ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ການກໍ່ລັດຖະປະຫານ ປະເຊີນກັບ ວັນທີ່ນອງເລືອດທີ່ສຸດ ໃນ ມຽນມາ


ຜູ້ປະທ້ວງ ນາງ ແອນໂຈ ອາຍຸ 19 ປີ ຫຼື ຮູ້ຈັກດັ່ງກັບ ຈາລ ຊິນ, ນອນຢູ່ພື້ນດິນ ກ່ອນທີ່ລາວໄດ້ຖືກຍິງປືນໃສ່ຫົວ ໃນຂະນະທີ່ກອງກຳລັງ ມຽນມາ ໄດ້ຍິງປືນເພື່ອສະຫຼາຍການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນເມືອງ ແມນດາເລ. 3 ມີນາ, 2021.
ຜູ້ປະທ້ວງ ນາງ ແອນໂຈ ອາຍຸ 19 ປີ ຫຼື ຮູ້ຈັກດັ່ງກັບ ຈາລ ຊິນ, ນອນຢູ່ພື້ນດິນ ກ່ອນທີ່ລາວໄດ້ຖືກຍິງປືນໃສ່ຫົວ ໃນຂະນະທີ່ກອງກຳລັງ ມຽນມາ ໄດ້ຍິງປືນເພື່ອສະຫຼາຍການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນເມືອງ ແມນດາເລ. 3 ມີນາ, 2021.

ທູດພິເສດຂອງອົງການສະຫະປະຊາຊາດ ທີ່ຮັບຜິດຊອບ ກ່ຽວກັບ ມຽນມາ ເວົ້າວ່າຢ່າງໜ້ອຍ 38 ຄົນຖືກຂ້າຕາຍໃນທົ່ວປະເທດເມື່ອວັນພຸດວານນີ້ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານຖະຫານອີກນຶ່ງວັນ.

ທ່ານນາງ ຄຣິສຕີນ ຊຣາເນີ ເບີເກເນີ (Christine Schraner Burgener) ໄດ້ກ່າວຕໍ່ບັນດານັກຂ່າວໃນການໂທລະສັບທາງອິນເຕີແນັດຈາກປະເທດ ສວິດເຊີແລນ ວ່າ “ມື້ນີ້, ມັນເປັນວັນທີ່ນອງເລືອດທີ່ສຸດ ນັບຕັ້ງແຕ່ການກໍ່ລັດຖະປະຫານໄດ້ເກີດຂຶ້ນເມື່ອວັນທີ 1 ກຸມພາ.”

ອົງການຂ່າວຣອຍເຕີ ໄດ້ກ່າວວ່າຢ່າງໜ້ອຍ 9 ຄົນຖືກຂ້າຕາຍ, ລວມທັງ 5 ຄົນໃນເມືອງ ໂມນີວາ ທີ່ຕັ້ງຢູ່ໃຈກາງຂອງປະເທດ, ໂດຍອ້າງເຖິງຜູ້ເຫັນເຫດການ ແລະ ລາຍງານຂອງສື່ມວນຊົນ. ທັງອົງການຂ່າວ ຣອຍເຕີ ແລະ AP ເວົ້າວ່າເດັກຊາຍໄວລຸ້ນຖືກຂ້າຕາຍໃນເມືອງ ມິງຢານ ຢູ່ໃຈກາງຂອງປະເທດ.

ໃນຂະນະດຽວກັນ, ອົງການຂ່າວຣອຍເຕີ ແລະ ອົງການຂ່າວຝຣັ່ງ AFP ໄດ້ ກ່າວວ່າ ຢ່າງໜ້ອຍສອງຄົນຖືກຂ້າຕາຍໃນເມືອງ ແມນດາເລ, ເຊິ່ງແມ່ນເມືອງ ທີ່ໃຫຍ່ສຸດອັນດັບສອງຂອງ ມຽນມາ. ອົງການຂ່າວ AFP ຍັງໄດ້ລາຍງານຜູ້ເສຍຊີວິດອື່ນໆອີກ 4 ຄົນໃນພາກພື້ນ ຊາເກງ.

ກອງກຳລັງຮັກສາຄວາມປອດໄພໄດ້ໃຊ້ລູກປືນຢາງ ແລະ ແກັສນໍ້າຕາເພື່ອຂັບໄລ່ຝູງຄົນ, ດ້ວຍຜູ້ເຫັນເຫດການເວົ້າວ່າ ລູກປືນແທ້ກໍໄດ້ຖືກໃຊ້ກັບຜູ້ປະທ້ວງ. ຫຼາຍຄົນມີລາຍງານວ່າໄດ້ຮັບບາດເຈັບ, ໃນນັ້ນແມ່ນນັກຂ່າວຂອງວີໂອເອພະແນກພາສາ ມຽນມາ ທ່ານ ເທັດ ອອງ ຄ້ານ, ຜູ້ທີ່ຖືກຍິງໃສ່ແຂນໂດຍລູກປືນຢາງ ໃນຂະນະທີ່ລາວລາຍງານ ກ່ຽວກັບ ການປະທ້ວງ.

ທ່ານນາງ ຊຣາເນີ ເບີເກເນີ ໄດ້ກ່າວວ່າ ລາວຮູ້ສຶກກະທົບກະເທືອນຫຼາຍໂດຍວິດີໂອທີ່ຖືກໝູນວຽນເຜີຍແຜ່ ກ່ຽວກັບ ຕໍາຫຼວດຍິງປືນໃສ່ຜູ້ປະທ້ວງໃນໄລຍະທີ່ໃກ້ ແລະ ຕຳຫຼວດອີກຄົນນຶ່ງທຸບຕີທີມແພດທີ່ບໍ່ມີອາວຸດຜູ້ທີ່ບໍ່ໄດ້ຄັດຄ້ານການຈັບກຸມ.

ທ່ານນາງໄດ້ກ່າວວ່າ “ຈາກຫຼາຍວິດີໂອຄລິບ, ຂ້າພະເຈົ້າໄດ້ຂໍໃຫ້ຜູ້ຊ່ຽວຊານດ້ານອາວຸດລະບຸຕໍ່ຂ້າພະເຈົ້າ, ມັນບໍ່ຊັດເຈນ, ແຕ່ມັນເບິ່ງຄືວ່າຕຳຫຼວດໄດ້ໃຊ້ອາວຸດຄືປືນກົນ 9 ມິນລີແມັດ, ລູກປືນແທ້.”

ມຽນມາ ໄດ້ຕົກຢູ່ໃນສະຖານະການການກໍ່ຈະລາຈົນ ແລະ ຄວາມຮຸນແຮງເປັນ ເວລານຶ່ງເດືອນ, ນັບຕັ້ງແຕ່ມີການໂຄ່ນລົ້ມລັດຖະບານພົນລະເຮືອນຂອງທະຫານ ແລະ ການກັກຂັງຜູ້ນຳພົນລະ ເຮືອນທີ່ແທ້ຈິງ ທ່ານນາງ ອອງ ຊານ ຊູ ຈີ ແລະ ເຈົ້າໜ້າທີ່ລະດັບສູງຄົນອື່ນໆຈາກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG