ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງບໍລິຄໍາໄຊ ຈັດສັນດິນ ເພື່ອພັດທະນາເຂດ ເສດຖະກິດສະເພາະ ແລະສ້າງຂົວຂ້າມແມ່ນໍ້າຂອງ


ວຽກງານກໍາລັງດໍາເນີນໄປ ສໍາລັບການສ້າງທ່າເຮືອ ທ່າສະອາດ ສໍາລັບເຂດເສດຖະກິດສະເພາະ ຂອງແຂວງບໍລິຄໍາໄຊ.
ວຽກງານກໍາລັງດໍາເນີນໄປ ສໍາລັບການສ້າງທ່າເຮືອ ທ່າສະອາດ ສໍາລັບເຂດເສດຖະກິດສະເພາະ ຂອງແຂວງບໍລິຄໍາໄຊ.
ທ່ານບຸນທັນ ວົງຊະນະ ຮອງຫົວໜ້າຫ້ອງການແຜນການແລະ
ການລົງທຶນ ແຂວງບໍລິຄໍາໄຊ ໄດ້ມີມະຕິຈັດສັນທີ່ດິນທີ່ມີເນື້ອ
ທີ່ລວມເຖິງ 4,500 ເຮັກຕ້າໃນເຂດເມືອງຄໍາເກີດ ເພື່ອພັດ
ທະນາເປັນເຂດເສຖະກິດສະເພາະຂອງແຂວງ ຢ່າງເປັນ
ທາງການ ເມື່ອບໍ່ດົນມານີ້ ດ້ວຍເປົ້າໝາຍທີ່ຈະດຶງດູດເອົາ
ການລົງທຶນຂອງທັງເອກກະຊົນລາວ ແລະຕ່າງຊາດໃຫ້ເຂົ້າ
ມາໃນແຂວງບໍລິຄໍາໄຊຫຼາຍຂຶ້ນ.

ທາງການແຂວງບໍລິຄໍາໄຊ ໄດ້ຕັ້ງຊື່ເຂດເສດຖະກິດສະເພາະ
ດັ່ງກ່າວນີ້ວ່າ ເຂດເສດຖະກິດສະເພາະວຽງຄໍາ-ທ່າສະອາດ ທີ່ຕັ້ງຢູ່ຫ່າງຈາກຕົວແຂວງປະມານ 90 ກິໂລແມັດ ຊຶ່ງເປັນຈຸດ ເຊື່ອມຕໍ່ລະຫວ່າງຖະໜົນເລກ 8 ກັບຖະໜົນເລກ 13 ໃຕ້ ຈຶ່ງສາມາດເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງກັບຫວຽດນາມ
ແລະໄທໄດ້ທັງສອງທາງ ແລະທີ່ສໍາຄັນກໍຄືທາງການແຂວງບໍລິຄໍາໄຊຍັງມີແຜນການ
ທີ່ ຈະຊຸກຍູ້ໃຫ້ດໍາເນີນການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ເພື່ອເຮັດໃຫ້ການຄົມມະນາຄົມ- ຂົນສົ່ງ ຈາກໄທໄປຫວຽດນາມໂດຍມີແຂວງບໍລິຄໍາໄຊເປັນສູນກາງການເຊື່ອມຕໍ່ນັ້ນ
ສາມາດປະຕິບັດໄດ້ຢ່າງສະດວກວ່ອງໄວອີກດ້ວຍ.


ແຕ່ຢ່າງໃດກໍຕາມ ທາງການແຂວງບໍລິຄໍາໄຊ ກໍຍັງຄົງ ບໍ່ສາມາດອະນຸຍາດໃຫ້ເອກກະຊົນລາວແລະຕ່າງຊາດ
ເຂົ້າໄປລົງທຶນໃນເຂດເສດຖະກິດສະເພາະດັ່ງກ່າວນີ້ໄດ້ ເພາະຕ້ອງລໍຖ້າການອະນຸມັດແຜນການຈາກຄະນະກໍາ
ມະການເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດ ເສດຖະກິດ ສະເພາະແຫ່ງຊາດລາວຢ່າງເປັນທາງການ ເສຍກ່ອນ ຫາກແຕ່ກໍເຊື່ອວ່າການອະນຸມັດຈະມີຂຶ້ນໃນໝໍ່ໆນີ້.

ທັງນີ້ກໍເພາະວ່າຄະນະກໍາມະການເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເຂດເສດຖະກິດ
ສະເພາະແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານສົມສະຫວາດ ເລ່ງສະຫວັດ ຮອງ
ນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານດ້ານເສດຖະກິດຂອງລັດຖະ ບານລາວນັ້ນ ໄດ້ປະ​ກາດ ເປົ້າໝາຍຢ່າງເປັນທາງການເມື່ອບໍ່ດົນມານີ້ວ່າສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດ ເສດຖະກິດສະເພາະໃຫ້ໄດ້ເຖິງ 41 ແຫ່ງໃນທົ່ວ ປະເທດນັ້ນເອງ.

ສໍາລັບໃນໄລຍະ 10 ປີຕໍ່ໜ້ານີ້ ທາງການລາວກໍໄດ້ວາງເປົ້າໝາຍທີ່ຈະສ້າງຕັ້ງເຂດເສດ ຖະກິດພິເສດ ແລະເຂດເສດຖະກິດສະເພາະໃຫ້ໄດ້ບໍ່ໜ້ອຍກວ່າ 10 ແຫ່ງ ຊຶ່ງກໍເຮັດໃຫ້ ຈໍາເປັນຕ້ອງດຶງເອົາເງິນລົງທຶນຈາກຕ່າງປະເທດເຂົ້າມາພັດທະ ນາພື້ນຖານໂຄງລ່າງ ໃນ
ທັງ 10 ເຂດດັ່ງກ່າວ ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 3 ພັນລ້ານໂດລາ ໂດຍຍັງບໍ່ ລວມເຖິງເງິນລົງທຶນ ສໍາລັບອຸດສາຫະກໍາການຜະລິດຕ່າງໆແຕ່ຢ່າງໃດ. ແລະຖ້າຫາກ ການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ ກໍຈະສ້າງວຽກເຮັດງານທໍາໃຫ້ແກ່ປະ
ຊາຊົນລາວໄດ້ຫຼາຍກວ່າ 5 ໝື່ນຄົນ ກັບທັງຍັງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນ
ລາວ ຢູ່ໃນ ເຂດດັ່ງກ່າວບໍ່ຕໍ່າກວ່າ 2,400 ໂດລາຕໍ່ຄົນຕໍ່ປີອີກດ້ວຍ.


ແຕ່ຢ່າງໃດກໍຕາມ, ທ່ານສົມສະຫວາດ ກໍຍອມຮັບວ່າ
ການພັດທະນາເສດຖະກິດ ພິເສດ ແລະເສດຖະກິດ
ສະເພາະໃນລາວນັ້ນ ໄດ້ຄືບໜ້າໄປຢ່າງຊັກຊ້າຫຼາຍ
ຍົກ ເວັ້ນເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ທີ່
ແຂວງບໍ່ແກ້ວເທົ່ານັ້ນ ທີ່ຖືວ່າມີການ ພັດທະນາຢ່າງ
ວ່ອງໄວ ດັ່ງທີ່ທ່ານສົມສະຫວາດ ໄດ້ຢືນຢັນວ່າ:

ເຂດເສດຖະກິດພິເສດສາມຫຼ່ຽມຄໍາໄດ້ມີຄວາມ
ພັດທະນາຢ່າງເດັ່ນຊັດ ອັນໄດ້ປະກອບສ່ວນ ເຂົ້າໃນການພັດທະນາພື້ນຖານໂຄງຫລ່າງ ແລະການສ້າງວຽກເຮັດງານທໍາໃຫ້ ປະຊາຊົນທ້ອງຖິ່ນ ເຖິງຢ່າງນັ້ນກໍຕາມ ຄວາມຄືບໜ້າຂອງວຽກງານດັ່ງກ່າວ ເວົ້າລວມຍັງຊັກຊ້າ ຍັງບໍ່ທັນສາມາດເສີມຂະຫຍາຍກໍາລັງແຮງຈາກບັນດາ ພາກ ສ່ວນເສດຖະກິດຕ່າງປະເທດໄດ້ເທົ່າທີ່ຄວນ.”


ໃນປັດຈຸບັນນີ້ ໃນລາວມີເຂດເສດຖະກິດພິເສດທີ່ໄດ້ຮັບການພັດທະນາແລະ ສາມາດ ຮອງ
ຮັບການລົງທຶນຂອງເອກກະຊົນລາວແລະຕ່າງຊາດໄດ້ແລ້ວ 3 ແຫ່ງ ກໍຄືເຂດເສດຖະກິດ ພິເສດສະຫວັນ-ເຊໂນ ໃນແຂວງສະຫວັນນະເຂດ ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ທີ່ແຂວງຫຼວງນໍ້າທາ ແລະເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ແຂວງບໍ່ແກ້ວ ຕາມລໍາດັບ.
XS
SM
MD
LG