ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂບລໂຊນາໂຣ ແລະ​ລູ​ລາ ກຳ​ລັງ​ຈະ​ເຂົ້າ​​ແຂ່ງ​ຂັນ​ໃນຮອບ​ຕັດ​ສິນ​ຊີ້​ຂາດ ພາຍ​ຫລັງ​ໄດ້​ຮັບ​ຄະ​ແນນ ສູ​ສີ​ກັນ​ ​ໃນ​ການ​ເລືອກ​ຕັ້ງ


ພວກ​ໄປ​ປ່ອນ​ບັດ​ໄດ້​ລຽນ​ແຖວ​ກັນ ທີ່​ສະ​ຖານ​ທີ່​ປ່ອນ​ບັດ ໃນ​ຄຸ້ມ Mare ໃນ​ນະ​ຄອນ Rio de Janeiro ຂອງບ​ຣາ​ຊີ​ລ, ວັນ​ທີ 2 ຕຸ​ລາ, 2022
ພວກ​ໄປ​ປ່ອນ​ບັດ​ໄດ້​ລຽນ​ແຖວ​ກັນ ທີ່​ສະ​ຖານ​ທີ່​ປ່ອນ​ບັດ ໃນ​ຄຸ້ມ Mare ໃນ​ນະ​ຄອນ Rio de Janeiro ຂອງບ​ຣາ​ຊີ​ລ, ວັນ​ທີ 2 ຕຸ​ລາ, 2022

ຜູ້ສະໝັກເປັນປະທານາທິບໍດີທີ່​ມີ​ຄະ​ແນນ​ສູງສຸດຂອງບຣາຊິລ 2 ທ່ານ ຈະປະເຊີນ ໜ້າກັນ ໃນການ ລົງຄະແນນສຽງຮອບຕັດ​ສິນ​ຊີ້​ຂາດ ພາຍຫຼັງທີ່ທັງສອງທ່ານ ບໍ່ໄດ້ ຮັບການສະໜັບສະໜຸນພຽງພໍ ເພື່ອໃຫ້ຊະນະການເລືອກຕັ້ງໃນວັນອາທິດວານນີ້ ເພື່ອຕັດສິນໃຈວ່າ ປະເທດດັ່ງກ່າວ ຈະກັບ​ໄປຫາ​ພັກ​ຝ່າຍຊ້າຍໃຫ້ຄືນມາປົກ​ຄອງປະ​ເທດປະຊາທິປະໄຕທີ່ໃຫຍ່ອັນດັບ 4 ຂອງໂລກແຫ່ງນັ້ນບໍ ຫຼື ຈະຮັກສາພັກຝ່າຍຂວາ ຈັດທີ່​ປົກ​ຄອງ​ປະ​ເທດ​ໃນປັດ​ຈຸບັນນີ້​ໄວ້, ອີງ​ຕາມ​ລາຍ​ງານ​ຂອງອົງ​ການ​ຂ່າວ​ເອ​ພີ (AP).

ໂດຍ​ທີ່​ມີ​ການ​ນັບ​ບັດຄະແນນສຽງທັງໝົດໄດ້ 99.9 ເປີ​ເຊັນ​ແລ້ວ ອະດີດປະທານາ ທິບໍດີ ລູ​ອິ​ສ ອິນ​ນາ​ຊິ​ໂອ ລູ​ລ​າ ດາ ຊີ​ລ​ວາ (Luiz Inacio Lula da Silva) ໄດ້ຮັບການສະໜັບສະໜູນ 48.4 ເປີ​ເຊັນ ແລະປະທານາທິບໍດີແຈຣ ໂບ​ລ​ໂຊ​ນາ​ໂຣ (Jair Bolsonaro) ໄດ້ຮັບ 43.2 ເປີ​ເຊັນ. ຜູ້ສະໝັກອີກ 9 ຄົນ ກໍໄດ້ລົງແຂ່ງຂັນ ກັນຄືກັນ, ແຕ່ສຽງສະໜັບສະໜຸນ​ຕໍ່ພວກເ​ເຈົ້າ ແມ່ນ​ໄກ​ກັນ​ຫລາຍກັບສຽງ​ສະ​ໜັບ ສະ​ໜຸນ​ຂອງ​ທ່ານໂບ​ລ​ໂຊ​ນາ​ໂຣ ແລະ ດາ ຊີ​ລ​ວາ, ຜູ້ທີ່ຄົນ​ເອີ້ນກັນທົ່ວໄປວ່າ ລູ​ລາ ນັ້ນ.

ການທີ່ຜົນການ​ເລືອກ​ຕັ້ງມີ​ຄະ​ແນນ​ໃກ້​ຄຽງ​ກັນ​ທີ່ສຸດ​ແມ່ນ​ມີຂຶ້ນ​ແບບບໍ່​ຄາດ​ຝັນ, ນັບ​ຕັ້ງ​ແຕ່​ມີການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ​ໄດ້ ​ໃຫ້ທ່ານດ​າ ຊີ​ລ​ວາ ເປັນ​ຜູ້​ນຳ​ໜ້າ. ການສໍາຫຼວດຂອງ​ອົງ​ການ Datafolha ຄັ້ງຫຼ້າສຸດ ທີ່ຈັດພີມອອກໃນວັນເສົາຜ່ານ​ມາ ໄດ້ພົບວ່າ​ ມີ​ຄະ​ແນນ​ໄດ້ປຽບ​ຢູ່ 50 ເປີ​ເຊັນ ຕໍ່ 36 ເປີ​ເຊັນ ສໍາລັບທ່ານດາ ຊີ​ລ​ວາ. ອົງ​ການນີ້ ໄດ້ສໍາພາດ 12,800 ຄົນ, ໂດຍມີຂອບຂອງຄວາມຜິດພາດຢູ່ 2 ເປີ​ເຊັນ

"ຄະ​ແນນແຕກຕ່າງທີ່​ສູ​ສີ​ກັນ ລະຫວ່າງທ່ານ​ລູ​ລາ ແລະ ທ່ານ​ໂບ​ລ​ໂຊ​ນາ​ໂຣນີ້ ແມ່ນ ບໍ່ເຄີຍມີ​ການຄາດເດົາມາ​ກ່ອນເລີຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາ​ຣາ ພາ​ວາວ (Nara Pavao), ອາ​ຈານສອນວິຊາວິທະຍາສາດການເມືອງຢູ່ມະຫາວິທະຍາໄລ ສະ​ຫະ​ພັນ ເພີ​ນາມ​ບູ​ໂກ (Federal of Pernambuco).

​ໃນ​ການກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ຫຼັງ​ການ​ລົງ​ຄະ​ແນນ​ສຽງນັ້ນ ທ່ານດາ ຊີ​ລ​ວາ ໄດ້​ກ່າວ​ເຖິງ​ການ​ລົງ​ຄະ​ແນນ​ສຽງ ​ຮອບ​ຕັດ​ສິນ​ຊີ້​ຂາດທີ່​ຈະ​ມີ​ຂຶ້ນໃນ​ວັນ​ທີ 30 ຕຸ​ລານີ້ ທີ່​ແຂ່ງ​ກັບທ່ານ​ໂບ​ລ​ໂຊ​ນາ​ໂຣນັ້ນວ່າ ​ເປັນການ “ຕໍ່​ເວ​ລາ​” ໃນ​ການ​ແຂ່ງ​ຂັນ​ກິ​ລາເຕະບານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG