ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

FBI ເຂົ້າສືບສວນ ການວາງລະເບີດ ຢູ່ບອສຕັນ (ສະໄລດ໌/ວິດີໂອ)


ບັນດາ​ເຈົ້າ​ໜ້າ​ທີ່ກົມ​ສື​ບສວນຂອງ​ລັດຖະບານ​ກາງສະຫະລັດ
ຫລື FBI ກໍາລັງ​ສືບສວນ​ຄົ້ນ​ຫາ ຜູ້ຢູ່​ເບື້ອງ​ຫລັງ​ການ​ວາງ​ລະ​
ເບີດສອງລູກ ​ໃນ​ວັນ​ຈັນ​ວານ​ນີ້ ຢູ່ທີ່ການ​ແຂ່ງຂັນ​ແລ່ນ​ທົນ
ມາຣາ​ທອນ ​ໃນ​ນະຄອນ​ບອສຕັນ ທີ່​ເຮັ​ດ​ໃຫ້​ຢ່າງ​ໝ້ອຍສາມ
​ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 140 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຫ້ອງການ​ FBI ກໍາລັງ​ນໍາພາໃນ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ
ທີ່​ປະກອບ​ດ້ວຍຫລາຍໆ​ພະ​ແນ​ກ ​ເພື່ອ​ສືບສວນກ່ຽວ​ກັບ​ອັນ​ທີ່
​ເຈົ້າ​ໜ້າທີ່ທໍານຽບຂາວ ກ່າວ​ວ່າ “​ເປັນ​ການ​ກະທໍາ​ຂອງ​ການ​ກໍ່
​ການ​ຮ້າຍ ​ຢ່າງ​ຈະແຈ້ງ” ນັ້ນ.

FBI ກ່າວ​ຢູ່​ໃນ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ ​ໃນ​ຕອນ​ແລງ​ຂອງ​ວັນ​ຈັນ​ວານ​ນີ້ວ່າ ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ບອກ​ໄດ້ເຖິງ​ສາ​ເຫດ ຫລື​ຈຸດປະສົງ​ຂອງການວາງ​ລະ​ເບີດ​ ຊຶ່ງ​ເກີດ​ຂື້ນ ຫ່າງ​ຈາກ​ກັນ ປະມານ 100 ​ແມດ ໃກ້​ກັບ​ເສັ້ນໄຊ.

ນັກ​ຂ່າວວີ​ໂອ​ເອ Carolyn Presuitti ກ່າວ​ໃນ​ຕອນ​ເຊົ້າ​ຂອງວັນ​ອັງຄານ​ມື້​ນີ້​ວ່າ ບັນດາ
​ຜູ້​ສື​ບສວນພາກັນ​ເຮັດ​ວຽກ​ ຢູ່ໃນບໍລິ​ເວນ​ອັນກວ້າງ​ຂວາງ ອ້ອມ​ແອ້ມ​ບ່ອນ​ເກີດ​ເຫດ ​ໂດຍ​ໄດ້​ວາງ​ສິ່ງ​ກີດຂວາງຢູ່​ຕາມ​ແຈ​ຖະໜົນ​ຕ່າງໆ​ ​ເພື່ອບໍ່​ໃຫ້​ຄົນ ​ແລະ​ລົດ​ເຂົ້າ​ມາ. ນາງ​ກ່າວເຖິງ​ສະພາບ​ຢູ່​ບ່ອນ​ແຂ່ງຂັນ​ນັ້ນ​ວ່າ “​ບໍ່​ໜ້າ​ເຊື່ອ” ທີ່ເຕັມ​ໄປ​ດ້ວຍ​ເສດ​ສິ່ງ​ຂອງ ຂອງ​ພວກຜູ້​ຊົມ​ທີ່​ພາກັນແລ່ນຫລົບໜີ ທີ່ຍັງຖືກປະໄວ້ ໃຫ້ເຈົ້າ​ໜ້າ​ທີ່​ຕໍາຫລວດທໍາ​ການ​ສືບສວນ.

ເບິ່ງວີດິໂອລາຍງານຂອງ ນັກ​ຂ່າວ ວີ​ໂອ​ເອ Carolyn Presuitti:
Carolyn Presutti's report from the scene for the Boston Bombing
please wait

No media source currently available

0:00 0:00:36 0:00
ລິງໂດຍກົງ

ນາງບັນ​ລະ​ຍາຍ​ວ່າ ມີເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ຢູ່​ອ້ອມ​ແອ້ມ​ເມືອງ ຢ່າງ​ຫລວງ
ຫລາຍ ເຫັນລົດ​ຕໍາຫລວດ​ແລ່ນ​ໄປມາ ແລະ​ໄດ້​ຍິນສຽງ​ເປີດ​ຫວໍເປັນ​ໄລຍະ​ໆ ແຕ່​ບໍ່​ມີ​ໃຜ​
ອອກ​ມາຍ່າງ​ຢູ່ຕາມ​ຖະໜົນ.

ປະທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ຜ່ານ​ທາງ​ໂທລະພາບ​ວ່າ ສະຫະລັດຈະ​ຊອກຫາ ​ ​ຜູ້ທີ່​ທໍາ​ການວາງ​ລ​ະ​ເບີດໃຫ້​ພົບ ​ແລະ​ຈະນໍາເອົາ​ເຂົາ​ເຈົ້າມາ​ຮັບ​ຜິດຊອບ.

ທ່ານ Obama ກ່າວ​ວ່າ:
“ພວກ​ເຮົາ​ຍັງ​ບໍ່​ທັນຮູ້​ເທື່ອ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ກະທໍາ ຫລື​ວ່າ ​ເປັນ​ຫຍັງ. ​ແລະ
​ເຮົາກໍບໍ່​ຄວນ​ໂດດ​ເຂົ້າ​ມາ​ສະຫລຸບ​ຄວາມ ກ່ອນ​ມີ​ຂໍ້​ເທັດຈິງ​ທັງ​ໝົດ. ​ແຕ່​ຂໍ​ໃຫ້
ແນ່ໃຈວ່າ ພວກ​ເຮົາ​ຈະ​ເຂົ້າ​ໄປ​ໃຫ້​ເຖິງ​ຮາກ​ຖານ​ຂອງ​ເລຶ່ອງນີ້. ​ແລະ​ພວກ​ເຮົາ​
ຈະ​ສືບ​ໃຫ້​ຮູ້​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ກະທໍາ​ສິ່ງນີ້ ​ແລະ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ເຮັດ​?
ບຸກຄົນ​ໃດ ຫລືກຸ່ມ​ທີ່ເປັນ​ຜູ້ຮັບ​ຜິດ​ຊອບ ຈະ​ໄດ້​ຮູ້ສຶກເຖິງນໍ້າໜັກ​ຂອງ​ຄວາມ
​ຍຸດຕິ​ທໍາ ຢ່າງ​ເຕັມ​ອັດຕາ.”


ຫົວໜ້າ​ຕໍາຫລວດ ​ເມືອງ Boston ທ່ານ Edward Davis ກ່າວ​ວ່າ ບໍ່​ມີ “ຂ່າວ​ສືບ​ລັບ​ເຈາະ​ຈົງໃດໆ” ທີ່ບອກ​ເຕືອນ​ກ່ຽວ​ກັບ​ການ​ໂຈມ​ຕີຄັ້ງ​ນີ້ ​ແລະເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຍັງບໍ່​
ທັນ​ມີ​ຝ່າຍ​ໃດ​ອອກ​ມາ​ອ້າງ ​ເອົາ​ຄວາມ​ຮັບຜິດ​ຊອບ​ເທື່ອ.

ລະ​ເບີ​ດ​ແຕກ​ໄດ້​ເກີດ​ຂື້ນ ປະມານ ສີ່​ຊົ່ວ​ໂມງ​ ຫລັງ​ຈາກ​ການ​ແຂ່ງຂັນ​ໄດ້​ເລີ້ມ​ຂຶ້ນ ​ແລະ
ດົນ​ຫລັງ​ຈາກທີ່​ຜູ້​ຊະ​ນະ​ໄດ້ແລ່ນ​ໄປ​ຮອດ​ເສ້ນ​ໄຊ ​ແຕ່​ວ່າ ​ເວລາ​ນັ້ນ ແມ່ນເປັນ​ເວລາທີ່ຜູ້​ແລ່ນມາຣາທອນ ຈໍານວນ​ຫລວງຫລາຍ ພາກັນ​ແລ່ນ​ໄປ​ຮອດ ​ແລະ​ຜູ້​ສະໜັບສະໜູນ​ກໍ
ພາກັນໄປ​ຢູ່ຫຸ້ມ​ຢູ່​ບ່ອນ​ເສັ້ນໄຊ. ການ​ແຂ່ງຂັນທີ່​ມີ​ນັກ​ແລ່ນຫລາຍ​ກວ່າ 23,000 ຄົນເຂົ້າ
​ຮ່ວມ ໄດ້​ຖືກຢຸດ​ໄວ້ ຫລັງ​ຈາກເກີດ​ເຫດ​ລະ​ເບີດ. ​

ເບິ່ງວີດິໂອ ກ່ຽວກັບການສືບສວນຂອງ FBI:
Comprehensive Investigation Underway Into Boston Marathon Bombing
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ


XS
SM
MD
LG