ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລູມເບີກ ນຳພາໃນຄວາມພະຍາຍາມ ຊ່ວຍເຫຼືອ ສະຫະລັດ ຮັກສາພັນທະ ຂໍ້ຕົກລົງ ປາຣີ ໄວ້


ອະດີດຜູ້ປົກຄອງນະຄອນ ນິວຢອກ ທ່ານ ໄມເຄີລ ບລູມເບີກ ກ່າວຄຳປາໄສຕໍ່ສື່ມວນຊົນ ຫຼັງຈາກການພົບປະກັບອະດີດ
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande, ທີ່ທຳນຽບ ເອລີເຊ, ນະຄອນຫຼວງ ປາຣີ. 9 ມີນາ, 2017.
ອະດີດຜູ້ປົກຄອງນະຄອນ ນິວຢອກ ທ່ານ ໄມເຄີລ ບລູມເບີກ ກ່າວຄຳປາໄສຕໍ່ສື່ມວນຊົນ ຫຼັງຈາກການພົບປະກັບອະດີດ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande, ທີ່ທຳນຽບ ເອລີເຊ, ນະຄອນຫຼວງ ປາຣີ. 9 ມີນາ, 2017.

ທ່ານ ໄມເຄີລ ບລູມເບີກ ກຳລັງດຳເນີນພາລະກິດ ເພື່ອຮັບປະກັນວ່າ ສະຫະລັດ ເຊິ່ງ ເປັນຜູ້ປ່ອຍຄວັນພິດຫຼາຍທີ່ສຸດ, ໃຫ້ຮັກສາພັນທະຂອງ ຕົນ ຕໍ່ສົນທິສັນຍາສະພາບອາ
ກາດ ປາຣີ ໄວ້, ເຖິງແມ່ນວ່າຕົນ ຈະບໍ່ໄດ້ມີສ່ວນຮ່ວມຢ່າງເປັນທາງການກໍຕາມ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເມື່ອບໍ່ດົນມານີ້ ໄດ້ປະກາດວ່າ ສະຫະ
ລັດ ຈະຖອນຕົວອອກຈາກຂໍ້ຕົກລົງ ກ່ຽວກັບ ສະພາບ ອາກາດປ່ຽນແປງ ປາຣີ, ໂດຍ
ກ່າວວ່າ ຂໍ້ຕົກລົງດັ່ງກ່າວມີມູນຄ່າສູງ ໂພດ ແລະ ຈະເຮັດໃຫ້ທຸລະກິດ ສະຫະລັດ ສູນ
ເສຍວຽກງານ 7 ລ້ານໜ້າວຽກໄປໃນປີ 2025.

ທ່ານ ບລູມເບີກ, ເສດຖີພັນລ້ານ ອະດີດຜູ້ປົກຄອງນະຄອນ ນິວຢອກ ໄດ້ສັນຍາວ່າ ຈະ
ໃຫ້ການສະໜັບສະໜູນໂຄງຮ່າງສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບ ສະ
ພາບອາກາດປ່ຽນແປງ, ຫຼື UNFCCC, ເປັນອົງການທີ່ຊ່ວຍເຫຼືອປະເທດຕ່າງໆ ປະຕິ
ບັດພັນທະຂອງພວກເຂົາເຈົ້າ ຕໍ່ຂໍ້ຕົກລົງ ປາຣີ. ເງິນດັ່ງກ່າວເປັນຈຳນວນທີ່ ອົງການສະ
ຫະປະຊາຊາດສູນເສຍຈາກ ວໍຊິງຕັນ, ອີງຕາມການລາຍງານໃນເວັບໄຊ ຂອງທ່ານ
ບລູມເບີກ.

ທ່ານ ບລູມເບີກ ກ່າວວ່າ “ປະຊາຊົນ ອາເມຣິກັນ ຈະໃຫ້ກຽດ ແລະ ບັນລຸຂໍ້ຕົກລົງ
ປາຣີ ໂດຍການນຳພາຈາກຂັ້ນລຸ່ມ ຫາ ສູງສຸດ ແລະ ມັນກໍບໍ່ມີຫຍັງ ທີ່ ວໍຊິງຕັນ ຈະເຮັດໄດ້ເພື່ອຢຸດຢັ້ງພວກເຮົາ.”

ໜັງສືພິມ New York Times ລາຍງານວ່າ ນອກນັ້ນທ່ານ ບລູມເບີກ ຍັງເປັນຜູ້ນຳໜ້າ ໃນຄວາມພະຍາຍາມ ໂດຍບັນດາຕົວເມືອງຕ່າງໆຂອງ ອາເມຣິກາ, ລັດ ແລະ ບໍລິສັດ
ຫຼາຍແຫ່ງ ເພື່ອສົ່ງແຜນການຕໍ່ອົງການ ສະຫະປະຊາຊາດ, ທີ່ສັນຍາວ່າ ຈະບັນລຸເປົ້າ
ໝາຍການປ່ອຍແກ໊ສ ພິດເຮືອນແກ້ວຂອງ ສະຫະລັດ.

ໜັງສືພິມນັ້ນກ່າວວ່າ ກຸ່ມທີ່ບໍ່ອອກຊື່ ໃນປັດຈຸບັນນີ້ ລວມມີເຈົ້າເມືອງ 30 ຄົນ, ຜູ້ປົກ
ຄອງລັດ 3 ຄົນ, ປະທານມະຫາວິທະຍາໄລຫຼາຍກວ່າ 80 ແຫ່ງ ແລະ ຫົວໜ່ວຍທຸລະ
ກິດຫຼາຍກວ່າ 100 ແຫ່ງ. ລາຍງານໄດ້ ກ່າວວ່າ ກຸ່ມດັ່ງກ່າວ ໄດ້ຈັດການເຈລະຈາ ກັບອົງການສະຫະປະຊາຊາດ ເພື່ອໃຫ້ແຜນການຂອງພວກເຂົາເຈົ້າຖືກຮອງຮັບເອົາ, ພ້ອມກັບແຜນການ ສະພາບອາກາດຂອງບັນດາປະເທດສະມາຊິກ ອົງການສະຫະ
ປະຊາຊາດ ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG