ່າ ການ​ອະພິປາຍ ​ແລະ​ລົງ​ຄະ​ແນນ​ສຽງ​ຈະ​ດຳ​ເນີນ​ໄປຕາມ​ທີ່​ໄດ້​ກຳນົດ​ໄວ້ ​ໃນ​ວັນ​ພຸດ​ມື້​ນີ້​.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

XS
SM
MD
LG