ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານບລິງ​ເຄັນ ຮຽກ​ຮ້ອງ​ອິ​ສ​ຣາ​ແອ​ລແລະ ປາ​ແລັ​ສ​ໄຕ​​ນ໌ ໃຫ້ຢູ່​ໃນ​ຄວາມ​ສະ​ຫງົ​ບ ແລະ​ພ້ອມ​ກັນ​ແກ້​ໄຂບັນ​ຫາ​ຄືນ​ໃໝ່


ລັດ​ຖ​ະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານບ​ລິງ​ເຄັນ (ຊ້າຍ) ພົບ​ປະ​ກັບ ຜູ້​ນຳ​ປາ​ແລັສ​ໄຕ​ນ໌ ທ່ານ​ມາ​ມຸດ ອັບ​ບັ​ສ ​ທີ່​ເມືອງຣາ​ມາ​ລ​ລາ, ວັນ​ທີ 31, ມັງ​ກອນ 2023
ລັດ​ຖ​ະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານບ​ລິງ​ເຄັນ (ຊ້າຍ) ພົບ​ປະ​ກັບ ຜູ້​ນຳ​ປາ​ແລັສ​ໄຕ​ນ໌ ທ່ານ​ມາ​ມຸດ ອັບ​ບັ​ສ ​ທີ່​ເມືອງຣາ​ມາ​ລ​ລາ, ວັນ​ທີ 31, ມັງ​ກອນ 2023

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອ​ນ​ໂທ​ນີ ບ​ລິງ​ເຄັນ ໄດ້​ເດີນ​ທາງ​ໄປ ແລະມາ ໃນ​ວັນ​ອັງ​ຄານ​ວານ​ນີ້ ລະ​ຫວ່າງອິ​ສ​ຣາ​ແອ​ລ ແລະເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນຫຼື West Bank ເພື່ອ​ຊອກ​ຫາລະ​ງັບ​ຄວາມ​ຮຸນ​ແຮງ​ທັງສອງ​ຝ່າຍ ຫວ່າງ​ມໍ່ໆ​ມາ​ນີ້ ແລະ​ເຮັດ​ວຽກ​ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ເປົ້າ​ໝາຍໄລ​ຍະ​ຍາວ​ຂອງ​ສະ​ຫະ​ລັດ ເຖິງ​ແມ່ນ​ມີ​ຄວາມ​ຍາກ​ລຳ​ບາກ ໃນ​ການແກ້​ໄຂ​ແບບ​ມີ​ສອງ​ປະ​ເທດ.

ທ່ານ​ບ​ລິງ​ເຄັນ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັສ​ໄຕ​ນ໌ ທ່ານ​ມາ​ມູດ ອັ​ບ​ບັ​ສ ໃນ​ນະ​ຄອ​ນ​ຣາ​ມາ​ລ​າ ຫລັງ​ຈາກ​ໄດ້​ປະ​ຊຸມ​ໃນ​ຕອນ​ຕົ້ນ​ທີ່​ເຈຣູ​ຊາ​ແລມ ​ກັ​ບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອິ​ສ​ຣາ​ແອ​ລ ທ່ານຢວບ ກາ​ລ​ລັນ ຜູ້​ທີ່​ທ່ານ​ໄດ້​ຄ້ຳ​ປະ​ກັນ​ວ່າ ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ຂອງສະ​ຫະ​ລັດຕໍ່ຄວາມ​ປອດ​ໄພ​ຂອງ​ອິ​ສ​ຣາ​ແອ​ລ “ແມ່ນຍັງບໍ່​ປ່ຽນ​ແປງ​.” ທ່ານ​ບ​ລິງ​ເຄັນໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ 50 ລ້ານ ​ໂດ​ລ​າ ​ໃນ​ການ​ຊ່ວຍ​ເຫລືອທາງ​ດ້ານ​ເສດ​ຖະ​ກິດ​ຄັ້ງ​ໃໝ່ຕໍ່​ປາ​ແ​ລັ​ສ​ໄຕ​ນ໌ ໃນ​ສອງ​ປີ​ຂ້າງ​ໜ້າ ນອກ​ເໜືອ​ໄປ​ກວ່າ 890 ລ້ານ​ທີ່​ໄດ້​ປະ​ກາດ​ໄປ​ແລ້ວ​ນັ້ນ ແລະການ ​ບໍ​ລິ​ການ ໂທ​ລະ​ຄົມຄວາມ​ໄວ​ 4G ຢູ່​ໃນເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າ ຈໍ​ແດນ.

ການ​ສົນ​ທະ​ນາ​ຂອງ​ທ່ານບ​ລິງ​ເຄັນ ໄດ້​ມີ​ຂຶ້ນ​ຫລັງ​ຈາກ​ຄວາມ​ຮຸນ​ແຮງ​ທີ່​ຊຸດ​ໂຊມ ລົງໃນໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່​ານ​ມາ ​ໃນອັນ​ທີ່​ຊາວ​ປາ​ແລັ​ສ​ໄຕ​ນ໌ 35 ຄົນ ໄດ້​ເສຍ​ຊີ​ວິດ ໃນ​ການ​ປະ​ທະ​ກັນ​ກັບ​ກຳ​ລັງ​ທະ​ຫານ​ອິ​ສ​ຣາ​ແອ​ລ ແລະ​ພົນ​ລະ​ເຮືອນ​ເຈັດ​ຄົນ​ໄດ້​ຖືກຍິງ​ຕາຍ ໂດຍ​ຜູ້​ໂຈມ​ຕີ​ປາແລັສ​ໄຕ​ນ໌​ຄົນ​ນຶ່ງ ຢູ່​ໃນ​ເຈຣູ​ຊາ​ແລມ ​ຢູ່ນອກວັດວັນ​ສຸກ​ແລ້ວ​ນີ້.

​ທ່ານບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ທ່ານ​ອັບ​ບັ​ສວ່າເປັນ​ທີ່​ພໍ​ໃຈ “​ຕໍ່ກ​ານ​ດຳ​ເນີນຂອງ​ທ່ານ​ ແລະ​ແກ້​ໄຂ​ທ່າ​ທີ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ.”

​ຢູ່​ໃນ​ຖະ​ແລງ​ການ​ຂອງ​ທ່ານ ທ່ານ​ອັບ​ບັ​ສ ໄດ້​ກ່າວ​ວ່າ ຊາ​ວ​ປາ​ແ​ລັ​ສ​ໄຕ​ນ໌ “ຢຶ​ນ​ຢັ​ນ​ວ່າ ລັດ​ຖະ​ບານ​ອິ​ສ​ຣາ​ແອ​ລ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່ສິ່ງ​ທີ່​ເກີດ​ຂຶ້ນ ເພາະ​ເປັນ​ການ​ກະທຳ​ທີ່​ບ່ອນທຳ​ລາຍ​ການ​ແກ້​ໄຂແບບ​ສອງ​ປະ​ເທດ​ແລະ​ໄດ້​ເຊັນຂໍ້​ຕົກ​ລົງໄປ​ແລ້ວ​ນັ້ນ.” ​ຜູ້​ນຳ​ປາ​ແລ​ສ​ໄຕ​ນ໌​ໄດ້​ຮຽກ​ຮ້ອງຂໍຕໍ່​ສະ​ຫະ​ລັດ ແລະ​ປະ​ຊາ​ຄົມ​ສາ​ກົນ​ເພື່ອ “ໃຫ້​ການ​ປົ​ກ​ປ້ອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

​ທ່າ​ມ​ກາງ​ການ​ເພີ້ມ​ທະ​ວີ​ຄວາມ​ໂກດ​ແຄ້ນ​ເກືອບ​ທຸກ​ມື້​ ຂອງ​ການ​ໂຈມ​ຕີ​ໂດຍ​ ກຳ​ລັງອິ​ສຣາ​ແອລຢູ່ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າ ຈໍ​ແດນ ລັດຖະບານປາ​ແລັ​ສ​ໄຕ​ນ໌ ຂອງ​ທ່ານ​ອັບ​ບັ​ສ ອາ​ທິດ​ແລ້ວ​ນີ້​ໄດ້​ຫລຸດ​ຜ່ອນຂໍ້​ຕົກ​ລົງການ​ຮ່ວມ​ມື​ຄວາມ​ປອດ​ໄພກັບ​ອິ​ສ​ຣາ​ແອ​ລຫລັງ​ຈາກ​ການ​ຮຸ​ກ​ຮານ​ທີ່​ໃຫຍ່​ສຸດ​ໃນ​ຮອບ​ຫລາຍ​ປີ.

​ການ​ປະ​ຕິ​ບັດ​ງານ​ນີ້ ໄດ້​ເຫັນ​ກຳ​ລັງ​ອິ​ສ​ຣາ​ແອ​ລ​ບຸກ​ເລິກ​ເຂົ້າ​ໄປໃນ​ສູນ​ອົບ​ພະ​ຍົບ ຢູ່​ເມືອງ​ເຈນິນ ເຮັດ​ໃຫ້​ເກີດ​ການ​ຍິງ​ກັນຂຶ້ນທີ່​ເຮັດ​ໃຫ້​ຊາວ​ປາ​ແລ​ສ​ໄຕ​ນ໌ 10 ຄົນ ເສ​ຍ​ຊີ​ວິດ​.

​ໃນ​ການກັບ​ຄືນ​ມາ​ເຈ​ລູ​ຊາ​ແລມ ຫລັງ​ຈາກ​ການ​ປະ​ຊຸມ​ ກັບ​ທ່ານ​ອັບ​ບັ​ສ​ແລ້ວ ທ່ານບ​ລິງ​ເຄັນ​ກ່າວ​ວ່າ ສະ​ຫະ​ລັດ​ບໍ່​ໄດ້​ມີ “ຄວາມ​ເຂົ້າ​ໃຈ​ຜິດ​ໃດໆ” ​ກ່ຽວ​ກັບ​ສັນ​ຕິ​ພາບ​ໃນ​ທັນ​ທີ.

U.S. Secretary of State Antony Blinken shuttled Tuesday between Israel and the West Bank, imploring both sides to defuse recent violence and work toward the long-held but elusive U.S. goal of creating a two-state solution.

Blinken met with Palestinian President Mahmoud Abbas in Ramallah after earlier meeting in Jerusalem with Israeli Defense Minister Yoav Gallant, whom he assured that the U.S. commitment to Israel’s security “remains ironclad.” Blinken promised $50 million in new economic assistance to Palestinians over the next two years, on top of $890 million already pledged, and 4G high-speed telecom service in the West Bank.

Blinken’s talks came after some of the worst viole nce in several years, in which 35 Palestinians were killed in clashes with Israeli troops and seven civilians were shot dead by a Palestinian attacker in Jerusalem outside a synagogue last Friday.

Blinken told Abbas that he appreciates “your consistent and resolute stance against terrorism.”

In his remarks, Abbas said Palestinians “affirm that the Israeli government is responsible for what’s happening these days because of its practices that undermine the two-state solution and already signed agreements.” The Palestinian leader called on the United States and the international community to “provide international protection to our people.”

Amid rising anger at near-daily raids by Israeli forces in the West Bank, Abbas' Palestinian Authority last week scaled back its security cooperation agreement with Israel after the largest incursion in years.

The operation saw Israeli forces go deep into a refugee camp in the northern city of Jenin, setting off a gunfight in which 10 Palestinians were killed.

Back in Jerusalem after meeting with Abbas, Blinken said the U.S. had “no illusion” about immediate peace.

XS
SM
MD
LG