ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. ມາ​ກາ​ເຣັດ ແອັດ​ວູດ ແລະເບີ​ນາ​ດິນ ອີ​ວາ​ຣິ​ສ​ໂຕ ​ໄດ້ຮັບ​ລາງວັນ ​ດ້ານວັນ​ນະ​ຄ​ະດີ ບຸກ​ເຄີ ນຳ​ກັນ


​ທ່ານ​ນາງມາ​ກາ​ເຣັດ ແອັດ​ວູດ ແລະ​ທ່ານ​ນາງເບີ​ນາ​ດິນ ອີ​ວາ​ຣິ​ສ​ໂຕ ເປັນ​ຜູ້​ຊະ​ນະ​ເລີດ ​ໄດ້​ຮັບ​ລາງວັນບຸກ​ເຄີ (Booker) ຮ່ວມ​ກັນໃນ​ປີ 2019 ຢູ່​ນະ​ຄອນ​ຫລວງລອນດອນ 14, 2019.
​ທ່ານ​ນາງມາ​ກາ​ເຣັດ ແອັດ​ວູດ ແລະ​ທ່ານ​ນາງເບີ​ນາ​ດິນ ອີ​ວາ​ຣິ​ສ​ໂຕ ເປັນ​ຜູ້​ຊະ​ນະ​ເລີດ ​ໄດ້​ຮັບ​ລາງວັນບຸກ​ເຄີ (Booker) ຮ່ວມ​ກັນໃນ​ປີ 2019 ຢູ່​ນະ​ຄອນ​ຫລວງລອນດອນ 14, 2019.

ຄະ​ນະ​ກຳ​ມະ​ການຕັດ​ສິນໄດ້​ເຮັດ​ຂັດ​ຕໍ່ລະ​ບຽບໃນ​ການ​ໃຫ້​ລາງວັນດີ​ເດັ່ນ​ດ້ານ ວັນນະ​ຄະ​ດີ ອີກ​ຄັ້ງ​ນຶ່ງ ໂດຍ​ການ​ໃຫ້ທັງ​ທ່ານ​ນາງມາ​ກາ​ເຣັດ ແອັດ​ວູດ (Margaret Atwood) ແລະ​ທ່ານ​ນາງເບີ​ນາ​ດິນ ອີ​ວາ​ຣິ​ສ​ໂຕ (Bernardine Evaristo) ເປັນ​ຜູ້​ຊະ​ນະ​ເລີດ ​ໄດ້​ຮັບ​ລາງວັນບຸກ​ເຄີ (Booker) ສຳ​ລັບ​ປີ 2019 ຢູ່​ນະ​ຄອນ​ຫລວງລອນດອນ.

ທ່ານ ພີ​ເຕີ ຟ​ລໍ​ເຣັນ​ສ໌ (Peter Florence) ຫົວ​ໜ້າ​ຂອງ​ກຳ​ມະ​ການ​ຕັດ​ສິນ​ເວົ້າ​ວ່າພວກ​ເຂົາ​ເຈົ້າ​ໄດ້​ຖືກບອກ "ຢ່າງໜັກ​ແໜ້ນສົມ​ຄວນ" ວ່າພວກ​ເຂົາ​ເຈົ້າ ສາ​ມາດ​ເລືອກ​ຜູ້​ຊະ​ນະ​ເລີດ​ໄດ້​ແຕ່​ພຽງ​ຜູ້​ດຽວເທົ່າ​ນັ້ນ. "ຍິ່ງ​ພວກ​ເຮົາ​ລົມ​ກັນ​ກ່ຽວ​ກັບ​ພວກ​ເຂົາ​ເຈົ້າຫລາຍ​ເທົ່າ​ໃດ ພວກ​ເຮົາກໍ​ຍິ່ງ​ຮູ້​ສຶກວ່າ​ພວກ​ເຮົາ​ມັກ​ທັງ​ສອງ​ຄົນ ຫລາຍເທົ່າ​ນັ້ນ ​ຈົນ​ວ່າ​ພວກ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ທັງ​ສອງ​ຄົນ​ຊະ​ນະ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ວັນ​ຈັນ​ວານນີ້.

ທ່ານນາງ ອີ​ວາ​ຣິ​ສ​ໂຕ (Evaristo), ​ເປັນ​ຜູ້​ຍິງ​ຊາວ​ຜິວ​ດຳ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ ລາງວັນທີ່ດີ​ເລີດອັນນີ້, ຊຶ່ງ​ທ່ານ​ນາງໄດ້​ຮັບ​ການ​ຍ້ອງ​ຍໍ​ຍ້ອນ​ນະ​ວະ​ນິ​ຍາຍ​ຂອງ​ທ່ານ​ນາງໃນ​ເລື້ອງ "Girl, Woman, Other" ຊຶ່ງ​ແປ​ວ່າ “ເດັກ​ຍິງ, ແມ່​ຍິງ, ຄົນ​ອື່ນ.”

ທ່ານ​ນາງແອດ​ວູດ (Atwood) ໄດ້​ຊະ​ນະ​ຍ້ອນ​ເລື້ອງ "The Testaments," ຊຶ່ງ​ແປ​ວ່າ “ຫລັກ​ຖານ​ພິ​ສູດ” ຊຶ່ງ​ເປັນ​ສະ​ບັບ​ທີ່ຕາມ​ມາຈາກ​ຜົນ​ງານ​ຊັ້ນ​ຢ້ຽມໃນ​ປີ 1985 ຂອງ​ທ່ານ​ນາງເລື້ອງ "The Handmaid's Tale" ຊຶ່ງ​ແປ​ວ່າ “ການ​ເລົ່າ​ເລື້ອງ​ຂອງສາວ​ຮັບໃຊ້”. ໂດຍ​ມີ​ອາ​ຍຸ​ໄດ້ 79 ປີ, ທ່ານ​ນາງ​ແອດ​ວູດເປັນ​ຄົນ​ທີ່​ມີ​ອາ​ຍຸ​ແກ່​ທີ່​ສຸດທີ່​ຊະ​ນະ​ລາງວັນບຸກ​ເຄີ (Booker). ​ເທື່ອນີ້​ຄືການ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຄັ້ງ​ທີ​ສອງຂອງທ່ານ​ນາງ​ຈາກ​ຄະ​ນະ​ກຳ​ມະ​ການຕັດ​ສິນ. ທ່ານ​ນາງ​ຍັງ​ໄດ້​ຊະ​ນະລາງວັນ​ນັນໃນ​ປີ 2000 ສຳ​ລັບ​ປຶ້ມເລື້ອງ "The Blind Assassin," ຊຶ່ງ​ແປ​ວ່າ “ຜູ້​ລອບ​ສັງ​ຫານ​ທີ່​ຕາ​ບອດ”.

ທັງ​ສອງ​ຄົນ​ຄະ​ແບ່ງ​ເງິນ​ລາງວັນ 63,000 ໂດ​ລາ ​ນຳ​ກັນ.

ໃນ​ຂະ​ນະ​ທີ່​ສອງ​ຄົນ​ຂຶ້ນ​ໄປ​ເທິງ​ເວ​ທີເພື່ອ​ຮັບ​ເອົາ​ລາງວັນ​ຢູ່ນັ້ນ ທ່ານ​ນາງ​ແອດ​ວູດເວົ້າ​ຕໍ່​ທ່ານ​ນາງ ອີ​ວາ​ຣິ​ສ​ໂຕວ່າ "ພວກ​ເຮົາ​ທັງ​ສອງຄົນບໍ່​ມີ​ໃຜ​ຄາດດອກ​ວ່າ​ຈະ​ໄດ້​ຮັບ​ລາງວັນ​ອັນ​ນີ້. ຂ້ອຍ​ຮູ້​ສຶກແປກ​ໃຈ. ຂ້ອຍ​ຄິດ​ວ່າ ຕົນ​ເອງ​ອາ​ຍຸ​ແກ່​ເກີນ​ໄປແລ້ວ. ແລະ​ຂ້ອຍ​ຂ້ອນ​ຂ້າງວ່າບໍ່​ຢາກ​ໃຫ້​ຄົນ​ເພັ່ງ​ເລັງ​ຄວາມ​ສົນ​ໃຈ​ມາ​ໃສ່​ຕົນ ສະ​ນັ້ນ ຂ້ອຍດີ​ໃຈ​ທີ່​ເຈົ້າ​ກໍ​ໄດ້​ຮັບ​ສ່ວນ​ນຶ່ງ​ນຳ.”

ເທື່ອນີ້ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ມີ​ການໄດ້​ຮັບລາງວັນຮ່ວມກັນ. ໃນ​ປີ 1992 ເລື້ອງ "The English Patient" ຊຶ່ງ​ແປ​ວ່າ “ຄົນ​ປ່ວຍ​ຊາວ​ອັງ​ກິດ” ຂຽນ​ໂດຍ​ທ່ານ ໄມ​ໂຄ​ລ ອອນ​ດາ​ເຈ (Michael Ondaatje) ກໍ​ໄດ້​ຮັບ​ລາງວັນ​ນີ້ ຮ່ວມ​ກັບເລື້ອງ "Sacred Hunger" ຊຶ່ງ​ແປ​ວ່າ “ຄວາມ​ຫິວ​ໂຫຍທີ່ໜ້າ​ສັກ​ກະ​ລະ​ບູ​ຊາ” ຂອງ​ທ່ານແບ​ຣີ ອັນ​ສ​ເຫວີດ (Barry Unsworth) ກໍ​ໄດ້​ຊະ​ນະ​ລາວງວັນ​ນີ້. ນັບ​ແຕ່ນັ້ນ​ມາ ກົດ​ລະ​ບຽບ​ກໍ​ໄດ້​ປ່ຽນ​ໄປ.

ລາງວັນ ບຸກ​ເຄີ (Booker) ແມ່ນ​ມອບ​ໃຫ້​ແກ່​ນະ​ວະ​ນິ​ຍາຍ​ທີ່​ຂຽນ​ເປັນ​ພາ​ສາ​ອັງ​ກິດທີ່​ພິມ​ຢູ່​ໃນປະ​ເທດ​ອັງ​ກິດ ແລະ​ໄອຣ໌​ແລນ.

ເລື້ອງ​ອື່ນທີ່​ເອົາເຂົ້າ​ຮ່ວມ​ການ​ແຂ່ງຂັນໃນ​ປີນີ້ຄື: "10 Minutes 38 Seconds in This Strange World" ຂອງ​ແອ​ລ​ລິ​ຟ ຊາ​ຟາກ (Elif Shafak), "Quichotte" ຂອງ​ຊອ​ລ​ມານ ຣູ​ສ​ດີ (Salman Rushdie); "Ducks, Newburyport" ຂອງລູ​ຊີ ແອ​ລ​ແມນ (Lucy Ellmann) ແລະ "An Orchestra of Minorities" ຂອງຊີ​ໂກ​ຊີ ໂອ​ບິ​ໂອ​ມາ (Chigozie Obioma).

ອ່ານ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG