ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດບລິງເກັນ ເດີນທາງກັບສະຫະລັດ ໂດຍປາສະຈາກການຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ຫຼືການປ່ອຍໂຕປະກັນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມື ໃນຂະນະທີ່ທ່ານຂຶ້ນເຮືອບິນ ຢູ່ສະໜາມບິນໃນເມືອງ ເທລ ອາວີຟ, ອິສຣາແອລ, ວັນທີ 8 ກຸມພາ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມື ໃນຂະນະທີ່ທ່ານຂຶ້ນເຮືອບິນ ຢູ່ສະໜາມບິນໃນເມືອງ ເທລ ອາວີຟ, ອິສຣາແອລ, ວັນທີ 8 ກຸມພາ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ເດີນທາງກັບຄືນມາ ນະຄອນຫຼວງວໍຊິງຕັນ ຈາກຕາເວັນອອກກາງ ໃນວັນພະຫັດວານນີ້ ໂດຍບໍ່ມີຂໍ້ຕົກລົງໃໝ່ ສຳລັບການຢຸດຍິງ ໃນສົງຄາມ 4 ເດືອນ ຂອງອິສຣາແອລ-ກຸ່ມຮາມາສ ໃນເຂດກາຊາ ຫຼືການປົດປ່ອຍຕົວປະກັນ ທີ່ຖືກຈັບໂດຍພວກຫົວຮຸນແຮງ ຕືີ່ມອີກ ຢູ່ໃນມື.

ທ່ານ ບລິງເກັນ ​ແລະ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຄົນ​ອື່ນໆ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ມີ​ຄວາມ​ຫວັງ​ໃນ​ແງ່​ດີ​ວ່າ ການ​ຢຸດ​ຍິງ​ຈະສາມາດ​ບັນລຸ​ໄດ້ ​ແລະຕົວ​ປະກັນ​ 100 ຄົນ ຫຼືທີ່​ຍັງ​ເຫຼືອ ​ຈະໄດ້ຮັບການ​ປ່ອຍໂຕ. ​ແຕ່​ນາຍົກລັດຖະມົນຕີ ອິສຣາ​ແອລ ທ່ານເບັນຈາມິນ ເນຕັນຢາຮູ ​ໄດ້​ເຍາະ​ເຍີ້ຍ​ແຜນການ ​ຂອງ​ກຸ່ມ ຮາມາສ ທີ່​ຈະ​ປ່ອຍ​ໃຫ້​ກຸ່ມຫົວ​ຮຸນ​ແຮງດັ່ງກ່າວ ​ຄວບ​ຄຸມ​ເຂດ ກາຊາ ວ່າ​ ເປັນ​ການ “ຄິດໄປເອງ” ​ແລະ​ກ່າວ​ວ່າ ກອງ​ກຳລັງ​ອິສຣາ​ແອ​ລຈະ​ຕໍ່ສູ້ ​ເພື່ອ​ໃຫ້ໄດ້ “ໄຊຊະນະ​ຢ່າງ​ແທ້​ຈິງ.”

​ໃນ​ຂະນະ​ດຽວ​ກັນ, ທຳນຽບຂາວ​ປະກາດ​ວ່າ, ປະທານາທິບໍດີ ໂຈ ໄບເດັນ ຈະ​ເປັນ​ເຈົ້າພາບ​ຕ້ອນຮັບ​ກະສັດ ອັບດູລລາ ທີ 2 (Abdullah II) ຂອງ​ຈໍ​ແດນ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ໃນ​ວັນ​ຈັນ ​ເພື່ອ​ປຶກສາຫາລື ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ລະຫວ່າງ ອິສຣາ​ແອລ ແລະ ກຸ່ມຮາມາສ.

ທ່ານ ບລິງເກັນ ​ໄດ້​ສິ້ນ​ສຸດ​ ການ​ເດີນທາງ​ໄປຕາ​ເວັນ​ອອກ​ກາງ 4 ​ປະ​ເທດ​ ໂດຍ​ການ​ພົບ​ປະ​ກັບ​ຄະນະ​ລັດຖະມົນຕີ​ສົງຄາມ​ຂອງ​ທ່ານ ເນຕັນຢາຮູ, ຊຶ່ງ ລວມທັງ​ອະດີດ​ຜູ້​ບັນຊາ​ການ​ທະຫານ ເບນນີ ແກນຊ໌ (Benny Gantz) ​ແລະ ທ່ານ ກາບີ ໄອເຊນກັອທ (Gabi Eisenkot). ນັກການທູດສູງສຸດຂອງສະຫະ ລັດກ່າວວ່າ ທ່ານຈະສຸມໃສ່ "ຕົວປະກັນ ແລະຄວາມປາຖະຫນາອັນແຮງກ້າທີ່ພວກເຮົາທັງສອງຝ່າຍ ຢາກເຫັນພວກເຂົາ ກັບຄືນສູ່ຄອບຄົວຂອງພວກເຂົາ, ຊຶ່ງເປັນວຽກທີ່ກຳລັງດໍາເນີນຢູ່ ເພື່ອໃຫ້ໄປເຖິງຈຸດນັ້ນ."

​ແຕ່​ໃນ​ຕອນ​ແລງ​ວັນ​ພຸດທີ່ຜ່ານມາ ທ່ານ ບລິງເກັນ ໄດ້ຮັບ​ຮູ້​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ແຈ່ມ​ແຈ້ງ ​ລະຫວ່າງ​ແຜນການ​ຢຸດ​ຍິງ ຫຼາຍອາທິດ ທີ່​ສະ​ເໜີ ​ໂດຍ​ອິສຣາ​ແອ​ລ, ສະຫະລັດ, ກາ​ຕາ ​ແລະ​ອີ​ຈິບ ​ແລະປ່ອຍຕົວປະກັນ ແລະ ​ການ​ຕອບ​ ​ຂອງ​ກຸ່ມ ຮາມາສ ທີ່​ຮຽກຮ້ອງ​ໃຫ້ຖອນທະຫານ​ອິສຣາ​ແອ​ລ ​ອອກ​ຈາກ​ເຂດ​ກາຊາ, ການ​ຢຸດຕິ​ການ​ໂຈມ​ຕີ​ ​ເຂດ​ກາຊາ ​ແລະ​ສິດ​ຂອງ​ກຸ່ມ ຮາມາສ ​ໃນ​ການ​ປົກຄອງ​ດິນ​ແດນ ​ແລະ​ສ້າງ​ຂີດຄວາມ​ສາມາດ ​ທາງ​ທະຫານ​ຄືນ​ໃໝ່.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG