ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຈະບໍ່ຍົກເລີກ ມາດຕະການລົງໂທດ ແຕ່ຈະຮັບປະກັນ ການຊ່ວຍເຫຼືອຕໍ່ຊາວ ອັຟການິສຖານ


ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ໃຫ້ການ ຕໍ່ຄະນະກຳມະການພົວພັນຕ່າງປະເທດ ສະພາສູງ ຢູ່ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ 14 ກັນຍາ, 2021.
ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ໃຫ້ການ ຕໍ່ຄະນະກຳມະການພົວພັນຕ່າງປະເທດ ສະພາສູງ ຢູ່ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ 14 ກັນຍາ, 2021.

ສະຫະລັດ ເວົ້າວ່າເຂົາເຈົ້າຈະບໍ່ຍົກເລີກມາດຕະການລົງໂທດທີ່ມີຢູ່ຕໍ່ກຸ່ມຕາລີບານ, ແຕ່ເຂົາເຈົ້າຈະຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ ເພື່ອຊ່ວຍຊີວິດຊາວ ອັຟການິສຖານ ທີ່ມີຄວາມສ່ຽງທ່າມກາງສິ່ງທີ່ອົງການສະຫະປະຊາຊາດໄດ້ອະທິບາຍວ່າເປັນ “ວິກີດການທີ່ໃກ້ຈະເກີດຂຶ້ນ” ໃນປະເທດດັ່ງກ່າວ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໃນວັນອັງຄານວານນີ້ໄດ້ສັນ ຍາວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຕໍ່ປະຊາຊົນ ອັຟການິສຖານ ຜ່ານບັນດາອົງ ການສະຫະປະຊາຊາດ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ, ນຶ່ງວັນຫຼັງຈາກອົງການສະຫະປະ ຊາຊາດເວົ້າວ່າ ເຂົາເຈົ້າຈະສະໜອງເງິນເກືອບ 64 ລ້ານໂດລາໃນການຊ່ວຍເຫຼືອດ້ານມະນຸດສະ ທຳໃໝ່.

ນັກການທູດລະດັບສູງຄົນດັ່ງກ່າວ, ໃນລະຫວ່າງການໃຫ້ການຕໍ່ໜ້າຄະນະກຳມະການພົວພັນຕ່າງປະເທດສະພາສູງນັ້ນ, ໄດ້ປະເຊີນກັບການຖາມຄຳຖາມທີ່ໜັກອີກຮອບນຶ່ງຈາກບັນດາສະມາຊິກສະພາ ກ່ຽວກັບ ການຖອນກອງທະຫານ ອາເມຣິກັນ ອອກຈາກ ອັຟການິສຖານ ໃນເດືອນແລ້ວນີ້. ທ່ານໄດ້ໃຫ້ການຕໍ່ຄະນະກຳມະການພົວພັນຕ່າງປະເທດສະພາຕໍ່ານຶ່ງວັນກ່ອນໜ້ານີ້.

ໃນລະຫວ່າງການໃຫ້ການສາມຊົ່ວໂມງເຄິ່ງໃນວັນອັງຄານວານນີ້, ທ່ານ ບລິງເຄັນ ໄດ້ກ່າວວ່າ ການໃຫ້ທຶນເພີ່ມເຕີມຈະ “ບັນລຸຄວາມຕ້ອງການດ້ານສຸຂະພາບທີ່ສຳຄັນ ແລະໂພຊະນາການທີ່ຈຳເປັນ, ແກ້ໄຂຄວາມເປັນຫ່ວງ ກ່ຽວກັບ ການປົກປ້ອງແມ່ຍິງ, ເດັກນ້ອຍ, ຊົນກຸ່ມນ້ອຍ ເພື່ອຊ່ວຍເຫຼືອເດັກນ້ອຍຕື່ມອີກ, ລວມທັງເດັກຍິງກັບຄືນໄປໂຮງຮຽນ.”

ທ່ານ ບລິງເຄັນ ຍັງໄດ້ກ່າວຕໍ່ບັນດາສະມາຊິກສະພາສູງວ່າ ທ່ານຈະແຕ່ງຕັ້ງເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດຄົນນຶ່ງ ເພື່ອເພັ່ງເລັງໃສ່ການສະໜັບສະໜູນສຳລັບແມ່ຍິງ, ເດັກຍິງ ແລະ ຊົນກຸ່ມນ້ອຍ ອັຟການິສຖານ.

ການຊ່ວຍເຫຼືອໃໝ່ ຂອງ ສະຫະລັດ, ເຊິ່ງຈະບໍ່ຜ່ານກຸ່ມຕາລີບານ ແລະ ແຈກຢາຍໂດຍກົງໃຫ້ຊາວ ອັຟການິສຖານ ນັ້ນ, ຈະນຳເອົາເອົາການຊ່ວຍເຫຼືອ ສະຫະລັດ ຕໍ່ປະຊາຊົນ ອັຟການິສຖານ ເພີ້ມຂຶ້ນເປັນ 330 ລ້ານໂດລາໃນສົກງົບປະມານນີ້.

ອົງການສະຫະປະຊາຊາດ ໄດ້ຮ້ອງຂໍ 606 ລ້ານໂດລາ ສຳລັບໄລຍະເວລາທີ່ເຫຼືອຂອງປີນີ້ສຳລັບ ອາຫານ, ການປິ່ນປົວສຸຂະພາບ, ທີ່ພັກອາໄສ ແລະ ຄວາມຕ້ອງການທີ່ສຳຄັນອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນ 11 ລ້ານຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG