ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ເສັດ​ສິ້ນ​ ການ​ຢ້ຽມ​ຢາມ​ເອ​ເຊຍ ດ້ວຍ​ຄຳ​ເຕືອນ ທີ່​ເບິ່ງ​ກັນວ່າ​ ເປັນ​ສັນ​ຍານ​ຕໍ່​ຈີນ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ທີ່ກອງ​ປະ​ຊຸມ​ສຸດຍອດກຸ່ມ​ຄວດ​ ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 24 ພຶດ​ສະ​ພາ 2022.
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ທີ່ກອງ​ປະ​ຊຸມ​ສຸດຍອດກຸ່ມ​ຄວດ​ ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 24 ພຶດ​ສະ​ພາ 2022.

ໃນການ​ສິ້ນ​ສຸດ​ລົງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເອ​ເຊຍ​ເປັນ​ເວ​ລາ 6 ມື້ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ໃຊ້​ສົງ​ຄາມ​ໃນ​ຢູ​ເຄ​ຣນສົ່ງ​ສານ​ໄປ​ຫາ​ຈີນ ໃຫ້​ສະ​ໜັບ​ສະ​ໜຸນ​ຫຼັກ​ການ​ພື້ນ​ຖານ​ຂອງ​ລະ​ບຽບ​ລະ​ຫວ່າງ​ປະ​ເທດ.

ທ່ານ​ໄບ​ເດັນກ່າວ​ໃນ​ການ​ໃຫ້​ຄວາມ​ເຫັນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດທີ່​ນະ​ຄອນ​ຫຼວງ​ໂຕ​ກຽວ ກັບ​ບັນ​ດາ​ຜູ້​ນຳ​ຂອງ​ຍີ່​ປຸ່ນ ອິນ​ເດຍ ແລະ​ອອ​ສ​ເຕ​ຣເລຍ​ ຊຶ່ງ​ເປັນກຸ່ມ​ພັນ​ທະ​ມິດ​ທີ່​ບໍ່​ເປັນ​ທາງ​ການ ທີ່​ຮູ້​ກັນ​ໃນ​ນາມ​ກຸ່ມ​ຄວດ (Quad) ນັ້ນ​ວ່າ “ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ອະ​ທິ​ປະ​ໄຕ ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ສິດ​ທິ​ມະ​ນຸດ ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢູ່​ສະ​ເໝີ ບໍ່​ວ່າ​ມັນ​ຈະ​ຖືກ​ລ່ວງ​ລະ​ເມີດ​ຢູ່​ບ່ອນ​ໃດ​ໃນ​ໂລກ.”

ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ​ເຮັດ​ໃຫ້​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ລັດ​ຖະ​ບານ​ມີ​ຄວາມ​ສຳ​ຄັນ​ສູງ​ຂຶ້ນ ເພື່ອ “​ສ້າງຄວາມ​ກ້າວ​ໜ້າ​ໃຫ້​ເຂດ​ອິນ​ໂດ-ປາ​ຊີ​ຟິກ​ເປັນ​ເຂດ​ທີ່​ເສ​ລີ ເປີດກວ້າງ ເຊື່ອມ​ຕໍ່ ໝັ້ນ​ຄົງ ແລະ​ປັບ​ໂຕ​ໄດ້​ຫຼາຍ​ຂຶ້ນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ໄບ​ເດັນ ທີ່​ກ່າວ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ຄວດ ໃນ​ມື້​ສຸດ​ທ້າຍ​ຂອງ​ການ​ຢ້ຽມ​ຢາມ​ເອ​ເຊຍ​ຂອງ​ທ່ານກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກ​ໃໝ່ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ.

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ທີ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ຄວດ ຢູ່​ໂຕ​ກຽວ ເມື່ອ​ວັນ​ທີ 24 ພຶດ​ສະ​ພາ 2022.
ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ທີ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ຄວດ ຢູ່​ໂຕ​ກຽວ ເມື່ອ​ວັນ​ທີ 24 ພຶດ​ສະ​ພາ 2022.

ທ່ານ​ໄບ​ເດັນ ກ່າວ​ຕື່ມ​ວ່າ “ຕາບ​ໃດ​ທີ່​ຣັດ​ເຊຍ​ຍັງ​ສືບ​ຕໍ່​ເຮັດ​ສົງ​ຄາມ ສະ​ຫະ​ລັດ​ຈະ​ດຳ​ເນີນ​ງານ​ກັບ​ພາ​ຄີ​ຂອງ​ພວກ​ເຮົາ​ເພື່ອ​ຊ່ວຍ​ໃນ​ການ​ຕອບ​ໂຕ້​ຂອງ​ໂລກ​ຍ້ອນ​ວ່າ​ມັນ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ທຸກໆ​ເຂດ​ຂອງ​ໂລກ. ໃນ​ເວ​ລາ​ດຽວ​ກັນ ສະ​ຫະ​ລັດ​ຕ້ອງ​ແລະ​ຈະ​ເປັນ​ພາ​ຄີ​ທີ່​ເຂັ້ມ​ແຂງ ໝັ້ນ​ຄົງ ແລະຍືນ​ຍົງ​ໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.”

​າ​ຍົກ​ລັດ​ຖະ​ມົນ​ຕີ​ກິ​ຊິ​ດະ ກໍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຄຳ​ເວົ້າ​ຂອງ​ທ່ານ​ໄບ​ເດັນ ຊຶ່ງ​ທ່ານ​ກ່າວ​ວ່າ “ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ໂດຍ​ກົງ​ແລ້ວ​ແມ່ນ​ໄດ້​ທ້າ​ທາຍ​ຕໍ່​ຫຼັກ​ການ ທີ່​ໄດ້​ຮັບ​ການເທີດ​ທູນຍົກ​ສູງ​ຢູ່​ໃນ​ກົດ​ບັດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ເລື້ອງ​ທີ່​ຄ້າ​ຍ​ຄື​ກັນນີ້ ເກີດ​ຂຶ້ນ​ຢູ່​ໃນ​ຂົ​ງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.”

Biden Ends Asia Trip with Warning to China
please wait

No media source currently available

0:00 0:02:11 0:00

ຖະ​ແຫຼງ​ການ​ຂອງ​ກຸ່ມ​ຄວດ ແລະ​ການ​ໃຫ້​ຄວາມ​ເຫັນ​ຕ່າງໆ​ຂອງ​ບັນ​ດາ​ຜູ້​ນຳ​ທັງ​ສີ່ ບໍ່​ໄດ້​ເອີ່ຍ​ຊື່​ຈີນ​ໂດຍ​ກົງ ແຕ່​ໄດ້​ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ​ໃນ​ການ​ເສີມ​ສ້າງ​ໃຫ້​ເຂດ​ອິນ​ໂດ-ປາ​ຊີ​ຟິກ ທີ່​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ - ຊຶ່ງ​ຄຳ​ເວົ້າ​ທາງ​ການ​ທູດ​ແລ້ວ​ແມ່ນ​ເປັນ​ທີ່​ເຂົ້າ​ໃຈ​ວ່າ​ແນ​ໃສ່​ປັກ​ກິ່ງ.

ແຟ້ມ - ທະ​ຫານເຮືອກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ (PLA) ​ພວມ​ເຂົ້າ​ແຖວ ລະ​ຫວ່າງ​ການ​ສວນ​ສະ​ໜາມ​ຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຄອມ​ມູ​ນິ​ສຈີນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 1 ຕຸ​ລາ 2019.
ແຟ້ມ - ທະ​ຫານເຮືອກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ (PLA) ​ພວມ​ເຂົ້າ​ແຖວ ລະ​ຫວ່າງ​ການ​ສວນ​ສະ​ໜາມ​ຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຄອມ​ມູ​ນິ​ສຈີນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 1 ຕຸ​ລາ 2019.

ຈີນ​ໄດ້​ເພີ້ມ​ການ​ໃຊ້​ຈ່າຍ​ທາງ​ທະ​ຫານ​ຂອງ​ຕົ​ນ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ຮວມ​ທັງ​ກຳ​ລັງ​ກອງ​ທັບ​ເຮືອ​ຂອງ​ຕົນ. ເວ​ລານີ້ ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ງົບ​ປະ​ມານ​ທາງ​ດ້ານ​ທະ​ຫານ​ໃຫຍ່​ເປັນ​ອັນ​ດັບ 2 ຂອງ​ໂລກ ຮອງ​ລົງ​ມາ​ຈາກ​ສະ​ຫະ​ລັດ ແລະ​ເມື່ອ​ເວົ້າ​ເຖິງ​ຈຳ​ນວນ​ກຳ​ປັ່​ນ​ລົບ​ທີ່​ຈີນອ້າງວ່າ​ຕົນ​ມີ​ແລ້ວ ກອງ​ທັບ​ເຮືອ​ຂອງ​ຈີນ ເວ​ລານີ້​ແມ່ນ​ໃຫຍ່​ທີ່​ສຸດ​ໃນ​ໂລກ ອີງ​ຕາມ​ທ່ານ​ແຊມ ຣົກ​ເກີ​ວີ​ນ (Sam Roggeveen) ຜູ້​ອຳ​ນວຍ​ການ​ ໂຄງ​ການ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ ຂອງ​ສະ​ຖາ​ບັນ​ໂລ​ວີ (Lowy Institute.)

ທ່ານ​ຣົກ​ເກີ​ວີນ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເມື່ອ​ເວົ້າ​ເຖິງ​ຄວາມ​ສາ​ມາດ​ແລ້ວ ມັນ​ຍັງ​ເປັນ​ທີ​ສອງ​ທີ່​ດີ​ທີ່​ສຸດ ຮອງ​ຈາກ​ສະ​ຫະ​ລັດ ແຕ່​ກໍ​ພວມ​ໄລ່​ຕາມ​ຢ່າງວ່ອງ​ໄວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG