ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໂບລີເວຍ ຂູ່ວ່າ ຈະປິດ ສະຖານທູດ ສຫລ ຢູ່ La Paz (ສະໄລດ໌/ວີດີໂອ)


ພວກຄົນງານບໍ່ແຮ່ໂບລີເວຍ ໄປຮ່ວມປະຊຸມ ສະໜັບສະນຸນ ປະທານາທິບໍດີ Evo Morales ທີ່ເມືອງ Cochabamba (4 ກໍລະກົດ 2013)
ພວກຄົນງານບໍ່ແຮ່ໂບລີເວຍ ໄປຮ່ວມປະຊຸມ ສະໜັບສະນຸນ ປະທານາທິບໍດີ Evo Morales ທີ່ເມືອງ Cochabamba (4 ກໍລະກົດ 2013)
ປະທານາທິບໍດີໂບລີເວຍ ທ່ານ Evo Morales ໄດ້ຂູ່ວ່າ ຈະປິດ
ສະຖານທູດສະຫະລັດ ທີ່ນະຄອນ La Paz ຂະນະທີ່ພວກຜູ້ນຳ ໃນອາເມຣິກາໃຕ້ ປະຊຸມກັນຢູ່ໂບລີເວຍ ເພື່ອສະແດງຄວາມສະ ໜັບສະໜຸນຕໍ່ປະທານາທິບໍດີ ທີ່ເຮືອບິນຂອງທ່ານໄດ້ຖືກສັ່ງໃຫ້ ລົງຈອດຢູ່ຢູໂຣບ ຂະນະທີ່ມີການສົງໄສກັນວ່າ ອາດມີທ້າວ Ed-
ward Snowden ທີ່ໄດ້ເປີດເຜີຍຂໍ້ມູນຄວາມລັບຫລົບໜີໄປນຳ
ເຮືອບິນລຳດັ່ງກ່າວ.

ປະທານາທິບໍດີ ຂອງອາເຈັນຕິນາ ເອກົວດໍ ສຸຣິນາມ ອູຣູກວຍ
ແລະ ເວເນຊູເອລາ ພົບປະກັບທ່ານ Morales ໃນວັນພະຫັດ
ວານນີ້ທີ່ເມືອງ Cochabamba. ບັນດາປະທານາບໍດີຂອງອາ
ເມຣິກາໃຕ້ ໄດ້ທວງໃຫ້ຝຣັ່ງ ອີຕາລີ ປອກຕຸຍການ ແລະສະເປນ ຂໍຂະມາໂທດທີ່ໄດ້ປະຕິ ເສດບໍ່ອະນຸຍາດໃຫ້ເຮືອບິນຂອງຜູ້ນຳໂບລີເວຍບິນຜ່ານເຂດນ່ານຟ້າຂອງພວກເຂົາເຈົ້າ ໃນຕົ້ນອາທິດນີ້.



ປະທານາທິບໍດີ Morales ໄດ້ຖິ້ມໂທດໃສ່ວໍຊິງຕັນວ່າເປັນຜູ້ກົດດັນໃຫ້ບັນດາປະເທດໃນ ຢູໂຣບ ປະຕິເສດຕໍ່ການຮ້ອງຂໍ ທີ່ຈະບິນຜ່ານເຂດນ່ານຟ້າຂອງທ່ານ. ເຮືອບິນຂອງທ່ານ ໄດ້ຖືກບັງຄັບໃຫ້ລົງຈອດ ທີ່ນະຄອນວຽນນາ ປະເທດອັອສເຕຣຍ ເມື່ອວັນອັງຄານຜ່ານ ມາໃນອັນທີ່ທ່ານເອີ້ນວ່າເປັນການລະເມີດຕໍ່ກົດໝາຍນາໆຊາດ. ເຈົ້າໜ້າທີ່ໄດ້ລົງຄວາມ ເຫັນວ່າ ທ້າວ Snowden ບໍ່ໄດ້ຢູ່ເທິງເຮືອບິນຂອງປະທານາທິບໍດີ Morales ແລະທ່ານ ກໍໄດ້ຮັບອະນຸຍາດໃຫ້ເດີນທາງຈາກອັອສເຕຣຍ ໃນມື້ວັນພຸດ.

ຜູ້ນຳຂອງໂບລີເວຍໄດ້ໄປປະຊຸມຢູ່ຣັດເຊຍ ບ່ອນທີ່ທ່ານເວົ້າວ່າ ທ່ານອາດຈະພິຈາລະນາ ໃຫ້ການອະນຸມັດຕໍ່ການຂໍລີ້ໄພຂອງທ້າວ Snowden.

ອົງການຂ່າວ Bloomberg ລາຍງານວ່າ ພວກປະທານາທິບໍດີຂອງອາເມຣິກາໃຕ້ໄດ້ຮຽກ ຮ້ອງໃຫ້ປະຊຸມກັນຕື່ມອີກ ທີ່ປະເທດອູຣູກວຍໃນວັນທີ 12 ກໍລະກົດ ເພື່ອປຶກສາຫາລືກັນ ຕື່ມກ່ຽວກັບເລື່ອງນີ້.

ທ້າວ Snowden ຍັງສືບຕໍ່ທຳການຫຼົບລີ້ຊຶ່ງເຊື່ອກັນວ່າຢູ່ໃນບໍລິເວນທີ່ລໍຖ້າການເດີນທາງ ຂອງສະໜາມບິນກຸງມົສກູເພື່ອຂໍລີ້ໄພຈາກປະເທດໃດປະເທດນຶ່ງໃນຈຳນວນສິບກວ່າປະ ເທດທີ່ຜູ້ກ່ຽວໄດ້ຍື່ນຄຳຮ້ອງໄປແລ້ວນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

ວີດີໂອ ໂຄງການຕິດຕາມສິ້ງຊອມ ຂອງ ສຫລ
please wait

No media source currently available

0:00 0:29:59 0:00
ລິງໂດຍກົງ
XS
SM
MD
LG