ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ບ​ລິງ​ເຄັນ ຈະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ ກ່ຽວ​ກັບ ນະ​ໂຍ​ບາຍ ຈີນ ໃນ​ອາ​ທິດນີ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່ອນກອງ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ທ່ານ ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 23 ພຶດ​ສະ​ພາ, 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່ອນກອງ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ທ່ານ ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 23 ພຶດ​ສະ​ພາ, 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຈະ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ນະ​ໂຍ​ບາຍ​ທີ່​ສຳ​ຄັນ​ໃນ​ວັນ​ພະ​ຫັດ​ມື້​ອື່ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອຣ​ຈ ວໍ​ຊິງ​ຕັນ ເພື່ອໃຫ້​ລາຍ​ລະ​ອຽດ​ ກ່ຽວ​ກັບ ວິ​ທີ​ການ​ຂອງ​ລັດ​ຖະ​ບານ​ຂອງ​ທ່ານ ໄບ​ເດັນ ຕໍ່​ສາຍ​ພົວ​ພັນ​ກັບ​ຈີນ.

ຖະ​ແຫຼງ​ການ​ຂອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ “ສັງ​ຄົມ​ເອ​ເຊຍ​ຈະ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ເຈ. ບ​ລິງ​ເຄັນ ໃນ​ການ​ກ່າວ​ຄຳ​ປາ​ໄສ​ເພື່ອ​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ ຕໍ່​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ຈີນ ເວ​ລາ 10 ໂມງ​ເຊົ້າ ວັນ​ພະ​ຫັດ, ທີ 26 ພຶດ​ສະ​ພາ 2022.” ຄຳ​ປາ​ໄສ​ຂອງ​ທ່ານ ບ​ລິງ​ເຄັນ ໄດ້​ຖືກ​ເລື່ອນ​ເວ​ລາ ຫຼັງ​ຈາກ​ທ່ານ​ລັດ​ຖະ​ມົນ​ຕີ​ຖືກກວດ​ເປັນ​ຜົນ​ບວກ​ສຳ​ລັບ​ໂຄວິດ-19 ເມື່ອ​ວັນ​ທີ 4 ພຶ​ດ​ສະ​ພາ​ທີ່​ຜ່ານ​ມາ.

ຄຳ​ປາ​ໄສ​ຂອງ​ທ່ານ ບ​ລິງ​ເຄັນ ຈະ​ມີ​ຂຶ້ນ​ລຸນຫຼັງ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຈະ​ມີ​ຄວາມ​ຍິນ​ດີ ​ທຳ​ການ​ແຊກ​ແຊງ​ທາງ​ທະ​ຫານ ເພື່ອ​ປ້ອງ​ກັນ​ໄຕ້​ຫວັນ ຖ້າ​ຈີນ ບຸກ​ລຸກ​ປະ​ຊ​າ​ທິ​ປະ​ໄຕ​ ຂອງ​ເກາະ​ດັ່ງ​ກ່າວ. ທ່ານ ໄບ​ເດັນ ຕໍ່​ມາ ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ​ມັນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຕໍ່​ນະ​ໂຍ​ບາຍ​ຂອງ ສະຫະ​ລັດ ກ່ຽວ​ກັບ ແຜນ​ຍຸດ​ທະ​ສາດ​ທີ່​ຄຸມ​ເຄືອ ກ່ຽວ​ກັບ ໄຕ້​ຫວັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງຈາກ ສະ​ຫະ​ລັດ ແລະ ບັນ​ດາ​ພັນ​ທະ​ມິດ​ເອ​ເຊຍ​ຂອງ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ໄດ້​ທຳ​ລາຍ​ພື້​ນ​ຖານ​ຂອງ​ຄວາມ​ເປັນ​ລະ​ບຽບ​ສາ​ກົນ, ແລະ ການ​ພະ​ຍາ​ຍາມ​ໃດໆ​ເພື່ອ​ປ່ຽນ​ແປງ​ສະ​ພາບ​ປັດ​ຈຸ​ບັນ ​ດ້ວຍການ​ໃຊ້​ກຳ​ລັງ​ໃນ​ເອ​ເຊຍ ຫຼື ໃນ​ພາກ​ສ່ວນ​ອື່ນໆ​ຂອງ​ໂລກ​ແມ່ນບໍ່​ສາ​ມາດ​ຍອມ​ຮັບ​ໄດ້.

ທ່ານ ແມັດ​ທິວ ຟູ​ໄນ​ໂອ​ລ (Matthew Funaiole), ນັກ​ວິ​ໄຈ​ອາ​ວຸ​ໂສ​ຂອງ​ສູນ​ກາງ​ແຜນ​ຍຸດ​ທະ​ສາດ ແລະ ການ​ສຶກ​ສາ​ສາ​ກົນ ທີ່​ຮັບ​ຜິດ​ຊອບ​ໂຄງ​ການ​ອຳ​ນາດ ຈີນ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ມັກ​ຈະ​ເຮັດ​ສິ່ງ​ທີ່​ສາ​ມາດ​ປ້ອງ​ກັນ​ເຫດ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ.” ທ່ານ​ຄາດ​ວ່າ​ທ່ານ ບ​ລິງ​ເຄັນ ຈະ​ໃຊ້​ຄຳ​ເວົ້າ​ຢ່າງ​ລະ​ມັດ​ລະ​ວັງ​ເພື່ອ​ກ່າວ​ຢ້ຳ​ນະ​ໂຍ​ບາຍ​ຈີນ​ດຽວ ຂອງວໍ​ຊິງ​ຕັນ​.

ທ່ານ ຟູ​ໄນ​ໂອ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ສະ​ຫະ​ລັດ​ໄດ້​ຍຶດ​ຖື​ມາ​ດົນ​ນານ​ແລ້​ວວ່າ ມັນ​ຂຶ້ນ​ກັບ​ປະ​ຊາ​ຊົນ​ແຫ່ງ​ໄຕ້​ຫວັນ ທີ່​ຈະ​ພິ​ຈາ​ລະ​ນາ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ ແລະ ວ່າ​ອະ​ນາ​ຄົດ​ນັ້ນ​ຄວນ​ຖືກ​ຕັດ​ສິນ​ຢ່າງ​ສັນ​ຕິ. ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ໄດ້​ນຳ​ເອົາ​ຄວາມ​ໂດດ​ເດັ່ນ​ ກ່ຽວ​ກັບ ນະ​ໂຍ​ບາຍ ສະ​ຫະ​ລັດ ຕໍ່​ໄຕ້​ຫວັນ​ທີ່​ວ່ານີ້ ມາ​ຢູ່ແຖວ​ໜ້າ​ຂອງ​ການ​ສົນ​ທະ​ນາຕ່າງໆ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າ “ນະ​ໂຍ​ບາຍ​ຈີນ​ດຽວ” ຂອງວໍ​ຊິງ​ຕັນ​ຈະ​ແຕກ​ຕ່າງ​ຈາກ “ກົດ​ເກນ​ຈີນ​ດຽວ​” ຂອງ​ປັກ​ກິ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG