ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 23 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ເລບານອນ (ສະໄລດ໌)


ເຫດລະເບີດໃນ ກຸງ Beirut
ເຫດລະເບີດໃນ ກຸງ Beirut
ເຫດ​ລະ​ເບີ​ດ 2 ບັ້ນ​ ​ໃກ້ໆ​ກັບ​ສະຖານທູດ​ອີຣ່ານ ​ໃນ​ນະຄອນ
ຫຼວງ​ຂອງປະ​ເທດ​ເລ​ບາ​ນອນ ​ໄດ້​ສັງຫານຢ່າງ​ນ້ອຍ 23 ຄົນ
ຊຶ່ງ​ຮວມທັງ ທີ່​ປຶ​ກສາ​ທາງ​ດ້ານວັດທະນະ​ທໍາ​ຂອງ​ອີຣ່ານນໍາ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເຫດລະ
​ເບີດໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ພາກ​ໃຕ້ ຂອງ​ນະຄອນຫຼວງ Beiru
t ນັ້ນ​ ແມ່ນມີ​ສາ​ເຫດ​ມາ​ຈາກຜູ້​ໂຈມ​ຕີ​ດ້ວຍລະ​ເບີດ​ສະລະ​ຊີບ
ທີ່​ຕິດ ຕາ​ມມາ​ໃນ​ໄລຍະ​ບໍ່​ດົນ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ​ນັ້ນ.

ທ່ານ Ali Hassan Khalil ລັດຖະມົນຕີ​ກະຊວງ​ສາ​ທາ​ລະນະ​ສຸກ
​ເລ​ບາ​ນອນ ​ໄດ້​ກ່າວ​ວ່າ​ເຫດລະ​ເບີດ​ຄັ້ງ​ນີ້​ ຍັງ​ເຮັດ​ໃຫ້ 146 ບາດ​ເຈັບ ​ໃນ​ອັນທີ່​ທ່ານ​ເອີ້ນ​ວ່າ
​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ.

ທ່ານ​ກ່າວ​ວ່າ​: “​ເຫ​ດການ​ດັ່ງກ່າວ​ນີ້ ​ແມ່ນອະທິບາຍ​ຢ່າງເຕັມໆ​ເລີຍ​ວ່າ​ ເປັນ​ການ
ກະທໍາຂອງ​ພວກ​ກໍ່​ການ​ຮ້າຍ​ ຊຶ່ງ​ເປັນ​ການ​ກະທໍາ​ທີ່​ຜິດ​ກົດໝາຍ ​ແລະ​ສົມຄວນ​
ໄດ້​ຮັບ​ການ​ປະນາມ ຍ້ອນ ວ່າ ​ໄດ້​ແນ​ເປົ້າ​ໝາຍ​ເພື່ອ​ເອົາຊີວິດ​ຂອງ​ພົນລະ​ເຮືອນ
ຊຶ່ງ​ມັນ​ເປັນ​ນຶ່ງ​ໃນ​ການ​ກະທໍາ​ຂອງການ​ກໍ່​ການ​ຮ້າຍ ທີ່​ໄດ້​ສ້າງກະທົບ​ຕໍ່​ຂົງ​ເຂດ
ຊຶ່ງ​ປະ​ເທດເລ​ບາ​ນອນ ກໍ​ນອນ​ຢູ່​ໃນ​ຂົງ​ເຂດນີ້.”



​ເຫດລະ​ເບີດ​ດັ່ງກ່າວ​ນີ້ ໄດ້​ສ້າງ​ຄວາມ​ສັ່ນ​ສະ​ເທືອ​ນ ຕໍ່​ຄຸ້ມທີ່​ຊຶ່ງ​ເປັນ​ເຂດ​ທີ່​ໝັ້ນ​ຂອງ
ກຸ່​ມຫົວ​ຮຸນ​ແຮງ Hezbollah ​ໃນ​ນະຄອນຫຼວງ​ເບຣຸດ ​ແລະເປັນ​ບ່ອນ​ທີ່​ຢ່າງ​ນ້ອຍ​ໄດ້​ມີ​
ການ​ໂຈມຕີ ດ້ວຍ​ລະ​ເບີດ 2 ຄັ້ງ​ມາ​ແລ້ວ ໃນ​ປີ​ນີ້.

ກຸ່ມ Hezbollah ​ແມ່ນ​ໄດ້​ຊ່ອຍ​ໃນ​ການ​ຕໍ່ສູ້ ກັບ​ພວກ​ຕໍ່ຕ້ານ​ໃນ​ຊີ​ເຣຍ ຊຶ່ງ​ເປັນ​ເພື່ອ​ນບ້ານ
ຊຶ່ງເປັນ​ຜູ້​ໃຫ້ການ​ສະໜັບ​ສະ​ໜຸນ​ຊີ​ເຣຍ ພ້ອມໆ​ກັບ​ອີຣ່ານ.

​ເຫດລະ​ເບີດໃນວັນ​ອັງຄານ​ມື້​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ
ຕໍ່​ຕຶກ​ອາຄານ ​ໃນເຂດ​ດັ່ງກ່າວ ຊຶ່ງ​ຮວມທັງບໍລິ​ເວ​ນສະຖານທູດອີຣ່ານນຳ​ດ້ວຍ.

​ໂທລະພາບ​ຂອງ​ເລ​ບາ​ນອນ ​ໄດ້ອອກ​ຂ່າວຮູບ​ພາບ​ຕ່າງໆ ຂອງ​ຕຶກ​ອາຄານ​ແລະ​ຊາກ​ລົດ​
ທີ່ຖືກ​ໄຟ​ໄໝ້ ​ໂຮມ​ທັງ​ຊາກ​ຫັກ​ພັງ​ທີ່​ກອງ​ກັນ​ຢ່າງກະຈັດກະຈາຍ​ຕາ​ມຖະໜົນຫົນທາງ.
XS
SM
MD
LG