ອີລອນ ມັສກ໌ ບຸກຄົນທີ່ຮັ່ງມີທີ່ສຸດໃນໂລກ ຈະເປັນນຶ່ງໃນມະຫາເສດຖີຫຼາຍຄົນທີ່ເຂົ້າຮ່ວມພິທີສາບານຕົນເປັນປະທານາທິບໍດີສະໄໝທີສອງຂອງ ທ່ານ ດໍໂນລ ທຣໍາ. ຜູ້ບໍລິຫານບໍລິສັດ ເທສລາ ທ່ານ ອີລອນ ມັສກ໌ ມີບົດບາດສຳຄັນໃນໄຊຊະນະຂອງ ທ່ານ ທຣໍາ ໃນການເລືອກຕັ້ງຄືນໃໝ່ດ້ວຍການບໍລິຈາກເງິນກວ່າ 250 ລ້ານໂດລາ ໃຫ້ແກ່ການໂຄສະນາຫາສຽງຂອງທ່ານ ທຣໍາ ຕາມການລາຍງານຂອງວາລະສານ ຟອບສ໌ (Forbes). ທ່ານ ອີລອນ ມັສກ໌ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າພະແນກໃໝ່ ດ້ານປະສິດທິພາບຂອງລັດຖະບານ ຫຼື DOGE ຂອງທ່ານ ດໍໂນລ ທຣຳ, ຮ່ວມກັບ ທ່ານ ວິເວກ ຣາມາສວາມີ ຜູ້ປະກອບການດ້ານເທກໂນໂລຈີ ຊີວະພາບ.
ບົດລາຍງານໄດ້ກ່າວວ່າ ທ່ານ ອີລອນ ມັສກ໌ ຈະນັ່ງຮ່ວມກັບມະຫາເສດຖີຄົນອື່ນ ໆ ໃນພິທີສາບານຕົນ ເຊັ່ນ ທ່ານ ເຈັຟ ເບໂຊສ ຜູ້ບໍລິຫານຂອງ ແອມມາຊອນ ແລະ ທ່ານ ມາຣຄ໌ ຊັກເຄີເບີກສ໌ ຜູ້ບໍລິຫານຂອງ ເມຕາ.
ເຖິງວ່າ ຕາມປົກກະຕິແລ້ວ ຈະບໍ່ໄດ້ເຊີນຜູ້ນໍາຕ່າງປະເທດຫຼາຍປານໃດ ທ່ານ ທຣໍາ ໄດ້ເຊີນບຸກຄົນສຳຄັນຫຼາຍຄົນ ເຊັ່ນ ທ່ານ ຮາເວຍ ໄມເລ່ ປະທານາທິບໍດີ ອາເຈນຕີນາ ຄາດວ່າ ເຂົ້າຮ່ວມຕາມການລາຍງານຂອງ ອົງການຂ່າວ ບລູມເບີກ. ທ່ານ ໄມເລ່ ເປັນຜູ້ນໍາຕ່າງປະເທດຄົນທຳອິດທີ່ພົບກັບ ທ່ານ ທຣໍາ ຫຼັງຈາກທ່ານຊະນະການເລືອກຕັ້ງ ໃນເດືອນພະຈິກ. ທ່ານ ທຣໍາ ຍັງໄດ້ເຊີນ ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ຊຶ່ງຈະສົ່ງຕົວແທນມາຮ່ວມ ແລະ ນາຍົກລັດຖະມົນຕີຂອງອີຕາລີ ທ່ານນາງ ຈໍເຈຍ ເມໂລນີ ຊຶ່ງມີແນວຄິດຂວາຈັດກໍ່ໄດ້ຮັບຄຳເຊີນດ້ວຍເຊັ່ນກັນ ແຕ່ ທ່ານນາງ ກ່າວວ່າ ຍັງບໍ່ແນ່ໃຈວ່າ ທ່ານນາງ ຈະສາມາດເຂົ້າຮ່ວມໄດ້ຫຼືບໍ່ ເນື່ອງຈາກຕາຕະລາງວຽກ ບໍ່ເອື້ອອຳນວຍ.
ຕາມປະເພນີປະທານາທິບໍດີທີ່ຍັງມີຊີວິດຢູ່ທັງໝົດ ຈະເຂົ້າຮ່ວມພິທີສາບານຕົນ ປະທານາທິບໍດີ ທ່ານ ໂຈ ໄບເດັນ ແລະ ສຸພາບສຕຣີໝາຍເລກ 1 ທ່ານນາງ ຈິລ ໄບເດັນ ຊຶ່ງກຳລັງຈະພົ້ນຈາກຕໍາແໜ່ງຈະເຂົ້າຮ່ວມພິທີ ໃນວັນຈັນທີ່ຈະມາເຖິງນີ້. ເມື່ອສີ່ປີທີ່ຜ່ານມາຕອນທີ່ທ່ານ ໂຈ ໄບເດັນ ສາບານຕົນເຂົ້າຮັບຕໍາ
ແໜ່ງຫຼັງຈາກທີ່ ທ່ານ ດໍໂນລ ທຣໍາ ພ່າຍແພ້ການເລືອກຕັ້ງ ທ່ານ ທຣໍາ ບໍ່ໄດ້ເຂົ້າຮ່ວມພິທີເນື່ອງຈາກຍັງຄົງຢຶດໝັ້ນຄວາມເຊື່ອທີ່ວ່າ ທ່ານຊະນະການເລືອກຕັ້ງ.
ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ, ທ່ານ ຈອດຈ໌ ດັບໂບລຢູ ບຸຊ ແລະ ທ່ານ ບີລ ຄລິນຕັນ ຈະເຂົ້າຮ່ວມພິທີສາບານຕົນຂອງ ທ່ານ ທຣໍາ ນໍາດ້ວຍ ໂດຍ ທ່ານ ບຸຊ ແລະ ທ່ານ ຄລິນຕັນ ຈະມາພ້ອມກັບພັນລະຍາຂອງພວກທ່ານ ທ່ານນາງ ລໍຣາ ບຸຊ ແລະ ທ່ານນາງ ຮີລລາຣີ ຄລີນຕຫນ ອະດີດລັດຖະມົນຕີກະຊວງການຕ່າງປະເທດ.
“ອະດີດສຸພາບສະຕຣີໝາຍເລກ 1 ທ່ານນາງ ມິແຊລ ໂອບາມາ ຈະບໍ່ເຂົ້າຮ່ວມພິທີສາບານຕົນໃນຄັ້ງນີ້” ສຳນັກງານຂອງທ່ານ ບາຣັກ ແລະ ທ່ານນາງ ມິແຊລ ໂອບາມາ ເຊິ່ງໄດ້ກ່າວໃນຖະແຫຼງການ. ໂດຍຈະເປັນຄັ້ງທີສອງໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ ຫຼັງຈາກທີ່ທ່ານນາງບໍ່ໄດ້ເຂົ້າຮ່ວມພີທີສົ່ງສະການຂອງອະດີດປະທານາທິບໍດີ ທ່ານ ຈິມມີ ຄາຣເຕີ້ ຊຶ່ງທ່ານນາງ ບໍ່ໄດ້ເຂົ້າຮ່ວມໃນພິທີທີ່ເປີດເຜີຍຕໍ່ສາທາລະນະ ຮ່ວມກັບອະດີດປະທານາທິບໍດີຄົນອື່ນ ໆ ແລະ ພັນລະຍາຂອງພວກທ່ານ.
ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ແລະ ສາມີ ທ່ານ ດັກກລາສ ເອັມຮອຟ ຊຶ່ງເປັນສຸພາບບູລຸດໝາຍເລກສອງກໍ່ຄາດວ່າ ຈະເຂົ້າຮ່ວມພິທີໃນວັນຈັນທີ່ຈະມາເຖິງນີ້ເຊັ່ນກັນ ທ່ານນາງ ແຮຣິສ ແມ່ນຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີຈາກພັກເດໂມແຄຣຕໃນການເລືອກຕັ້ງເມື່ອປີຜ່ານມາ.
ອ່ານຂ່າວນີ້ເປັນພາສາອັງກິດ
Elon Musk, the world’s richest person, will be among several billionaires attending Donald Trump’s second presidential inauguration. Tesla CEO Musk was instrumental in Trump’s reelection with his contribution of over a quarter of a billion dollars to Trump’s campaign coffers, according to Forbes. Musk is set to head Trump’s new Department of Government Efficiency, along with Vivek Ramaswamy, the biotech entrepreneur.
Reports say that Musk is slated to be seated at the inauguration with fellow billionaires Amazon CEO Jeff Bezos and Meta CEO Mark Zuckerberg.
While it is not customary to invite foreign leaders, Trump has invited several. Argentinian President Javier Milei is expected to attend, according to Bloomberg. Milei was the first foreign leader to meet with Trump after he won November’s election. Trump has also invited Chinese President Xi Jinping who is sending an envoy. Far-right Italian Prime Minister Giorgia Meloni has also received an invitation, but she has said she is not sure her schedule will allow her to attend.
It is customary for all the living presidents to attend the inauguration. Outgoing President Joe Biden and first lady Jill Biden will attend Monday’s ceremony. When Biden was sworn in four years ago, following Trump’s losing reelection bid, Trump did not attend because he held on to the belief that he had won the election.
Former Presidents Barack Obama, George W. Bush and Bill Clinton will also attend Trump’s inauguration. Bush and Clinton are set to be there with their wives, Laura Bush and former Secretary of State Hillary Clinton.
“Former first lady Michelle Obama will not attend the upcoming inauguration,” the Office of Barack and Michelle Obama said in a statement. It will be the second time in recent weeks, following her absence at President Jimmy Carter’s funeral, that she has not attended a public ceremony with other former presidents and their wives.
Vice President Kamala Harris and her husband, second gentleman Douglas Emhoff, are also expected to be at the ceremony Monday. Harris was the Democratic candidate in last year’s presidential election.
ຟໍຣັມສະແດງຄວາມຄິດເຫັນ