ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບ​ເດັນ ແລະ ປ. ຢຸນ ຮັບ​ເອົາ​ນະ​ໂຍ​ບາຍ​ປົດ​ອາ​ວຸດ​ນິວ​ເຄ​ລຍ ຂອງເກົາ​ຫ​​ລີ​ເໜືອ ໜູນ​ຫລັງ ​​ດ້ວຍການ​ຢັບ​ຢັ້ງ ບໍ່​ແມ່ນ​ການ​ຍິນຍອມ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ (ຂວາ)​ ຂັບ​ມື​ກັບ​ປະ​ທາ​ນາ​ທິບ​ໍ​ດີ​ເກົາ​ຫລີ​ໃຕ້ ທ່ານຢຸນ ສຸກ ຢຽລ ວັນ​ທີ 21 ພຶດ​ສະ​ພາ 2022 ທີ່​ນະ​ຄອນ​ໂຊ​ລ
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ (ຂວາ)​ ຂັບ​ມື​ກັບ​ປະ​ທາ​ນາ​ທິບ​ໍ​ດີ​ເກົາ​ຫລີ​ໃຕ້ ທ່ານຢຸນ ສຸກ ຢຽລ ວັນ​ທີ 21 ພຶດ​ສະ​ພາ 2022 ທີ່​ນະ​ຄອນ​ໂຊ​ລ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້ ທ່ານ​ຢຸນ ສຸກ ຢຽ​ລ ໄດ້​ສິ້ນ​ສຸດ​ລົງແລ້ວ ໃນການ​ເອົາ​ທ່າ​ທີ​ແບບ​ຄືນ​ດີ​ກັບ​ເກົາຫຼີ​ເໜືອ ຊຶ່ງເປັນຂີດ​ໝາຍໃນ​ການເລີ້ມ​ຕົ້ນ​ໃໝ່ ຕໍ່​ເປົ້າ​ໝາຍ​ໃນ​ການ​ສະ​ກັດ​ກັ້ນ ແລະ​ບໍ່​ຍິນຍອມກ່ຽວ​ກັບ​ການ​ປົດ​ອາ​ວຸດ​ນິວ​ເຄລຍ ລະ​ຫວ່າງກອງ​ປະ​ຂຸມ​ສຸດຍອດ​ເທື່ອ​ທຳ​ອິດ​ຂອງທ່ານ ​ ອີງ​ຕາມ​ຄຳ​ເວົ້າ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​.

ທ່ານ​ໄບ​ເດັນ ແລະ​ທ່ານ​ຢຸນ ໄດ້​ສະ​ເໜີແນະ ຕໍ່​ການ​ເປີດກວ້າງທາງ​ດ້ານ​ການ​ທູດ​ ຖ້າ​ຫາກ​ເກົາ​ຫລີເໜືອ ຫາກມີ​ຄວາມ​ຈິງ​ໃຈ ​ໃນ​ການ​ປົດ​ອາ​ວຸດ​ນິວ​ເ​ຄ​ລຍ.

ໃນ​ຂະ​ນະ​ທີ່​ມີ​ການເປີດ​ກວ້າງ ​ຕໍ່​ການ​ເຈ​ລະ​ຈານັ້ນ ທ່ານ​ແກ​ຣີ ຊາ​ມໍ​ (Gary Samore) ຜູ້​ປະ​ສານ​ງານ​ຂອງທຳ​ນຽບ​ຂາວກ່ຽວ​ກັບ​ການ​ຄວບ​ຄຸມ​ອາ​ວຸດແລະ​ ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ ​ໃນ​ສະ​ໄໝ​ລັດ​ຖະ​ບານທ່ານໂອ​ບາ​ມາ ກ່າວ​ວ່າ ຜູ້​ນຳ​ທັງ​ສອງ​ເຫັນ​ດີຕໍ່ທ່າ​ທີ​ທາງ​ທະ​ຫານ​ຢ່າງ​ແຂງ​ຂັນ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ເກົາ​ຫລີ​ເໜືອ.

“​ວໍ​ຊິງ​ຕັນ ແລະ​ໂຊ​ລ ຈະ​ຊອກ​ຫາ​ຊ່ອງ​ທາງ ເພື່ອ​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ທະ​ຫານ​ທີ່​ເຂັ້ມ​ແຂງ​ເພື່​ອເປັນ​ການ​ຢັບຢັ້ງ” ​ຕໍ່ໂອ​ກາດ​ໃນ​ການ​ທ້າ​ທາຍ​ເກາະ​ຜິດໃດໆ​ກໍ​ຕາມ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​.

​ວິ​ທີ​ການ​ຂອງ​ທ່ານ​ໄບ​ເດັນ ແລະ​ທານ​ຢຸນທີ່​ໄດ້​ຮັບ​ເອົານັ້ນ ​ເສີມ​ຂະ​ຫຍາຍການ ຢັບ​ຢັ້ງ​ດ້ວຍຄວາມ​ເຂັ້ມ​ແຂງ
​ໂດຍ​ມີເປົ້າ​ໝາຍໃນ​ການປົດ​ອາ​ວຸດ​ນິວ​ເຄ​ຣຍ ໃນ​ຂະ​ນະ​ທີ່​ເປີດກວ້າງ​ຕໍ່​ການ​ແກ້​ໄຂ​ທາງການ​ທູດ ​ຊຶ່ງ​ເປັນ​ທີ່​ຈະແຈ້ງ​ແມ່ນ​ການ​ຈາກ​ໄປ​ຕໍ່ຄວາມ​ເປັນ​ໄປ​ໄດ້ ທີ່​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ຈະບັນ​ລຸກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້ ທ່ນ​ມູນ ແ​ຈ​ອິນ ຊຶ່ງ​ມີ​ວິ​ທີ​ການ​ທີ່ແຕກ​ຕ່າງ​ກັບ​ເກົາ​ຫລີ​ເໜືອ ອີງ​ຕາມ​ທ່ານບ​ຣຸ​ສ ຄລິງ​ເນີ​ຣ (Bruce K​lingner) ອະ​ດີດ​ຮອງ​ຫົວ​ໜ້າຊີ​ໄອ​ເອພະ ​ແນກເກົາ​ຫລີ ແລະ​ປັດ​ຈຸ​ບັນ​ເປັນ​ນັກ​ຄົ້ນ​ຄວ້າ​ອະ​ວຸ​ໂສ​ຢູ່​ມູນ​ນິ​ທິ Heritage.

U.S. President Joe Biden and South Korean President Yoon Suk Yeol have effectively ended a conciliatory stance toward North Korea, marking the beginning of firm deterrence and an unyielding goal of denuclearization during their first summit, experts said.

Biden and Yoon suggested they remain open to a diplomatic path if North Korea is sincere in achieving denuclearization.

While open to dialogue, Gary Samore, White House coordinator for arms control and weapons of mass destruction during the Obama administration, said the two leaders agreed to take a firm military stance in dealing with North Korea.

“Washington and Seoul will look for ways to show a strong military posture as a deterrent” against any potential provocations, he said.

The approach Biden and Yoon adopted — strengthening deterrence with the goal of denuclearization while staying open to diplomacy — is a clear departure from what was possible for the Biden administration to achieve with former South Korean President Moon Jae-in, who had different approach toward North Korea, according to Bruce Klingner, former CIA deputy division chief of Korea and current senior research fellow at the Heritage Foundation.

XS
SM
MD
LG