ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການ​​ປະ​ເທດ ​ທະ​ວີບອາ​ເມ​ຣິ​ກາ ພົບ​ຫຼັກ​ຖານວ່າ ​ມີ​ການ​ສໍ້​ໂກງ​ ໃນການເລືອກ​ຕັ້ງ ຂອງ​ໂບ​ລີ​ເວຍ


ປະ​ທານ​ທິ​ບໍ​ດີອີ​ໂວ ໂມ​ຣາ​ເລ​ສ ຂອງ​ໂບ​ລີ​ເວຍ (ກາງ) ກ່າວ​ຄຳ​ປາ​ໄສຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ຄ້າຍ​ທະ​ຫານ El Alto ​ຂອງ​ໂບ​ລີ​ເວຍ ໃນ​ວັນ​ທີ 10 ພະ​ຈິກ, 2019
ປະ​ທານ​ທິ​ບໍ​ດີອີ​ໂວ ໂມ​ຣາ​ເລ​ສ ຂອງ​ໂບ​ລີ​ເວຍ (ກາງ) ກ່າວ​ຄຳ​ປາ​ໄສຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ຄ້າຍ​ທະ​ຫານ El Alto ​ຂອງ​ໂບ​ລີ​ເວຍ ໃນ​ວັນ​ທີ 10 ພະ​ຈິກ, 2019

ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ລະ​ດັບ​ຂົງ​ເຂດ​ທີ່​ເປັນ​ອິດ​ສະ​ຫລະ​ໄດ້​ພົບ "ຫລັກ​ຖານຢ່າງ​ຖ້ວມ​ລົ້ນ" ຂອງການ​ກະ​ທຳ "ທີ່​ມີ​ເຈດ​ຕະ​ນາ" ແລະ "ປອງ​ຮ້າຍ" ເພື່ອ​ຈະ​ເຮັດ​ໃຫ້​ການ​ເລືອກ​ຕັ້ງ​ຂອງ​ໂບ​ລີ​ເວຍອຽງ​ໄປ​ເຮັດ​ໃຫ້ປະ​ທານ​ທິ​ບໍ​ດີອີ​ໂວ ໂມ​ຣາ​ເລ​ສ ໃນ​ຕອນນັ້ນ ໄດ້​ຮັບ​ໄຊຊະ​ນະ.

​ຢູ່ໃນ​ລາຍ​ງານ​ສະ​ບັບ​ນຶ່ງ ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ພະ​ຫັດ​ວານນີ້, ອົງ​ການ​ຂອງ​ບັນ​ດາ​ປະ​ເທດ​ໃນ​ຂົງ​ເຂດທະ​ວີບອາ​ເມ​ຣິ​ກາ ຫລື OAS ເວົ້າ​ວ່າ ​ການ​ເລືອກ​ຕັ້ງທົ່ວ​ໄປ​ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ຕຸ​ລາ​ ຜ່ານ​ມາ​ໄດ້​ຖືກ​ເຮັດ​ໃຫ້​ມີຄວາມ​ບົກ​ຜ່ອງໂດຍ "ການ​ປະ​ຕິ​ບັດ​ງານ​ທີ່ບໍ່​ດີຫລາຍ​ອັນ ທີ່​ແນ​ໃສ່​ປ່ຽນ​ແປງ​ຄວາມ​ປະ​ສົງ​ຂອງ​ຄົນທີ່​ສະ​ແດງ​ອອກ​ຢູ່​ໃນ​ບັດ​ລົງ​ຄະ​ແນນ​ສຽງ​ນັ້ນ."

ທ່ານ ໂມ​ຣາ​ເລ​ສ (Morales) ທີ່ຂຶ້ນ​ກຳ​ຕຳ​ແໜ່ງນັບ​ແຕ່​ປີ 2006 ເປັນ​ຕົ້ນ​ມາ ໄດ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄືນອີກໃນ​ປີນີ້, ເຖິງ​ແມ່ນ​ວ່າການ​ລົງ​ປະ​ຊາ​ມະ​ຕິ​ທົ່ວ​ປະ​ເທດ​ໃນ​ປີ 2016 ຈະສະ​ແດງ​ໃຫ້​ເຫັນວ່າ ​ຊາວໂບ​ລີ​ເວຍໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ການ​ວາງ​ຂໍ້​ຈຳ​ກັດຕໍ່​ສະ​ໄໝ​ດຳ​ລົງ​ຕຳ​ແໜ່ງ​ດັ່ງ​ກ່າວ​ກໍ​ຕາມ. ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ ສານທີ່ເຕັມ​ໄປ​ດ້ວຍພວກ​ສະ​ໜັບ​ສະ​ໜຸນ​ທ່ານ ກໍ​ໄດ້​ຕັດ​ສິນ​ວ່າ​ ທ່ານ​ສາ​ມາດ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ຢ່າງບໍ່​ມີ​ກຳ​ນົດ.

ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ທຳ​ອິດ​ໄດ້​ເຮັດ​ໃຫ້​ທ່ານໂມ​ຣາ​ເລ​ສ​ຊະ​ນະ ແຕ່​ວ່າ ໄດ້​ເຮັດ​ໃຫ້​ເກີດ​ກະ​ແສ​ຟອງ​ຂອງການ​ປະ​ທ້ວງ ທີ່​ບັງ​ຄັບ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ ໃນ​ວັນ​ທີ 10 ພະ​ຈິກ​ຜ່ານ​ມາ ແລະ​ຫລົບ​ໜີ​ໄປ​ຢູ່​ໃນ​ເມັກ​ຊິ​ໂກ.

ທ່ານ​ເວົ້າ​ວ່າ ການ​ກ່າວ​ຫາທີ່​ເວົ້າ​ວ່າ​ມີ​ການ​ໂກງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ ນັ້ນ ເປັນແຜນ​ທາງ​ການເມືອງ​ອັນ​ນຶ່ງ ແລະ​ເວົ້າ​ວ່າອົງ​ການ OAS ກຳ​ລັງ "ຮັບ​ໃຊ້​ໃຫ້​ແກ່​ເຄືອ​ຈັກກະ​ພົບຂົງ​ເຂດ​ທະ​ວີບອາ​ເມ​ຣິ​ກາ​ເໜືອ."

​ໃນ​ທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມາ ໂບ​ລີ​ເວຍ​ ໄດ້​ຮັບ​ຜ່ານ​ນິ​ຕິ​ກຳ​ສະ​ບັບ​ນຶ່ງທີ່​ລົບ​ລ້າງ ການ​ເລືອ​ຕັ້ງ​ທີ່​ມີ​ການ​ໂຕ້​ແຍ້ງ​ກັນດັ່ງ​ກ່າວ ແລະ​ໄດ້​ປູ​ທາງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ໃໝ່ ໂດຍທີ່ບໍ່​ມີ​ທ່ານ ໂມ​ຣາ​ເລ​ສ ເຂົ້າ​ຮ່ວມ. ຍັງ​ບໍ່​ມີ​ກຳ​ນົດ​ວັນ​ທີ່​ຈະ​ຈັດ​ການ​ປ່ອນ​ບັ​ດ​ລົງ​ຄະ​ແນນ​ສຽງ​ນັ້ນ​ເທື່ອ.

ຢ່າງ​ໜ້ອຍ​ມີ 30 ຄົນ​ໄດ້​ເສຍ​ຊີ​ວິດ​ໄປ​ຢູ່​ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ພວກ​ປະ​ທ້ວງ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ນັບ​ແຕ່​ມີ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 20 ຕະ​ລາ​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ​ຢູ່​ລຸ່ມນີ້

An independent regional panel has found "overwhelming evidence" of "deliberate" and "malicious" actions taken to tip Bolivia's elections in favor of then-President Evo Morales.

In a report released Thursday, the Organization of American States (OAS) says the October 20 general elections were marred by "a series of malicious operations aimed at altering the will expressed at the polls."

Morales, in power since 2006, stood for elections again this year, despite a nationwide referendum in 2016 showing Bolivians backing term limits. Despite the vote, courts packed with his supporters, ruled that he could run indefinitely.

Initial results gave Morales the victory, but also triggered a wave of protests that forced him to resign on November 10 and flee to Mexico.

He says the allegations of vote rigging are a political ploy and that the OAS is "in the service of the North American empire."

In late November, Bolivia passed legislation to annul the contested elections and pave the way for a new vote without Morales. No date has been set for the vote yet..

At least 30 people have died in clashes between protesters and security forces since the Oct. 20 election.

XS
SM
MD
LG