ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໐ ກັນຍາ ໒໐໒໔

​ທ່ານ ບ​ລິງ​ເຄັນ ກ່າວ​ວ່າກາ​ນ​ເຈ​ລະ​ຈາ​ໃນ​ປັດ​ຈຸ​ບັນ​ ອາດ​ເປັນ​ໂອ​ກາດ​ສຸດ​ທ້າຍ ສຳ​ລັບ​ການ​ສະ​ຫງົບ​ເສິກ​ໃນ​ເຂດ ກາ​ຊາ


​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ເຊັນ​ໃນ​ປື້ມ​ແຂກ​ເຂົ້າ​ຮ່ວມ ກ່ອນ​ການ​ປະ​ຊຸມ​ຂອງ​ທ່ານ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ, 27 ມີ​ນາ 2022.(AP Photo/Jacquelyn Martin, Pool, File)
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ເຊັນ​ໃນ​ປື້ມ​ແຂກ​ເຂົ້າ​ຮ່ວມ ກ່ອນ​ການ​ປະ​ຊຸມ​ຂອງ​ທ່ານ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ, 27 ມີ​ນາ 2022.(AP Photo/Jacquelyn Martin, Pool, File)

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ກາ​ຊາ ສະ​ບັບຫຼ້າ​ສຸດ​ອາດ​ເປັນ​ໂອ​ກາດ​ສຸດ​ທ້າຍ​ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ​ປະ​ກັນ ແລະ ສິ້ນ​ສຸດ​ການ​ຕໍ່​ສູ້​ລະ​ຫວ່າງ​ກຸ່ມ​ຮາ​ມາ​ສ ແລະ ອິ​ສ​ຣາ​ແອ​ລ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ “ນີ້​ແມ່ນ​ຊ່ວງ​ເວ​ລາ​ທີ່​ເດັດດ່ຽວ, ຄົງ​ແມ່ນ​ດີ​ທີ່​ສຸດ, ບາງ​ເທື່ອຄັ້ງ​ສຸດ​ທ້າຍ, ເປັນ​ໂອ​ກາດ​ທີ່​ຈະ​ນຳ​ເອົາ​ຕົວ​ປະ​ກັນ​ກັບ​ຄືນ​ເມືອ​ບ້ານ, ເພື່ອ​ທຳ​ການ​ຢຸດ​ຍິງ ແລະ ນຳ​ເອົາ​ທຸກ​ຄົນ​ໄປ​ສູ່​ເສັ້ນ​ທາງ​ທີ່​ດີກວ່າ​ເກົ່າ​ໃນ​ສັນ​ຕິ​ພາບ​ ແລະ ຄວາມ​ໝັ້ນ​ຄົງ​ທີ່​ຍາວ​ນານ.”

ທ່ານ ບ​ລິງ​ເຄັນ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ ທ່ານ ໄອ​ແຊັກ ເຮີ​ຊອກ ໃນ​ວັນ​ຈັນ​ມື້ນີ້ ແລະ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໃນ​ທ້າຍ​ຂອງວັນ​.

ນີ້​ແມ່ນ​ການ​ເດີນ​ທາງ​ຄັ້ງ​ທີ 9 ຂອງ​ທ່ານ​ນັບ​ຕັ້ງ​ການ​ຕໍ່​ສູ້​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 7 ຕຸ​ລາ. ບັນ​ດາ​ນັກ​ເຈ​ລະ​ຈາ​ຈາກ​ ສະ​ຫະ​ລັດ, ອີ​ຈິບ ແລະ ກາ​ຕ້າ ໄດ້​ພົບ​ປະ​ກັນ​ໃນ​ນະ​ຄອນຫຼວງ ໂດ​ຮາ ປະ​ເທດ ກາ​ຕ້າ ໃນ​ອາ​ທິດ​ທີ່​ຜ່ານ​ມາ​ເພື່ອ​ຮ່າງ​ຂໍ້​ຕົກ​ລົງ​ສະ​ບັບຫຼ້າ​ສຸດ, ແລະ ການ​ປຶກ​ສາ​ຫາ​ລື​ທີ່​ຄາດ​ວ່າ​ຈະ​ດຳ​ເນີນ​ຕໍ່​ໃນ​ນະ​ຄອນຫຼວງ ໄຄ​ໂຣ​ ຂອງ ອີ​ຈິບ ໃນ​ທ້າຍ​ອາ​ທິດນີ້.

ໃນ​ຂະ​ນະ​ທີ່​ທ່ານ ບ​ລິງ​ເຄັນ ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ນຳ ອິ​ສ​ຣາ​ແອ​ລ ຢູ່​ນັ້ນ​, ກຸ່ມ​ເຮັ​ສບອ​ລ​ລາ ໄດ້​ປະ​ກາດ​ວ່າ​ພວກ​ເຂົາ​ໄດ້​ເປີດ “ການ​ໂຈມ​ຕີ​ທາງ​ອາ​ກາດ​ປະ​ສານ​ກັນຫຼາຍ​ຄັ້ງ” ກັບ “ໂດ​ຣນ​ທີ່​ເຕັມ​ໄປ​ດ້ວຍ​ລະ​ເບີດ” ໃສ່​ຄ້າຍ​ທະ​ຫານ ອິ​ສ​ຣາ​ແອ​ລ ສອງ​ແຫ່ງ, ເຊິ່ງ​ແມ່ນ​ຄ້າຍ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ ແລະ ຖານ​ທັບ​ແຫ່ງ​ນຶ່ງ​ຢູ່​ໃກ້​ກັບ​ເມືອງ ອາ​ເຄ​ຣ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ.

ໃນ​ເດືອນ​ແລ້ວນີ້, ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ ໃກ້​ກັບ​ນະ​ຄອນຫຼວງ ເບ​ຣຸດ ຂອງ ເລ​ບາ​ນອນ ໄດ້​ສັງ​ຫານ​ທ້າວ ຟວດ ຊູ​ເຄີ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ຜູ້​ບັນ​ຊາ​ການ​ລະ​ດັບ​ສູງ​ຂອງ​ກຸ່ມ ເຮັ​ສບອ​ລ​ລາ, ບໍ່​ດົນ​ກ່ອນ​ການ​ໂຈມ​ຕີ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ຂອງ ອີ​ຣ່ານ ທີ່​ໄດ້​ສັງ​ຫານ​ຜູ້​ນຳ​ການ​ເມືອງ​ຂອງ​ກຸ່ມ​ຮາ​ມາ​ສ ທ່ານ ອິ​ສ​ເມ​ລ ຮາ​ນີ​ເຢ. ແນວ​ໃດ​ກໍ​ຕາມ ອິ​ສ​ຣາ​ແອ​ລ ບໍ່​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຕາຍ​ຂອງ​ທ່ານ ຮາ​ນີ​ເຢ, ທີ່​ເຂົາ​ເຈົ້າ​ຖືກ​ຖິ້ມ​ໂທດ​ໃສ່​ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

U.S. Secretary of State Antony Blinken said the latest Gaza cease-fire deal could be the last chance to secure the return of hostages and end the fighting between Hamas and Israel.

"This is a decisive moment -- probably the best, maybe the last, opportunity to get the hostages home, to get a ceasefire and to put everyone on a better path to enduring peace and security," Blinken said Monday.

Blinken met Monday with Israeli President Isaac Herzog and was scheduled to meet with Prime Minister Benjamin Netanyahu later in the day.

This is his ninth trip to the region since the hostilities started on Oct. 7. Negotiators from the United States, Egypt and Qatar met in Doha, Qatar, last week to craft the latest version of the deal, and discussions are expected to resume in Cairo later this week.

As Blinken was talking with the Israeli leaders, Hezbollah announced it launched a "simultaneous air attack" with "explosive-laden drones" on two Israeli military positions -- a barracks near the border and a base near the coastal town of Acre.

Last month, an Israeli strike near Beirut killed Fuad Shukr, one of Hezbollah’s top commanders, shortly before an attack in Tehran killed Hamas political leader Ismail Haniyeh. Although Israel didn’t claim responsibility for Haniyeh’s death, it has been blamed for the attack.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG