ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ສີ ຈັດການປຶກສາຫາລືກັນທາງໂທລະສັບແບບ 'ກົງໄປກົງມາ ແລະ ສ້າງສັນ'


ທ່ານ ໄບເດັນ ແລະ ທ່ານ ສີ ປຶກສາຫາລືທາງໂທລະສັບແບບ 'ກົງໄປກົງມາ ແລະ ສ້າງສັນ'

ໃນ​ການສົນທະນາທາງໂທລະສັບ ​ໃນ​ວັນ​ອັງຄານທີ່ຜ່ານມາ ປະທານາທິບໍດີ ໂຈ ໄບເດັນ ​ໄດ້​ປຶກສາ​ຫາລື​ກັບ ​ປະທານປະເທດ​ຈີນ ທ່ານ ສີ ຈິ້ນ ຜິງ ​ກ່ຽວກັບບັນຫາລະດັບສູງຕ່າງໆ ​ແລະ​ໄດ້​ກ່າວ​ຢ້ຳຄືນ​ການຂໍຮ້ອງ​ຂອງ​ທ່ານ​ ໃຫ້​ຈີນບໍ່​ໃຊ້​ເຄື່ອງ​ມືໃນການເຜີຍແຜ່ຂໍ້ມູນທີ່ຜິດ​ທາງ​ເວັບໄຊ້ ​ເພື່ອ​ແຊກ​ແຊງ​ເຂົ້າ​ການ​ເລືອກ​ຕັ້ງ​ປະທານາທິບໍດີຂອງ​ສະຫະລັດ. ຜູ້ນຳ​ຂອງທັງສອງ​ປະ​ເທດ ​ຍັງ​ໄດ້​ປຶກສາ​ຫາລື​ກັນ ​ກ່ຽວ​ກັບ​ ​ໄຕ້​ຫວັນ​ ເຊິ່ງເປັນເກາະທີ່​ຈີນ​ອ້າງ​ເອົາກຳມະສິດ​ ​ໃນ​ຂະນະ​ທີ່ເກາະດັ່ງກ່າວ ກຳລັງກະກຽມພິທີສາບານເຂົ້າຮັບຕໍາແໜ່ງຂອງ​ຜູ້ນຳ​ຄົນ​ໃໝ່​ ໃນ​ເດືອນ​ໜ້ານີ້.

ທຳນຽບຂາວ​ໄດ້​ພັນລະນາ​ການ​ໂອລົມທາງໂທລະສັບ​ໃນ​ວັນ​ອັງຄານ​ທີ່ຜ່ານມາ ລະຫວ່າງ​ປະທານາທິບໍດີ ໂຈ ໄບເດັນ ​ແລະ​ຜູ້ນຳ​ຈີນ ທ່ານ ສີ ຈິ້ນ ຜິງ ຊຶ່ງ​ມີຂຶ້ນຫຼັງຈາກການ​ພົບ​ປະ​ກັນແບບຊຶ່ງໜ້າຂອງທັງສອງທ່ານ ​ໃນ​ປີ​ກາຍ​ນີ້ ຄື​ວ່າ “ກົງໄປກົງມາ ​ແລະ​ສ້າງສັນ."

ຄັ້ງນີ້, ທັງສອງ ໄດ້ກວມເອົາຫຼາຍບັນຫາທີ່ພວກເພິ່ນ ໄດ້ສົນທະນາກັນກ່ອນໜ້ານີ້ ເມື່ອເດືອນພະຈິກ, ເຊິ່ງລວມທັງຄວາມພະຍາຍາມຮ່ວມກັນ ໃນການປາບປາມຢາເສບຕິດ, ການສື່ສານທາງທະຫານ, ແລະຄວາມສ່ຽງຂອງປັນຍາປະດິດ.

ທ່ານ ຈອນ ເຄີບີ, ທີ່ປຶກສາດ້ານການສື່ສານຂອງສະພາຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ກ່າວວ່າ:

"ພວກເຮົາເຊື່ອວ່າ ບໍ່ມີຫຍັງມາທົດແທນການສື່ສານກັນແບບເປັນປະຈຳ ໃນລະດັບຜູ້ນໍາ ເພື່ອຄຸ້ມຄອງການພົວພັນສອງຝ່າຍທີ່ຊັບຊ້ອນ ແລະເຄັ່ງຕຶງນີ້ ໄດ້ຢ່າງມີປະສິດທິພາບ. ປະທານາທິບໍດີທັງສອງທ່ານ ໄດ້ເຫັນດີທີ່ຈະຍົກສາຍໂທລະສັບຂື້ນ ແລະ ໂອລົມກັນເມື່ອມີຄວາມຈຳເປັນ.”

ຢູ່ໃນຖະແຫຼງການ, ທ່ານ ສີ ກ່າວວ່າຜູ້ນໍາທັງສອງ "ພົບວ່າ ການສົນທະນາທາງໂທລະສັບແມ່ນກົງໄປກົງມາ ແລະສ້າງສັນ." ​ແຕ່​ທ່ານໄດ້​ເນັ້ນຢໍ້າວ່າ ຍັງມີຄວາມ​ບໍ່​ລົງ​ລອຍ​ກັນຢູ່ ​ໂດຍ​ສະ​ເພາະແມ່ນ​ກ່ຽວ​ກັບ​ສະຖານະ​ຂອງ​ໄຕ້​ຫວັນ, ທີ່​ຈີນ​ອ້າງສິດ​ເອົາ.

ໂດຍທ່ານ ສີ ຈິ້ນ ຜິງ ປະທານປະເທດຈີນ ໄດ້ກ່າວວ່າ:

“ຄວາມສຳພັນລະຫວ່າງ ຈີນ ແລະ ສະຫະລັດ ​ເລີ່ມ​ມີ​ສະ​ຖຽນ​ລະ​ພາບ ແລະໄດ້ຮັບການຕອບຮັບທີ່ດີຈາກ​ທັງ​ສັງ​ຄົມ ​ແລະ​ປະ​ຊາ​ຄົມ​ສາ​ກົນ. ແຕ່ໃນອີກດ້ານນຶ່ງ, ບັນດາ​ປັດ​ໄຈ​ດ້ານ​ລົບ​ຂອງ​ການ​ພົວພັນ ກໍ​ເພີ້ມ​ຂຶ້ນ, ​ແລະ ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້ມີການເອົາໃຈໃສ່ຈາກທັງ​ສອງ​ຝ່າຍ.”

ທຳນຽບຂາວ​ກ່າວ​ວ່າ ທ່ານ ໄບເດັນ ​ໄດ້​ກ່າວ​ຢ້ຳຄືນ​ຄວາມກັງວົນຕ່າງໆກ່ອນໜ້ານີ້ ແຕ່ບໍ່ໄດ້ມີຄວາມຄືບໜ້າ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຈີນ ​ໃນ​ການ​ເລືອກ​ຕັ້ງ​ຂອງ​ສະຫະລັດ ທີ່ກຳລັງ​ຈະ​ມາ​ເຖິງ. ທ່ານ ສີ ບໍ່ໄດ້ກ່າວເຖິງຫົວຂໍ້ນີ້ ໃນລາຍການຫົວຂໍ້ການສົນທະນາຂອງທ່ານ.

ທ່ານ ຈອນ ເຄີບີ, ໂຄສົກດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ກ່າວວ່າ:

"ຂ້າພະເຈົ້າພຽງແຕ່ຢາກຈະບອກວ່າ ພວກເຮົາມີຄວາມຊັດເຈນຢູ່ສະເໝີ, ແມ່ນແຕ່ຕອນຢູ່ກອງປະຊຸມໃນເດືອນພະຈິກ ທີ່ຜ່ານມາ ຢູ່ລັດຄາລິຟໍເນຍ, ກ່ຽວກັບຄວາມກັງວົນຕ່າງໆຂອງພວກເຮົາ ຕໍ່ກັບຄວາມປອດໄພໃນການເລືອກຕັ້ງຂອງພວກເຮົາເອງ ແລະຄວາມພະຍາຍາມຂອງບັນດາຜູ້ມີສ່ວນກ່ຽວຂ້ອງບາງຄົນ, ລວມທັງບາງຄົນຈາກ ສປ ຈີນ, ທີ່ຈະສົ່ງຜົນກະທົບຕໍ່ການເລືອກຕັ້ງນັ້ນ."

ເມື່ອເດືອນແລ້ວນີ້, ສະພາ​ແຫ່ງ​ຊາດ​ອັງກິດ​ ໄດ້​ລົງ​ຄະ​ແນນ​ສຽງ ຕໍ່ການວາງມາດຕະການ​ລົງ​ໂທດ ໃສ່​ການລັກ​ເຈາະ​ຂໍ້​ມູນທີ່​ເຊື່ອມໂຍງ​ກັບ​ປັກ​ກິ່ງ ໃນຄະນະ​ກຳມະການ​ເລືອກ​ຕັ້ງ ​ແລະ​ລັດຖະສະພາ​ຂອງ​ຕົນ. ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ສະ​ຫະ​ລັດ ຍັງ​ໄດ້​ກ່າວ​ເຕືອນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ວ່າ ພວກນັກເຈາະຂໍ້ມູນ ຫຼືແຮກ​ເກີ​ຈີນ​ ກຳ​ລັງ​ກະ​ກຽມ​ທີ່​ຈະ "ສ້າງ​ຄວາມ​ເດືອດຮ້ອນ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ໂລກ​ຕົວ​ຈິງ" ຕໍ່​ສະ​ຫະ​ລັດ.

ລັດຖະບານຂອງຈີນ ໃນເດືອນແລ້ວນີ້ ໄດ້ເປີດເຜີຍໃຫ້ເຫັນວິທີການນໍາໃຊ້ເຄື່ອງມືດິຈິຕອລເພື່ອຊຸກຍູ້ ບໍ່ແມ່ນຂັດຂວາງ ປະຊາທິປະໄຕ. ​ແຕ່​ນັກວິ​ເຄາະ​ຊີ້​ໃຫ້​ເຫັນ​ເຖິງ​ ຄວາມພະຍາຍາມສ້າງ​ອິດ​ທິພົນ​ຂອງ​ຈີນ ​ທີ່​ລັດຖະບານສະໜັບສະໜູນ ທີ່ຮູ້ຈັກກັນໃນ​ຄື "ສແປມມູຟລາຈ (Spamouflage)" ຊຶ່ງເປັນສິ່ງ​ກົງ​ກັນ​ຂ້າມ ​ແລະ​ຊຸກຍູ້ໃຫ້​ທ່ານ ໄບເດັນ ຕ້ອບໂຕ້​ຄືນ.

ທ່ານ ແມັກສ ເລັສເຊີ (Max Lesser), ເປັນນັກວິເຄາະອາວຸໂສ ກ່ຽວກັບໄພຂົ່ມຂູ່ທີ່ເກີດຂື້ນໃໝ່ ຢູ່ມູນນິທິປ້ອງກັນປະຊາທິປະໄຕ ກ່າວວ່າ:

“ຈຳເປັນຕ້ອງ​ມີ​ການ​ສື່​ສານ​ທີ່​ຈະ​ແຈ້ງ​ ແລະ​ສະໝໍ່າສະເໝີ ​ກ່ຽວ​ກັບ​ການ​ແຊກ​ແຊງ​ເຂົ້າໃນການ​ເລືອກ​ຕັ້ງ. ແລະຂ້າພະເຈົ້າບໍ່ໄດ້ໝາຍເຖິງພຽງແຕ່ ການລັກເຈາະເຂົ້າໄປໃນລະບົບການລົງຄະແນນສຽງ, ເຊິ່ງໃນຕົວຂອງມັນເອງແລ້ວ ແນ່ນອນ ແມ່ນເປັນນຶ່ງໃນຮູບແບບຂອງການແຊກແຊງການເລືອກຕັ້ງ ທີ່ໜັກໜ່ວງທີ່ສຸດ. ແມ່ນແຕ່ບັນດາຜູ້ທີ່ມີສ່ວນຮ່ວມໃນການບິດເບືອນຄວາມຄິດເຫັນຂອງມະຫາຊົນດ້ວຍວີິທີການຫຼອກລວງ ຫຼືແມ່ນແຕ່ພະຍາຍາມຂັດຂວາງປະຊາຊົນຈາກການລົງຄະແນນສຽງ, ເຊິ່ງພວກເຮົາໄດ້ເຫັນຈາກການດຳເນີນງານທີ່ກ່ຽວຂ້ອງກັບຈີນ ໃນອະດີດ."

ທຳນຽບຂາວບໍ່ໄດ້ບອກວ່າ ຜູ້ນຳທັງສອງທ່ານ ຈະໂອ້ລົມກັນຄັ້ງຕໍ່ໄປເມື່ອໃດ ແຕ່ຢູ່ໃນຖະແຫຼງການຂອງ ທ່ານ ສີ,​ ທ່ານກ່າວວ່າ ທ່ານຍິນດີຕ້ອນຮັບການຢ້ຽມຢາມຈີນ ຂອງລັດຖະມົນຕີກະຊວງການເງິນ ສະຫະລັດ ທ່ານ ນາງ ເຈເນັດ ເຢລເລັນ (Janet Yellen) ໃນອາທິດນີ້.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

On a call Tuesday, President Joe Biden discussed with Chinese President Xi Jinping a range of high-level issues and reiterated his request that China not use web-based disinformation tools to interfere with the U.S. presidential election. The two leaders also discussed Taiwan – the island China claims – as it prepares to inaugurate a new leader next month. VOA’s Anita Powell reports from Washington.

The White House described Tuesday’s phone call between President Joe Biden and Chinese leader Xi Jinping – which follows their in-person meeting last year – as “candid and constructive.”

This time, the two covered a range of issues they had previously discussed in November, including joint counternarcotics efforts, military communication, and the risks of artificial intelligence.

John Kirby, White House National Security Spokesman:

"We believe that there is no substitute for regular communication at the leader level to effectively manage this complex and often tense bilateral relationship. Both presidents agreed to pick up the phone and speak when needed.”

Xi, in a statement, said both leaders “found the phone call to be candid and constructive.” But he stressed that disagreements remain – notably about the status of Taiwan, which China claims.

Xi Jinping, Chinese President:

“The China-U.S. relationship is beginning to stabilize, and this is welcomed by both societies and the international community. On the other hand, the negative factors of the relationship have also been growing, and this requires attention from both sides.”

The White House said Biden reiterated – but did not advance – previous concerns about Chinese interference in the upcoming U.S. election. Xi did not mention the topic in his account of the call.

John Kirby, White House National Security Spokesman:

"I would just say that we've been clear consistently, even going back to the November meeting in California, about our concerns over our own election security and efforts by certain actors, including some from the PRC, to affect that.”

Just last month, the British parliament voted to impose sanctions over Beijing-linked hacks of its Electoral Commission and parliament. U.S. intelligence officials have also warned lawmakers that Chinese hackers are preparing to “wreak havoc and cause real-world harm” to the U.S.

China’s government last month showcased how it uses digital tools to bolster – not hamper – democracy. But analysts point to a state-sponsored Chinese influence campaign – known as “Spamouflage” – that does the opposite and encouraged Biden to push back.

Max Lesser, is a senior analyst on emerging threats at the Foundation for the Defense of Democracies:

“There needs to be very clear and consistent communication about election interference. And I don't just mean hacking into voting systems, which in itself is obviously one of the most heavy-handed forms of election interference. But even the ones that involve manipulating public opinion in deceptive ways, or even just trying to discourage people from voting, which we have seen from operations that have been linked to China in the past.”

The White House did not say when the two leaders would next speak – but Xi, in his statement, said he welcomed this week’s visit to China by U.S. Treasury Secretary Janet Yellen.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG