ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດໂຄສົກ Brazil ປະເຊີນໜ້າກັບການຖືກ ລົງຄະແນນສຽງໃຫ້ລາອອກຈາກຕຳແໜ່ງ


Brazil Politics
please wait
Embed

No media source currently available

0:00 0:00:33 0:00

ສະພາ​ຕ່ຳ​ຂອງ Brazil ​ໄດ້​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ຈັນ​ວານ​ນີ້ ທີ່​ຈະ​ປົດອອກ​ຈາກ​ຕຳ​ແໜ່​ງ ສະມາຊິກ​ສະພາ​ສູງ ​ຊຶ່ງ​ເປັນ​ຜູ້​ນຳພາ​ໃນ​ການ​ຟ້ອງ​ຮ້ອງ​ ອະດີດ​ປະທານາທິບໍດີ ທ່ານນາງ Dilma Rousseff.

ການ​ລົງ​ຄະ​ແນນ​ສຽງ ​ເພື່ອ​ປົດ​ທ່ານ Eduado Cunha ອອກ​ຈາກ​ຕຳ​ແໜ່​ງ ​ແມ່ນ​ຖ້ວມ​ລົ້ນ 450 ຕໍ່ 10 ​ຄະ​ແນນ.

ທ່ານ​ໄດ້​ຖືກ​ກ່າວ​ຫາ​ວ່າ ຕົວະ​ກ່ຽວ​ກັບບັນຊີ​ລັບ​ໃນ​ທະນາຄານ​ທີ່​ປະ​ເທດ Switzerland
ທ່ານ Cunha ​ໄດ້​ກ່າວ​ວ່າ ຊັບ​ສິນ​ຂອງ​ທ່ານ​ໄດ້​ຖືກ​ເກັບ​ໄວ້​ໃນ​ບັນຊີ ​ທີ່​ທ່ານ​ເອງ​ບໍ່​ໄດ້​ເປັນ
​ຜູ້​ຄວບ​ຄຸມ.

​ໃນອີກ​ເລື້ອງ​ນຶ່ງນັ້ນ​ ທ່ານ Cunha ແມ່ນມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ມີ​ການ​ກ່າວ​ຫາ​ວ່າພົວພັນ​ກັບບໍລິສັດ​ນ້ຳມັນລັດ​ວິ​ສາ​ຫະກິດ Petrobas.

​ການລົງ​ຄະ​ແນນ​ສຽງຂອງ​ສະພາສູງ Brazil ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ເດືອນ​ແລ້ວ​ນີ້ ​ປົດ​ທ່ານ Rousseff ອອກ​ຈາກ​ໜ້າ​ທີ່ ​ຍ້ອນ​ລະ​ເມີດ​ກົດ​ງົບປະມານ​ຂອງ​ລັດຖະບານ​ກາງ.

ທ່ານ​ນາງ Rousseff ​ໄດ້​ຖືກ​ກ່າວ​ຫາວ່າ ​ໃຊ້​ເງິນ​ຢ່າງ​ຜິດ​ກົດໝາຍ​ຈາກ​ທະນາຄານ​ຂອງ​ລັດ ​ເພື່ອ​ໄປ​ຖົມ​ຂຸມ​ງົບປະມານ​ຂອງ​ລັດຖະບານ​ກາງ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຫາ​ສຽງ ຄວາມ​ນິຍົມ​ຊົມ​ຊອບ ​ກ່ອນ​ໜ້າການ​ເລືອກ​ຕັ້ງປະທານາທິບໍດີ ​ໃນ​ປີ 2014. ທ່ານ​ນາງໄດ້​ປະຕິ​ເສດ​ຕໍ່​ການ​ກະທຳ​ຜິດ​ໃດໆ ​ແລະ​ໄດ້​ກ່າວ​ວ່າ ​ຝ່າຍ​ຄ້ານທາງ​ການ​ເມືອງ​ຂອງທ່ານ​ນາງ ​ໄດ້​ໃຊ້​ການ​ຟ້ອງຮ້ອງ​ດຳ​ເນີນ​ຄະດີ ​ເພື່ອ​ປົດ​ທ່ານ​ນາງ​ອອກຈາກ ຕຳ​ແໜ່​ງ ​ແລະ​ເປັນ​ບ່ອນ​ທຳລາຍ​ປະຊາທິປະ​ໄຕ​ໃນ Brazil​.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG