ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນຫາທີ່ໃຫຍ່ຂຶ້ນນັບມື້ ໃນລະບົບຕຸລາການ ຂອງລາວ ຄືການຕັດສິນຄະດີ ທີ່ບໍ່ຍຸຕິທຳແລະ ບໍ່ໂປ່ງໃສ


ຜູ້ພິພາກສາຢູ່ສານໃນປະເທດ ລາວ.
ຜູ້ພິພາກສາຢູ່ສານໃນປະເທດ ລາວ.

ບັນຫາທີ່ໃຫຍ່ຂຶ້ນນັບມື້ໃນລະບົບຕຸລາການຂອງລາວ ຄືການຕັດສິນຄະດີທີ່ບໍ່ຍຸຕິທຳແລະບໍ່ໂປ່ງໃສ ທັງຍັງມີການຫລິ້ນພວກ-ຫລິ້ນເສັ້ນຫລິ້ນສາຍແບບເຄືອຍາດໃນການພິຈະລະນາຄະດີອີກດ້ວຍ.


ທ່ານບຸນຕົ້ນ ຈັນທະພອນ ເຈົ້າແຂວງແລະເລຂາພັກແຂວງຊຽງຂວາງ ຖະແຫລງວ່າ ບັນຫາທີ່ໃຫຍ່ຂຶ້ນນັບມື້ໃນລະບົບຕຸລາການຂອງລາວໃນປັດຈຸບັນ ກໍຄືການມີຄະດີຄວາມຕ່າງໆ ຄົງຄ້າງຢູ່ໃນສານເພີ້ມຂຶ້ນ ໂດຍມີສາເຫດສຳຄັນໃນ 3 ດ້ານດ້ວຍກັນຄື ຄວາມບົກຜ່ອງໃນການປະຕິບັດໜ້າທີ່ຂອງພະນັກງານສານ ທີ່ບໍ່ໄດ້ອີງກັບສະພາບບັນຫາທີ່ເປັນຈິງ ສ່ວນຄູ່ຄວາມໃນຄະດີກໍບໍ່ຍອມຮັບຄຳຕັດສິນຂອງສານ ທັງໆທີ່ຮູ້ວ່າ ຕົນເປັນຝ່າຍຜິດ ແຕ່ກໍບໍ່ຍອມແລະຟ້ອງຮ້ອງໃຫ້ເປັນຄະດີຄວາມໃນສານຕໍ່ໄປອີກເພາະເຊື່ອໝັ້ນວ່າ ການທີ່ຝ່າຍຕົນມີສາຍພົວພັນໃນວົງການພັກ-ລັດ ທີ່ເໜືອກວ່າຝ່າຍກົງກັນຂ້າມນັ້ນ ຈະເຮັດໃຫ້ຝ່າຍຕົນເປັນຜູ້ທີ່ຊະນະຄະດີຄວາມໃນທີ່ສຸດນັ້ນເອງ ດັ່ງທີ່ ທ່ານບຸນຕົ້ນ ໄດ້ໃຫ້ການຢືນຢັນວ່າ:

“ກໍລະນີມັນແກ້ບໍ່ຕົກເລື້ອງຄະດີຄວາມເບື້ອງນຶ່ງຕ້ອງຍອມຮັບວ່າ ການເກັບກຳຂໍ້ມູນນີ້ນະ ບໍ່ໄດ້ເຖິງຮາກຖານຕົວຈິງແທ້ໆຫັ້ນ ອາໄສເອກະສານນີ້ນະ ກົດໝາຍວ່າແນວນີ້ນັ້ນ ແມ່ນຕັດສິນແນວນີ້ໄປ ມັນຫລະບໍ່ແທດເຖິງຕົວຈິງເດ້ບາດນີ້ນະ ແລ້ວເບື້ອງນຶ່ງຄູ່ຄວາມໃນບາງກໍລະນີຫັ້ນແມ່ນສານຕັດ ສິນຖືກຕ້ອງຕາມຕົວຈິງ ແຕ່ວ່າຫາກຢາກເອົາປຽບຫັ້ນນະ ຕົວເອງຜິດກໍບໍ່ຍອມວ່າຜິດສູ້ໄປເສຍກ່ອນອັນນີ້ນິມີຫຼາຍ ອັນທີສາມມານີ້ ກະແມ່ນຍ້ອນທາງຜູ້ມີຍາດພີ່ນ້ອງຢູ່ບັນດາພະແນກການຄືກັນນີ້ ມັນກະໃຫ້ທ້າຍໃນແນວບໍ່ດີຫັ້ນນະ ມັນກະບໍ່ແລ້ວຈັກເທື່ອ.”

ທາງດ້ານອົງການ Human Rights Watch ລາຍງານວ່າ ການບັງຄັບໃຊ້ກົດໝາຍໃນໜ່ວຍງານຕ່າງໆຂອງລັດຖະບານລາວ ທັງໃນຂັ້ນສູນກາງແລະໃນທ້ອງຖິ່ນຍັງເກີດບັນຫາຊັກຊ້າແລະບໍ່ມີປະສິດທິພາບໃນທົ່ວປະເທດ ທັງຍັງປາກົດວ່າ ໄດ້ມີການບັງຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນໂດຍກົດໝາຍໃໝ່ໄປແລ້ວ ໂດຍພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ມີການເລືອກປະຕິບັດກົດ ໝາຍຕໍ່ປະຊາຊົນທີ່ຂັດແຍ້ງກັບພະນັກງານລັດກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳ ຊຶ່ງຈະເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານເພື່ອເຮັດໃຫ້ປະຊາຊົນສັດທາຕໍ່ລະບົບຍຸຕິທຳໃນລາວ ເພາະປາກົດວ່າມີຄະ ດີທີ່ສານໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງຄັບຄະດີໃຫ້ເປັນໄປຕາມການຕັດສິນຂອງສານປະຊາຊົນລາວແຕ່ຢ່າງໃດ.

ສ່ວນອົງການ USAID ຂອງສະຫະລັດອາເມຣິກາ ກໍໄດ້ໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວໃນການພັດທະນາໂຄງຂ່າຍການເຜີຍແຜ່ລະບຽບກົດໝາຍຕ່າງໆດ້ວຍ Application ໃນລະບົບໂທ ລະສັບມືຖືທັນສະໄໝແນໃສ່ເຮັດໃຫ້ປະຊາຊົນລາວສາມາດເຂົ້າເຖິງ ແລະ ໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆ ຂອງລັດຖະບານໄດ້ຢ່າງເທົ່າທັນກັບສະພາບການຕົວຈິງ ທັງຍັງໄດ້ພັດທະ ນາລະບົບທີ່ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກໄດ້ຢ່າງມີປະສິດທິພາບ ເພື່ອເຮັດໃຫ້ນັກທຸລະ ກິດລາວ ແລະຊາວຕ່າງຊາດສາມາດເຂົ້າເຖິງນິຕິກຳຕ່າງໆຂອງລາວຢ່າງສະດອກວ່ອງໄວ ແລະສາ ມາດປະກອບຄວາມເຫັນຕໍ່ນິຕິກຳຕ່າງໆໄດ້ດ້ວຍ ໂດຍອົງການ USAID ໄດ້ໃຫ້ການຊ່ອຍເຫຼືອດັ່ງກ່າວນີ້ໃນຊ່ວງປີ 2019-2022.

ນອກຈາກບັນຫາໃນລະບົບຕຸລາການດັ່ງກ່າວແລ້ວ ການຈັດຕັ້ງປະຕິບັດໜ້າທີ່ບໍ່ໂປ່ງໃສໃນການກວດກາເພື່ອປ້ອງກັນແລະປາບປາມການທຸຈະລິດໃນພັກ-ລັດ ແລະການຂາດຈັນຍາບັນຂອງພະ ນັກງານລັດໃນລະບົບຕຸລາການໃນລາວກໍໄດ້ກາຍເປັນບັນຫາໃຫຍ່ຂຶ້ນນັບມື້ເຊັ່ນກັນ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ການພັດທະນາລາວຊັກຊ້າໃນທຸກດ້ານເທົ່ານັ້ນ ຫາກຍັງເຮັດໃຫ້ປະຊາຊົນບໍ່ສັດທາຕໍ່ລະບົບສານໃນລາວດ້ວຍ ທັງທີ່ ທ່ານນາງຄຳຈັນ ພົມຫແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຢືນຢັນວ່າ:

“ການກວດກາຜົນການກວດສອບຍັງຊັກຊ້າ ແກ່ຍາວ ບໍ່ສັກສິດ ຜ່ານມາມີຫາງສຽງສັງຄົມຕໍ່ວຽກ ງານດັ່ງກ່າວວ່າ ກວດກາເອົາຮູບການ ກວດກາແລ້ວ ແລ້ວໄປ ແກ້ບັນຫາບໍ່ໄດ້ ການປະຕິບັດໜ້າທີ່ຂອງພະນັກງານຂົງເຂດຍຸຕິທຳ ຍັງບໍ່ທັນຫລີກລ່ຽງໄດ້ຈາກຫາງສຽງສັງຄົມຈົ່ມວ່າຕໍ່ພະນັກງານລັດ ຍັງຂາດຈັນຍາບັນ ຈັນຍາທຳ ບໍ່ໂປ່ງໃສ ຮຽກຮ້ອງເອົາຜົນປະໂຫຍດຈາກຄູ່ກໍລະນີ ແລະອື່ນໆ.”

ໂດຍສະເພາະແມ່ນການທຸຈະລິດທີ່ເປັນການຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດ ຖືເປັນສາເຫດສຳຄັນທີ່ເຮັດໃຫ້ລັດຖະບານລາວສູນເສຍລາຍຮັບເພີ້ມຂຶ້ນນັບມື້ ທັງຍັງກວດພົບດ້ວຍວ່າ ມີພະນັກງານທີ່ກ່ຽວຂ້ອງບໍ່ສົ່ງລາຍຮັບສ່ວຍສາອາກອນ-ຊັບສິນຕ່າງໆ ເຂົ້າງົບປະມານລັດກວ່າ 999 ຕື້ກີບແລະ 67 ລ້ານໂດລ ຊຶ່ງເຮັດໃຫ້ມີການລົງໂທດທາງວິໄນຕໍ່ພະນັກງານລັດ 849 ຄົນ ແລະຍົກເລີກສຳປະທານໂຄງການຮ່ວມທຶນລະຫວ່າງເອກະຊົນລາວກັບຕ່າງຊາດທີ່ພົວພັນກັບການທຸຈະລິດ 315 ລາຍ.

XS
SM
MD
LG