ຈຳນວນຂອງພວກເດັກທາລົກ ຫາພວກໄວລຸ້ນ ແລະພວກສາວນ້ອຍ ແມ່ນຫຼຸດຕ່ຳລົງ ໃນສະຫະລັດ.
ມີການຫລຸດໜ້ອຍລົງເປັນປະຫວັດການ ຂອງພວກໄວລຸ້ນແລະພວກແມ່ຍິງໃນໄວຊາວກວ່າປີ ທີ່ໄດ້ຄອດລູກໃນສະຫະລັດໃນປີ 2015 ອິງຕາມສະຖິຕິຂອງລັດຖະບານສະບັບ ໃໝ່ ທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້.
ໂຕເລກຂັ້ນຕົ້ນ ຈາກສູນການຄວບຄຸມພະຍາດແລະປ້ອງກັນພະຍາດຂອງສະຫະລັດ ໄດ້ສະແດງໃຫ້ເຫັນວ່າ ອັດຕາການເກີດຂອງພວກແມ່ທີ່ມີອາຍຸສະເລ່ຍ ລະຫວ່າງ 15 ຫາ 19 ປີ ແມ່ນຫຼຸດລົງ 8 ເປີເຊັນໃນປີກາຍນີ້ ແລະໄດ້ຫຼຸດລົງ 64 ເປີເຊັນນັບຕັ້ງແຕ່ປີ 1991 ເປັນ ຕົ້ນມາ.
ໂດຍທົ່ວໄປແລ້ວ ໃນສະຫະລັດ ບັນດາແມ່ທັງຫຼາຍ ໄດ້ໃຫ້ກຳເນີດແກ່ພວກເດັກທາລົກ 3 ລ້ານ 9 ແສນ 8 ໝື່ນຄົນ ໃນປີ 2015 ຊຶ່ງຫລຸດລົງໜ້ອຍນຶ່ງກວ່າປີກ່ອນ. ອັດຕາການເກີດ ແມ່ນ 62.5 ເປີເຊັນ ຕໍ່ແມ່ຍິງໃນທຸກໆ 1 ພັນຄົນໃດ.
ຈຳນວນດັ່ງກ່າວແມ່ນຍັງສືບຕໍ່ສະແດງໃຫ້ເຫັນເຖິງແນວໂນມທີ່ວ່າ ຈຳນວນແມ່ຍິງ ສ່ວນ ໃຫຍ່ ແມ່ນມັກໃຫ້ກຳເນີດບຸດ ໃນຕອນທີ່ມີອາຍຸຫຼາຍຂຶ້ນ. ພວກທີ່ມີອາຍຸປະມານ 20 ຫາ 24 ປີ ໃຫ້ກຳເນີດແກ່ທາລົກຫຼຸດລົງ 3 ເປີເຊັນ ໃນປີກາຍນີ້ ຊຶ່ງເປັນໂຕເລກທີ່ຫຼຸດລົງ 27 ເປີເຊັນ ໃນຮອບທົດສະວັດຜ່ານມາ. ສຳຫຼັບພວກແມ່ຍິງທີ່ມີອາຍຸ 25 ຫາ 29 ປີນັ້ນ ທີ່ໃຫ້ກຳເນີດແກ່ທາລົກ ຫຼຸດລົງ 1 ເປີເຊັນ.
ແຕ່ວ່າພວກແມ່ຍິງໄວ 30 ກວ່າປີນັ້ນ ແມ່ນເຫັນວ່າ ໄດ້ເພີ້ມຂຶ້ນເປັນປີທີ 5 ລຽນຕິດ ໃນຂະ ນະທີ່ ອັດຕາການໃຫ້ກຳເນີດຂອງພວກແມ່ຍິງ ທີ່ອາຍຸ 40 ຫາ 44 ປີ ໄດ້ໂດດຂຶ້ນ 4 ເປີເຊັນ ໃນປີແລ້ວນີ້.
ປະມານ 1 ສ່ວນ 3 ຂອງ 50 ລັດໃນທົ່ວປະເທດ ໄດ້ພົບເຫັນ ການກຳເນີດຂອງເດັກທາລົກ ເພີ່ມຂຶ້ນ ນຳພາໂດຍລັດ Florida ແລະ Delaware ຊຶ່ງທັງສອງລັດຕ່າງກໍເພີ້ມຂຶ້ນເກືອບ 2 ເປີເຊັນ. ໃນລັດ Florida ການເພີ່ມຂຶ້ນແມ່ນຮວມທັງ 3.6 ເປີເຊັນ ໃນການໃຫ້ກຳເນີດໂດຍພວກແມ່ຍິງຊາວ Hispanic ແລະ 2.9 ເປີເຊັນ ຂອງການໃຫ້ກຳເນີດໂດຍພວກແມ່ຍິງຊາວ ຜີວດຳ.
ສ່ວນລັດ California ແມ່ນຕິດລົບ 2.3 ເປີເຊັນ, ລັດ Vermont ຕິດລົບ 3.7 ເປີເຊັນ ລັດ West Virginia ຕິດລົບ 2.5 ເປີເຊັນ ຊຶ່ງທັງສາມລັດນີ້ໄດ້ເຫັນອັດຕາການເກີດຫຼຸດນ້ອຍລົງຢ່າງຫຼວງຫຼາຍ. ການຫຼຸດນ້ອຍລົງຢູ່ລັດ California ແມ່ນຮວມທັງ ການຫຼຸດລົງຂອງຫຼາຍກວ່າ 4.5 ເປີເຊັນ ສຳຫຼັບພວກແມ່ທີ່ເປັນຊາວຜີວດຳ ແລະຊາວເອເຊຍ ໃນຂະນະທີ່ ລັດ Vermont ຈຳນວນຂອງເດັກ ນ້ອຍທີ່ກຳເນີດຈາກພວກແມ່ຊາວຜີວຂາວນັ້ນ ແມ່ນຕົກຮວບລົງ 6 ເປີເຊັນ.