ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ບລິງເກັນ ໂອ້ລົມທາງໂທລະສັບ ກ່ຽວກັບ ສາຍສຳພັນລະຫວ່າງ ສະຫະລັດ ແລະ ຈີນ ກັບຄູ່ຕຳແໜ່ງຈາກຈີນ ທ່ານກິນ


ແຟ້ມພາບ - ພາບລວມກັນນີ້ ສະແດງໃຫ້ເຫັນລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ທັນວາ 2022, ແລະເວລານັ້ນເປັນຜູ້ອຳນວຍການພະແນກຂໍ້ມູນຂອງກະຊວງການຕ່າງປະເທດຈີນ ທ່ານກິນ ກາງ, ປັດຈຸບັນນີ້ ເຂົ້າມາດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ, ໃນປັກກິ່ງ, ວັນທີ 25 ທັນວາ 2013.
ແຟ້ມພາບ - ພາບລວມກັນນີ້ ສະແດງໃຫ້ເຫັນລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ທັນວາ 2022, ແລະເວລານັ້ນເປັນຜູ້ອຳນວຍການພະແນກຂໍ້ມູນຂອງກະຊວງການຕ່າງປະເທດຈີນ ທ່ານກິນ ກາງ, ປັດຈຸບັນນີ້ ເຂົ້າມາດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ, ໃນປັກກິ່ງ, ວັນທີ 25 ທັນວາ 2013.

ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໄດ້ລົມກັບລັດ ຖະມົນຕີການຕ່າງປະເທດຂອງຈີນ ທ່ານ ກິນ ກາງ ທີ່ຫາກໍເຂົ້າມາຮັບຕຳແໜ່ງ ຜ່ານທາງໂທລະສັບໃນວັນອາທິດວານນີ້ ດັ່ງທີ່ທ່ານບລິງເກັນ ໄດ້ກ່າວໃນ ທວີດເຕີ ລຸນຫຼັງທີ່ ຈີນໄດ້ແຕ່ງຕັ້ງເອກອັກຄະລັດຖະທູດຂອງຕົນ ປະຈຳ ສະຫະລັດ ໃຫ້ເປັນລັດຖະມົນຕີການຕ່າງປະເທດ ເມື່ອອາທິດແລ້ວນີ້.

ທ່ານ ບລິງເກັນ ໄດ້ກ່າວວ່າ ທ່ານໄດ້ປຶກສາຫາລືກ່ຽວກັບສາຍສຳພັນລະຫວ່າງ ສະຫະລັດແລະຈີນ ແລະຮັກສາໄວ້ຊ່ອງທາງເພື່ອການຕິດຕໍ່ສື່ສານກັນ ໃນການ ໂອ້ລົມທາງໂທລະສັບຂອງທ່ານກັບທ່ານກິນ.

ຈີນ ໃນວັນສຸກທີ່ຜ່ານມາໄດ້ແຕ່ງຕັ້ງທ່ານ ກິນ ເອກອັກຄະລັດຖະທູດຂອງຕົນ ປະຈຳ ສະຫະລັດ ແລະເປັນທີ່ປຶກສາຜູ້ທີ່ເຊື່ອໝັ້ນຂອງປະທານປະເທດຈີນ ສີ ຈິ້ນຜິງ ໃຫ້ເປັນລັດຖະມົນຕີການຕ່າງປະເທດຄົນໃໝ່ ໃນຂະນະທີ່ປັກກິ່ງ ແລະວໍຊິງຕັນ ຫາທາງທີ່ຈະປັບປຸງສາຍສຳພັນທີ່ສັ່ນຄອນໃຫ້ທຸ່ນທ່ຽງ.

ທ່ານກິນ ອາຍຸ 56 ປີ ໄດ້ເຂົ້າມາປ່ຽນແທນທ່ານຫວັງ ຢີ ຜູ້ທີ່ໄດ້ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ ເປັນເວລາສິບປີຜ່ານມາ. ທ່ານຫວັງ ອາຍຸ 69 ປີ ໄດ້ຮັບການເລື່ອນຕຳແໜ່ງຂຶ້ນເປັນສະມາຊິກກົມການເມືອງຂອງພັກ ຄອມມິວນິສຈີນ ໃນເດືອນຕຸລາ ແລະຄາດໝາຍວ່າ ຈະມີບົດບາດໃຫຍ່ກວ່າເກົ່າ ໃນການວາງນະໂຍບາຍການຕ່າງປະເທດ.

ເຖິງຢ່າງໃດກໍຕາມ ທ່ານ ກິນ ໄດ້ມີຄວາມເຫັນໃນແງ່ດີ ກ່ຽວກັບສາຍສຳພັນລະ ຫວ່າງສະຫະລັດແລະຈີນ ໃນລະຫວ່າງການເປັນເອກອັກຄະລັດຖະທູດປະຈຳ ສະຫະລັດ ໄລຍະທີ່ສັ້ນພຽງ 17 ເດືອນ - ຊຶ່ງຜູ້ທີ່ດຳລົງຕຳແໜ່ງກ່ອນທ່ານນັ້ນ ໄດ້ຮັກສາການເປັນເວລາ 8 ປີ ແຕ່ການປະຕິບັດໜ້າທີ່ຂອງທ່ານ ກໍບັງເອີນ ເກີດມີການຊຸດໂຊມລົງໃນການພົວພັນລະຫວ່າງທັງສອງມະຫາອຳນາດ.

ການເປັນລັດຖະມົນຕີການຕ່າງທີ່ຈຳກັດຂອງທ່ານ ຫວັງ ກໍໄດ້ເຫັນຄວາມເຄັ່ງ ຕຶງທີ່ເພີ້ມຂຶ້ນສູງລະຫວ່າງ ປັກກິ່ງ ແລະ ວໍຊິງຕັນ ກ່ຽວກັບບັນຫາຫຼາຍຢ່າງ ຈາກການຄ້າເຖິງ ໄຕ້ຫວັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG