ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ບ​ລິງ​ເຄັນ ຮຽກ​ຮ້ອງ​ ຣັດ​ເຊຍ ໃຫ້​ປ່ອຍ​ຕົວ​ນັກ​ຂ່າວ ສະ​ຫະ​ລັດ


ນັກ​ຂ່າວ ສະ​ຫະ​ລັດ ທ່ານ ເອແ​ວັນ ເກີ​ສ​ໂກວິດ​ຈ໌, ທີ່​ຖືກ​ຈັບ​ໃນ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ, ຢືນ​ຢູ່​ໃນ​ຕູ້​ຈຳ​ເລີຍ ກ່ອນ​ການ​ໃຫ້​ການ​ເພື່ອ​ພິ​ຈາ​ລະ​ນາ​ການ​ຂໍ​ອຸ​ທອນ​ໃນ​ການ​ຈັບ​ກຸມ​ທ່ານ​ຢູ່​ສານ​ເມືອງ ມົ​ສ​ກູ, 18 ເມ​ສາ 2023
ນັກ​ຂ່າວ ສະ​ຫະ​ລັດ ທ່ານ ເອແ​ວັນ ເກີ​ສ​ໂກວິດ​ຈ໌, ທີ່​ຖືກ​ຈັບ​ໃນ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ, ຢືນ​ຢູ່​ໃນ​ຕູ້​ຈຳ​ເລີຍ ກ່ອນ​ການ​ໃຫ້​ການ​ເພື່ອ​ພິ​ຈາ​ລະ​ນາ​ການ​ຂໍ​ອຸ​ທອນ​ໃນ​ການ​ຈັບ​ກຸມ​ທ່ານ​ຢູ່​ສານ​ເມືອງ ມົ​ສ​ກູ, 18 ເມ​ສາ 2023

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ນັກ​ຂ່າວ​ໜັງ​ສື​ພິມ ວອ​ລ ສ​ຕ​ຣີດ ເຈີ​ໂນ (Wall Street Journal) ທ່ານ ເອ​ແວັນ ເກີ​ສ​ໂກວິ​ດ​ຈ໌ ແມ່ນ​ “ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ​ກຳ​ລັງ​ໃຈ​ດີ, ໂດຍ​ພິ​ຈາ​ລະ​ນາ​ເຖິງ​ສະ​ຖາ​ນະ​ການ​ຕ່າງໆ” ຫຼັງ​ຈາກ​ການ​ຈັບ​ກຸມ​ລາວ​ໃນ ຣັດ​ເຊຍ ​ເມື່ອທ້າຍ​ເດືອນ​ທີ່​ຜ່ານ​ມາ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຢູ່ປະ​ເທດ ຍີ່​ປຸ່ນ ນັ້ນ, ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່ “ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ລາວ​ ຈາກ​ການ​ກັກ​ຂັງ​ທີ່ບໍ່​ເປັນ​ທຳ​ນີ້​ ໃນ​ທັນ​ທີ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຣັດ​ເຊຍ ທ່າ​ນ​ນາງ ລິນ ເທ​ຣ​ຊີ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ທ່ານ​ນາງ​ໄດ້​ໄປ​ຢ້ຽມ​ຢາມທ່ານ ເກີ​ສ​ໂກວິດ​ຈ໌, ຜູ້​ທີ່ ຣັດ​ເຊຍ ໄດ້​ກ່າວ​ຫາ​ວ່າ​ສອດ​ແນມ. ​

ທ່ານ​ນາງ ເທ​ຣ​ຊີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສັ້ນ​ສະ​ບັບ​ນຶ່ງ​ ໃນພາສາຣັດ​ເຊຍ ຢູ່​ແອັບ​ພ​ລີ​ເຄ​ຊັ້ນ ເທ​ເລ​ແກ​ຣມ ວ່າ “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຮົາ​ໄດ້​ສື່​ສານ​ກັບ​ທ່ານ ອີ​ວານ ນັບ​ຕັ້ງ​ແຕ່​ການ​ກັກ​ຂັງ​ລາວ​ຢ່າງບໍ່​ຖືກ​ຕ້ອງ​ເມື່ອ​ສອງ​ອາ​ທິດ​ທີ່​ຜ່ານ​ມາ. ລາວ​ຮູ້​ສຶກ​ດີ ແລະ ແຂງ​ແຮງ. ພວກ​ເຮົາ​ຂໍ​ກ່າວ​ຢ້ຳ​ການ​ຮຽກ​ຮ້ອງ​ຂອງ​ພວກ​ເຮົາ​ສຳ​ລັບ​ການ​ປ່ອຍ​ຕົວ​ທ່ານ ອີ​ວານ ໃນ​ທັນ​ທີ.”

ທ່ານ ເກີ​ສ​ໂກວິດ​ຈ໌ ຖືກ​ຈັບ​ຢູ່​ເຂດ​ພູ​ ຢູ​ຣ​າ​ລ໌ ຂອງ​ເມືອງ ເຢ​ກາ​ເຕ​ຣິນ​ເບີກ (Yekaterinburg), 1,800 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ນະ​ຄອນຫຼວງ ມົ​ສ​ກູ, ໃນ​ຂະ​ນະ​ທີ່​ກຳລັງ​ປະ​ຕິ​ບັດ​ໜ້າ​ທີ່​ລາຍ​ງານ​ຂ່າວ​ຢູ່. ຣັດ​ເຊຍ ໄດ້​ກ່າວ​ອ້າງ, ໂດຍບໍ່​ໄດ້​ສະ​ແດງຫຼັກ​ຖານ​ວ່າ, ລາວ​ຖືກ​ຈັບ​ໄດ້​ “ຄາ​ມື” ໃນ​ຂະ​ນະ​ທີ່​ກຳ​ລັງ​ທຳ​ການ​ສອດ​ແນມ, ເກັບ​ກຳ​ສິ່ງ​ທີ່​ພວກ​ເຂົາ​ອ້າງວ່າ​ເປັນ​ຄວາມ​ລັບ​ຂອງ​ລັດ ກ່ຽວ​ກັບ ສະ​ຖານ​ທີ່​ອຸດ​ສາ​ຫະ​ກຳ​ທະ​ຫານ.

ໜັງ​ສື​ພິມ​ຂອງ​ລາວ ແລະ ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ, ເຊິ່ງ​ຖ້າ​ລາວ​ຖືກ​ຕັດ​ສິນ​ມີ​ຄວາມ​ຜິດ, ມັນ​ຈະ​ມີ​ໂທດ​ຂັງ​ຄຸກ​ເຖິງ 20 ປີ.

U.S. Secretary of State Antony Blinken said Tuesday that Wall Street Journal reporter Evan Gershkovich is “in good health and good spirits, considering the circumstances” after his arrest in Russia late last month.

Speaking to reporters in Japan, Blinken said the United States continues to “call for his immediate release from this unjust detention.”

U.S. Ambassador to Russia Lynne Tracy said Monday she visited Gershkovich, whom Russia has accused of spying.

"This is the first time we've had consular access to Evan since his wrongful detention over two weeks ago,” Tracy said in a short statement in Russian on Telegram. “He feels well and is holding up. We reiterate our call for Evan's immediate release."

Gershkovich was arrested in the Urals city of Yekaterinburg, 1,800 kilometers east of Moscow, while on a reporting assignment. Russia claims, without producing evidence, that he was caught “red-handed” while spying, collecting what it claimed were state secrets about a military industrial complex.

His newspaper and the U.S. government have rejected the charge of espionage, which, if he were to be convicted, carries a sentence of up to 20 years in prison.

XS
SM
MD
LG