ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ເນັ້ນຢໍ້າເຖິງຄວາມຈໍາເປັນ ສໍາລັບການເຈລະຈາໂດຍກົງ ລະຫວ່າງ ສະຫະລັດ ແລະ ຈີນ


Blinken Highlights Need for Direct Engagement in US, China Talks
please wait

No media source currently available

0:00 0:02:47 0:00

ລາຍງານ: ການກ່າວປາໄສຂອງທ່ານໄບເດັນ ກ່ຽວກັບການເຈລະຈາລະຫວ່າງສະຫະລັດ ແລະ ຈີນ.

“ມີ​ຄວາມ​ກ້າວ​ໜ້າ​ເກີດ​ຂຶ້ນ” ນັ້ນ​ຄືການອະທິບາຍ ຂອງສະຫະລັດ ແລະ ຈີນ ກ່ຽວກັບການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດສະ ຫະລັດ ທ່ານແອນໂທນີ ບລິງເກັນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນນະຄອນຫຼວງປັກກິ່ງ. ການປະຊຸມດັ່ງກ່າວ ຖືກຈັດຂຶ້ນທ່າມກາງຄວາມເຄັ່ງຕຶງທີ່​ເພີ້ມ​ທະ​ວີ​ຂຶ້ນກ່ຽວກັບໄຕ້ຫວັນ, ຄວາມສໍາພັນຂອງ​ປັກ​ກິ່ງກັບວັງເຄຣັມລິນ ແລະການປະ​ພຶດ​ທາງທະຫານຂອງປັກກິ່ງ​ ທີ່ຖືວ່າ “ບໍ່ມີຄວາມປອດໄພ” ​ໂດຍເຈົ້າໜ້າທີ່ຂອງສະຫະລັດ. ຄາລາ ບາບ, ນັກຂ່າວ VOA ປະຈໍາທໍານຽບ 5 ແຈ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນແມ່ນການປະຊຸມລະດັບສູງສຸດ ຢູ່ນະຄອນຫຼວງປັກກິ່ງ ໃນຮອບຫຼາຍໆປີ ລະຫວ່າງຜູ້ນໍາຂອງ ສະຫະລັດ ແລະ ຈີນ.

ທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ:

“ກົງໄປ-ກົງມາຫຼາຍ, ເລິກເຊິ່ງຫຼາຍ ແລະ ຢູ່ໃນເນື້ອໄນ, ສ້າງສັນ ແລະອື່ນໆອີກ, ພວກເຮົາຍັງມີອີກຫຼາຍໆວຽກທີ່ຈະຕ້ອງດໍາເນີນງານຮ່ວມກັນ.”

ໃນຂະ​ນະທີ່ສອງຝ່າຍໄດ້ຕົກ​ລົງ​ກັນ ​ເຖິງຄວາມຈໍາເປັນ ທີ່ຈະຕ້ອງຮັກສາການ​ຕິດ​ຕໍ່ສື່ສານເຊິ່ງກັນແລະກັນ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ບໍ່​ໄດ້ກັບຄືນມານະຄອນຫຼວງວໍຊິງຕັນ ພ້ອມດ້ວຍຂໍ້ຕົກລົງເຫັນດີຈາກຝ່າຍຈີນ ເພື່ອຈັດຕັ້ງຊ່ອງ​ທາງການ​ຕິດ​ຕໍ່ສື່ສານ ລະຫວ່າງກອງທັບ ​ກັບ ກອງທັບ.

ທ່ານບລິງເກັນ ກ່າວວ່າ:

“ນະເວລານີ້, ຈີນ ​ຍັງ​ບໍ່​ຕົກ​ລົງ ທີ່ຈະກ້າວເດີນໄປຂ້າງໜ້າພ້ອມດ້ວຍສິ່ງດັ່ງ ກ່າວ.”

ວໍຊິງຕັນກ່າວວ່າ ການຕິດຕໍ່ສື່ສານທາງໂທລະສັບຂອງກອງທັບ ຄວນ​ຈະເປີດ ໃນກໍະນີ​ທີ່​ເກີດ​ເຫດ​ການສຸກເສີນ.

ໃນຕົ້ນເດືອນນີ້, ກໍາປັ່ນລົບຂອງຈີນ ໄດ້ແລ່ນເຂົ້າມາໃນໄລຍະ 140 ແມັດຈາກກໍາປັ່ນພິຄາດ ຂອງກອງທັບສະຫະລັດ, ເຮັດໃຫ້ກໍາປັ່ນພິຄາດ ຈໍາເປັນຕ້ອງຫຼຸດຄວາມໄວລົງ ເພື່ອຫຼີກລ້ຽງການຕໍາກັນ.

ນຶ່ງອາທິດໃນກ່ອນໜ້ານັ້ນ, ຢູ່ເໜືອທະເລຈີນໃຕ້, ເຮືອບິນລົບຂອງຈີນ ໄດ້ບິນຕັດໜ້າ ເຮືອບິນລາດຕະເວນຂອງສະຫະລັດ.

ຄວາມເຄັ່ງຕຶງລະຫວ່າງສອງປະເທດກ່ຽວກັບ ໄຕ້ຫວັນ ກໍສູງເຊັ່ນດຽວກັນ. ຈີນ ກ່າວວ່າ ພວກເຂົາຕ້ອງການຄວບຄຸມເກາະ​ທີ່​ປົກ​ຄອງ​ແບບປະຊາທິປະໄຕແຫ່ງນີ້ ດ້ວຍກອງກໍາລັງທາງທະຫານ ຖ້າມີຄວາມຈໍາເປັນ.

ທ່ານບລິງເກັນ ກ່າວວ່າ:

“ມີໂອກາດທີ່ຈະເກີດ​ວິກິດການທາງດ້ານເສດຖະກິດ ທີ່ອາດຈະສົ່ງຜົນກະທົບໄປໃນທົ່ວໂລກຢ່າງແທ້ຈິງ.”

50 ເປີເຊັນ ຂອງການສົ່ງຕູ້ຄອນເທັນເນີ້ສິນຄ້າ ແມ່ນຜ່ານຊ່ອງແຄບໄຕ້ຫວັນ, ແລະ 70 ເປີເຊັນຂອງເຊມີຄອນດັກເຕີ້ ແມ່ນຜະລິດຢູ່ໃນໄຕ້ຫວັນ.

ກ່ຽວ​ກັບຄວາມສໍາພັນລະຫວ່າງຈີນແລະຣັດເຊຍ, ທ່ານບລິງເກັນກ່າວ​ວ່າ ຜູ້ນໍາຂອງຈີນໄດ້ຢືນຢັນຕໍ່ສະຫະລັດຊໍ້າແລ້ວຊໍ້າອີກວ່າ ຈີນຈະບໍ່ສະໜອງການຊ່ວຍ ເຫຼືອທີ່ເປັນອັນຕະລາຍຮ້າຍແຮງໃຫ້ແກ່ ຣັດເຊຍ, ທີ່ສາມາດໃຊ້ເຂົ້າໃນການກໍ່ສົງຄາມທີ່ບໍ່ມີເຫດຜົນຕໍ່ ຢູເຄຣນ ຂອງມົສກູ.

ທ່ານແອນໂທນີ ບລິງເກັນ ກ່າວວ່າ:

“ສິ່ງທີ່ພວກເຮົາດໍາເນີນການຢູ່ນີ້ ເປັນສິ່ງທີ່ພວກເຮົາຍັງຄົງກັງວົນ ຢູ່ຕໍ່ເນື່ອງ ຜ່ານຫ້າງຮ້ານຕ່າງໆ, ແລະບໍລິສັດອື່ນໆຂອງຈີນເພື່ອສະໜອງເທັກໂນໂລຈີ ທີ່ຣັດເຊຍສາມາດໃຊ້ເຂົ້າໃນການຮຸກຮານທີ່ຮຸນແຮງ ຂອງພວກເຂົາຢູ່ໃນ ຢູ ເຄຣນ. ແລະພວກເຮົາກໍໄດ້ຂໍໃຫ້ລັດຖະບານຂອງຈີນຈົ່ງມີຄວາມລະມັດລະວັງກ່ຽວກັບສິ່ງດັ່ງກ່າວ.”

ບັນດານັກວິເຄາະເຕືອນວ່າ ປັກກິ່ງກໍາລັງໃຊ້ການເຄື່ອນໄຫວ ເພື່ອວັດແທກເບິ່ງປະຕິກິລິຍາຂອງປະເທດຕ່າງໆຢູ່ໃນທົ່ວໂລກ.

ທ່ານເບຣດລີ ບາວແມນ, ຈາກມູນນິທິທາງດ້ານຄວາມໝັ້ນຄົງເພື່ອປະຊາທິປະ ໄຕ ກ່າວວ່າ:

​ຈະ​ແຈ້ງ ເປັນລັກສະນະຂອງການທົດ​ສອບນ່ານນໍ້າ ເພື່ອເບິ່ງວ່າ ແມ່ນຫຍັງທີ່ພວກເຂົາສາມາດດໍາເນີນການໄດ້ ເພື່ອຊ່ວຍເຫຼືອ ຣັດເຊຍ ແລະ ຢູເຄຣນ. ຂ້າພະເຈົ້າຄິດວ່າ, ເທົ່າທີ່ຂ້າພະເຈົ້າສາມາດບອກໄດ້ ການເຄື່ອນໄຫວຂອງຈີນແມ່ນພວກເຂົາຕ້ອງການຮັກສາ ການເຂົ້າເຖິງຕະຫຼາດໃນຢູໂຣບ, ໃນລະຫວ່າງ ໃຫ້ການຊ່ວຍເຫຼືອແກ່ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໃຫ້ຫຼາຍທີ່ສຸດ ເທົ່າທີ່ສາມາດຈະຫຼາຍໄດ້ ແລະ ສ້າງຕັ້ງໃນສິ່ງທີ່ຮ້ອງວ່າ ‘ຂ້ອຍເປັນໜີ້ເຈົ້າ’ ຖ້າເຈົ້າຈະອະນຸຍາດ.”

ຄວາມສໍາພັນຂອງ ສະຫະລັດ ແລະ ຈີນ ມາເຖິງຈຸດຕໍ່າສຸດ ນັບຕັ້ງແຕ່ສະຫະ ລັດ ຍິງບາລລູລສອດແນມຂອງຈີນຕົກ ທີ່ບິນຜ່ານນ່ານຟ້າຂອງສະຫະລັດ ໃນຊ່ວງຕົ້ນປີນີ້. ການເດີນທາງຂອງທ່ານບລິງເກັນ ທີ່​ຕົ້ນ​ຕໍ່ກໍານົດໃສ່ເດືອນກຸມພາທີ່ຜ່ານມາ ແຕ່ມີການເລື່ອນ​ເວ​ລາ ລຸນຫຼັງເຫດການບາລລູນ.

ບັນດາຜູ້ນໍາໂລກ ເບິ່ງຄືວ່າ ມີຄວາມຍິນດີກັບການຫາລືຂອງທ່ານບລິງເກັນແລະ ທ່ານສີ, ໂດຍນາຍົກລັດຖະມົນຕີຂອງເຢຍຣະມັນສະແດງຄວາມຍິນດີຕໍ່ການປະ ຊຸມວ່າ ເປັນສັນຍານ ທີ່ຢູ່ໃນຄວາມຈໍາເປັນຂັ້ນພື້ນຖານ ຂອງສາຍພົວພັນ ລະ ຫວ່າງວໍຊິງຕັນ ແລະ ປັກກິ່ງ.

“Progress made.” That is how both the U.S. and China are describing the meeting between U.S. Secretary of State Antony Blinken and Chinese President Xi Jinping in Beijing. The meeting was held amid increased tensions over Taiwan, Beijing’s ties to the Kremlin and military interactions deemed “unsafe” by U.S. officials. VOA Pentagon correspondent Carla Babb has more.

It was the highest-level meeting in Beijing between U.S. and Chinese leaders in years.

Antony Blinken, Secretary of State

“Very candid, very in-depth and, in places, constructive, and in other places we have a lot more work to do.”

While both sides agreed on the need to stabilize communication, Secretary of State Antony Blinken will not return to Washington with an agreement from the Chinese side to set up military-to-military communication channels.

Antony Blinken, Secretary of State

“At this moment, China has not agreed to move forward with that.”

Washington says military communication lines should remain open in the event of a crisis.

Earlier this month, a Chinese warship came within 140 meters of a U.S. military destroyer, forcing it to slow down to avoid a crash.

A week prior, over the South China Sea, a Chinese fighter jet flew across the nose of a U.S. surveillance plane.

Tensions between the two nations are also high over Taiwan. China has said it wants to control the democratic island, by military force if necessary.

Antony Blinken, Secretary of State

“The likelihood is that that would produce an economic crisis that could affect quite literally the entire world.”

Fifty percent of commercial container traffic goes through the Taiwan Strait, and 70% of semiconductors are manufactured on Taiwan.

On Chinese-Russian relations, Blinken said Chinese leaders have repeated assured the U.S. that ((Mandatory Courtesy RUSSIAN DEFENSE MINISTRY)) China will not supply Russia with lethal aid that could be used in Moscow’s unprovoked war against Ukraine.

Antony Blinken, Secretary of State

14:21-36 “What we do have ongoing concerns about though are Chinese firms, companies that may be providing technology that Russia can use to advance its aggression in Ukraine. And we have asked the Chinese government to be very vigilant about that.”

Analysts warn that Beijing is using the move to gauge global reaction.

Bradley Bowman, Foundation for Defense of Democracies

“Clearly kind of testing the waters to see what they might do with respect to helping Russia and Ukraine. I think, as far as I can tell, the Chinese motive is they want to maintain access to the European markets, while helping [Russian President Vladimir] Putin as much as possible and creating ‘I owe yous’ if you will.”

U.S.-Chinese relations hit new lows since the U.S. shot down a Chinese spy balloon earlier this year that flew through U.S. airspace. Blinken’s trip was originally set for February but was rescheduled after the balloon incident.

World leaders seemed pleased with the Blinken-Xi talks, with German Chancellor Olaf Scholz hailing the meeting as a sign of a much-needed normalization of relations between Washington and Beijing

XS
SM
MD
LG