ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຣກ​ລະ​ບາດ​ໄຂ້​ຫວັດ​ນົກ ເຮັດ​ໃຫ້​ນັກ​ວິ​ທະ​ຍາ​ສາດ ແລະ ຊາວ​ກະ​ສິ​ກອນ​ມີ​ຄວາມ​ເປັນ​ຫ່ວງ


ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຣກ​ລະ​ບາດ​ໄຂ້​ຫວັດ​ນົກ ເຮັດ​ໃຫ້​ນັກ​ວິ​ທະ​ຍາ​ສາດ ແລະ ຊາວ​ກະ​ສິ​ກອນ​ມີ​ຄວາມ​ເປັນ​ຫ່ວງ

ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໄຂ້​ຫວັດ​ນົກ H5N1 ເມື່ອບໍ່​ດົນ​ມານີ້ ແລະ ມີຄວາ​ມ​ສ່ຽງ​ຈະ​ກາຍເປັນສາຍ​ພັນ​ໃໝ່ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ກັງ​ວົນ​ໃນ​ປະ​ຊາ​ຄົມ​ວິ​ທະ​ຍາ​ສາດ​ວ່າ ໄວ​ຣັ​ສ​ອາດ​ສົ່ງ​ຜົນ​ໃຫ້​ເກີດ​ການ​ແຜ່​ເຊື້ອ​ຈາກ​ຄົນ​ສູ່​ຄົນ ແລະ ເກີດ​ໂຣກ​ລະ​ບາດ​ໃຫຍ່​ຄັ້ງ​ໃໝ່. ບັນ​ດາ​ຊາວກະ​ສິ​ກອນ​ຍັງ​ເປັນ​ຫ່ວງ ກ່ຽວ​ກັບຜົນ​ກະ​ທົບ​ທີ່​ອາດ​ເກີດ​ຂຶ້ນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ ຈອດ​ຈ໌ ເທວິ​ລ​ລິ​ເກີ ເປັນ​ເຈົ້າ​ຂອ​ງ​ຟາມ Pleasant Vale ຢູ່​ເມືອງ ເດ​ລາ​ເພ​ລນ ລັດ ເວີ​ຈິ​ເນຍ, ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນຫຼວ​ງວໍ​ຊິງ​ຕັນ. ລາວ​ໄດ້​ປັບ​ປ່ຽນ​ການ​ດຳ​ເນີນ​ງານ​ຂະ​ໜາດ​ນ້ອຍ​ຂອງ​ລາວ​ ຍ້ອນ​ໄວ​ຣັ​ສ​ໄຂ້​ຫວັດ​ນົກ H5N1. ໄ​ຂ້​ຫວັດ​ນົກ ບໍ່​ພຽງ​ແຕ່​ໄດ້​ສົ່ງ​ຜົນ​ໃຫ້​ນົກ​ຕາຍ​ໃນ ສະ​ຫະ​ລັດ ຈຳ​ນວນຫຼວງຫຼາຍ​ໃນ​ປີ 2022 ເທົ່າ​ນັ້ນ ແຕ່​ມັນ​ຍັງ​ໄດ້​ເຮັດ​ໃຫ້​ລາ​ຄາ​ໄຂ່​ສູງ​ຂຶ້ນຢ່າງວ່ອງ​ໄວ​ ໃນ​ທົ່ວ​ປະ​ເທດ.

ທ່ານ ຈອດ​ຈ໌ ເທີ​ວິ​ລ​ລິ​ເກີ ເຈົ້າ​ຂອງ​ຟາມ Pleasant Vale ກ່າວ​ວ່າ “ຢູ່​ຟາມ​ທີ່ນີ້ ພວກ​ເຮົາ​ບໍ່​ໄດ້​ເພີ່ມ​ໄກ່​ຂອງ​ພວກ​ເຮົາໃນ​ປີ​ກາຍນີ້ ຫຼື ສອງ​ປີ​ແລ້ວ ເພາະ​ຢ້ານ​ວ່າ​ ພວກ​ເຮົາ​ອາດ​ນຳ​ເອົາ​ໄກ່​ທີ່​ຕິດ​ເຊື້ອ​ເຂົ້າມາ ໂດຍບໍ່​ໄດ້​ຕັ້ງ​ໃຈ​.”

ທ່ານ ເທີ​ວິ​ລ​ລິ​ເກີ, ເຊິ່ງ​ແມ່​ນ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ພະ​ແນກ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ສັ​ດ​ປ່າ​ຂອງລັດ​ເວີ​ຈິ​ເນຍ, ກໍ​ຍັງ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ໄຂ້​ຫວັດ​ນົກ​ອາ​ດມີ​ຄວາມ​ສ່ຽງ​ຕໍ່​ໝູ​ຂອງ​ລາວ ແລະ ຕໍ່ງົວ ແລະ ລູກ​ງົວ​ຂອງ​ລາວ​ປະ​ມານ 100 ໂຕ.

ທ່ານ ຈອດ​ຈ໌ ເທີ​ວິ​ລ​ລີ​ເກີ ກ່າວ​ວ່າ “ຖ້າ​ພະ​ຍາດ​ໄປ​ຮອດ​ຈຸດ​ທີ່​ມັນ​ຕິດ​ຕໍ່​ກັບ​ງົວ ແລະ ເຮັດ​ໃຫ້​ມັນ​ບໍ່​ສະ​ບາຍ ຫຼື ມີຜົນຕໍ່​ຊີ້ນ​ຂອງ​ມັນ, ງົວ​ເນື້ອພວກ​ນີ້ ເຮັດ​ໃຫ້​ຊີ້ນມັນ​ເປັນ​ທີ່ຍອມ​ຮັບ​ບໍ່​ໄດ້, ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ລົ້ມ​ລະ​ລາຍ.”

ໄຂ້​ຫວັດ​ນົກ​ໃນ​ງົວ​ນົມຫຼາຍໂຕ ຖືກ​ລາຍ​ງານ​ຄັ້ງ​ທຳ​ອິດ​ໃນ​ທ້າຍ​ເດືອນ​ມີ​ນາ​ປີ​ກາຍນີ້. ສູນ​ກາງ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ພະ​ຍາດ​ ຫຼື CDC ເວົ້າ​ວ່າ ຄວາມ​ສ່ຽງ​ດ້ານສາ​ທາ​ລະ​ນະ​ສຸກ​ແມ່ນ​ຍັງ​ຕ່ຳ, ດ້ວຍ​ການ​ຕິດ​ຕໍ່​ທີ່​ຖືກ​ຢືນ​ຢັນ​ພຽງ 67 ກໍ​ລະ​ນີ​ຈາກ​ສັດ​ສູ່​ມະ​ນຸດ ແລະ ມີ​ຜູ້​ເສຍ​ຊີ​ວິດ​ນຶ່ງ​ຄົນ. ການ​ປ່ຽນ​ແປງ​ຢ່າງ​ເປັນ​ປະ​ຈຳໃນ​ກຸ່ມພັນທຸກຳ​ຂອງ​ໄວ​ຣັ​ສ ໄດ້​ເຮັດ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຈຳ​ນວນ​ນຶ່ງ​ມີ​ຄວາມ​ເປັນ​ຫ່ວງ.

ທ່ານ​ນາງ ເມ​ແກນ ເດ​ວິ​ສ, ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອນ​ສ ຮັອບ​ກິນ​ສ ກ່າວ​ຜ່ານສະໄກ້ປ໌ ​ວ່າ “ຖ້າ​ມັນ​ມີ​ການ​ປ່ຽນ​ແປງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ໄວ​ຣັ​ສ​ທີ່​ຈະ​ສົ່ງ​ຕໍ່​ຈາກ​ຄົນ​ນຶ່ງ​ຫາ​ອີກ​ຄົນ​ນຶ່ງ, ເຊິ່ງ​ປັດ​ຈຸ​ບັນ​ນີ້ ​ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ເຫັນ​ເທື່ອ, ແລ້ວ​ມັນ​ກໍ​ອາດ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ແທ້​ຈິງ​ ໃນ​ແງ່​ຂອງ​ການ​ຮັບມື​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພວກ​ເຮົາ. ແລະ ມັນ​ແມ່ນ​ເຫດ​ຜົນ​ທີ່​ພວກ​ເຮົາ​ຄິດ​ວ່າ​ ໄວ​ຣັ​ສນີ້​ອາດ​ມີ​ໂອ​ກາ​ດ​ທີ່​ຈະ​ກາຍ​ເປັນ​ໂຣກ​ລະ​ບາດ.”

ທ່ານນາງ​ ເດ​ວິດ ກ່າວ​ວ່າປະ​ຊາ​ຊົນ​ສາ​ມາດຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ຕິດ​ເຊື້ອ​ໄດ້.

ທ່ານ​ນາງ ເດ​ວິ​ສ ກ່າວ​ຜ່ານສະໄກ້ປ໌ ວ່າ “ຫຼີກ​ລ່ຽງ​ການ​ຕິດ​ຕໍ່​ກັບ​ຄົນ​ທີ່​ເປັນ​ໄຂ້ ຫຼື ສັດ​ປ່າ​ທີ່​ຕາຍ​ແລ້ວ​ ຄົງ​ຈະ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຈະ​ເຮັດ. ພວກ​ເຮົາ​ຮູ້​ວ່າ​ ການ​ຂ້າ​ເຊື້ອ​ຂອງ​ນົມ, ການປຸງ​ແຕ່ງ​ເນື້ອ​ສັດ​ຕາມ​ອຸ​ນ​ຫະ​ພູມ​ທີ່​ແນະ​ນຳ​ໄວ້ ແລະ ການ​ປຸງ​ແຕ່ງ​ໄຂ່​ແມ່ນ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຢຸດ​ການ​ມີ​ຊີ​ວິດ​ຂອງ​ເຊື້ອ​ໄວ​ຣັ​ສ​ ທີ່​ສະ​ເພາະ​ເຈາະ​ຈົງ​ນີ້.”

ບັນ​ດາ​ເຈົ້າ​ຂອງ​ສັດ​ລ້ຽງ​ ໄດ້​ຖືກ​ແນະ​ນຳ​ໃຫ້​ຕິດ​ຕາມ​ກາ​ນ​ຮຽກ​ເກັບ​ຄືນ​ອາ​ຫານ​ສັດ​ທີ່​ມີ​ສານ​ປົນ​ເປື້ອນ ແລະ ນົມ​ດິບ, ແລະ ຮັກ​ສາ​ສັດ​ລ້ຽງ​ຂອງ​ເຂົາ​ເຈົ້າ​ຈາກ​ການ​ຕິດ​ຕໍ່​ກັບ​ນົກ​ປ່າ.

ໃນ​ຂະ​ນະ​ທີ່​ລາວ​ຕິດ​ຕາມ​ກ່ຽວ​ກັບ​ການ​ພັດ​ທະ​ນາຫຼ້າ​ສຸດນີ້, ທ່ານ ເທີ​ວິ​ລ​ລິ​ເກີ ແມ່ນ​ກຳ​ລັງ​ວາງ​ແຜນ​ໄວ້ລ່ວງ​ໜ້າ.

ທ່ານ ຈອດ​ຈ໌ ເທີ​ວິ​ລ​ລິ​ເກີ ກ່າວ​ວ່າ “ໂດຍ​ປົກ​ກະ​ຕິ​ແລ້ວ, ປະ​ມານ​ນຶ່ງ​ເດືອນ ​ຫຼື ປະ​ມານ​ນັ້ນ ຈາກນີ້​ເປັນ​ຕົ້ນ​ໄປ, ເຮົາ​ຈະ​ຊື້​ລູກ​ໄກ່​ງວງ​ມາ​ລ້ຽງ​ເພື່ອ​ຂາຍ​ ໃນວັນ​ຂອບ​ຄຸນ​ພະ​ເຈົ້າ. ຂ້າ​ພ​ະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ​ ພວກ​ເຮົາ​ຈະ​ເຮັ​ດ​ໄດ້​ບໍ່​ປີນີ້, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບວ່າ ​ຂ້າ​ພະ​ເຈົ້າ​ຈະ​ເອົາ​ໄກ່​ທີ່​ວ່າ​ນັ້ນ ​ມາ​ຈາກ​ໃສ. ພວກ​ມັນ​ຈະ​ມາ​ພ້ອມ​ກັບ​ໄຂ້​ຫວັດ​ນົກ​ບໍ່?”

ໃນ​ຂະ​ນະ​ດຽວ​ກັນ ທ່ານບອກວ່າ ​ທ່ານ​ຈະ​ຕິດ​ຕາມ​ຜົນ​ທາງວິ​ທະ​ຍາ​ສາດ ແລະ ຫວັງ​ວ່າ​ ໂຣກ​ນີ້​ ຈະ​ຄ່ອຍໆ​ຫາຍ​ໄປ… ໃນ​ຂະ​ນະ​ດຽວ​ກັນ​ ກໍ​ຕ້ອງ​ຈັບ​ຕາ​ເບິ່ງ​ງົວ​ຄວາຍ​ຂອງ​ລາວ​ເຊັ່ນ​ກັນ.

ອ່ານ​ລາຍ​ງານີ້​ເປັນ​ພາ​ສາ​ອັງ​ກິດ

The recent outbreak of the H5N1 avian influenza virus and the potential for it to mutate has raised concerns among the scientific community that it could result in human-to-human transmission and a new pandemic. Farmers are also concerned about the potential impacts to their livelihood.

George Terwilliger runs Pleasant Vale Farm in Delaplane, Virginia, west of Washington. He has modified his small-scale operation due to the H5N1 avian influenza virus. The so-called “bird flu” has resulted in not only a

high U.S. bird mortality since 2022 but also a sharp increase in the price of eggs nationwide.

“We here on this farm have not expanded our chickens over the last year or two out of fear that we might inadvertently bring birds in that are infected.”

Terwilliger, a member of the Virginia Department of Wildlife Resources Board, is also concerned about the risk bird flu could pose to his hogs.

And to about 100 cows and calves that he owns.

“If the disease were to get to the point where it infects cattle and makes them sick or makes their meat — these are beef cattle — makes their meat unacceptable, that would put us out of business.”

Bird flu in dairy cows was first reported in late March. The Centers for Disease Control and Prevention

says the public health risk remains low, with just 67 confirmed infections from animals to humans and one death. Constant changes in the genome of the virus, however, have some scientists worried.

“If there are changes that make it more possible for the virus to transmit from person to person, which so far we haven't seen, then that could be a real challenge in terms of our public health response. And it’s the reason that we think of this virus as having pandemic potential.”

People can minimize the risk of infection, Davis added.

“Avoiding contact with sick or dead wild animals is probably the most important thing to do. // We know that pasteurization of milk, cooking of meat to the recommended temperatures and cooking of eggs are effective to really inactivate this particular virus.”

Pet owners are advised to monitor recalls of contaminated pet food and raw milk, and to keep their pets away from contact with wild birds.

As he keeps a watchful eye on the latest developments, Terwilliger is planning ahead.

“Typically, sometime a month or so from now, we would buy turkey poults to raise turkeys for commercial sale at Thanksgiving. I'm not sure we'll do that this year,

because I would be concerned about where I get the birds from. Will they come with avian flu?”

In the meantime, he says he'll follow the science and hopes that the disease runs its course... all while keeping a very close eye on his livestock.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG