ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Rousseff ຈະກ່າວ ຄຳປາໄສຕໍ່ ສະມາຊິກສະພາ ໃນການພິຈາລະນາຄະດີ ຟ້ອງໂທດທ່ານນາງ


ປະທານາທິບໍດີ ທີ່ຖືກສັ່ງໂຈະວຽກຊົ່ວຄາວຂອງ ບຣາຊິລ ທ່ານນາງ Dilma Rousseff ກ່າວໃນລະຫວ່າງ ການພົບປະ
ກັບປະຊາຊົນກຸ່ມເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໃນນະຄອນຫຼວງ ບຣາຊີເບຍ, ປະເທດ ບຣາຊິລ, 24 ສິງຫາ, 2016.
ປະທານາທິບໍດີ ທີ່ຖືກສັ່ງໂຈະວຽກຊົ່ວຄາວຂອງ ບຣາຊິລ ທ່ານນາງ Dilma Rousseff ກ່າວໃນລະຫວ່າງ ການພົບປະ ກັບປະຊາຊົນກຸ່ມເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໃນນະຄອນຫຼວງ ບຣາຊີເບຍ, ປະເທດ ບຣາຊິລ, 24 ສິງຫາ, 2016.

ການພິຈາລະນາຄະດີຟ້ອງໂທດປະທານາທິບໍດີ ບຣາຊິລ ທ່ານ Dilma Roussell ທີ່ຖືກ ສັ່ງໂຈະວຽກຊົ່ວຄາວ ໄດ້ມີຜົນສະຫຼຸບເປັນມື້ທີ 3 ໃນຕອນແລງຂອງວັນເສົາວານນີ້ ດ້ວຍ ການສອບປາກຄຳຂອງສັກຂີພິຍານ 2 ຄົນທີ່ຖືກເອີ້ນມາໂດຍຝ່າຍຈຳເລີຍ.

ທ່ານນາງ Rousseff ອາຍຸ 68 ປີ ກຳລັງຖືກພິຈາລະນາໂທດສຳລັບການຕັ້ງໃຈລະເມີດ ກົດລະບຽບດ້ານການເງິນ ໃນງົບປະມານລັດຖະບານກາງ ຂອງ ບຣາຊິລ.

ອະດີດລັດຖະມົນຕີກະຊວງການເງິນ ທ່ານ Nelson Henrique Barbosa ແລະ ອາຈານ ສອນກົດໝາຍທີ່ມະຫາວິທະຍາໄລ Rio de Janeiro ທ່ານ Ricardo Lodi ໄດ້ຖືກນຳ ມາສອບປາກຄຳ ແລະ ກ່າວວ່າ ທ່ານນາງ Rousseff ບໍ່ໄດ້ລະເມີດກົດໝາຍໃດໆ.

ທ່ານ Barbosa ກ່າວວ່າ “ມັນບໍ່ມີຫຍັງຜິດກົດໝາຍພຽງແຕ່ໜ້ອຍດຽວ. ເຮົາຈະບໍ່ສາ ມາດປະຕິບັດການໂດຍຕີຄວາມໝາຍໃໝ່ຂອງກົດໝາຍໄດ້ ຫຼັງຈາກມັນໄດ້ມີຜົນບັງ ຄັບໃຊ້ ມາແລ້ວໃນເມື່ອກ່ອນ.”

ໃນວັນຈັນມື້ອື່ນນີ້,​ ທ່ານນາງ Rousseff ຈະກ່າວຄຳປາໄສຕໍ່ບັນດາສະມາຊິກສະພາສູງ, ທ່ານນາງຄາດວ່າຈະກ່າວຢ່າງໜ້ອຍເຄິ່ງຊົ່ວໂມງ. ຫຼັງຈາກນັ້ນ, ບັນດາເຈົ້າໜ້າທີ່ຈຶ່ງຈະ ສາມາດຊັກຖາມໄດ້.

ຫຼັງຈາກຫຼາຍມື້ຂອງການປຶກສາຫາລືກັນຢ່າງຮອບຄອບ, ບັນດາສະມາຊິກສະພາສູງຈະ ໄດ້ລົງຄະແນນສຽງ ກ່ຽວກັບວ່າ ຈະປົດທ່ານນາງ Rousseff ອອກຈາກຕຳແໜ່ງຢ່າງຖາ ວອນ ຫຼື ບໍ່. ຈາກບັນດາສະມາຊິກສະພາສູງ 81 ຄົນ, 54 ຄົນຕ້ອງໄດ້ລົງຄະແນນສຽງຄັດ ຄ້ານທ່ານນາງ ກ່ອນຈະເຮັດໃຫ້ການກ່າວໂທດນັ້ນກາຍເປັນສິ່ງຖາວອນ.

ປະທານາທິບໍດີຊົ່ວຄາວ ທ່ານ Michel Temer ສາມາດປະຕິບັດໜ້າທີ່ໄປຈົນຮອດສະ ໄໝການດຳລົງຕຳແໜ່ງຂອງທ່ານນາງ Rousseff ສິ້ນສຸດລົງໃນປີ 2018.

ພວກຜູ້ກ່າວຫາທີ່ໄດ້ລາຍງານຄະດີດັ່ງກ່າວໃນສັບປະດາທີ່ຜ່ານມາກ່າວວ່າ ທ່ານນາງ Rousseff ໄດ້ມີຄວາມຜິດທາງອາຍາ ແລະ ມີຄວາມຮັບຜິດຊອບສຳລັບຄວາມຕົກຕ່ຳ ດ້ານເສດຖະກິດຢ່າງໃຫຽ່ຂອງ ບຣາຊິລ ອັນເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງ ອາເມຣິກາ ລາຕິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG