ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ແຂວງບໍ່ແກ້ວ ຍົກເລີກ ສຳປະທານ ທີ່ດິນ 18 ແຫ່ງ ຂອງບັນດານັກທຸລະກິດຈີນ


ສວນກ້ວຍແຫ່ງນຶ່ງ ໃນແຂວງບໍ່ແກ້ວ
ສວນກ້ວຍແຫ່ງນຶ່ງ ໃນແຂວງບໍ່ແກ້ວ

ທາງການແຂວງບໍ່ແກ້ວ ຍົກເລີກສຳປະທານທີ່ດິນ 18 ແຫ່ງ ທີ່ອະນຸມັດໃຫ້ກັບ ບັນດາ
ນັກທຸລະກິດຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ເພາະກວດພົບວ່າ ໄດ້ສົ່ງຜົນກະທົບຕໍ່ສິ່ງ
ແວດລ້ອມ ຢ່າງກວ້າງຂວາງ.

ເຈົ້າໜ້າທີ່ຂັ້ນສູງ ໃນແຂວງບໍ່ແກ້ວ ຢືນຢັນວ່າ ທ່ານຄຳພັນ ເຜີຍຍະວົງ ເຈົ້າແຂວງ
ແລະເລຂາທິການພັກແຂວງບໍ່ແກ້ວ ໄດ້ອອກຄຳສັ່ງ ໄປເຖິງທຸກໜ່ວຍງານທີ່ກ່ຽວຂ້ອງ
ໃນທົ່ວແຂວງບໍ່ແກ້ວ ເມື່ອບໍ່ນານມານີ້ ເພື່ອໃຫ້ຢຸດການອະນຸຍາດສຳປະທານທີ່ດິນ
ໃຫ້ກັບບັນດານັກທຸລະກິດຈີນ ທີ່ມາລົງທຶນປູກກ້ວຍໃນແຂວງບໍ່ແກ້ວ ຢ່າງສິ້ນເຊີງ
ທັງຍັງໄດ້ມີຄຳສັ່ງໃຫ້ຍົກເລີກສຳປະທານທີ່ດິນ 18 ແຫ່ງທີ່ໄດ້ປູກກ້ວຍ ໄປແລ້ວອີກດ້ວຍ.

ພວກຄົນງານ ກຳລັງໄຈ້ແຍກ ກ້ວຍ ທີ່ເກັບກ່ຽວ ມາຈາກສວນກ້ວຍ
ພວກຄົນງານ ກຳລັງໄຈ້ແຍກ ກ້ວຍ ທີ່ເກັບກ່ຽວ ມາຈາກສວນກ້ວຍ

ໂດຍການຍົກເລີກສຳປະທານທີ່ດິນ ທັງ 18 ແຫ່ງດັ່ງກ່າວ ກໍເປັນຜົນຈາກການກວດ
ພົບວ່າ ພື້ນທີ່ປູກກ້ວຍຂອງບັນດານັກທຸລະກິດຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ
ທຳມະຊາດ ແລະປະຊາຊົນລາວ ໃນແຂວງບໍ່ແກ້ວຢ່າງກ້ວາງຂວາງ ທັງຍັງຝ່າຝືນ
ກົດໝາຍວ່າດ້ວຍສິ່ງແວດລ້ອມທຳມະຊາດຂອງລາວ ດ້ວຍການນຳໃຊ້ສານເຄມີ
ປ້ອງກັນໂຣກພືດ ເຖິງ 28 ຊະນິດ ແລະຢາຂ້າສັດຕູພືດອີກ 19 ຊະນິດ ລວມເຖິງ
ການໃຊ້ສານເຄມີ ເພື່ອເລັ່ງຜົນຜະລິດດ້ວຍນັ້ນ ໄດ້ເປັນສິ່ງທີ່ຄຸກຄາມ ຕໍ່ສຸຂະພາບ
ອະນາໄມຂອງປະຊາຊົນ ທັງກໍຍັງໄດ້ສົ່ງຜົນກະທົບ ຕໍ່ແຫລ່ງນ້ຳທຳມະຊາດ ສັດນ້ຳ
ທີ່ນາ ແລະ ພືດຜົນຕ່າງໆ ຂອງປະຊາຊົນລາວ ໃນແຂວງບໍ່ແກ້ວຢ່າງໜັກໜ່ວງອີກດ້ວຍ.

ໂດຍທີ່ຜ່ານມາ ທາງການແຂວງບໍ່ແກ້ວ ໄດ້ອະນຸມັດສຳປະທານທີ່ດິນ ເພື່ອປູກກ້ວຍ
ໃຫ້ແກ່ບັນດານັກທຸລະກິດຈີີນ ໃນພື້ນທີ່ 15,000 ເຮັກຕາ ສ່ວນໃຫຍ່ເປັນທີ່ດິນ ທີ່ຢູ່
ສູງກວ່າແຫລ່ງນ້ຳທຳມະຊາດດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ເປີດເຜີຍວ່າ ໃນແຜນການປະຈຳປີ
2015-2016 ລັດຖະບານລາວ ມີລາຍຮັບຈາກການອະນຸຍາດ ສຳປະທານທີ່ດິນ ເພື່ອ
ການປູກພືດອຸດສາຫະກຳຕ່າງໆ ເຊັ່ນຢາງພາລາ ໄມ້ວິກ ແລະກ້ວຍໃນມູນຄ່າລວມ
ບໍ່ເຖິງ 20 ລ້ານໂດລາ ຊຶ່ງຖືເປັນລາຍຮັບທີ່ຕ່ຳຫລາຍເມື່ອທຽບກັບພື້ນທີ່ສຳປະທານ
ລວມ ທີ່ກວ້າງກວ່າ 570,000 ເຮັກຕາ ໃນທົ່ວປະເທດ.

ໂດຍສາເຫດທີ່ເຮັດໃຫ້ລັດຖະບານລາວມີລາຍຮັບທີ່ຕ່ຳຫຼາຍດັ່ງກ່າວ ກໍເພາະວ່າ ໄດ້ມີ
ການປະເມີນຄ່າເຊົ່າ ຫຼື ຄ່າສຳປະທານທີ່ດິນໃນອັດຕາ ທີ່ຕ່ຳກວ່າ ຄວາມເປັນຈິງ ຊຶ່ງ
ສ່ວນໃຫຍ່ກໍເປັນການປະເມີນ ຄ່າສຳປະທານ ໂດຍພະນັກງານຂອງລັດຖະບານ ໃນ ລະດັບທ້ອງຖິ່ນ ຂອງແຕ່ລະເຂດແຂວງທີ່ເຫັນແກ່ປະໂຫຍດສ່ວນຕົວ ທີ່ໄດ້ຮັບຈາກ
ບັນດານາຍທຶນ ແລະລວມເຖິງປະສິດທິພາບຕ່ຳຂອງພະນັກງານ ໃນການຈັດເກັບ
ອາກອນທີ່ດິນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນອົງການກວດສອບລັດຖະບານ ໄດ້ໃຫ້ການ
ຢືນຢັນວ່າ:

“ລະຫວ່າງພາສີ ແລະເຈົ້າຂອງດິນ ຜູ້ທີ່ຈັບຈອງ ກໍນະໂຍບາຍໃຫ້ກັນ ກໍເສຍເປັນດິນ
ສວນ ທັງໆທີ່ວ່າ ດິນຕອນນັ້ນ ບໍ່ມີຕົ້ນໄມ້ ດິນຂອງພະນັກງານທະຫານ ຕຳຫຼວດ
ແລະທຸລະກິດ ກໍບໍ່ເສຍພາສີ ສະນັນ ຈຶ່ງມີຄຳເວົ້າເຂົາເຈົ້າວ່າ ດິນຢູ່ບ້ານພວກເຮົາຫຼະ
ເກັບໄດ້ແຕ່ດິນທ້າວ ດິນທ່ານ ຫຼະເກັບບໍ່ໄດ້.”

ສ່ວນເຈົ້າໜ້າທີ່ຂັນສູງ ໃນກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຢືນ
ຢັນວ່າ ການກວດກາໃນຕະຫຼອດແຜນການປີ ຜ່ານມາ ພົບວ່າ ມີພື້ນທີ່ສຳປະທານພຽງ
44,500 ເຮັກຕາ ເທົ່ານັ້ນ ທີ່ໄດ້ມີການປະເມີນຄ່າສຳປະທານ ຢ່າງຖືກຕ້ອງຕາມລະບຽບ
ກົດໝາຍ ຊຶ່ງໝາຍຄວາມວ່າ ໄດ້ມີການທຸຈະລິດ ເກີດຂຶ້ນ ໃນການປະເມີນຄ່າສຳປະ
ທານທີ່ດິນ ສ່ວນໃຫຍ່ ຫຼື ກວ້າງກວ່າ 525,500 ເຮັກຕານັ້ນເອງ.

ທາງດ້ານສະພາແຫ່ງຊາດລາວ ລາຍງານວ່າ ໃນລະຍະ 5 ປີມານີ້ ສະພາແຫ່ງຊາດ ໄດ້
ຮັບການຮ້ອງຮຽນຈາກປະຊາຊົນຫຼາຍກວ່າ 10,000 ກໍລະນີທີ່ເປັນການຂັດແຍ້ງທີ່ກ່ຽວ
ກັບສິດ ໃນການຖືຄອງທີ່ດິນ ແລະທີ່ຢູ່ອາໄສ ລະຫວ່າງປະຊາຊົນກັບທາງການລາວ
ແລະ ບໍລິສັດເອກກະຊົນ ໂດຍໃນປັດຈຸບັນ ທາງການລາວ ໄດ້ອະນຸຍາດສຳປະທານ
ທີ່ດິນໃຫ້ແກ່ເອກກະຊົນລາວ ແລະຕ່າງຊາດ 1,281 ສັນຍາໃນທົ່ວປະເທດ.

XS
SM
MD
LG