ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ທ່ານ ໄບເດັນ ພົບປະກັບຍາດພີ່ນ້ອງຂອງຜູ້ເຄາະຮ້າຍຈາກການໂຈມຕີຢູ່ນະຄອນນິວອໍລີນສ໌


ປະທານາທິບໍລິສະຫະລັດ ທ່ານ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງ ຈີລ ໄບເດັນ ວາງດອກໄມ້ໃນລະຫວ່າງທີ່ພວກທ່ານທັງສອງສະແດງຄວາມເຄົາລົບຕໍ້ບັນດາຜູ້ເຄາະຮ້າຍ ຈາກການໂຈມຕີຂອງລົດກະບະ ຢູ່ທີ່ອານຸສອນສະຖານຊົ່ວຄາວ ໃນຖະໜົນເບີເບິນ, ນະຄອນນິວອໍລີນສ໌, ວັນທີ 6 ມັງກອນ 2025.
ປະທານາທິບໍລິສະຫະລັດ ທ່ານ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງ ຈີລ ໄບເດັນ ວາງດອກໄມ້ໃນລະຫວ່າງທີ່ພວກທ່ານທັງສອງສະແດງຄວາມເຄົາລົບຕໍ້ບັນດາຜູ້ເຄາະຮ້າຍ ຈາກການໂຈມຕີຂອງລົດກະບະ ຢູ່ທີ່ອານຸສອນສະຖານຊົ່ວຄາວ ໃນຖະໜົນເບີເບິນ, ນະຄອນນິວອໍລີນສ໌, ວັນທີ 6 ມັງກອນ 2025.

ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງ ຈີລ ໄບເດັນ ໄດ້ເດີນທາງໄປຍັງນະຄອນ ນິວອໍລີນສ໌ ໃນວັນຈັນວານນີ້ ເພື່ອສະແດງຄວາມເສົ້າສະຫຼົດໃຈຢູ່ທີ່ນັ້ນ ກັບຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ 14 ຄົນ ແລະ ບັນດາຜູ້ບາດເຈັບອີກ 35 ຄົນ, ເມື່ອຜູ້ຊາຍຄົນນຶ່ງໄດ້ຂັບລົດກະບະທີ່ເຊົ່າມາດ້ວຍຄວາມໄວສູງ ແລ່ນຜ່າເຂົ້າໃສ່ກຸ່ມຄົນຍ່າງໃນເວລາພຽງບໍ່ເທົ່າໃດຊົ່ວໂມງຂອງຕອນເຊົ້າ​ວັນ​ປີ​ໃຫມ່​.

ເມື່ອ​ເຮືອບິນລົງ​ຈອດ, ທຳ​ອິດ ທັງສອງທ່ານ​ໄດ້​ຢຸດ​ຢູ່ອານຸສອນສະຖານຊົ່ວຄາວ ໂດຍບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ​ໃນ​ບໍລິເວນ​ເກີດ​ເຫດການ​ໂຈມ​ຕີ. ທ່ານນາງ ຈີລ ໄບເດັນ ໄດ້ວາງພວງດອກໄມ້ສີຂາວຢູ່ທີ່ອະນຸສອນສະຖານ, ໃນຂະນະທີ່ປະທານາທິບໍດີໄດ້ສ້າງສັນຍາລັກຂອງໄມ້ກາງເຂນ. ຈາກ​ນັ້ນ​ ພວກທ່ານ​ໄດ້ພາກັນ​ໄປຍັງ​ໂບດ ບ່ອນ​ທີ່​ພວກທ່ານທັງສອງທໍາການ​ພົບ​ປະ​ກັບ​ຄອບຄົວ​ຂອງ​ຜູ້​ເຄາະ​ຮ້າຍ.

ໂຄສົກທໍານຽບຂາວ ທ່ານນາງ ຄາຣີນ ຊັງ-ປີແອ (Karine Jean-Pierre) ກ່າວຢູ່ທີ່ເຮືອບິນ Air Force One ລະຫວ່າງເດີນທາງໄປລັດຫຼຸຍເຊຍນາ ໃນວັນຈັນວານນີ້ວ່າ “ຂ້າພະເຈົ້າຄິດວ່າ ສິ່ງທີ່ທ່ານຈະເຫັນ ປະທານາທິບໍດີຄົນນີ້ກະທໍາໃນມື້ນີ້ຄື ປາກົດໂຕຕໍ່ຊຸມຊົນ, ແລະຢູ່ທີ່ນັ້ນ ເພື່ອຊຸມຊົນໃນຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດ.”

ທ່ານນາງກ່າວຕື່ມວ່າ ທ່ານ ໄບເດັນ ເຊື່ອວ່າ ນີ້ກໍແມ່ນສ່ວນນຶ່ງອັນສຳຄັນທີ່ທ່ານເຊື່ອວ່າ ທ່ານຈໍາເປັນຕ້ອງໄດ້ເຮັດໃນຖານະປະທານາທິບໍດີ.”

ປະທານາທິບໍດີ ​ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ​ ໄດ້​ພົບ​ປະສ່ວນ​ໂຕ​ກັບ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ, ບັນດາຜູ້​ລອດ​ຊີວິດ ​ແລະ​ເຈົ້າໜ້າທີ່​ບັງຄັບ​ໃຊ້​ກົດໝາຍ​ທ້ອງ​ຖິ່ນ. ຫຼັງ​ຈາກ​ນັ້ນ, ພວກທ່ານທັງສອງກໍ​ໄດ້​ເຂົ້າ​ຮ່ວມພິທີໄວ້ອະທິຖານທາງສາສະໜາຕ່າງໆ.

ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ໂຈມ​ຕີ​ທີ່​ຖືກ​ລະບຸໂ​ຕ​ໂດຍ​ເຈົ້າ​ໜ້າ​ທີ່​ແມ່ນ ທ້າວ ຊາມຊຸດ-ດີນ ຈັບບາຣ໌ (Shamsud-Din Jabbar), ຜູ້ທີ່ເຄີຍຮັບໃຊ້ໃນກອງທັບສະຫະລັດ ອາ​ຍຸ 42 ປີ ຈາກ​ນະຄອນຮຸສຕັນ, ​ໄດ້​ແລ່ນລົດ​ເຂົ້າ​ຖະໜົນເບີເບີນທີ່​ມີຜູ້ຄົນຈໍານວນຫຼາຍ, ເຊິ່ງ​ເປັນ​ສະຖານ​ທີ່​ອັນສໍາຄັນສໍາລັບນັກ​ທ່ອງ​ທ່ຽວ, ໂດຍມີຮ້ານອາຫານ ​ແລະ ບາ ທ້ອງຖິ່ນ. ເຈົ້າໜ້າທີ່ຕຳຫຼວດ​ໄດ້​ທໍາການຍິງ ທ້າວ ຈັບບາຣ໌ ບາດເຈັບສາຫັດ ລຸນຫຼັງ​ທີ່ລາວໄດ້ເປີດສາກ​ຍິງ​ປືນ​ໃສ່ບັນດາ​ເຈົ້າ​ໜ້າ​ທີ່ກ່ອນ.

ທ່ານ ໄບເດັນ ກ່າວຕໍ່ບັນດານັກຂ່າວໃນມື້ວັນອາທິດກ່ອນການຢ້ຽມຢາມຂອງທ່ານວ່າ “ຂ້າພະເຈົ້າເຄີຍຢູ່ໃນຈຸດນັ້ນ,” ໂດຍສະທ້ອນໃຫ້ເຫັນເຖິງການສູນເສຍສະມາຊິກໃນຄອບຄົວຂອງທ່ານເອງຕະຫຼອດໄລຍະເວລາຫຼາຍປີໃນຊີວິດທາງສັງຄົມຂອງທ່ານ. ທ່ານກ່າວຕື່ມວ່າ “ບໍ່ມີຫຍັງທີ່ເຈົ້າຈະສາມາດເວົ້າໄດ້ແທ້ໆຕໍ່ໃຜຜູ້ນຶ່ງທີ່ຫາກໍສູນເສຍດ້ວຍຄວາມເສົ້າໂສກແບບນີ້. ຂໍ້ຄວາມຂອງຂ້າພະເຈົ້າຈະເປັນຂໍ້ຄວາມສ່ວນໂຕ ຖ້າມີພຽງແຕ່ຂ້າພະເຈົ້າຢູ່ກັບພວກເຂົາເຈົ້າ.”

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

U.S. President Joe Biden and first lady Jill Biden traveled to New Orleans on Monday to grieve with relatives of the 14 people who were killed and 35 injured there when a man drove a rented pickup truck at high speed through a group of pedestrians in the early hours of New Year’s Day.

Upon landing, the Bidens first made an unannounced stop at a makeshift memorial at the site where the attack occurred. Jill Biden laid a bouquet of white flowers at the memorial, while the president made the sign of the cross. They then headed to a church where they were to meet with the families of the victims.

“I think what you’re going to see this president do today is show up for the community, be there for the community in the hardest time,” White House press secretary Karine Jean-Pierre said Monday on Air Force One on the way to Louisiana.

"He believes this is also an important part of the job that he believes he needs to do as president,” she said.

The president and first lady met privately with the families of those killed, survivors and local law enforcement. Afterward, they attended an interfaith prayer service.

The suspect in the attack, identified by authorities as Shamsud-Din Jabbar, a 42-year-old military veteran from Houston, sped down bustling Bourbon Street, a prime tourist, restaurant and bar locale. Police fatally shot Jabbar after he opened fire on officers.

“I've been there,” Biden told reporters Sunday ahead of his visit, reflecting on the loss of his own family members through his years in public life. “There's nothing you can really say to somebody that's just had such a tragic loss. My message is going to be personal if I get to get them alone."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG