ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. ບົວສີ ກິຕິພັນ, ອະດີດນາຍທະຫານ ຖືກສົ່ງໄປຢູ່ໃນນິວຢອກ ແລ້ວຈຶ່ງໄດ້ຍົກຍ້າຍໄປຢູ່ ເມືອງແຟຣສໂນ, ລັດຄາລິຟໍເນຍ


ທ່ານບົວສີ ກິດຕິພັນ, ຖ່າຍຮູບກັບຫລານຊາຍ ທີ່ແຕ່ງງານໃນເເມືອງແຟຣສໂນ ຢູ່ພາກກາງຂອງລັດຄາລິຟໍເນຍ
ທ່ານບົວສີ ກິດຕິພັນ, ຖ່າຍຮູບກັບຫລານຊາຍ ທີ່ແຕ່ງງານໃນເເມືອງແຟຣສໂນ ຢູ່ພາກກາງຂອງລັດຄາລິຟໍເນຍ

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ແລງວັນອາທິດມື້ນີ້ ທ່ານບົວສີ ກິດຕິພັນຈາກເມືອງແຟຣສໂນ ທາງ ພາກກາງຂອງລັດຄາລີຟໍເນຍ ຈະມາລົມສູ່ຟັງ ກ່ຽວກັບປະຫວັດຄວາມເປັນມາຂອງຄອບຄົວເພິ່ນ ໃນການມາຕັ້ງຖິ່ນຖານ ຢູ່ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວໃນນະຄອນດັ່ງກ່າວຊຶ່ງ ບົວສະຫວັນຈະນຳເອົາບົດສຳພາດມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

ທ່ານບົວສີ ກິດຕິພັນ ໃນຕອນເປັນນັກສຶກສາດ້ານສື່ສານຢູ່ນະຄອນຫລວງວຽງຈັນກ່ອນ ປີ 1975
ທ່ານບົວສີ ກິດຕິພັນ ໃນຕອນເປັນນັກສຶກສາດ້ານສື່ສານຢູ່ນະຄອນຫລວງວຽງຈັນກ່ອນ ປີ 1975

ທ່ານບົວສີ ກິດຕິພັນ, ເກີດຢູ່ເມືອງໂພນທອງ, ແຂວງຈໍາປາສັກ ແລະເປັນອະດີດນາຍທະຫານດ້ານສື່ສານໃນສະໄໝລັດຖະບານຣາດຊະອານາຈັກລາວ ຊຶ່ງທ່ານເລົ່າເຖິງປະຫວັດຂອງທ່ານ ກ່ອນຈະມາຕັ້ງຖິ່ນຖານຢູ່ໃນສະຫະລັດນັ້ນສູ່ຟັງວ່າ:

ຫລັງຈາກມາເຖິງສະຫະລັດແລ້ວທ່ານກໍໄດ້ຕັ້ງໃຈທໍາມາຫາກິນຢູ່ໃນນະຄອນ ນິວຢອກ, ທາງຕາເວັນອອກຂອງສະຫະລັດເປັນໄລຍະນຶ່ງແລ້ວຈຶ່ງຍົກຍ້າຍມາຕັ້ງ ຖິ່ນຖານຢູ່ໃນລັດຄາລີຟໍເນຍທີ່ຢູ່ຟາກຕາເວັນຕົກຂອງປະເທດ ຊຶ່ງທ່ານເລົ່າເຖິງເລື້ອງນີ້ສູ່ຟັງວ່າ:

ທ່ານບົວສີ ກິດຕິພັນ ພ້ອມພັນລະຍາ ແລະລູກ 2 ຄົນຂອງທ່ານຕອນມາຕັ້ງຖິ່ນຖານໃໝ່ ໃນເເມືອງແຟຣສໂນ
ທ່ານບົວສີ ກິດຕິພັນ ພ້ອມພັນລະຍາ ແລະລູກ 2 ຄົນຂອງທ່ານຕອນມາຕັ້ງຖິ່ນຖານໃໝ່ ໃນເເມືອງແຟຣສໂນ

ຈາກນັ້ນ ທ່ານກໍໄດ້ຕັ້ງໃຈສຶກສາຮໍ່າຮຽນເອົາວິຊາຄວາມຮູ້ ແລະສ້າງຖານະຄອບ ຄົວ ແລະປະກອບສ່ວນຊ່ວຍເຫລືອຊຸມຊົນລາວໄປນໍາ ຊຶ່ງທ່ານເລົ່າເຖິງການຍົກຍ້າຍຖິ່ນຖານຂອງທ່ານເອງກັບຊຸມຊົນລາວໄປຢູ່ເມືອງແຟຣສໂນສູ່ຟັງວ່າ:

ລັດຄາລິຟໍເນຍ ໂດຍສະເພາະແມ່ນຢູ່ເມືອງແຟຣສໂນ ແລະນະຄອນແຊນດິໂກ, ແມ່ນມີຄົນລາວທີ່ມາຈາກສູນອົບພະຍົບ ແລະຈາກລັດອື່ນ ຫລັ່ງໄຫລເຂົ້າໄປຢູ່ຫລາຍໃນໄລຍະທ້າຍໆປີ 1980 ຫາປີ 2000 ເນື່ອງຈາກມີ ການຊ່ວຍເຫລືອ ດ້ານສະຫວັດດີການສັງຄົມຫລາຍ ຊຶ່ງທ່ານບົວສີເອງກໍໄດ້ ປະກອບສ່ວນໃນຊ່ວຍເຫລືອສັງຄົມໂດຍໄດ້ຮ່ວມຈັດຕັ້ງສະມາຄົມຫາທຶນມາຊ່ວຍເຫລືອຂຶ້ນມາ ຊຶ່ງທ່ານເລົ່າໃຫ້ວີໂອເອຟັງວ່າ:

ນັບແຕ່ປີ 2000 ເປັນຕົ້ນມາ ເນື່ອງຈາກວ່າທາງລັດຖະບານສະຫະລັດ ໄດ້ຕັດ ເງິນຊ່ວຍເຫລືອດ້ານສະຫວັດດີການລົງ ເມື່ອຊາວອົບພະຍົບສ່ວນໃຫຍ່ ສາມາດ ຕັ້ງຕົວໄດ້ແລ້ວ ຊຶ່ງຫລາຍຄົນກໍໄດ້ຮໍ່າຮຽນເອົາຄວາມຮູ້ໄປປະກອບອາຊີບ ແລະ ພາກັນຍົກຍ້າຍໄປຢູ່ລັດອື່ນຕາມວຽກງານຂອງເຂົາເຈົ້າ. ສະນັ້ນ ປັດຈຸບັນນີ້ ຄົນ ເຊື້ອສາຍລາວອາໄສຢູ່ແຟຣສໂນຫລຸດລົງຫລາຍ ແຕ່ແນວໃດກໍຕາມຍັງເປັນເມືອງທີ່ມີຄົນລາວ ແລະຄົນມົ້ງອາໄສຢູ່ຢ່າງຫລວງຫລາຍເມື່ອທຽບໃສ່ລັດ ແລະ ເມືອງອື່ນໆຂອງສະຫະລັດ, ອີງຕາມທ່ານບົວສີ.

ທ່ານບົວສີ ກິດຕິພັນ (ກາງ), ພ້ອມພັນລະຍາຂອງທ່ານ (ກາງ) ແລະໝູ່ເພື່ອນໄປເຮັດບຸນຢູ່ທີ່ວັດແຫ່ງນຶ່ງໃນເເມືອງແຟຣສໂນ
ທ່ານບົວສີ ກິດຕິພັນ (ກາງ), ພ້ອມພັນລະຍາຂອງທ່ານ (ກາງ) ແລະໝູ່ເພື່ອນໄປເຮັດບຸນຢູ່ທີ່ວັດແຫ່ງນຶ່ງໃນເເມືອງແຟຣສໂນ

ເນື່ອງຈາກສະພາບດິນຟ້າອາກາດອັນອົບອຸ່ນໃນເຂດພາກກາງຂອງລັດຄາລິຟໍ ເນຍຊຶ່ງຄ້າຍໆກັບອາກາດຢູ່ລາວ ກໍຄືອຸນຫະພູມຈະຢູ່ໃນລະດັບ 37 ເຖິງ 40 ອົງສາແຊນຊຽສ ໃນລະດູຮ້ອນ. ສ່ວນລະດູໜາວກໍບໍ່ໜາວຫລາຍໃນຈຶ່ງອໍານວຍ ຄວາມສະດວກໃນການປູກພືດເຂດຮ້ອນ ແລະເຂດນີ້ກໍເປັນເຂດກະສິກໍາສົ່ງ ພືດ ພັນສົດໃຫ້ບັນດາລັດຕ່າງໆ ໄດ້ຕະຫລອດປີ. ຊາວລາວຢູ່ເຂດແຟຣສໂນສ່ວນ ໃຫຍ່ກໍມັກເຮັດສວນ, ເຮັດຟາມປູກພືດເປັນສິນຄ້າ ເພື່ອສົ່ງໃຫ້ບໍລິສັດຂາຍົກດ້ານ ກະສິກໍາ ຊຶ່ງທ່ານບົວສີເລົ່າເຖິງເລື້ອງນີ້ສູ່ຟັງ:

ທ່ານເລົ່າກ່ຽວກັບເລື້ອງນີ້ຕໍ່ໄປອີກວ່າ:

ທ່ານບົວສີ ກິດຕິພັນ, ຖ່າຍຮູບກັບຫລານຊາຍທີ່ແຕ່ງງານໃນເເມືອງແຟຣສໂນ, ລັດຄາລິຟໍເນຍ
ທ່ານບົວສີ ກິດຕິພັນ, ຖ່າຍຮູບກັບຫລານຊາຍທີ່ແຕ່ງງານໃນເເມືອງແຟຣສໂນ, ລັດຄາລິຟໍເນຍ

ນອກນັ້ນກໍຍັງມີຄົນເຊື້ອສາຍລາວ ແລະມົ້ງຈໍານວນນຶ່ງ ເຮັດການຄ້າຂາຍເຊັ່ນ ຕັ້ງຮ້ານອາຫານ ແລະຂາຍເຄື່ອງຍ່ອຍຂອງເອເຊຍອີກ ດັ່ງທີ່ທ່ານບົວສີ ເລົ່າສູ່ ຟັງວ່າ:

ທ່ານບົວສີ ກິດຕິພັນ ພ້ອມພັນລະຍາ ທີ່ວັດພຸດໂພທະຣາມ ໃນເເມືອງແຟຣສໂນ
ທ່ານບົວສີ ກິດຕິພັນ ພ້ອມພັນລະຍາ ທີ່ວັດພຸດໂພທະຣາມ ໃນເເມືອງແຟຣສໂນ

ເມື່ອຖາມເຖິງວັດລາວນັ້ນ ທ່ານບົວສີຕອບວ່າ:

ເມື່ອຖາມເຖິງສະຖານທີ່ທ່ອງທ່ຽວນັ້ນ ທ່ານບົວສີເວົ້າວ່າ ເມືອງແຟຣສໂນມືຊື່ສຽງ ດ້ານການທ່ອງທ່ຽວທໍາມະຊາດ ເຊັ່ນການໄປທ່ຽວປ່າເເບິ່ງຕົ້ນໄມ້ໃຫຍ່ ຊຶ່ງທ່ານບອກວ່າ:

ນອກນັ້ນ ຄົນລາວທີ່ໄປທ່ຽວເມືອງນັ້ນກໍມັກຈະໄປທ່ຽວສວນປູກຕົ້ນໄມ້ກິນໝາກ ຕ່າງໆ ທັງເປັນຂອງຄົນເຊື້ອສາຍລາວ ແລະຄົນອາເມຣິກັນເຊື້ອສາຍອື່ນໆອີກ.

ທ່ານບົວສີ ແລະຫລານສາວ (ເສື້ອສີຟ້າອ່ອນ) ຂອງທ່ານໃນຈັງຫວັດອຸບົນປະເທດໄທ
ທ່ານບົວສີ ແລະຫລານສາວ (ເສື້ອສີຟ້າອ່ອນ) ຂອງທ່ານໃນຈັງຫວັດອຸບົນປະເທດໄທ

ສະຫະລັດເປັນປະເທດທີ່ກວ້າງໃຫຍ່ໄພສານ, ມີຊື່ລືນາມວ່າ ເປັນດິນແດນແຫ່ງຄວາມຝັນຂອງຊາວໂລກ, ເປັນປະເທດທີ່ໃຫ້ໂອກາດແກ່ທຸກຄົນທີ່ມີຄວາມຂະ ຫຍັນໝັ່ນພຽນ ແລະໃຫ້ການຕ້ອນຮັບແກ່ອົບພະຍົບທຸກຊົນຊາດຊົນເຜົ່າຈາກທົ່ວ ໂລກ. ທ່ານບົວສີເອງທີ່ເປັນຊາວອົບພະຍົບກໍມີອາຊີບວຽກງານດີ, ທ່ານເປັນຜູ້ ອໍານວຍການສູນຊ່ວຍເຫລືອຊາວອາເມຣິກາ ເຊື້ອສາຍເອເຊຍຕາເວັນອອກສຽງ ໃຕ້ ແລະພັນລະຍາຂອງເພິ່ນກໍມີຮ້ານຂາຍເຄື່ອງແຫ້ງ ແລະສິນຄ້າທີ່ມາຈາກເຂດ ເອເຊຍ. ສ່ວນລູກສອງຄົນຂອງທ່ານນັ້ນ ກໍໄດ້ຮັບການສຶກສາຈົບປະລິນຍາຕີ ແລະມີອາຊີບການງານດີ.

ສະຫລຸບແລ້ວເມືອງແຟຣສໂນເປັນເມືອງໃຫຍ່ ຕັ້ງຢູ່ທາງພາກກາງຂອງລັດຄາລິຟໍເນຍ ທີ່ມີອາກາດທີ່ອົບອຸ່ນ ຊຶ່ງອໍານວນຄວາມສະດວກໃຫ້ແກ່ອົບພະຍົບຈາກລາວຫລາຍໆ ພັນຄົນທີ່ມາຕັ້ງຖິ່ນຖານຢູ່ໃນເຂດດັ່ງກ່າວ ໄດ້ທໍາອາຊີບ ປູກຝັງ ແລະທ່ານບົວສີເອງກໍໄດ້ມີສ່ວນປະກອບອັນຫລວງຫລາຍໃນການພັດ ທະນາຊຸມຊົນລາວຢູ່ເຂດນັ້ນ ແລະກໍເປັນຜູ້ນໍາພາໃນເລື້ອງສ້າງສາວັດວາ ແລະຮັກສາຮີດຄອງປະເພນີອັນດີງາມຂອງຄົນລາວໄວ້.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ຊຶ່ງມື້ນີ້ທ່ານບົວສີ ກິດຕິພັນ ໄດ້ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານຂອງເພິ່ນຢູ່ໃນເມືອງແຟຣສໂນ ທາງພາກກາງຂອງລັດຄາລິຟໍເນຍ. ຂໍເຊີນບັນດາທ່ານພົບກັບ ລາຍການ ຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG