ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ ສຳ​ລັບ ຢູ​ເຄ​ຣນ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 78 ໃນ​ນະ​ຄອນ ນິວຢອກ, 19 ກັນ​ຍາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 78 ໃນ​ນະ​ຄອນ ນິວຢອກ, 19 ກັນ​ຍາ 2023.

ໃນ​ສັນ​ຍານ​ທີ່​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ຟັງ​ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ເຖິງ​ບັນ​ຫາຢ່າງຫຼວງຫຼາຍ​ຂອງ​ເຂົາ​ເຈົ້າ ແມ່ນ​ກະ​ທັ້ງ​ທ່ານ​ຍັງໄດ້​ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ ຢູ​ເຄ​ຣນ ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ​ຕໍ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ອັງ​ຄານ​ວານນີ້.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ຣັດ​ເຊຍ ເຊື່ອ​ວ່າ​ໂລກ​ຈະອິດເມື່ອຍລົງ ແລະ ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ກະ​ທຳ​ຄວາມ​ໂຫດ​ຮ້າຍ​ໃນ ຢູ​ເຄ​ຣນ ໂດຍ​ປາ​ສະ​ຈາກ​ຜົນ​ກະ​ທົບ​ທີ່​ຕາມ​ມາ. ແຕ່​ຂ້າ​ພະ​ເຈົ້າ​ຢາກ​ຖາມ​ພວ​ກ​ທ່ານ​ສິ່ງນີ້: ຖ້າ​ພວກ​ເຮົາ​ປະ​ຖິ້ມ​ກົດ​ເກນຫຼັກ​ຂອງ​ກົດ​ບັດ ສະ​ຫະ​ປະ​ຊາ​ຊາດ ເພື່ອ​ເອົ​າ​ໃຈ​ພວກ​ຜູ້​ຮຸກ​ຮານ, ມັນ​ຈະ​ມີ​ສະ​ມາ​ຊິກ​ປະ​ເທດ​ໃນ​ອົງ​ການນີ້ ​ຮູ້​ສຶກ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປົກ​ປ້ອງບໍ? ຖ້າ​ພວກ​ເຮົາ​ອະ​ນຸ​ຍາດ​ໃຫ້ ຢູ​ເຄ​ຣນ ຖືກ​ແບ່ງ​ແຍກ, ແລ້ວ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ປະ​ເທດ​ໃດ​ນຶ່ງ​ ແມ່ນ​ປອດ​ໄພ​ຢູ່​ບໍ?

ທ່ານ ໄບ​ເດັນ ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ເນັ້ນ​ຢ້ຳ​ເຖິງ​ຄວາມ​ກ້າວ​ໜ້າ​ທີ່​ໄດ້​ເຮັດ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ໂລກ, ການ​ສຶກ​ສາ ແລະ ການ​ປິ່ນ​ປົວ​ສຸ​ຂະ​ພາບ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຈຳ​ເປັນ​ສຳ​ລັບ​ການ​ສືບ​ຕໍ່​ທຳ​ຄວາມ​ກ້າວ​ໜ້າ ແລະ ການ​ປະ​ຕິ​ຮູບ. ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສະ​ຖາ​ບັນຫຼາຍ​ຝ່າຍ​ຄື​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ຂະ​ຫຍາຍ​ການ​ນຳ​ພາ ແລະ ຄວາມ​ສາ​ມາດ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທ້າຍ​ທີ່​ຊັບ​ຊ້ອນ​ຂອງ​ສັດ​ຕະ​ວັດ​ທີ 21.

ທ່ານ ໄບ​ເດັນ ໄດ້​ກ່າວ​ເຖິງວິ​ກິດ​ການ​ສະ​ພາບ​ອາ​ກາດ, ຄວາ​ມ​ຈຳ​ເປັນ​ຕໍ່​ການ​ພັດ​ທະ​ນາ​ໂລກ, ຄວາມ​ຂັດ​ແຍ້ງ​ໃນ​ປະ​ເທດ ເຮ​ຕີ, ສັນ​ຕິ​ພາບ​ໃນ​ອະ​ນາ​ຄົດ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌, ແລະ​ ໄດ້ກ່າວ​ເຖິງ​ຄວາມ​ຮ້າຍ​ແຮງ ແຕ່​ປອງດອງ​ກັນ ກ່ຽວ​ກັບ ການ​ແຂ່ງ​ຂັນ​ດ້ານ​ຍຸດ​ທະ​ສາດ​ຂອງ ສະ​ຫະ​ລັດ ກັບ ຈີນ, ກ່ອນ​ໄດ້​ກ່າວ​ປະ​ນາມ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ເປັນ​ການ​ລ່ວງ​ລະ​ເມີດຫຼັກ​ການ​ຂອງ​ກົດ​ບັດ ສະ​ຫະ​ປະ​ຊາ​ຊາດ, ເຊິ່ງ​ແມ່ນ​ການ​ຫ້າມ​ທີ່​ຊັດ​ເຈນ​ຕໍ່​ການ​ຍາດ​ເອົາ​ປະ​ເທດ​ອື່ນ​ດ້ວຍ​ການ​ໃຊ້​ກຳ​ລັງ.

ຕອນ​ເລີ່ມ​ຕົ້ນ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ໄບ​ເດັນ ໄດ້​ສົ່ງ​ສັນ​ຍານ​ໃຫ້​ເຫັນ​ການ​ປ່ຽນ​ນ້ຳ​ສຽງ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ເວົ້າ ກ່ຽວ​ກັບ ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ຮ່າ​ໂນຍ ເມື່ອບໍ່​ດົນ​ມານີ້ ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ “ການ​ເຮັດ​ວຽກ​ຢ່າງ​ໜັກ​ເປັນ​ເວ​ລາ 50 ປີ​ຈາກ​ທັງ​ສອງ​ຝ່າຍ ເພື່ອ​ແກ້​ໄຂ​ມູນ​ເຊື້ອ ​ທີ່​ເຈັບ​ປວດ​ຂອງ​ສົງ​ຄາມ” ແລະ ການ​ເຮັດ​ວຽກ​ໄປ​ສູ່​ສັນ​ຕິ​ພາບ. ທ່ານ​ໄດ້​ກ່າວ​ວ່າ “ມັນ​ເປັນ​ການ​ເຕືອນ​ທີ່​ມີ​ພະ​ລັງ​ທີ່​ປະ​ຫ​ວັດ​ສາດ​ຂອງ​ພວກ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ມາ​ເດົາ​ອະ​ນາ​ຄົດ​ຂອງ​ພວກ​ເຮົາ. ດ້ວຍ​ການ​ນຳ​ພາ​ທີ່​ແນ່ນອນ ແລະ ການ​ພະ​ຍາ​ຍາມ​ຢ່າງ​ລະ​ມັດ​ລະ​ວັງ, ສັດ​ຕູ​ກໍ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ໄດ້.”

ດ້ວຍ​ການຫຼີກ​ລ່ຽງປະ​ໂຫຍກ​ທີ່​ວ່າ “ຕາບ​ໃດ​ທີ່​ມັນ​ເປັນ,” ເຊິ່ງ​ມັກ​ຈະ​ຖືກ​ໃຊ້​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ເພື່ອ​ກ່າວ​ຢ້ຳ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ທີ່​ຍາວ​ນານ​ສຳ​ລັບ​ການ​ຕໍ່​ສູ້​ໃນ​ສົງ​ຄາມ​ຂອງ ກີ​ຢິບ ນັ້ນ, ທ່ານ ໄບ​ເດັນ, ຜູ້​ທີ່​ໄດ້​ກະ​ຕຸ້ນ​ພັນ​ທະ​ມິດ​ສາ​ກົນ​ທີ່ກວ້າງຂວາງ ແລະ ໄດ້​ລະ​ດົມ​ເງິນຫຼາຍ​ພັນ​ລ້ານ​ໂດ​ລາ​ສຳ​ລັບ ຢູ​ເຄ​ຣນ ນັ້ນ, ໄດ້​ກ່າວ​ຢ້ຳ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ ກີ​ຢິບ ເພື່ອ​ນຳ​ມາ​ຂໍ້​ແກ້​ໄຂ​ທາງ​ການ​ທູດ​ທີ່​ຈະ​ສ້າງ “ຄວາມ​ຍຸດ​ຕິ​ທຳ ແລະ ສັນ​ຕິ​ພາບ​ທີ່​ຖາ​ວອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG