ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

FBI ສືບຕໍ່ສືບສວນ ການວາງລະເບີດ ຢູ່ Boston ຢ່າງຂຸ້ນຂ້ຽວ (ວີດິໂອ)


ຕໍາຫຼວດໄດ້ຢືນຍາມຮັກສາຄວາມປອດໄພ ໃນ ສະຖານທີ່ເກີດເຫດລະເບີດໃນນະຄອນ Boston
ຕໍາຫຼວດໄດ້ຢືນຍາມຮັກສາຄວາມປອດໄພ ໃນ ສະຖານທີ່ເກີດເຫດລະເບີດໃນນະຄອນ Boston
ກົມ​ສືບສວນ​ກາງຂອງ​ສະຫະລັດ​ ຫລື FBI ຖະ​ແຫຼ​ງວ່າ
ລະ​ເບີດ 2 ລູກ​ທີ່ແຕກ​ຂຶ້ນໃນ​ລະຫວ່າງການ​ແຂ່ງ​ແລ່ນ​ມາຣາ
ທອນ ​ ​ທີ່​ນະຄອນ Boston ​ໃນ​ມື້​ວັນ​ຈັນ​ນັ້ນ ​ແມ່ນ​ໄດ້​ຖືກ​ພົກໄວ້
ໃນຖົງປລາສະຕິກສີ​ມືດ ຊຶ່ງ​ອາດ​ໄດ້ບັນຈຸຢູ່​ໃນໝໍ້​ຕົ້ມ​ແບບ​ອັດ​
ແໜ້ນທີ່​ເຕັມ​ໄປດ້ວຍຕະປູ ​ແລະ​ວົງ​ແຫວນ​ນ້ອຍໆ.

​ເຈົ້​າໜ້າ​ທີ່​ກວດ​ສອບຂອງ FBI ​ພາກັນ​ກວດເບິ່ງເສດສ່ວນ
​ລະ​ເບີດທີ່ເກັບ​ມາ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ ເພື່ອ​ພະຍາຍາມ
ໃຫ້​ຮູ້​ວ່າ ​ການ​ໂຈມ​ຕີ​ຄັ້ງ​ນີ້​ ​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ.

ເຈົ້າ​ໜ້າ​ທີ່ຍັງ​ບໍ່​ທັນ​ໄດ້​ຮ່ອງຮອຍ​ຫຍັງ​ເທື່ອກ່ຽວ​ກັບ​ຜູ້ຕ້ອງສົງ​ໄສ
ວາງລະ​ເບີດ ​ແລະ​ກໍ​ໄດ້​ຂໍ​ຮ້ອງ​ຄວາມ​ຮ່ວມ​ມື​ຈາກ​ມະຫາຊົນ​ໃຫ້
​ສົ່ງຮູບ​ແລະ​ວີ​ດິ​ໂອທີ່​ພວກ​ເຂົາ​ເຈົ້າ​ໄດ້ຖ່າຍ​ເອົາ ຕາມເສັ້ນທາງ​ຂອງ​ການ​ແຂ່ງຂັນ​ແລ່ນ
ມາຣາທອນນັ້ນມາ​ໃຫ້ ​ເພື່ອ​ຊ່ວຍ​ຊອກ​ຫາ​ຕົວ​ການ​ ທີ່​ທໍາ​ການ​ໂຈມຕີ​ດັ່ງກ່າວ.

ວີດິໂອ: ຊິ້ນສ່ວນຂອງໝໍ້ຕົ້ມແບບອັດແໜ້ນທີ່ໃຊ້ເຮັດລະເບີດ:
Boston
please wait
Embed

No media source currently available

0:00 0:02:04 0:00


ຜູ້​ຊື່​ຂ່າວ​ຂອງ VOA ນາງ Carolyn Presutti ລາຍ​ງານ​ມາ​ຈາກ​ນະຄອນ Boston ​ວ່າ​ທາງ​
ການ​ຕໍາຫຼວດ​ຍັງໄດ້​ຂໍ​ຮ້ອງ​ໃຫ້​ຜູ້​ຄົນ ​ໂທ​ເຂົ້າ​ໄປ​ແຈ້ງຂໍ້​ມູນໃດໆ​ກໍ່ຕາມ​ທີ່​ອາດ​ເປັນ​ປະ​ໂຫຍ​ດ
ແກ່​ເຈົ້າ​ໜ້າ​ທີ່.

ສະຫະພັນ​ຕໍາຫຼວດ​ແລະນັກ​ດັບ​ເພິ​ງ ​ໃນນະຄອນ Boston ​ໄດ້ສະ​ເໜີໃຫ້​ເງິນລາງວັນ
50,000ໂດ​ລ່າ ​ສໍາລັບ​ຂໍ້​ມູນ ​ທີ່ນໍາ​ໄປ​ສູ່​ການຈັບ​ກຸມ​ຕົວ​ຜູ້ທໍາການ​ໂຈມຕີ​ດັ່ງກ່າວ.

ເຈົ້າ​ໜ້າ​ທີ່ FBI ​ທີ່​ກໍາກັບນໍາ​ຄະດີ​ນີ້​ ກ່າວວ່າ ພວກ​ເຈົ້າ​ໜ້າ​ທີ່ສືບ​ສວນ ຈະ​ໄປ​ຮອດ​ສົ້ນ​ໂລກ​
ພຸ້ນ​ແຫລະ ​ເພື່ອ​ຄົ້ນ​ຫາ​ຕົວ​ການ​ຜູ້​ທໍາ​ການ​ໂຈມຕີ​ຄັ້ງ​ນີ້.

ຜູ້ແທນສະພາ​ຕໍ່າຈາກ​ລັດ Maryland ທ່ານ Dutch Ruppersberger ​ໄດ້​ກ່າວ​ຫຼັງຈາກ
ໄດ້​ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ປອດ​ໄພ ​ໃນ​ວັນ​ອັງ​ຄານວານ​ນີ້​ວ່າ ບໍ່​ຊົງ​ວ່າ ກຸ່ມ​ກໍ່​ການ​
ຮ້າຍ al-Qaida ຫຼື​ລັດ​ຖະບານຕ່າງປະ​ເທ​ດ ຈະມີ​ສ່ວນ​ກ່ຽວຂ້ອງ​ກັບ​ການໂຈມຕີ​ຄັ້ງ​ນີ້ ​
ເພາະວ່າທາງ​ການບໍ່​ໄດ້​ມີ​ຂໍ້​ມູນລັບ​ໃດໆ​ ກ່ອນ​ເກີດ​ເຫດ​.

ການລະ​ເບີດ 2 ຄັ້ງ ທີ່​ເກີດ​ຂຶ້ນ​ຫ່າງ​ກັນບໍ່​ເທົ່າ​ໃດ​ວິນາ​ທີນັ້ນ ໄດ້​ສັງຫານ 3 ຄົນ ​ຢູ່​ບໍລິ​ເວນ
ເສັ້ນ​ໄຊ​ຂອງ​ການ​ແຂ່ງຂັນ​ແລ່ນມາຣາທອນ ​ທີ່​ນະຄອນ Boston ນັ້ນ ຊຶ່ງ​ຮວມທັງ ​ເດັກ​ຊາຍ
​ອາຍຸ 8 ຂວບ ​ແລະມີ 176 ຄົນ​ໄດ້​ຮັບ​ບາດ​ເຈັບ. ​ຫຼາຍ​ຄົນໃນ​ນັ້ນ ແຂນກຸດ ​ຫຼື​ບໍ່​ ກໍ່​ຂາ​ຂາດ. ​

ວີດິໂອ: ທົ່ວໂລກປະນາມການວາງລະເບີດ ຢູ່ບອສຕັນ:

Boston Bomb Blasts Resonate Around the World
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ

XS
SM
MD
LG