ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມືລະ​ເບີດ ບອສຕັນ ຍອມຮັບ​ຄວາມຜິດ ແລະ ຖືກຕັດສິນ ປະຫານຊີວິດ


Boston Bomber's Statement Questioned
please wait

No media source currently available

0:00 0:02:18 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ນັກ​ໂທດ​ວາງ​ລະ​ເບີດການ​ແຂ່ງ​ຂັນ​ແລ່ນ ມາຣາທອນ Dzokhar Tsarnaev ​ໄດ້​ກ່າວ​ຂໍ​ໂທດ​ໃນ​ການ​ຟັງຄຳພິພາກ​ສາ ວັນ​ພຸດ​ວານ​ນີ້ ກ່ອນ​ທີ່​ລາວ​ຈະ​ຖືກ​ຕັດສິນ​ປະຫານ​ຊີ​ວິດ ສຳລັບ​ການ​ໂຈມຕີ ທີ່ຮ້າຍ
ແຮງ ໃນ​ປີ​ 2013.

ຊາຍ​ທີ່​ເປັນຄົນເຂົ້າເມືອງໄວ 21 ປີ ຈາກ Chechnya ​ໄດ້​ຢືນ​ຢູ່​ໃນ​ຫ້ອງ​ພິຈາລະນາ​ຄະດີ​ຂອງສານລັດຖະບານກາງ ​ໃນນະຄອນ ບອສຕັນ ​ແລະ ​ໄດ້ຍອມຮັບ​ວ່າ​ລາວ ​ແລະ ອ້າຍ​ຂອງ​ລາວ, ທ້າວ Tamerlan ​ໄດ້​ວາງ​ລະ​ເບີດ​ທີ່ເຮັດຈາກໝໍ້​ຕົ້ມ​ທີ່​ໃຊ້​ຄວາມກົດ​ດັນ​ສູງ ສອງ​ລູກ ​ທີ່​ໄດ້​ລະ​ເບີດ​ໃກ້​ກັບ​ເສັ້ນ​ໄຊ​ຂອງ​ການ​ແຂ່ງ​ຂັນ​ທີ່ເປັນຕຳ ນານ ເມື່ອວັນ​ທີ 15 ​ເດືອນ​ເມສາ 2013, ​ເຮັດ​ໃຫ້​ສາມ​ຄົນ​ເສຍຊີວິດ ​ແລະ 264 ຄົນ​ບາດ​ເຈັບ, ລວມທັງ​ 17 ຄົນ​ຜູ້​ທີ່ເສຍແຂ​ນຂາໄປນັ້ນ.

ທ້າວ Tsarnaev ​ໄດ້ກ່າວ​ ໃນ​ການ​ໃຫ້​ຄວາມເຫັນ​ຕໍ່​ສາທາລະນະ​ຄັ້ງ​ທຳ​ອິດ ​ຕັ້ງ​ແຕ່​ລາວ​ໄດ້​ຖືກ​ຈັບກຸ​ມວ່າ “ຂ້ອບ​ຮູ້ສຶກ​ເສຍ​ໃຈ ສຳລັບ​ຜູ້​ທີ່​ຂ້ອຍ​ໄດ້ເຮັດໃຫ້​ເສຍ​ຊີວິດ, ຜູ້​ທີ່ເຈັບທຸກທໍລະມານ​, ​ແລະ ຄວາມ​ເສຍ ຫາຍ​ທີ່​ຂ້ອຍໄດ້​ສ້າງ​ໄວ້, ເຊິ່ງເປັນຄວາມ​ເສຍ​ຫາຍ​ທີ່​ບໍ່​ສາມາດ​ແກ້​ໄຂ​ໄດ້.”

​ແຕ່​ວ່າ​ຜູ້ພິພາກສາ George O’Toole ບໍ່​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກເຫັນ​ໃຈ​ ຕໍ່ທ້າວ Tsarnaev ໃນຂະນະທີ່ທ່ານ​ໄດ້​ຕັດ​ສິນປະຫາ​ນຊີວິດ ຜູ້ກ່ຽວ ໂດຍກ່າວ​ວ່າ ບໍ່​ມີ​ໃຜ​ທີ່​ຈະ​ຈື່​ຈຳຄົນ​ທີ່​ລາວ​ເຄີຍ​ເປັນ ​ກ່ອນ​ການ ວາງ​ລະ​ເບີດ. ທ່ານ O’Tolle ​ໄດ້​ກ່າວວ່າ “ສິ່ງ​ທີ່​ຈະ​ຖືກ​ຈົດ​ຈຳ​ໄວ້​ກໍ​ຄື​ເຈົ້າ​ໄດ້​ຂ້າ ​ແລະ ​ເຮັດ​ໃຫ້​ຄົນ​ບໍລິສຸດ​ເປັນຄົນ​ພິການ ​ແລະ ວ່າ​ເຈົ້າ​ໄດ້​ເຮັດ​ດ້ວຍ​ຄວາມ​ເຕັມ​ໃຈ ​ແລະ ເຮັດດ້ວຍເຈດຕະນາ​.”

XS
SM
MD
LG