ເດັກນ້ອຍ 8 ຄົນໄດ້ເສຍຊີວິດໃນວັນເສົາວານນີ້ ໃນເມືອງ ອົມເດີມັນ ຂອງປະເທດ
ຊູດານ ເມື່ອວັດຖຸທີ່ບໍ່ສາມາລະບຸໄດ້ ທີ່ເຂົາເຈົ້າພົບເຫັນນັ້ນໄດ້ແຕກ, ໂຄສົກຕຳຫຼວດ
ໄດ້ກ່າວຕໍ່ອົງການ AFP.
ເດັກນ້ອຍ 7 ຄົນໄດ້ເສຍຊິວິດຄາທີ່ ໃນຂະນະທີ່ຄົນທີ 8 ໄດ້ເສຍຊີວິດຈາກບາດແຜ
ຢູ່ໂຮງໝໍ, ອີງຕາມການກ່າວຂອງນາຍພົນ ຮາຊິມ ອັບແດລຣາຮິມ.
ທ່ານໄດ້ກ່າວວ່າພວກເດັກນ້ອຍທີ່ວ່ານັ້ນ, ຜູ້ທີ່ຖືກຄິດວ່າໄດ້ໄປໄຈ້ຂີເຫຍື້ອ, ເຊິ່ງຕໍ່
ມາເຂົາເຈົ້າຈະເອົາໄປຂາຍນັ້ນ, ໄດ້ພົບເຫັນ “ວັດຖຸປະຫຼາດນັ້ນ” ໂດຍບັງເອີນ ເຊິ່ງ
“ໄດ້ລະເບີດ” ເວລາທີ່ເຂົາເຈົ້າໄປຈັບມັນ.
ຂົງເຂດທີ່ເກີດເຫດການດັ່ງກ່າວ ຕັ້ງຢູ່ພາກເໜືອຂອງເມືອງ ອົມເດີມານ ເຊິ່ງເຄີຍມີ
ອາຄານຂອງກອງທັບຕັ້ງຢູ່ຫຼາຍປີຜ່ານມາແລ້ວ.
ສື່ມວນຊົນລັດຖະບານ ຊູດານ ໄດ້ຢືນຢັນວ່າ ເດັກນ້ອຍ 8 ຄົນໄດ້ເສຍຊີວິດຍ້ອນລະ
ເບີດແຕກ. ແຕ່ເຂົາເຈົ້າບໍ່ໄດ້ໃຫ້ລາຍລະອຽດ.
ທ່ານ ອັບແດລຣາຮິມ ໄດ້ກ່າວວ່າ ຕຳຫຼວດແມ່ນກຳລັງສືບສວນສອບສວນເຖິງເຫດ
ການດັ່ງກ່າວ.
ເດັກນ້ອຍທີ່ມີອາຍຸໄວຮຽນ ມັກຈະເຮັດວຽກລະດັບຕ່ຳ ເພື່ອຫາຢູ່ຫາກິນ ຖ່າມກາງ
ວິກິດການທາງເສດຖະກິດທີ່ກຳລັງຮຸນແຮງຂຶ້ນ ຈົນເຮັດໃຫ້ລາຄາອາຫານເພີ່ມສູງ
ຂຶ້ນ.
ວິກິດການທາງເສດຖະກິດໄດ້ເກີດຂຶ້ນຍ້ອນການປະທ້ວງທົ່ວປະເທດດົນກວ່າ 3
ເດືອນ ເພື່ອຕໍ່ຕ້ານການປົກຄອງຂອງປະທານາທິບໍດີ ໂອມາ ອາລ-ບາເຊຍ.
ທ່ານ ບາເຊຍ ຍັງຄົງບໍ່ຍອມທຳຕາມ, ແລະ ໄດ້ປະກາດພາວະສຸກເສີນແຫ່ງຊາດໃນ
ວັນທີ່ 22 ກຸມພາທີ່ຜ່ານມາ ເພື່ອປາບປາມການປະທ້ວງ ທີ່ເຫັນວ່າເປັນການຄັດ
ຄ້ານທີ່ໃຫຍ່ທີ່ສຸດຕໍ່ການປົກຄອງດົນ 3 ທົດສະວັດຂອງທ່ານ.