ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລ​ະ​ເບີດ​ແຕກ​ສັງ​ຫານ​ນັກ​ຮຽນ 15 ຄົນ​ຢູ​່​ໂຮງ​ຮຽນ​ສາ​ສະ​ໜາ​ ໃນ​ພາກ​ເໜືອ ​ຂອງ ອັ​ຟ​ກາ​ນິ​ສ​ຖານ


ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ຂອງ​ເມືອງ ເອ​ບັກ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.
ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ຂອງ​ເມືອງ ເອ​ບັກ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.

ພວກ​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໃນ ອັ​ຟ​ກາ​ນິ​ສ​ຖານ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ນັກ​ຮຽນ​ຢ່າງ​ໜ້ອຍ 15 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ຄົນ​ອື່ນໆ 27 ​ຄົນໄດ້​ຮັບ​ບາດ​ເຈັບ ເວ​ລາ​ທີ່​ລະ​ເບີດ​ໄດ້​ແຕກ​ຢູ່​ໂຮງ​ຮຽນ​ສາ​ສະ​ໜາ​ແຫ່ງ​ນຶ່ງໃນ​ແຂວງ ຊາ​ມັງ​ການ ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ທ່ານ ອິມ​ມາ​ດຸ​ລ​ລາ ມາ​ຮາ​ເຈີ, ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທຳ​ແຂວງ​ໄດ້​ຢືນ​ຢັນ​ຈຳ​ນວນ​ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຕໍ່​ວີ​ໂອ​ເອ​ຜ່ານ​ທາງ​ໂທ​ລະ​ສັບ. ລາວບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ ຫຼື ເວົ້າ​ວ່າ​ມັນ​ເປັນ​ລະ​ເບີດ​ທີ່​ຖືກວາງ​ໄວ້ ຫຼື ການ​ໂຈມ​ຕີ​ສະຫຼະ​ຊີບ ​ທີ່​ເປັນ​ສາ​ເຫດ​ຂອງ​ລະ​ເບີດ​ແຕກ​ນັ້ນ.

ທ່ານ ອັບ​ດຸ​ລ ນາ​ຟີ ຕາ​ກົວ, ໂຄ​ສົກ​ກະ​ຊວງ​ພາຍ​ໃນ​ຢູ່​ນະ​ຄອນຫຼວງ ກາ​ບູ​ລ, ໄດ້​ກ່າວ​ວ່າ​ການ​ລະ​ເບີດ​ໃນ​ ເອ​ບັກ, ທີ່​ເປັນ​ເມືອງ​ເອກ​ຂອງ​ແຂວງ​ນັ້ນ, ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ພວກ​ນັກ​ຮຽນ​ກຳ​ລັງ​ຈັດ​ພິ​ທີ​ສູດ​ມົນ​ຕອນ​ບ່າຍ. ທ່ານ ຕາ​ກົວ ໄດ້​ກ່າວ​ວ່າ​ກອ​ງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ສືບ​ລັບ ຕາ​ລີ​ບານ ໄດ້​ໄປ​ຮອດ​ສະ​ຖານ​ທີ່​ເກີດ​ເຫດ​ເພື່ອທຳ​ການ​ສືບ​ສວນ​ສອບ​ສວນ ແລະ ນຳ​ເອົາ​ຜູ້​ກະ​ທຳ​ຜິດ​ມາ​ລົງ​ໂທດ.

ບໍ່​ມີ​ໃຜ​ໄດ້​ອ​ອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທັນ​ທີ​ສຳ​ລັບ​ກາ​ນ​ລະ​ເບີ​ດ​ທີ່​ຮ້າຍ​ແຮງ​ນັ້ນ, ​ແຕ່ແນວ​ໃດ​ກໍ່​ຕາມ​ມັນ​ໄດ້​ມີ​ຄວາມ​ສົງ​ໄສ​ຕໍ່ກຸ່ມ​ລັດ​ອິ​ສ​ລາມ​ແຂວງ​ໂຄ​ຣາ​ຊານ ຫຼື ISIS-K, ເຊິ່ງ​ເປັນສາ​ຂາ​ ຂອງກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມໃນ ອັ​ຟ​ກາ​ນິ​ສ​ຖານ.

ກຸ່ມ ISIS-K ໄດ້​ຂ​ະ​ຫຍາຍ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ ​ນັບ​ຕັ້ງ​ແຕ່​ເດືອນ​ສິງ​ຫາ 2021 ເປັນ​ຕົ້ນ​ມາ, ເວ​ລາ​ທີ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຄວບ​ຄຸມ​ປະ​ເທດ​ທີ່​ຖືກ​ຄອບ​ງຳ​ໂດຍ​ຄວາມ​ຂັດ​ແຍ້ງ ແລະ ສະ​ຫະ​ລັດ, ​ກັບ​ພັນ​ທ​ະ​ມິດ​ອົງ​ການ NATO ໄດ້​ຖອນ​ກອງ​ກຳ​ລັງ​ອ​ອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ສົງ​ຄາມ​ເກືອບ 20 ປີ​ກັບ​ກຸ່ມ​ຕາ​ລີ​ບານ ​ທີ່​ເຄີຍ​ເປັນ​ພວກ​ກະ​ບົດ​ໃນ​ເວ​ລາ​ນັ້​ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG