ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ທ່ານ Bob Carr ໄດ້ຖືກແຕ່ງຕັ້ງ ເປັນລັດຖະມົນຕີ ການຕ່າງປະເທດ ອອສເຕຣເລຍ


ອະດີດຜູ້ປົກຄອງລັດ New South Wales ຂອງອອສເຕເລຍ ທ່ານ Bob Carr ຖືກແຕ່ງຕັ້ງເປັນລັດຖະມົນຕີການຕ່ງປະເທດ.

ນາ​ຍົກ​ລັດຖະມົນຕີ ທ່ານ​ນາງ Julia Gillard ​ໄດ້ແຕ່ງຕັ້ງອະດີດ​ຜູ້ປົກຄອງ​ລັດທ່ານ Bob
Carr ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແທນ​ທ່ານ Kevin Rudd ທີ່​ໄດ້​ລາ​ອອກ​ຈາກ​ໜ້າ​
ທີ່​ໃນອາທິດ​ແລ້ວ​ນີ້ ​ແລະ​ຫຼັງຈາກ​ນັ້ນ ຍັງໄດ້ສູນເສຍ​ການ​ທ້າທາຍເປັນ​ຜູ້​ນໍາຂອງ​ພັກ ໃຫ້​ແກ່
ທ່ານ​ນາງ Gillard ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້.

ທ່ານ Carr ​ໄດ້​ລາ​ອອກ​ກີ​ນ​ເບ້ຍ​ບໍານານ​ ໃນປີ 2005 10 ປີຫລັງ​ຈາກ​ທ່ານ​ໄດ້​ເປັນຜູ້​ປົກ
ຄອງລັດ New South Wales ຊຶ່ງ​ເປັນ​ບ່ອນ​ທີ່ທ່ານມີບົດບາດສໍາຄັນ ໃນການຊ່ວຍ​ເຫຼືອ
ນະຄອນ​ຊິດນີ​ເປັນ​ເຈົ້າພາບຈັດການ​ແຂ່ງຂັນກິລາ​ໂລ​ລິ​ມປິກໃນ​ປີ 2000. ທ່ານ Carr ອາ
ຍຸ 64 ປີ ​ກ່າວ​ຕໍ່​ກອງ​ປະ​ຊຸ​ມສື່​ມວນ​ຊົນ ໃນ​ວັນ​ສຸກ​ມື້ນີ້ວ່າ ທ່ານ​ມີ​ຂໍ້​ຂັດ​ແຍ້​ງ​ໃນ​ການທີ່​ຈະ
ກັບ​ຄືນ​ມາ​ຈາກ​ການກີ​ນ​ເບ້​ຍບໍານານ.

ນ​ອກຈາ​ກເປັນ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ແລ້ວ ທ່ານ Carr ຍັງ​ຈະ​ຕ້ອງ​ໄດ້​ນັ່ງ​ຢູ່​ໃນ​ໜ້າ
ທີ່​ຂອງສະພາ​ສູງຈົນ​ກວ່າວ່າ​ທ່ານ Carr ຈະໄດ້ສາບານ​ຕົວເຂົ້າຮັບຕໍາ​ແໜ່​ງ. ທ່ານ Craig
Emerson ຍັງຈະສືບ​ຕໍ່​ກຳຕຳ​ແໜ່​ງຮັກສາລັດຖະມົນຕີ​ການ​ຕ່າງປະ​ເທດ​ເປັນ​ການ​ຊົ່ວຄາວ.

XS
SM
MD
LG