ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາຍ​ຄວາມ ຜູ້​ວາງ​ລະ​ເບີດ ຢູ່​ບ່ອນ​ແຂ່ງ ມາ​ຣາ​ທອນ ທີ່ບອ​ສ​ຕັນ ຢາກ​ໃຫ້​ຕ່າວ​ປີ້ນ ໂທດ​ປະ​ຫານ


ຮູບ​ແຕ້ມ​ຢູ່​ສານ ທ້າວ​ໂຊ​ຄາ ຊາ​ນາ​ເອັ​ຟ (ກາງ) ນັ່ງ​ຢູ່​ລະ​ຫວ່າງ ທະ​ນາຍ​ຄວາມ ມີ​ຣຽມ ຄອນ​ຣາດ (ຊ້າຍ) ແລະ​ຈູ​ດີ ຄ​ລາກ (ຂວາ) ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ ທີ່​ນະ​ຄອນບອ​ສ​ຕັນ ເມື່ອ​ວັນ​ທີ 5 ມີ​ນາ ປີ 2015.
ຮູບ​ແຕ້ມ​ຢູ່​ສານ ທ້າວ​ໂຊ​ຄາ ຊາ​ນາ​ເອັ​ຟ (ກາງ) ນັ່ງ​ຢູ່​ລະ​ຫວ່າງ ທະ​ນາຍ​ຄວາມ ມີ​ຣຽມ ຄອນ​ຣາດ (ຊ້າຍ) ແລະ​ຈູ​ດີ ຄ​ລາກ (ຂວາ) ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ ທີ່​ນະ​ຄອນບອ​ສ​ຕັນ ເມື່ອ​ວັນ​ທີ 5 ມີ​ນາ ປີ 2015.

ພວກ​ທະ​ນາຍ​ຄວາມ ​ຂອງ​ທ້າວ​ໂຊ​ຄາ ຊາ​ນາ​ເອັ​ຟ ຜູ້​ວາງ​ລະ​ເບີດ​ໂຈມ​ຕີ​ການ​ແລ່ນ​ມາ​ຣາ​ທອນ​ທີ່​ນະ​ຄອນບອ​ສ​ຕັນກຳ​ລັງຮ້ອງ​ຂໍ​ໃຫ້​ສານ​ອຸ​ທອນ​ຕ່າວ​ປີ້ນ​ການພົບ​ເຫັນ​ວ່າທ້າວ​ໂຊ​ຄາ​ມີ​ຄວາມ​ຜິດ ແລະ​ການ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ຜູ້​ກ່ຽວໃນ​ບົດ​ບາດ​ການ​ໂຈມ​ຕີ​ເມື່ອ​ປີ 2013.

ໃນ​ເອກ​ກະ​ສານ​ທີ່​ຍື່ນ​ໄປຍາວ 500 ໜ້າ​ນັ້ນ ພວກ​ທະ​ນາຍ​ຄວາມ​ໂຕ້​ແຍ້ງວ່າ ທ້າວ​ຊາ​ນາ​ເອັ​ຟ ບໍ່​ໄດ້​ຮັບ​ການ​ດຳ​ເນີນ​ຄະ​ດີ​ທີ່​ເປັນ​ທຳ ຍ້ອນ​ວ່າ​ຜູ້​ພິ​ພາກ​ສາ​ທີ່​ທຳ​ການ​ຕັດ​ສິນ​ຄະ​ດີ ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ໃຫ້​ຍ້າຍ​ຄະ​ດີໄປ​ຈາກ​ນະ​ຄອນບອ​ສຕັນ ບ່ອນ​ທີ່​ລະ​ເບີດ​ແຕກ​ໄດ້​ສັງ​ຫານ 3 ຄົ​ນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 260 ຄົນ​ນັ້ນ.

ພວກ​ທະ​ນາຍ​ຄວາມ​ຂຽນ​ວ່າ “ທ້າວຊາ​ນາ​ເອັ​ຟ​ໄດ້​ຖືກ​ກ່າວ​ຫາ​ວ່າ​ກໍ່​ອາ​ຊະ​ຍາ​ກຳທີ່​ຕ່ຳ​ຊ້າ. ການ​ວາງ​ລະ​ເບີດ​ດັ່ງ​ກ່າວແມ່ນ​ເປັນ​ເລື້ອງ​ທີ່​ປະ​ຊາ​ຊົນ​ໄດ້​ຟັງ​ກັນເປັນປະ​ຈຳ​ແລະ​ຢ່າງ​ກວ້າງ​ຂວາງ ຊຶ່ງ​ຮວມ​ທັງ​ການ​ອອກ​ຂ່າວ​ຕ່າງໆ ​ກ່ຽວ​ກັບ​ເລື້ອງທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ນຳ​ສະ​ເໜີ​ແມ່ນ​ແຕ່​ໃນ​ການ​ດຳ​ເນີນ​ຄະ​ດີ.” ພວກ​ເຂົາ​ເຈົ້າກ່າວ​ຕື່ມ​ວ່າ “ຄະ​ນະ​ຕຸ​ລາ​ການ​ເກືອບ​ວ່າ​ທຸກໆ​ຄົນຊຶ່ງ​ຮູ້​ເລື້ອງ​ກ່ຽວ​ກັບ​ຂ່າວນີ້ເປັນ ​ຢ່າງ​ດີນັ້ນ ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ ເປັນ​ການ​ສ່ວນ​ໂຕ ຈາກ​ການ​ກໍ່​ອາ​ຊະ​ຍາ​ກຳນີ້​ແລະ​ຜົນ​ທີ່​ຕາມ​ມາ​ຫຼັງ​ຈາກນັ້ນ ແລະ​ດ້ວຍ​ເຫດນີ້ຈຶ່ງ​ກໍ່​ໃຫ້​ມີ​ຄວາມ​ຄິດ​ໃນ​ທາງ​ລົບ​ ໂດຍ​ໄດ້​ຄິດ​ລ່ວງ​ໜ້າ​ໄວ້​ແລ້ວກ່ຽວ​ກັບ​ຄວາມ​ຜິດ​ຂອງ​ທ້າວຊາ​ນາ​ເອັ​ຟ​ແລະການ​ລົງ​ໂທດ​ທີ່​ເໝາະ​ສົມ​ນັ້ນ.”

ພວກ​ທະ​ນາຍ​ຄວາມ​ຮັບ​ຮູ້​ວ່າ ທ້າວຊາ​ນາ​ເອັ​ຟ ແລະ​ອ້າຍ​ຂອງ​ລາວ ທ້າວ​ທາ​ເມີ​ແລນ ໄດ້​ບີບ​ຄະ​ນວນ​ລະ​ເບີດ ທີ່​ຫ້າງ​ໃສ່​ໝໍ້​ຄົວ​ກິນ​ໃຊ້​ຄວາມ​ກົດ​ດັນ​ສູງ​ຊຶ່ງ​ເຕັມໄປ​ດ້ວຍ​ສະ​ເກັດ​ລະ​ເບີດ ໃກ້ໆ​ເສັ້ນ​ໄຊ​ໃນ​ການ​ແລ່ນ​ມາ​ຣາ​ທອນ​ທີ່​ນະ​ຄອນບອ​ສຕັນ.

ທ້າວ​ທາ​ມາ​ແລນ ຊາ​ນາ​ເອັ​ຟ ໄດ້​ເສຍ​ຊີ​ວິດ​ໃນ​ການ​ຍິງ​ຕໍ່​ສູ້​ກັບ​ຕຳ​ຫຼວດ 4 ມື້​ຫຼັງຈາກ​ໄດ້​ມີ​ການ​ວາງ​ລະ​ເບີດ​ແລ້ວ.

ນອກນັ້ນ ພວກ​ທະ​ນາຍ​ຄວາມ​ຍັງ​ໂຕ້​ແຍ້ງວ່າ ທະ​ນາຍ​ຂອງ​ຝ່າຍ​ຈຳ​ເລີຍ​ຄວນ​ຈະ​ສາ​ມາດບອກ​ໃຫ້​ຄະ​ນະ​ຕຸ​ລາ​ການ​ຮູ້ ກ່ຽວ​ກັບ​ຫຼັກ​ຖານ ​ທີ່​ຜູກ​ໝັດ​ທ້າວ​ທາ​ເມີແລນ ກ່ຽວ​ກັບ​ການ​ສັງ​ຫານ 3 ຄົນ ທີ່​ຄຸ້ມວອ​ລ​ແທມ ໃນ​ເຂດ​ຊານ​ເມືອງຂອງ​ນະ​ຄອນບອ​ສ​ຕັນ ເມື່ອ​ປີ 2011. ພວກ​ຈຳ​ເລີຍ​ຢາກ​ຈະ​ຍົກ​ເອົາ​ບັນ​ຫາ​ການ​ສັງຫານ​ບຸກ​ຄົນ​ທັງ 3 ຂຶ້ນ​ມາ​ເວົ້າເພື່ອ​ເນັ້ນ​ຢ້ຳ​ເຖິງ​ການ​ໂຕ້​ແຍ້ງ​ຂອງ​ພວກ​ເຂົາ​ເຈົ້າທີ່​ວ່າ ທ້າວຊາ​ນາ​ເອັ​ຟ ແມ່ນ​ຢູ່​ພາຍ​ໃຕ້​ອິດ​ທິ​ພົນ​ໃນ​ການ​ກະ​ທຳ​ຜິດ​ຂອງ​ຜູ້​ເປັນອ້າຍ.

ທ້າວ​ທາ​ເມີ​ແລນ​ບໍ່​ເຄີຍ​ຖືກ​ກ່າວ​ຫາ​ໃດໆ​ໃນ​ການ​ສັງ​ຫານ​ບຸກ​ຄົນ​ທັງ 3 ຊຶ່ງ​ຍັງ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ​ຢູ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG