ສັງຫານ ແລະ 39 ຄົນ ໄດ້ຮັບບາດເຈັບ ໃນເຫດລະເບີດ ຢູ່ທີ່
ຕະຫລາດ ຂາຍອາຫານແຫ່ງນຶ່ງ ໃນນະຄອນ Islamabad
ໃນວັນພຸດມື້ນີ້.
ຕຳຫຼວດກ່າວວ່າ ລະເບີດໄດ້ຫ້າງເຊື່ອງໄວ້ໃນລັງໝາກໄມ້
ແລະຖືກບີບຄະນວນໃຫ້ແຕກ ຂຶ້ນໂດຍເຄື່ອງບັງຄັບຈາກ
ໄລຍະໄກໃນເວລາທີ່ຕະຫຼາດພວມເຕັມໄປດ້ວຍພໍ່ຄ້າຊາວ
ຂາຍ ແລະຜູ້ຄົນທີ່ມາຈັບຈ່າຍຊື້ຂອງເປັນປົກກະຕິນັ້ນ.
ກອງເລືອດພ້ອມດ້ວຍຮ່າງທີ່ໄຮ້ວິນຍານແລະພາກສ່ວນຂອງຮ່າງກາຍ ໄດ້ກະຈັດກະຈາຍໄປທົ່ວ.
ຍັງບໍ່ທັນມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດຄັ້ງນີ້ເທື່ອ.
ເຫດລະເບີດທີ່ວ່ານີ້ ໄດ້ເກີດຂຶ້ນນຶ່ງມື້ ຫຼັງຈາກໄດ້ມີການວາງລະເບີດ ໃສ່ລົດໄຟໂດຍສານ ໃນແຂວງ Baluchistan ທາງພາກຕາເວັນຕົກສຽງໃຕ້ຂອງປາກີສຖານ.
ມີຢ່າງນ້ອຍ 14 ຄົນ ໄດ້ຖືກສັງຫານ ແລະ 40 ຄົນ ໄດ້ຮັບບາດເຈັບ. ຕຳຫຼວດກ່າວວ່າ
ລະເບີດໄດ້ຫ້າງໄວ້ ໃນຫີບໃສ່ເຄື່ອງນຸ່ງເດິີນທາງ ແລະຖືກບີບຄະນວນໃຫ້ແຕກຂຶ້ນໂດຍ ເຄື່ອງບັງຄັບຈາກໄລຍະໄກເຊັ່ນດຽວກັນ.
ໂຄສົກຂອງກຸ່ມກະບົດ ກອງທັບສາມັກຄີ Baluch ໄດ້ໂທລະສັບຫາ VOA ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້.